ຫວຽດນາມ - ຊູແອດ ຂະຫຍາຍການຮ່ວມມືດ້ານສາທາລະນະສຸກ

11:10 | 20/11/2026

ຍສໝ - ແຕ່ວັນທີ 16-18 ພະຈິກ, ອາທິດສາທາລະນະສຸກຫວຽດນາມ - ຊູແອດ 2026 ໄດ້ຈັດຂຶ້ນຢູ່ແຂວງບັກນິງ, ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ໃນໂອກາດນີ້, ຫວຽດນາມໄດ້ສະເໜີສ້າງແຜນງານຮ່ວມມືດ້ານສາທາລະນະສຸກສອງຝ່າຍ ໄລຍະ 2027-2030, ໂດຍສຸມໃສ່ການຄົ້ນຄວ້າວິທະຍາສາດ, ການຖ່າຍທອດເຕັກໂນໂລຊີ, ການພັດທະນາສາທາລະນະສຸກດິຈິຕອນ ແລະ ການຍົກສູງຄຸນນະພາບການດູແລສຸຂະພາບ.

ຫວຽດນາມ - ຊູແອດ ລະນຶກຄົບຮອບ 50 ປີ ແຫ່ງການຮ່ວມມືດ້ານສາທາລະນະສຸກ ຫວຽດນາມ - ຊູແອດ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີ, ການສຶກສາ ແລະ ການແລກປ່ຽນປະຊາຊົນ

ອາທິດສາທາລະນະສຸກຫວຽດນາມ - ຊູແອດ 2026 ໄດ້ດຶງດູດຜູ້ແທນຫຼາຍກວ່າ 200 ຄົນ ເຊິ່ງເປັນການນຳຂະແໜງສາທາລະນະສຸກ, ຜູ້ວາງແຜນນະໂຍບາຍ, ຊ່ຽວຊານ, ນັກຄົ້ນຄວ້າ ແລະ ຜູ້ຕາງໜ້າວິສາຫະກິດຂອງສອງປະເທດ.

ແຜນງານດັ່ງກ່າວຈັດຂຶ້ນໂດຍການປະສານສົມທົບລະຫວ່າງສະຖານທູດຊູແອດປະຈຳຮ່າໂນ້ຍ, Business Sweden ແລະ ສະຖາບັນ Karolinska, ເປັນຂີດໝາຍ 50 ປີແຫ່ງການຮ່ວມມືດ້ານສາທາລະນະສຸກຫວຽດນາມ - ຊູແອດ, ນັບແຕ່ການເລີ່ມກໍ່ສ້າງໂຮງໝໍຫວຽດນາມ - ຊູແອດ ອວງບີ້ ໃນປີ 1976.

ນີ້ຍັງເປັນໂອກາດໃຫ້ສອງປະເທດຊອກຫາໂອກາດຮ່ວມມືໃໝ່ໃນການຄົ້ນຄວ້າທາງການແພດ, ນະວັດຕະກຳ ແລະ ການປັບປຸງລະບົບດູແລສຸຂະພາບໃຫ້ທັນສະໄໝ.

ຫວຽດນາມ - ຊູແອດ ຂະຫຍາຍການຮ່ວມມືດ້ານສາທາລະນະສຸກ
ທ່ານ Marcus Persson, ທີ່ປຶກສາດ້ານການຄ້າ ຄວບຕຳແໜ່ງຜູ້ອຳນວຍການ Business Sweden ປະຈຳຫວຽດນາມ.

ມຸ່ງໄປສູ່ແຜນງານຮ່ວມມືໄລຍະ 2027-2030

ກ່າວຄຳເຫັນໃນການພົບປະເຮັດວຽກກັບຄະນະຜູ້ແທນຊູແອດ, ທ່ານ ດ່າວ ຊວນ ເກີ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ເນັ້ນໜັກວ່າ ການພົວພັນຮ່ວມມືດ້ານສາທາລະນະສຸກລະຫວ່າງສອງປະເທດໄດ້ດຳເນີນມາຫຼາຍກວ່າເຄິ່ງສະຕະວັດ, ນັບແຕ່ການຊ່ວຍເຫຼືອກໍ່ສ້າງໂຮງໝໍ, ການຝຶກອົບຮົມບຸກຄະລາກອນ ຈົນເຖິງການຖ່າຍທອດເຕັກນິກ ແລະ ການພັດທະນາຄວາມຊຳນານສະເພາະດ້ານ.

ໃນສະພາບການທີ່ຫວຽດນາມກຳລັງປະເຊີນກັບບັນດາສິ່ງທ້າທາຍ ເຊັ່ນ ການເພີ່ມຂຶ້ນຂອງປະຊາກອນສູງອາຍຸ, ການເພີ່ມຂຶ້ນຂອງພະຍາດບໍ່ຕິດຕໍ່, ຄວາມກົດດັນດ້ານຄ່າໃຊ້ຈ່າຍໃນການປິ່ນປົວ ແລະ ຄວາມຕ້ອງການຫັນປ່ຽນດິຈິຕອນ, ທ່ານຮອງລັດຖະມົນຕີເຫັນວ່າ ລະບົບສາທາລະນະສຸກທີ່ທັນສະໄໝບໍ່ໄດ້ຖືກປະເມີນພຽງແຕ່ຈຳນວນໂຮງໝໍ ຫຼື ລະດັບຄວາມທັນສະໄໝຂອງອຸປະກອນການແພດເທົ່ານັ້ນ.

ສິ່ງທີ່ສຳຄັນຍິ່ງກວ່າແມ່ນຄວາມສາມາດໃນການຮັບປະກັນໃຫ້ປະຊາຊົນເຂົ້າເຖິງບໍລິການສາທາລະນະສຸກທີ່ປອດໄພ, ມີຄຸນນະພາບ, ເປັນທຳ ແລະ ຍືນຍົງ.

ຈາກບັນດາຄວາມຕ້ອງການຕົວຈິງດັ່ງກ່າວ, ທ່ານ ດ່າວ ຊວນ ເກີ ໄດ້ສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມືໃນການຄົ້ນຄວ້າວິທະຍາສາດ, ການຖ່າຍທອດເຕັກໂນໂລຊີ ແລະ ການນຳໃຊ້ປັນຍາປະດິດເຂົ້າໃນຂະແໜງສາທາລະນະສຸກ; ການປ້ອງກັນ, ຄຸ້ມຄອງພະຍາດບໍ່ຕິດຕໍ່ ແລະ ການດູແລສຸຂະພາບຂອງກຸ່ມປະຊາກອນສະເພາະ.

ບັນດາຂົງເຂດບຸລິມະສິດຍັງລວມມີການພັດທະນາໂຄງລ່າງພື້ນຖານ ແລະ ຂໍ້ມູນສາທາລະນະສຸກດິຈິຕອນ, ການຍົກສູງຄວາມສາມາດໃນການບໍລິຫານໂຮງໝໍ, ຄຸນນະພາບບໍລິການກວດ ແລະ ປິ່ນປົວພະຍາດ ແລະ ການຮັບປະກັນຄວາມປອດໄພຂອງຄົນເຈັບ.

ທ່ານ Johan Ndisi, ເອກອັກຄະລັດຖະທູດຊູແອດປະຈຳຫວຽດນາມ ຕີລາຄາວ່າ ຜົນສຳເລັດຂອງການຮ່ວມມືດ້ານສາທາລະນະສຸກລະຫວ່າງສອງປະເທດບໍ່ພຽງແຕ່ສະແດງອອກຜ່ານບັນດາໂຮງໝໍທີ່ໄດ້ກໍ່ສ້າງເທົ່ານັ້ນ, ແຕ່ຍັງຜ່ານບຸກຄະລາກອນສາທາລະນະສຸກ, ນັກຄົ້ນຄວ້າ ແລະ ຄົນເຈັບຫຼາຍລຸ້ນທີ່ໄດ້ຮັບຜົນປະໂຫຍດ.

ຕາມທ່ານເອກອັກຄະລັດຖະທູດ, ຂີດໝາຍ 50 ປີແຫ່ງການຮ່ວມມືແມ່ນໂອກາດໃຫ້ຫວຽດນາມ ແລະ ຊູແອດ ສືບຕໍ່ຊອກຫາບັນດາວິທີແກ້ໄຂເພື່ອຍົກສູງຄວາມສາມາດໃນການເຂົ້າເຖິງບໍລິການສາທາລະນະສຸກ, ຊຸກຍູ້ນະວັດຕະກຳ ແລະ ພັດທະນາລະບົບດູແລສຸຂະພາບທີ່ຖືເອົາຄົນເຈັບເປັນສູນກາງ.

ບົນພື້ນຖານນັ້ນ, ສອງຝ່າຍໄດ້ສຶກສາການສ້າງແຜນງານຮ່ວມມືດ້ານສາທາລະນະສຸກຫວຽດນາມ - ຊູແອດ ໄລຍະ 2027-2030, ມຸ່ງໄປສູ່ການຫັນຈາກກິດຈະກຳຮ່ວມມືແບບແຍກສ່ວນ ໄປສູ່ກົນໄກປະສານສົມທົບທີ່ມີລັກສະນະຍຸດທະສາດ, ຕໍ່ເນື່ອງ ແລະ ມີຄວາມຮັບຜິດຊອບໃນການຊີ້ແຈງຜົນການດຳເນີນງານ.

ທ່ານຮອງລັດຖະມົນຕີ ດ່າວ ຊວນ ເກີ ເນັ້ນໜັກວ່າ: “ຫວຽດນາມບໍ່ພຽງແຕ່ປາຖະໜາຈະຮັບເອົາເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງມຸ່ງຫວັງຄ່ອຍໆ ກ້າວໄປສູ່ການເປັນເຈົ້າຂອງເຕັກໂນໂລຊີ, ປັບປຸງ ແລະ ປະກອບສ່ວນຄວາມຮູ້ກັບຄືນສູ່ປະຊາຄົມວິທະຍາສາດສາກົນ”.

ເຊື່ອມໂຍງການຄົ້ນຄວ້າ, ເຕັກໂນໂລຊີ ແລະ ການລົງທຶນດ້ານສາທາລະນະສຸກ

ຄຽງຄູ່ກັບການຮ່ວມມືດ້ານວິຊາຊີບ, ການພົວພັນທາງການຄ້າໃນຂະແໜງສາທາລະນະສຸກລະຫວ່າງຫວຽດນາມ ແລະ ຊູແອດ ກໍໄດ້ບັນລຸຫຼາຍຜົນສຳເລັດທີ່ໜ້າສົນໃຈ.

ໃນປີ 2025, ຢາປົວພະຍາດໄດ້ກາຍເປັນກຸ່ມສິນຄ້າສົ່ງອອກທີ່ໃຫຍ່ທີ່ສຸດຂອງຊູແອດໄປຍັງຫວຽດນາມ, ໂດຍມີມູນຄ່າບັນລຸ 1,15 ຕື້ SEK, ເທົ່າກັບປະມານ 114 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 18% ເມື່ອທຽບກັບປີກ່ອນ.

ທ່ານ Marcus Persson, ທີ່ປຶກສາດ້ານການຄ້າ ຄວບຕຳແໜ່ງຜູ້ອຳນວຍການ Business Sweden ປະຈຳຫວຽດນາມ ເຫັນວ່າ ຂະບວນການຫັນປ່ຽນຂອງຂະແໜງສາທາລະນະສຸກຫວຽດນາມກຳລັງສ້າງໂອກາດໃນການປະສານຈຸດແຂງດ້ານເຕັກໂນໂລຊີ ແລະ ປະສົບການນະວັດຕະກຳຂອງຊູແອດ ກັບຄວາມຕ້ອງການຕົວຈິງຂອງຫວຽດນາມ.

ຕາມທ່ານ, ການເພີ່ມທະວີການເຊື່ອມໂຍງລະຫວ່າງວິສາຫະກິດ, ໂຮງໝໍ ແລະ ບັນດາສະຖາບັນຄົ້ນຄວ້າ ຈະປະກອບສ່ວນຍົກສູງຂີດຄວາມສາມາດຂອງລະບົບສາທາລະນະສຸກ, ເລັ່ງລັດການຫັນປ່ຽນດິຈິຕອນ ແລະ ພັດທະນາບັນດາວິທີແກ້ໄຂດ້ານການດູແລສຸຂະພາບທີ່ເໝາະສົມ.

ໃນຂອບເຂດອາທິດສາທາລະນະສຸກ, ວິສາຫະກິດ ແລະ ອົງການຈຳນວນຫຼາຍຂອງຊູແອດໄດ້ເຂົ້າຮ່ວມຊອກຫາໂອກາດຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ.

ໃນນັ້ນມີ AstraZeneca ທີ່ດຳເນີນທຸລະກິດໃນຂະແໜງຢາປົວພະຍາດ; Getinge ສະໜອງອຸປະກອນການແພດ; Diaverum ຊ່ຽວຊານດ້ານການດູແລ ແລະ ປິ່ນປົວພະຍາດໄຂ່ຫຼັງ; Ericsson ພັດທະນາເຕັກໂນໂລຊີການເຊື່ອມຕໍ່ ແລະ ໂຄງລ່າງພື້ນຖານດິຈິຕອນ.

ບັນດາອົງການ EviBody, Surgical Science, Sweco ແລະ Swecare ກໍໄດ້ແນະນຳບັນດາວິທີແກ້ໄຂທີ່ກ່ຽວຂ້ອງກັບສາທາລະນະສຸກດິຈິຕອນ, ການຈຳລອງທາງການແພດ, ການຝຶກອົບຮົມຜ່າຕັດ, ການພັດທະນາໂຄງລ່າງພື້ນຖານ ແລະ ການເຊື່ອມໂຍງການຮ່ວມມືສາກົນ.

ຜ່ານຂໍ້ລິເລີ່ມນະວັດຕະກຳດ້ານສາທາລະນະສຸກຊູແອດ - ຫວຽດນາມ, Business Sweden ກຳລັງຊຸກຍູ້ບັນດາກິດຈະກຳຮ່ວມມືເພື່ອພັດທະນາຂະແໜງສາທາລະນະສຸກ, ໃນນັ້ນມີໂຄງການທົດລອງນະຄອນສາທາລະນະສຸກອັດສະລິຍະບັກນິງ.

ຄຽງຄູ່ກັບພາກວິສາຫະກິດ, ບັນດາມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຍັງສືບຕໍ່ມີບົດບາດສຳຄັນໃນການພົວພັນຮ່ວມມືດ້ານສາທາລະນະສຸກລະຫວ່າງສອງປະເທດ.

ສະຖາບັນ Karolinska, ໜຶ່ງໃນບັນດາສະຖາບັນຝຶກອົບຮົມ ແລະ ຄົ້ນຄວ້າທາງການແພດຊັ້ນນຳຂອງໂລກ, ໄດ້ມີການຮ່ວມມືກັບຫວຽດນາມມາຫຼາຍທົດສະວັດໃນດ້ານການຄົ້ນຄວ້າ, ການຝຶກອົບຮົມ ແລະ ການຍົກສູງຄວາມສາມາດວິຊາຊີບ.

ສາດສະດາຈານ Tobias Alfvén, ຮອງອະທິການບໍດີຮັບຜິດຊອບການຝຶກອົບຮົມນັກສຶກສາລະດັບປະລິນຍາເອກຂອງສະຖາບັນ Karolinska ເຫັນວ່າ ວິທະຍາສາດ, ຂໍ້ມູນ ແລະ ການຮ່ວມມືສາກົນຈະມີບົດບາດສຳຄັນຕໍ່ອະນາຄົດຂອງຂະແໜງສາທາລະນະສຸກ.

ຕາມສາດສະດາຈານ, ອາທິດສາທາລະນະສຸກໄດ້ສ້າງເງື່ອນໄຂໃຫ້ນັກຄົ້ນຄວ້າຫວຽດນາມ ແລະ ຊູແອດ ເພີ່ມທະວີການຮ່ວມມື, ນຳເອົາຜົນການຄົ້ນຄວ້າໄປປະຍຸກໃຊ້ໃນຕົວຈິງ ເພື່ອຮັບໃຊ້ຄົນເຈັບ ແລະ ຊຸມຊົນ.

ໃນຂະນະດຽວກັນ, ທ່ານນາງ Karin Tegmark Wisell, ເອກອັກຄະລັດຖະທູດຊູແອດຮັບຜິດຊອບວຽກງານສາທາລະນະສຸກໂລກ ເນັ້ນໜັກວ່າ ບັນດາສິ່ງທ້າທາຍ ເຊັ່ນ ການດື້ຢາຕ້ານເຊື້ອ, ການເພີ່ມຂຶ້ນຂອງປະຊາກອນສູງອາຍຸ ແລະ ບັນດາຄວາມສ່ຽງດ້ານສາທາລະນະສຸກທີ່ເກີດຂຶ້ນໃໝ່ ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການປະສານສົມທົບ, ພັດທະນາບັນດາວິທີແກ້ໄຂທີ່ມີປະສິດທິຜົນ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງຜົນສຳເລັດຂອງນະວັດຕະກຳໃນການດູແລສຸຂະພາບ.

ໃນໂອກາດນີ້, ສະຖານທູດຊູແອດປະຈຳຮ່າໂນ້ຍ ໄດ້ແນະນຳສິ່ງພິມສອງພາສາ TRACES: In Safe Hands - Trong Vòng Tay Chăm Sóc, ເຊິ່ງບັນທຶກເສັ້ນທາງ 50 ປີແຫ່ງການຮ່ວມມືດ້ານສາທາລະນະສຸກລະຫວ່າງຫວຽດນາມ ແລະ ຊູແອດ.

ເຊື່ອມຕໍ່ວັດທະນະທຳ ຜ່ານສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ ເຊື່ອມຕໍ່ວັດທະນະທຳ ຜ່ານສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ
ຍສໝ - ໃນມື້ວັນທີ 1 ມິຖຸນາ 2026, ສະຖາບັນຮູບເງົາ ຫວຽດນາມ ໄດ້ຮ່ວມມືກັບ ສະຖານເອກອັກຄະລັດຖະທູດ ສະວີເດັນ ປະຈຳ ຫວຽດນາມ ຈັດຕັ້ງພິທີເປີດສາກ “ສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ” ຢູ່ທີ່ໂຮງຮູບເງົາ ຫງອກແຄ໋ງ (Ngoc Khanh) - ສັງກັດສະຖາບັນຮູບເງົາ ຫວຽດນາມ.
ສ້າງຕັ້ງສະໂມສອນຄູສອນພາສາຫວຽດນາມຢູ່ຊູແອດ ສ້າງຕັ້ງສະໂມສອນຄູສອນພາສາຫວຽດນາມຢູ່ຊູແອດ
ຍສໝ - ສະຖານທູດຫວຽດນາມປະຈຳຊູແອດ ໄດ້ຈັດພິທີເປີດຕົວສະໂມສອນຄູສອນພາສາຫວຽດນາມ, ເພື່ອສ້າງພື້ນທີ່ເຊື່ອມໂຍງເພີ່ມເຕີມໃຫ້ແກ່ຜູ້ທີ່ມີສ່ວນຮ່ວມໃນການສິດສອນ ແລະ ອະນຸລັກພາສາແມ່ພາຍໃນຊຸມຊົນຊາວຫວຽດນາມຢູ່ທີ່ນີ້.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ