| ຊາວໜຸ່ມຫວຽດນາມ - ລາວ ຮ່ວມກັນສ້າງອາຊີບ, ຮັກສາຄວາມສະຫງົບ ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030 |
ວັນທີ 27 ສິງຫາ, ທ່ານ ເຈິ່ນກວັກເຟືອງ, ຮອງປະທານຄະນະກຳມະການຮ່ວມມືຫວຽດນາມ - ລາວ, ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານຝ່າຍລາວ ນຳໂດຍທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນລາວ, ປະທານຄະນະກຳມະການຮ່ວມມືລາວ - ຫວຽດນາມ ໄດ້ມີການເຮັດວຽກ, ສຶກສາຊອກຮູ້ກ່ຽວກັບການຫັນປ່ຽນດິຈິຕອນ, ວົງຈອນລວມເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ ຢູ່ນະຄອນດານັງ.
ການເຮັດວຽກຄັ້ງນີ້ດຳເນີນຂຶ້ນໃນຂອບເຂດກອງປະຊຸມກາງສະໄໝຄະນະກຳມະການຮ່ວມມືສອງປະເທດ ຫວຽດນາມ - ລາວ ປີ 2026 ແລະ ກອງປະຊຸມຄັ້ງທີ 19 ຂອງຄະນະຊີ້ນຳໂຄງການຮ່ວມມືລະຫວ່າງກະຊວງການເງິນຫວຽດນາມ ແລະ ກະຊວງການເງິນລາວ, ເຊິ່ງຈັດຂຶ້ນຢູ່ນະຄອນດານັງ ແຕ່ວັນທີ 26-28 ສິງຫາ.
![]() |
| ຜູ້ແທນຫວຽດນາມ ແລະ ລາວ ແລກປ່ຽນປະສົບການ, ຊຸກຍູ້ການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ປັນຍາປະດິດ (AI) ແລະ ເຄິ່ງຊັກນຳໄຟຟ້າ ຢູ່ດານັງ. |
ຮູບແບບລັດຖະບານດິຈິຕອນ
ໃນຂອບເຂດຂອງໂຄງການ, ຄະນະປະຕິບັດງານໄດ້ເຮັດວຽກຢູ່ເຂດສວນຊອບແວເລກ 2, ສຶກສາຂະບວນການຫັນປ່ຽນດິຈິຕອນ, ການສ້າງລັດຖະບານດິຈິຕອນ ແລະ ບັນດາທິດທາງພັດທະນາຂະແໜງວົງຈອນລວມເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດຂອງນະຄອນດານັງ.
ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ ຕີລາຄາວ່າ ດານັງແມ່ນນະຄອນທີ່ມີການພັດທະນາ, ບໍ່ພຽງແຕ່ໃນຂົງເຂດເຕັກໂນໂລຊີ ແຕ່ຍັງໃນຫຼາຍຂົງເຂດອື່ນໆ. ທ່ານປາດຖະໜາຢາກສຶກສາຂະບວນການສ້າງລະບົບນິເວດເຕັກໂນໂລຊີຂອງດານັງ, ໃນນັ້ນມີຂະບວນການສ້າງຕັ້ງສູນວົງຈອນລວມເຄິ່ງຊັກນຳໄຟຟ້າ ແລະ AI, ນັບແຕ່ເລີ່ມຕົ້ນແນວຄວາມຄິດ ຈົນພັດທະນາກາຍເປັນສູນດັ່ງເຊັ່ນປັດຈຸບັນ. ທ່ານຍັງໃຫ້ຄວາມສົນໃຈວ່າ ບັນດາຜົນການຄົ້ນຄວ້າ ແລະ ຜະລິດຕະພັນເຕັກໂນໂລຊີຂອງສູນໄດ້ຖືກນຳໄປໃຊ້ແນວໃດ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ຫຼືບໍ່.
ທ່ານ ເຈືອງແທງບິ່ງ, ຫົວໜ້າສູນຫັນປ່ຽນດິຈິຕອນ ແລະ ເຕັກໂນໂລຊີຍຸດທະສາດນະຄອນດານັງ ໃຫ້ຮູ້ວ່າ ຂະບວນການສ້າງລັດຖະບານດິຈິຕອນຂອງນະຄອນ ໄດ້ເລີ່ມຕົ້ນແຕ່ປີ 2006 ແລະ ຮອດປີ 2008 ສູນດັ່ງກ່າວກໍໄດ້ຖືກສ້າງຕັ້ງຂຶ້ນ. ຈາກບາດກ້າວເລີ່ມຕົ້ນ ຈົນເຖິງຮູບແບບໃນປັດຈຸບັນ ແມ່ນເສັ້ນທາງອັນຍາວນານ ທີ່ມີການສືບທອດລະຫວ່າງແຕ່ລະໄລຍະ.
ດານັງມີຄວາມໄດ້ປຽບຈາກການຜັນຂະຫຍາຍການຫັນປ່ຽນດິຈິຕອນແຕ່ຫົວທີ, ດັ່ງນັ້ນ ຂະບວນການພັດທະນາຈຶ່ງຖືກສ້າງຂຶ້ນບົນພື້ນຖານທີ່ສະສົມມາຫຼາຍປີ, ພ້ອມກັນນັ້ນ ໜ້າທີ່ຂອງແຕ່ລະຫົວໜ່ວຍໃນນະຄອນກໍໄດ້ຮັບການແບ່ງກຳນົດຢ່າງຈະແຈ້ງ.
ຫຼັກການສຳຄັນປະການໜຶ່ງໃນຂະບວນການຫັນປ່ຽນດິຈິຕອນຂອງດານັງ ແມ່ນ “ໜຶ່ງແພລດຟອມ, ຫຼາຍຄູ່ຮ່ວມ”. ບັນດາຄູ່ຮ່ວມທີ່ເຂົ້າຮ່ວມຜັນຂະຫຍາຍ ສາມາດສືບທອດລະບົບແພລດຟອມຈາກແຕ່ລະລຸ້ນ ບົນພື້ນຖານຂອບສະຖາປັດຕະຍະກຳທີ່ໄດ້ສ້າງໄວ້ແຕ່ຫົວທີ. ຕາມຜູ້ຕາງໜ້ານະຄອນ, ວິທີການນີ້ຊ່ວຍຈຳກັດຄວາມຊ້ຳຊ້ອນ, ຮັບປະກັນການສືບທອດຂອງລະບົບ ແລະ ສ້າງເງື່ອນໄຂໃຫ້ຫຼາຍຄູ່ຮ່ວມສາມາດເຂົ້າຮ່ວມພັດທະນາ.
ກ່ຽວກັບໂຄງລ່າງ, ບັນດາຫົວໜ່ວຍດຳເນີນງານທີ່ຂຶ້ນກັບສູນ ຮັບຜິດຊອບຄຸ້ມຄອງ, ດຳເນີນງານໂຄງລ່າງ ແລະ ຊັບສິນທີ່ຮັບໃຊ້ວຽກງານບໍລິຫານສາທາລະນະຂອງນະຄອນ, ພ້ອມທັງເປັນຈຸດປະສານງານດ້ານການເຊື່ອມຕໍ່ ແລະ ຝຶກອົບຮົມບຸກຄະລາກອນເພື່ອຮັບໃຊ້ການດຳເນີນງານ.
![]() |
| ຄະນະປະຕິບັດງານຫວຽດນາມ - ລາວ ເຮັດວຽກຢູ່ເຂດສວນຊອບແວເລກ 2, ນະຄອນດານັງ. |
ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນ
ໂດຍເນັ້ນໜັກເຖິງການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງນະຄອນດານັງ ກັບບັນດາທ້ອງຖິ່ນຂອງລາວ, ທ່ານ ເຈິ່ນນາມຮຶງ, ຮອງປະທານຄະນະກຳມະການປະຊາຊົນນະຄອນດານັງ ໃຫ້ຮູ້ວ່າ ໃນແຕ່ລະປີ, ນະຄອນໄດ້ຜັນຂະຫຍາຍຫຼາຍໂຄງການຮ່ວມມື, ແລກປ່ຽນກັບບັນດາທ້ອງຖິ່ນຂອງລາວ, ພ້ອມທັງມີກິດຈະກຳທີ່ເປັນຮູບປະທຳ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການພັດທະນາເສດຖະກິດ - ສັງຄົມ.
ນະຄອນດານັງເອົາໃຈໃສ່ເປັນພິເສດ ແລະ ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນບັນດາຂົງເຂດທີ່ສອງຝ່າຍຕ່າງໃຫ້ຄວາມສົນໃຈ. ໃນນັ້ນ, ການຫັນປ່ຽນດິຈິຕອນ, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ ແມ່ນບັນດາຂົງເຂດທີ່ນະຄອນພວມໃຫ້ຄວາມສຳຄັນເປັນພິເສດ.
ນະຄອນດານັງປາດຖະໜາຢາກຊຸກຍູ້ບັນດາໂຄງການຝຶກອົບຮົມວິສະວະກອນວົງຈອນລວມ ແລະ AI ຕາມມາດຕະຖານສາກົນ; ເພີ່ມທະວີການແລກປ່ຽນອາຈານ, ຊ່ຽວຊານ ແລະ ນັກສຶກສາ ລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດຂອງສອງຝ່າຍ.
ນອກຈາກນັ້ນ, ນະຄອນດານັງຍັງວາງທິດທາງຊຸກຍູ້ບັນດາວິສາຫະກິດລາວໃຫ້ລົງທຶນໃນຂົງເຂດວົງຈອນລວມເຄິ່ງຊັກນຳໄຟຟ້າ ແລະ AI; ສ້າງບັນດາໂຄງການບົ່ມເພາະວິສາຫະກິດເຕັກໂນໂລຊີເຊິ່ງເລິກ; ເຊື່ອມຕໍ່ບັນດາກອງທຶນລົງທຶນ, ສະໜັບສະໜູນການຖ່າຍທອດເຕັກໂນໂລຊີ ແລະ ການຄ້າບັນດາຜະລິດຕະພັນຈາກການຄົ້ນຄວ້າ.
ຕາມເປົ້າໝາຍທີ່ວາງໄວ້, ຮອດປີ 2030 ນະຄອນດານັງມຸ່ງໝັ້ນດຶງດູດວິສາຫະກິດລາວ 10-15 ແຫ່ງ ດ້ວຍຍອດທຶນລົງທຶນປະມານ 300-500 ລ້ານ USD. ນະຄອນຍັງຈັດບັນດາໂຄງການເຊື່ອມຕໍ່ວິສາຫະກິດ, ກອງສຳມະນາສະເພາະດ້ານ ແລະ ກິດຈະກຳສົ່ງເສີມການລົງທຶນ ລະຫວ່າງບັນດາວິສາຫະກິດ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລຂອງສອງຝ່າຍ.
ໃນຖານະເປັນອົງການປະສານງານຫຼັກຂອງຝ່າຍຫວຽດນາມໃນໂຄງການຮ່ວມມື ແລະ ເປັນຂົວຕໍ່ລະຫວ່າງບັນດາອົງການສູນກາງ, ທ້ອງຖິ່ນ ແລະ ຄູ່ຮ່ວມຝ່າຍລາວ, ກະຊວງການເງິນມີເງື່ອນໄຂເຊື່ອມຕໍ່ບັນດາເນື້ອໃນການຮ່ວມມືຂັ້ນລັດຖະບານ ກັບບັນດາຮູບແບບ, ຂໍ້ລິເລີ່ມ ແລະ ຄວາມຕ້ອງການຕົວຈິງຢູ່ທ້ອງຖິ່ນ.
ການເຂົ້າຮ່ວມຂອງທ່ານ ເຈິ່ນກວັກເຟືອງ, ຮອງປະທານຄະນະກຳມະການຮ່ວມມືຫວຽດນາມ - ລາວ, ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະປະຕິບັດງານໃນໂຄງການຢູ່ນະຄອນດານັງ ໄດ້ປະກອບສ່ວນນຳບັນດາເນື້ອໃນການຮ່ວມມືຫວຽດນາມ - ລາວ ເຂົ້າໃກ້ກັບບັນດາຂົງເຂດພັດທະນາໃໝ່ຫຼາຍຂຶ້ນ, ໃນນັ້ນມີເຕັກໂນໂລຊີດິຈິຕອນ, ເຄິ່ງຊັກນຳໄຟຟ້າ, AI ແລະ ຊັບພະຍາກອນມະນຸດຄຸນນະພາບສູງ.
ນີ້ຍັງເປັນວິທີເປີດກວ້າງຂອບເຂດການຮ່ວມມື ຈາກບັນດາຂົງເຂດດັ້ງເດີມ ໄປສູ່ບັນດາຂະແໜງເຕັກໂນໂລຊີທີ່ມີມູນຄ່າເພີ່ມສູງ, ພ້ອມທັງສ້າງຊ່ອງທາງເຊື່ອມຕໍ່ເພີ່ມຕື່ມ ເພື່ອໃຫ້ວິສາຫະກິດສອງປະເທດຊອກຫາໂອກາດຮ່ວມມືທີ່ເປັນຮູບປະທຳ.
ຍສໝ - ວັນທີ 17/8, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບຄະນະກົມການຂ່າວ, ກະຊວງການຕ່າງປະເທດລາວ ນຳໂດຍສະຫາຍ ສົມຄິດ ວັນຄຳ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດລາວ, ໃນໂອກາດຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. |
ຍສໝ - ຕອນບ່າຍວັນທີ 22/8, ຢູ່ຮ່າໂນ້ຍ, ທ່ານ ດວ່ານມິງຮ໊ວນ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຕາງໜ້າການນຳພັກ, ລັດ ໄດ້ຕ້ອນຮັບຄະນະຜູ້ນຳຮຸ່ນໜຸ່ມຂອງພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ. ທ່ານໄດ້ເນັ້ນໜັກເຖິງບົດບາດຂອງພະນັກງານຮຸ່ນໜຸ່ມໃນການສືບທອດ, ຮັກສາ ແລະ ເສີມສ້າງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສາມປະເທດ. |
ມິງດຶກ

