| ຮ່າໂນ້ຍ - ອິນເດຍ ເປີດກວ້າງການຮ່ວມມືດ້ານເຕັກໂນໂລຊີສູງ, ນະວັດຕະກຳ ຫວຽດນາມ - ການາດາ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ |
![]() |
| ວັນທີ 22 ກັນຍາ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຊຸດທີ 81 ຢູ່ ນິວຢອກ, ທ່ານພົນເອກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລືອງຕາມກວາງໄດ້ມີບັນດາການພົບປະເຮັດວຽກທີ່ສຳຄັນ ກັບ ການນຳອົງການສະຫະປະຊາຊາດ ແລະ ວິສາຫະກິດ ອາເມລິກາ. ກ່ຽວກັບການຮ່ວມມືກັບ ອົງການສະຫະປະຊາຊາດ, ທ່ານລັດຖະມົນຕີ ໄດ້ແລກປ່ຽນກັບ ທ່ານຮອງເລຂາທິການໃຫຍ່ Jean-Pierre Lacroix ແນ່ໃສ່ເພີ່ມທະວີນຳເອົາກຳລັງຕຳຫຼວດ ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບ; ພ້ອມດຽວກັນນັ້ນ ກໍ່ສະເໜີໃຫ້ ທ່ານຮອງເລຂາທິການໃຫຍ່ Amandeep Singh Gill ໜູນຊ່ວຍການຜັນຂະຫຍາຍ ສົນທິສັນຍາ ຮ່າໂນ້ຍ, ການຝຶກອົບຮົມການສືບສວນດິຈິຕອນ ແລະ ການນຳໃຊ້ AI ຢ່າງມີຄວາມຮັບຜິດຊອບ. ໃນມື້ດຽວກັນ, ທ່ານລັດຖະມົນຕີ ໄດ້ຕ້ອນຮັບຜູ້ຕາງໜ້າບັນດາກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ ລວມມີ BlackRock, Cantor Fitzgerald, The Asia Group ແລະ AMECOM ເພື່ອຮຽກຮ້ອງການລົງທຶນໄລຍະຍາວ ເຂົ້າໃນພື້ນຖານໂຄງລ່າງຍຸດທະສາດ, ການເງິນ, ການຫັນປ່ຽນດິຈິຕອນ, ຜ່ານນັ້ນ ຊຸກຍູ້ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ. |
ຍສໝ - ແຕ່ວັນທີ 17-20/9 ຢູ່ Frankfurt, ຄ້າຍພັກຮ້ອນພອນສະຫວັນຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເຢຍລະມັນ - SiviCamp 2026 ໄດ້ເຕົ້າໂຮມຊາວໜຸ່ມ, ນັກສຶກສາຫວຽດນາມຫຼາຍກວ່າ 200 ຄົນ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ເຢຍລະມັນ ແລະ ຫຼາຍປະເທດໃນເອີຣົບ, ດ້ວຍບັນດາກິດຈະກຳທີ່ສຸມໃສ່ເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາທັກສະ ແລະ ການຮັກສາເອກະລັກວັດທະນະທຳ. |
ຍສໝ - ເຫດການຕົວຈິງ ຄຳນັບຮັບຕ້ອນ ການສະເລີມສະຫຼອງວັນສ້າງສາຍພົວພັນການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ (1976 - 2026), ເປີດໂອກາດຊຸກຍູ້ເສດຖະກິດດິຈິຕອນ ແລະ ເຮັດໃຫ້ຂອບການຮ່ວມມື ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ເລິກເຊິ່ງຍິ່ງໆຂຶ້ນ. |
ແທັງຮັ່ງ
