| ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ທຶນການສຶກສາ 77 ທຶນຈາກລັດ Hessen ໄດ້ມອບໃຫ້ນັກຮຽນທີ່ດ້ອຍໂອກາດໃນແຂວງ ອານຢາງ |
ໃນການຕ້ອນຮັບ, ທ່ານນາງ ເລ ທິ ທູ ຮັ່ງ ຢືນຢັນວ່າ ຫວຽດນາມຖືເອົາເຢຍລະມັນເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາຢາກເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງຂຶ້ນ.
ໃນການແນະນຳທິດທາງການພັດທະນາຂອງຫວຽດນາມ, ທ່ານຮອງລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມວາງເປົ້າໝາຍຮັກສາອັດຕາການເຕີບໂຕທາງເສດຖະກິດໃນລະດັບສອງຕົວເລກ, ປະຕິບັດສອງເປົ້າໝາຍ 100 ປີ, ມຸ່ງສູ່ການກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045. ໃນນັ້ນ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ເສດຖະກິດພາກເອກະຊົນ ໄດ້ຖືກກຳນົດເປັນບັນດາກຳລັງຂັບເຄື່ອນທີ່ສຳຄັນ.
![]() |
| ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ປຶກສາຫາລືກັບທ່ານ Rolf Mutzenich, ສະມາຊິກສະພາເຢຍລະມັນ, ກ່ຽວກັບບັນດາມາດຕະການເພີ່ມທະວີສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ເຢຍລະມັນ. |
ຫວຽດນາມຍິນດີຕ້ອນຮັບບັນດາວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ ແລະ ດຳເນີນທຸລະກິດໃນບັນດາຂົງເຂດໂຄງລ່າງພື້ນຖານ, ທ່າເຮືອອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ.
ທ່ານ Rolf Mutzenich ຕີລາຄາສູງຕໍ່ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ, ຢືນຢັນວ່າ ສະພາຜູ້ແທນລາຊະດອນເຢຍລະມັນໃຫ້ຄວາມສົນໃຈຊຸກຍູ້ສາຍພົວພັນສອງຝ່າຍໃຫ້ສົມຄູ່ກັບຂອບເຂດສາຍພົວພັນຄູ່ຮ່ວມຍຸດທະສາດ. ທ່ານສະເໜີໃຫ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຂະຫຍາຍການຮ່ວມມືລະຫວ່າງລັດຖະສະພາ.
ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ສາຍພົວພັນລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກສັງຄົມປະຊາທິປະໄຕເຢຍລະມັນ (SPD), ພ້ອມທັງແລກປ່ຽນປະສົບການດ້ານການສ້າງກົດໝາຍ ແລະ ການກວດກາຕິດຕາມລະຫວ່າງບັນດາສະມາຊິກສະພາ ແລະ ຄະນະກຳມະການວິຊາສະເພາະ.
ພ້ອມກັນນັ້ນ, ທ່ານນາງ ເລ ທິ ທູ ຮັ່ງ ຍັງສະເໜີໃຫ້ລັດຖະສະພາເຢຍລະມັນສືບຕໍ່ໃຫ້ຄວາມສົນໃຈ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ຊາວຫວຽດນາມຫຼາຍກວ່າ 200.000 ຄົນ ທີ່ກຳລັງດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ເຢຍລະມັນ.
ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືດ້ານການສຶກສາ - ຝຶກອົບຮົມ, ການແລກປ່ຽນນັກສຶກສາ ແລະ ນັກຄົ້ນຄວ້າລະດັບຫຼັງປະລິນຍາ, ການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ; ຂະຫຍາຍການຮ່ວມມືດ້ານແຮງງານ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການແລກປ່ຽນລະຫວ່າງລັດຖະສະພາ.
ກ່ຽວກັບການຮ່ວມມືຫຼາຍຝ່າຍ, ຫວຽດນາມ ແລະ ເຢຍລະມັນ ເຫັນດີຈະສືບຕໍ່ປະສານສົມທົບກັນເພື່ອຊຸກຍູ້ສາຍພົວພັນຫວຽດນາມ - ສະຫະພາບເອີຣົບ (EU) ແລະ ເຢຍລະມັນ - ອາຊຽນ.
ໃນການແລກປ່ຽນກ່ຽວກັບສະຖານະການສາກົນ, ສອງຝ່າຍໄດ້ເນັ້ນໜັກເຖິງບົດບາດຂອງການສົນທະນາ, ການສ້າງຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນລະບົບຫຼາຍຝ່າຍ ໂດຍມີສະຫະປະຊາຊາດເປັນໃຈກາງ; ຢືນຢັນຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ເສລີພາບໃນການເດີນເຮືອ ແລະ ການບິນຜ່ານທະເລຕາເວັນອອກ, ພ້ອມທັງການແກ້ໄຂຂໍ້ຂັດແຍ່ງດ້ວຍວິທີການສັນຕິ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982).
ຍສໝ - ຫວ່າງມໍ່ໆມານີ້, ສະຫະພັນແມ່ຍິງ ຫວຽດນາມ ປະຈຳ ສາທາລະນະລັດສະຫະພັນ ເຢຍລະມັນ ໄດ້ຈັດວັນບຸນຊຸດເສື້ອຍາວໃຫ້ແກ່ເອື້ອຍນ້ອງແມ່ຍິງ ດ້ວຍຫົວຂໍ້ວ່າ “ອ່ອນໂຍນສີສັນລະດູບານໃໝ່ 2024”. |
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ເຢລະມັນ (ວັນທີ 23 ກັນຍາ ປີ 1975 – ວັນທີ 23 ກັນຍາ ປີ 2025), ສະຖານທູດເຢລະມັນ ປະຈຳ ຫວຽດນາມ ໄດ້ເປີດງານແຂ່ງຂັນອອກແບບໂລໂກ້ ສຳລັບຜູ້ເຂົ້າຮ່ວມທີ່ເປັນມືອາຊີບ ແລະ ສະໝັກຫຼິ້ນ. |
ດວງດີ
