| ຫວຽດນາມ - ສ.ເກົາຫຼີ ເຊື່ອມຕໍ່ຕ່ອງໂສ້ການສະໜອງສິນໃນນ້ຳຢູ່ບູຊານ ຫວຽດນາມ - ສ.ເກົາຫຼີ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີຜ່ານ INNOBIZ |
ກອງປະຊຸມໄດ້ດຶງດູດຜູ້ແທນຫຼາຍກວ່າ 400 ຄົນ ເຂົ້າຮ່ວມ, ໃນນັ້ນມີຜູ້ຕາງໜ້າຈາກວິສາຫະກິດດ້ານເຄິ່ງຊັກນຳໄຟຟ້າຫຼາຍກວ່າ 50 ແຫ່ງ, ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ທ້ອງຖິ່ນຂອງສອງປະເທດ.
ບັນດາຂໍ້ຕົກລົງທີ່ໄດ້ລົງນາມມີເປົ້າໝາຍເພື່ອຂຸດຄົ້ນຈຸດແຂງຂອງຫວຽດນາມ ແລະ ສ.ເກົາຫຼີ, ຊຸກຍູ້ການຄົ້ນຄວ້າປະຍຸກໃຊ້, ການນຳຜະລິດຕະພັນເຂົ້າສູ່ຕະຫຼາດການຄ້າ ແລະ ສ້າງໂອກາດເພີ່ມເຕີມໃນການເຂົ້າເຖິງຕະຫຼາດ.
![]() |
| ຫວຽດນາມ ແລະ ສ.ເກົາຫຼີ ໄດ້ລົງນາມໃນຂໍ້ຕົກລົງ 8 ສະບັບ ເພື່ອເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີ ແລະ ເຊື່ອມໂຍງຕ່ອງໂສ້ສະໜອງລະຫວ່າງສອງປະເທດ. |
ກ່າວຄຳເຫັນໃນກອງປະຊຸມ, ທ່ານ ເຈິ່ນ ຈຸງ ຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຕີລາຄາວ່າ ສ.ເກົາຫຼີ ເປັນຄູ່ຮ່ວມມືສຳຄັນ ທີ່ມີຈຸດແຂງຫຼາຍດ້ານໃນຂົງເຂດປັນຍາປະດິດ (AI) ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ.
ຕາມທ່ານຮອງລັດຖະມົນຕີແລ້ວ, ຫວຽດນາມປາຖະໜາຢາກຫັນຈາກກິດຈະກຳຮ່ວມມືແບບດັ້ງເດີມ ໄປສູ່ການຮ່ວມກັນຄົ້ນຄວ້າ, ອອກແບບຊິບ, ພັດທະນາຮູບແບບ ແລະ ວິທີແກ້ໄຂດ້ານ AI, ສ້າງຜະລິດຕະພັນ ແລະ ເປີດກວ້າງຕະຫຼາດ. ຂະບວນການຮ່ວມມືຕ້ອງຕິດພັນກັບການຖ່າຍທອດເຕັກໂນໂລຊີ ແລະ ການຍົກສູງມູນຄ່າເພີ່ມຢູ່ຫວຽດນາມ.
ທ່ານຍັງສະເໜີໃຫ້ເອົາໃຈໃສ່ການຝຶກອົບຮົມບຸກຄະລາກອນໃນໄລຍະຍາວ ເພື່ອຕອບສະໜອງຄວາມຕ້ອງການຕົວຈິງຂອງວິສາຫະກິດ, ພ້ອມທັງສ້າງລະບົບນິເວດ AI - ເຄິ່ງຊັກນຳໄຟຟ້າ ໃນທິດທາງເປີດກວ້າງ, ປອດໄພ ແລະ ໜ້າເຊື່ອຖື.
ໃນກອງປະຊຸມ, ທ່ານ Kim Dong-jun, ທີ່ປຶກສາສະຖານທູດ ສ.ເກົາຫຼີ ປະຈຳຫວຽດນາມ ໄດ້ສະເໜີ 3 ທິດທາງການຮ່ວມມື ເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃນຂົງເຂດ AI ແລະ ເຄິ່ງຊັກນຳໄຟຟ້າ.
ທິດທາງທຳອິດ, ຫວຽດນາມ ແລະ ສ.ເກົາຫຼີ ຕ້ອງປະສານງານກັນໃນການດຳເນີນບັນດາໂຄງການຄົ້ນຄວ້າ, ພັດທະນາ ແລະ ທົດລອງຊິບເຄິ່ງຊັກນຳໄຟຟ້າສະເພາະທາງ ເພື່ອຮັບໃຊ້ AI.
ທິດທາງທີສອງ, ສອງຝ່າຍຍູ້ແຮງການຝຶກອົບຮົມ ແລະ ແລກປ່ຽນບຸກຄະລາກອນ ຜ່ານການຄົ້ນຄວ້າຮ່ວມກັນ, ໂຄງການຝຶກງານ ແລະ ການເພີ່ມທະວີການເຊື່ອມໂຍງລະຫວ່າງສະຖານສຶກສາກັບວິສາຫະກິດ.
ທິດທາງທີສາມ, ຕ້ອງເປີດກວ້າງການຮ່ວມມືທາງທຸລະກິດ, ໂດຍສະເພາະໃນການພັດທະນາໂຄງລ່າງພື້ນຖານດິຈິຕອນ ແລະ ການກໍ່ສ້າງບັນດາສູນຂໍ້ມູນ AI.
ບັນດາທິດທາງດັ່ງກ່າວປະກອບສ່ວນຫັນການຮ່ວມມືດ້ານເຕັກໂນໂລຊີລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໃຫ້ເປັນຮູບປະທຳ, ນັບແຕ່ການຄົ້ນຄວ້າ, ການຝຶກອົບຮົມບຸກຄະລາກອນ ໄປຈົນເຖິງການພັດທະນາຜະລິດຕະພັນ ແລະ ຕະຫຼາດ.
ຍສໝ - ໃນສອງວັນທີ 19-20/10, ຄະນະຜູ້ແທນສະຫະພັນກຳມະບານ ສ.ເກົາຫຼີ (FKTU) ໄດ້ປະຕິບັດວຽກງານກັບສະຫະພັນໃຫຍ່ແຮງງານຫວຽດນາມ ທີ່ຮ່າໂນ້ຍ ແລະ ລົງສຳຫຼວດກິດຈະກຳກຳມະບານຢູ່ບັກນິງ, ໂດຍສຸມໃສ່ຍົກສູງປະສິດທິຜົນການເບິ່ງແຍງ ແລະ ປົກປ້ອງຜູ້ອອກແຮງງານ ໃນສະພາບການຫັນປ່ຽນເປັນດິຈິຕອນ ແລະ ການປະກົດຂຶ້ນຂອງຮູບແບບການຈ້າງງານໃໝ່. |
ຍສໝ - ວັນທີ 29/10, ທີ່ຮ່າໂນ້ຍ, ເວທີປາໄສປັນຍາປະດິດ (AI) ແລະ ເຕັກໂນໂລຊີດິຈິຕອນ ຫວຽດນາມ - ສ.ເກົາຫຼີ 2026 ໄດ້ສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄົ້ນຄວ້າ, ພັດທະນາປັນຍາປະດິດ (AI), ໂຄງລ່າງພື້ນຖານຂໍ້ມູນ, ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ, ມຸ່ງໄປສູ່ການເປັນເຈົ້າຂອງເຕັກໂນໂລຊີ, ການນຳຜະລິດຕະພັນອອກສູ່ຕະຫຼາດໃນເຊີງການຄ້າ ແລະ ການຂະຫຍາຍຕະຫຼາດ. |
ຄຳສີ
