| ການຮ່ວມມືດ້ານການຝຶກອົບຮົມແມ່ນຈຸດທີ່ສົດໃສໃນການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ອົດສະຕາລີ ຫວຽດນາມ - ອົດສະຕາລີ ມຸ່ງໄປສູ່ການຮ່ວມມືທີ່ແທດຈິງ ແລະ ມີປະສິດທິຜົນ |
![]() |
| ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ຈັດຂຶ້ນທີ່ມະຫາວິທະຍາໄລ New South Wales (UNSW), ອົດສະຕາລີ ພາຍໃຕ້ການເປັນສັກຂີພິຍານຂອງກົງສຸນໃຫຍ່ຫວຽດນາມປະຈຳ Sydney |
ວາງຮາກຖານສຳລັບການຮ່ວມມືໄລຍະຍາວດ້ານເຕັກໂນໂລຊີ RNA
ສະຖາບັນຄົ້ນຄວ້າ RNA ສັງກັດມະຫາວິທະຍາໄລ New South Wales (UNSW Sydney), ສະມາຊິກກຸ່ມ Go8 ຂອງອົດສະຕາລີ, ແມ່ນສະຖາບັນຄົ້ນຄວ້າສະເພາະທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ RNA. ຕາມ QS World University Rankings 2027, UNSW ຢູ່ອັນດັບທີ 19 ຂອງໂລກ ແລະ ອັນດັບໜຶ່ງໃນອົດສະຕາລີ.
ປັດຈຸບັນ ສະຖາບັນພວມສຸມໃສ່ພັດທະນາວັກຊີນ mRNA ປ້ອງກັນໄຂ້ຫວັດ, ວັກຊີນມະເຮັງແບບສະເພາະບຸກຄົນ ແລະ ຄ່ອຍໆກຳເອົາຫ່ວງໂສ້ເຕັກໂນໂລຊີ RNA, ເຊິ່ງເປັນພື້ນຖານຂອງວັກຊີນ, ຢາຊີວະພາບ ແລະ ວິທີປິ່ນປົວຮຸ່ນໃໝ່ຫຼາຍປະເພດ.
ນີ້ກໍແມ່ນຂົງເຂດທີ່ສະຖາບັນຄົ້ນຄວ້າ ເຕິມແອງ ມີປະສົບການຮ່ວມມືສາກົນມາຫຼາຍປີ, ໂດຍສະເພາະໃນການຄົ້ນຄວ້າວັກຊີນມະເຮັງ ແລະ ວັກຊີນປ້ອງກັນພະຍາດຕິດຕໍ່. ຂໍ້ຕົກລົງໃນຄັ້ງນີ້ວາງຮາກຖານສຳລັບການຮ່ວມມືໄລຍະຍາວໃນດ້ານການຄົ້ນຄວ້າ, ການຝຶກອົບຮົມບຸກຄະລາກອນ, ການພັດທະນາເຕັກໂນໂລຊີ RNA, ການຄົ້ນຄວ້າກ່ອນຄລີນິກ, ການທົດລອງທາງຄລີນິກ ແລະ ການກະກຽມຂີດຄວາມສາມາດຜະລິດບັນດາຜະລິດຕະພັນຊີວະການແພດ.
ພິທີລົງນາມດຳເນີນຂຶ້ນພ້ອມກັບໄລຍະເວລາການຢ້ຽມຢາມລະດັບລັດຢູ່ອົດສະຕາລີຂອງເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແຕ່ວັນທີ 9-12/8, ໃນສະພາບທີ່ສອງປະເທດສືບຕໍ່ຫັນກອບການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ເປັນຮູບປະທຳ, ໂດຍສະເພາະໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຝຶກສ້າງບຸກຄະລາກອນຄຸນນະພາບສູງ.
ທ່ານ ຫງວຽນແທງຕຸ່ງ, ກົງສຸນໃຫຍ່ຫວຽດນາມປະຈຳ Sydney, ຕີລາຄາວ່າ ຂໍ້ຕົກລົງນີ້ແມ່ນບາດກ້າວໜຶ່ງໃນການຫັນການຮ່ວມມື ຫວຽດນາມ - ອົດສະຕາລີ ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີທີ່ມີລັກສະນະຍຸດທະສາດ ໃຫ້ເປັນຮູບປະທຳ.
![]() |
| ຄະນະຜູ້ແທນສະຖາບັນຄົ້ນຄວ້າ ເຕິມແອງ ໄດ້ເຮັດວຽກ ແລະ ຢ້ຽມຊົມຫ້ອງທົດລອງ ແລະ ສູນການຄົ້ນຄວ້າກ່ອນຄລີນິກ ທີ່ສະຖາບັນ RNA ຂອງ UNSW |
RNA ແມ່ນເຕັກໂນໂລຊີແກນຫຼັກຂອງວັກຊີນ ແລະ ຢາຮຸ່ນໃໝ່
RNA ແມ່ນໂມເລກຸນຊີວະພາບທີ່ມີບົດບາດຖ່າຍທອດຂໍ້ມູນພັນທຸກຳພາຍໃນຈຸລັງ. ຖ້າປຽບ DNA ເປັນ “ແບບອອກແບບ” ແລ້ວ RNA ກໍເປັນ “ຜູ້ນຳແບບອອກແບບເຂົ້າສູ່ການຜະລິດ”, ຊີ້ນຳໃຫ້ຈຸລັງສ້າງໂປຣຕີນທີ່ຈຳເປັນຕໍ່ການດຳລົງຊີວິດ. ກົນໄກນີ້ເອງເຮັດໃຫ້ RNA ກາຍເປັນພື້ນຖານເຕັກໂນໂລຊີຂອງວັກຊີນ, ຢາຊີວະພາບ ແລະ ວິທີການປິ່ນປົວຮຸ່ນໃໝ່ຫຼາຍປະເພດ.
ຈາກພື້ນຖານ RNA, ບັນດານັກວິທະຍາສາດສາມາດພັດທະນາເຕັກໂນໂລຊີໄດ້ຫຼາຍຮູບແບບ. ຕົວຢ່າງ, mRNA ຖືກນຳໃຊ້ເພື່ອຜະລິດວັກຊີນ ແລະ ພັດທະນາບາງວິທີປິ່ນປົວ; siRNA ຊ່ວຍ “ປິດ” ບັນດາຍີນທີ່ກໍ່ໃຫ້ເກີດພະຍາດ; ສ່ວນ gRNA ຊ່ວຍສະໜັບສະໜູນເຕັກໂນໂລຊີດັດແກ້ຍີນ. ດ້ວຍເຫດນີ້, RNA ກຳລັງເປີດທິດທາງການປິ່ນປົວໃໝ່ຫຼາຍດ້ານສຳລັບພະຍາດມະເຮັງ, ພະຍາດພັນທຸກຳ, ພະຍາດພູມຄຸ້ມກັນ, ພະຍາດຫາຍາກ ແລະ ຂົງເຂດຊີວະການແພດອື່ນໆ.
ສາດສະດາຈານ Pall Thordarson, ຜູ້ອຳນວຍການສະຖາບັນ RNA UNSW ເຫັນວ່າ ຫວຽດນາມກຳລັງມີໂອກາດກາຍເປັນແຮງຂັບເຄື່ອນສຳຄັນໃນການຊຸກຍູ້ການປະຕິວັດເຕັກໂນໂລຊີ RNA ຢູ່ພາກພື້ນອາຊີ - ປາຊີຟິກ. ລັດຖະບານຫວຽດນາມໄດ້ສະແດງທິດທາງພັດທະນາເຕັກໂນໂລຊີ RNA ຢ່າງຈະແຈ້ງຜ່ານບັນດານະໂຍບາຍໄລຍະຜ່ານມາ, ໃນນັ້ນມີຂໍ້ຕົກລົງເລກທີ 1657/QĐ-TTg ຂອງນາຍົກລັດຖະມົນຕີ ແລະ ມະຕິເລກທີ 72-NQ/TW ຂອງກົມການເມືອງ.
ຄຽງຄູ່ກັບປະສົບການໃນການດຳເນີນການທົດລອງທາງຄລີນິກວັກຊີນ mRNA ແລະ ການທີ່ອົງການອະນາໄມໂລກ WHO ຮັບຮອງວ່າຫວຽດນາມບັນລຸລະດັບຄວາມເຕີບໃຫຍ່ 3 ສຳລັບລະບົບຄຸ້ມຄອງວັກຊີນ, ບັນດາປັດໄຈເຫຼົ່ານີ້ເຮັດໃຫ້ຫວຽດນາມກາຍເປັນຄູ່ຮ່ວມທີ່ໜ້າດຶງດູດສຳລັບບັນດານັກຄົ້ນຄວ້າອົດສະຕາລີ.
“ສະຖາບັນ RNA UNSW ຕີລາຄາສະຖາບັນຄົ້ນຄວ້າ ເຕິມແອງ ວ່າເປັນຜູ້ສະໝັກແຖວໜ້າໃນການສ້າງສາຍພົວພັນຄູ່ຮ່ວມ ແນໃສ່ສ້າງຜົນກະທົບທີ່ຍາວນານ ແລະ ເປັນຮູບປະທຳຕໍ່ການພັດທະນາວຽກງານຄົ້ນຄວ້າ ແລະ ເຕັກໂນໂລຊີ RNA ຢູ່ພາກພື້ນອາຊີ - ປາຊີຟິກ”, ສາດສະດາຈານ Pall ກ່າວ.
ຄົ້ນຄວ້າແຜນທີ່ການກາຍພັນຂອງມະເຮັງປອດ ແລະ ມະເຮັງລຳໄສ້ໃຫຍ່ຢູ່ຫວຽດນາມ
ຄຸນຄ່າຂອງການຮ່ວມມືບໍ່ພຽງແຕ່ຢູ່ທີ່ການຖ່າຍທອດເຕັກໂນໂລຊີ ແຕ່ສອງຝ່າຍຍັງຮ່ວມກັນສ້າງຂໍ້ມູນ ແລະ ວິທີແກ້ໄຂທີ່ສອດຄ່ອງກັບລັກສະນະພະຍາດຂອງຊາວຫວຽດນາມ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
“ຫວຽດນາມບໍ່ຄວນຢຸດຢູ່ພຽງບົດບາດເປັນຈຸດປາຍທາງຂອງການຜະລິດ, ແຕ່ມີຖານະພຽງພໍທີ່ຈະກາຍເປັນສູນອອກແບບ ແລະ ປະເມີນສຳລັບບັນດາພະຍາດ ແລະ ກຸ່ມປະຊາກອນທີ່ລະບົບການຄົ້ນຄວ້າທົ່ວໂລກຍັງບໍ່ໄດ້ໃຫ້ຄວາມສຳຄັນຢ່າງເໝາະສົມ”, ສາດສະດາຈານ Pall ຕີລາຄາ.
ໃນໄລຍະຕົ້ນ, ສະຖາບັນ RNA UNSW ສະເໜີສອງທິດທາງໂຄງການຈຸດສຸມ ຄື: ພັດທະນາວັກຊີນ mRNA ປ້ອງກັນໄຂ້ຫວັດສຳລັບຫວຽດນາມ ແລະ ພັດທະນາວັກຊີນມະເຮັງແບບສະເພາະບຸກຄົນສຳລັບຄົນເຈັບມະເຮັງປອດ ຫຼື ມະເຮັງລຳໄສ້ໃຫຍ່. ນີ້ແມ່ນບັນດາທິດທາງຄົ້ນຄວ້າທີ່ສາມາດສ້າງຄຸນຄ່າໂດຍກົງໃຫ້ແກ່ຫວຽດນາມ, ພ້ອມທັງຂະຫຍາຍຖານຂໍ້ມູນ ແລະ ຂີດຄວາມສາມາດຄົ້ນຄວ້າ RNA ຂອງສອງຝ່າຍຢູ່ພາກພື້ນອາຊີ - ປາຊີຟິກ.
ທ່ານໝໍ ເຟືອງເລ໋ຈີ໋, ຜູ້ອຳນວຍການບໍລິຫານສະຖາບັນຄົ້ນຄວ້າ ເຕິມແອງ ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມເຂົ້າເຖິງຮູບແບບພັດທະນາ RNA ຕາມລະບົບຫ່ວງໂສ້ຄົບຊຸດ, ເຊື່ອມໂຍງນັບແຕ່ການຄົ້ນຄວ້າພື້ນຖານ, ການພັດທະນາເຕັກໂນໂລຊີ, ການປະເມີນກ່ອນຄລີນິກ, ການທົດລອງທາງຄລີນິກ ໄປຈົນເຖິງການກະກຽມຂີດຄວາມສາມາດຜະລິດພາຍໃນປະເທດ.
“ອີງໃສ່ຂີດຄວາມສາມາດທີ່ສອງຝ່າຍມີຢູ່ ແລະ ປະສົບການອັນຍາວນານຂອງ ເຕິມແອງ, ສະຖາບັນ RNA UNSW ເຊື່ອໝັ້ນວ່າ ການຮ່ວມມືນີ້ຈະເປັນແທ່ນສົ່ງໃຫ້ ເຕິມແອງ ສ້າງຄວາມສຳເລັດທີ່ແມ່ນແຕ່ພວກເຮົາໃນປັດຈຸບັນກໍຍັງບໍ່ສາມາດຈິນຕະນາການໄດ້ທັງໝົດ”, ສາດສະດາຈານ Pall ກ່າວ.
ຖ້າກ່ອນໜ້ານີ້ຫວຽດນາມສ່ວນໃຫຍ່ເຂົ້າເຖິງວັກຊີນ ແລະ ຢາຊີວະພາບຫຼັງຈາກເຕັກໂນໂລຊີສຳເລັດສົມບູນແລ້ວ, ການຮ່ວມມືກັບສະຖາບັນ RNA UNSW ໄດ້ເປີດ “ຂອບຟ້າໃໝ່” ເມື່ອບັນດານັກວິທະຍາສາດພາຍໃນປະເທດຮ່ວມກັນຄົ້ນຄວ້າເຕັກໂນໂລຊີແກນຫຼັກນັບແຕ່ໄລຍະເລີ່ມຕົ້ນ ເພື່ອພັດທະນາວັກຊີນ ແລະ ຢາໃໝ່ທີ່ປອດໄພກວ່າ, ຄ່ອຍໆກຳເອົາເຕັກໂນໂລຊີ RNA, ເສີມສ້າງຄວາມໝັ້ນຄົງດ້ານສາທາລະນະສຸກແຫ່ງຊາດ ແລະ ປະກອບສ່ວນເຂົ້າໃນຫ່ວງໂສ້ນະວັດຕະກຳຊີວະການແພດທົ່ວໂລກ.
ຍສໝ - ສາຍສຳພັນຫວຽດນາມ ແລະ ອົດສະຕາລີ ພວມນັບມື້ນັບໄດ້ຮັບການສະໜິດສະໜົມ, ເມື່ອສອງປະເທດເຂົ້າສູ່ບົດບາດຕໍ່ໄປໃນປະຫວັດສາດການພົວພັນລະຫວ່າງ 2 ປະເທດ. 2 ປະເທດມີກຳລັງແຮງອັນໃຫຍ່ຫຼວງເພື່ອຊຸກຍູ້ ແລະ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ມີຄວາມຈິງໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ. |
ຍສໝ - ທີ່ການເຮັດວຽກກັບສະມາຄົມມິດຕະພາບຫວຽດນາມ - ໂອຕາລິດ ໃນວັນທີ 9 ມັງກອນນີ້, ຢູ່ຮ່າໂນ້ຍ, ທ່ານ ປອ Patrick Horvath, ເລຂາທິການ “ກອງທຶນນະໂຍບາຍເສດຖະກິດວິທະຍາສາດ” (ວຽນນາ, ໂອຕາລິດ) ໃຫ້ຮູ້ວ່າ ມີ 3 ຂົງເຂດຮ່ວມມືສຳຄັນທີ່ ຫວຽດນາມ ແລະ ໂອຕາລິດ ອາດສາມາດຂຸດຄົ້ນໄດ້ຄື: ການລົງທຶນອຸດສາຫະກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ກຳນົດການພົວພັນ “ຄູ່ຮ່ວມມືສີຂຽວ”. |
ມິງດຶກ

