ຫວຽດນາມ ຊຸກຍູ້ການຮ່ວມມືດ້ານແຮງງານກັບເກຣັກ

15:31 | 24/09/2026

ຍສໝ - ວັນທີ 23/9 ຢູ່ Athens, ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດຫວຽດນາມປະຈຳເກຣັກ ພ້ອມດ້ວຍເອກອັກຄະລັດຖະທູດບັນດາປະເທດ ASEAN ລວມມີ ໄທ, ຟີລິບປິນ ແລະ ອິນໂດເນເຊຍ ໄດ້ເຮັດວຽກກັບທ່ານນາງ Niki Kerameus, ລັດຖະມົນຕີແຮງງານເກຣັກ, ແລກປ່ຽນກ່ຽວກັບຄວາມຕ້ອງການຮັບແຮງງານ ແລະ ແງ່ຫວັງໃນການເພີ່ມທະວີການຮ່ວມມືໃນຂົງເຂດນີ້.

ຂະບວນການ 500 ວັນ-ຄືນ ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນໄດ້ 2.803 ຊຸດ ຫວຽດນາມ - ລາວ ເຮັດໃຫ້ການຮ່ວມມືດ້ານແຮງງານ ແລະ ການຈ້າງງານເລິກເຊິ່ງຍິ່ງຂຶ້ນ
ຫວຽດນາມ ຊຸກຍູ້ການຮ່ວມມືດ້ານແຮງງານກັບເກຣັກ
ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດຫວຽດນາມປະຈຳເກຣັກ ພ້ອມດ້ວຍເອກອັກຄະລັດຖະທູດໄທ, ຟີລິບປິນ ແລະ ອິນໂດເນເຊຍ ໄດ້ເຮັດວຽກກັບທ່ານນາງ Niki Kerameus, ລັດຖະມົນຕີແຮງງານເກຣັກ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານແຮງງານ.

ທີ່ການພົບປະ, ທ່ານນາງ Niki Kerameus, ລັດຖະມົນຕີ ໃຫ້ຮູ້ວ່າ ປັດຈຸບັນ ອັດຕາການຫວ່າງງານຢູ່ເກຣັກ ຢູ່ໃນລະດັບປະມານ 8%, ຕ່ຳສຸດໃນຮອບໜຶ່ງທົດສະວັດຜ່ານມາ.

ພາຍຫຼັງວິກິດການການເງິນໃນປີ 2009, ລັດຖະບານເກຣັກ ໄດ້ຕັດຫຼຸດປະມານ 30% ຂອງກຳລັງແຮງງານໃນກົງຈັກລັດ. ຄຽງຄູ່ກັບຂະບວນການຟື້ນຟູ ແລະ ພັດທະນາເສດຖະກິດ, ເກຣັກ ພວມຜັນຂະຫຍາຍບັນດານະໂຍບາຍນຳແຮງງານຈຳນວນໜຶ່ງທີ່ເຄີຍຫວ່າງງານ ກັບຄືນເຂົ້າສູ່ຕະຫຼາດແຮງງານ ຜ່ານບັນດາໂຄງການບຳລຸງ, ຝຶກອົບຮົມ ແລະ ປັບປຸງຄວາມຮູ້.

ຕາມທ່ານນາງ Niki Kerameus ແລ້ວ, ຄວາມຕ້ອງການຝຶກອົບຮົມແຮງງານຄືນໃໝ່ ນັບມື້ນັບກາຍເປັນສິ່ງຈຳເປັນ ຕໍ່ໜ້າບັນດາການປ່ຽນແປງຂອງເຕັກໂນໂລຊີດິຈິຕອນ, ການເພີ່ມຂຶ້ນຂອງຮູບແບບເຮັດວຽກອອນລາຍ ແລະ ການແຂ່ງຂັນຈາກປັນຍາປະດິດ.

ຄຽງຄູ່ກັບແຫຼ່ງຊັບພະຍາກອນມະນຸດພາຍໃນປະເທດ, ເກຣັກ ຍັງມີຄວາມຕ້ອງການຮັບສະໝັກແຮງງານຕ່າງປະເທດ, ໂດຍສະເພາະ ແຮງງານທີ່ມີລະດັບຄວາມຮູ້ ແລະ ຝີມືສູງ, ໃນນັ້ນ ມີແຮງງານຈາກບັນດາປະເທດ ASEAN.

ທ່ານນາງ Niki Kerameus, ລັດຖະມົນຕີແຮງງານເກຣັກ ໃຫ້ຮູ້ວ່າ ເຖິງວ່າກະຊວງແຮງງານບໍ່ແມ່ນອົງການທີ່ເຂົ້າຮ່ວມໂດຍກົງໃນການເຈລະຈາ ແລະ ລົງນາມບັນດາຂໍ້ຕົກລົງຮ່ວມມືດ້ານແຮງງານກັບບັນດາປະເທດ, ແຕ່ກະຊວງຈະປະສານງານກັບບັນດາກະຊວງ, ຂະແໜງການ ໃນການສ້າງ ແລະ ຜັນຂະຫຍາຍນະໂຍບາຍສະຫວັດດີການສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ, ໃນນັ້ນ ມີແຮງງານຕ່າງປະເທດທີ່ເຮັດວຽກຢູ່ເກຣັກ.

ກ່າວຄຳປາໄສທີ່ການພົບປະ, ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດຫວຽດນາມປະຈຳເກຣັກ ໃຫ້ຮູ້ວ່າ ປັດຈຸບັນ ມີແຮງງານຫວຽດນາມປະມານ 1.700 ຄົນ ພວມເຮັດວຽກຢູ່ເກຣັກ.

ໃນບັນດາການພົບປະລະຫວ່າງການນຳຫຼັກແຫຼ່ງ ແລະ ການນຳຂັ້ນສູງຂອງສອງປະເທດ, ຫຼ້າສຸດແມ່ນການພົບປະລະຫວ່າງນາຍົກລັດຖະມົນຕີສອງປະເທດ ຢູ່ນອກຂອບເຂດກອງປະຊຸມມະຫາສະໝຸດສະຫະປະຊາຊາດ ເດືອນ 6/2025 ທີ່ Nice, ຝຣັ່ງ ແລະ ການຢ້ຽມຢາມຫວຽດນາມ ໃນເດືອນ 7/2026 ຂອງລັດຖະມົນຕີການຕ່າງປະເທດເກຣັກ, ສອງຝ່າຍລ້ວນແຕ່ໄດ້ສະແດງຄວາມປາຖະໜາ ຢາກຊຸກຍູ້ການຮ່ວມມືດ້ານແຮງງານ.

ປັດຈຸບັນ, ສະຖານທູດຫວຽດນາມປະຈຳເກຣັກ ພວມເປັນຂົວເຊື່ອມ ຊຸກຍູ້ການເຈລະຈາ ເພື່ອກ້າວໄປສູ່ການລົງນາມຂໍ້ຕົກລົງຮ່ວມມືດ້ານແຮງງານລະຫວ່າງສອງປະເທດ.

ຄາດວ່າ ໃນປີ 2027, ອົງການທີ່ມີໜ້າທີ່ຂອງຫວຽດນາມ ຈະເດີນທາງໄປເກຣັກ ເພື່ອແລກປ່ຽນໂດຍກົງກັບບັນດາກະຊວງ, ຂະແໜງການ ແລະ ຄູ່ຮ່ວມຢູ່ທ້ອງຖິ່ນ ແນໃສ່ຊຸກຍູ້ການຮ່ວມມືດ້ານແຮງງານສອງຝ່າຍ.

ທ່ານນາງ Niki Kerameus, ລັດຖະມົນຕີ ໄດ້ສະແດງຄວາມປາຖະໜາ ໃຫ້ເກຣັກຮັບແຮງງານຈາກບັນດາປະເທດ ASEAN ເພີ່ມຕື່ມ, ໃນນັ້ນ ມີຫວຽດນາມ, ພ້ອມທັງຢືນຢັນວ່າ ພ້ອມແລກປ່ຽນ ແລະ ຮ່ວມມືດ້ານແຮງງານ ແລະ ບັນດາບັນຫາສັງຄົມ.

ຂະບວນການ 500 ວັນ-ຄືນ ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນໄດ້ 2.803 ຊຸດ ຂະບວນການ 500 ວັນ-ຄືນ ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນໄດ້ 2.803 ຊຸດ
ຍສໝ - ຮອດວັນທີ 23/9/2026, ບັນດາກຳລັງທີ່ເຂົ້າຮ່ວມຂະບວນການ 500 ວັນ-ຄືນ ໄດ້ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນ 2.803 ຊຸດ ຢູ່ພາຍໃນປະເທດ, ລາວ ແລະ ກຳປູເຈຍ; ພ້ອມທັງເກັບຕົວຢ່າງຢູ່ຫຼຸມຝັງສົບວິລະຊົນ 199.908 ຫຼຸມ, ບັນລຸ 94,78% ຂອງຄວາມຄືບໜ້າ.
ຫວຽດນາມ - ລາວ ເຮັດໃຫ້ການຮ່ວມມືດ້ານແຮງງານ ແລະ ການຈ້າງງານເລິກເຊິ່ງຍິ່ງຂຶ້ນ ຫວຽດນາມ - ລາວ ເຮັດໃຫ້ການຮ່ວມມືດ້ານແຮງງານ ແລະ ການຈ້າງງານເລິກເຊິ່ງຍິ່ງຂຶ້ນ
ຍສໝ - ວັນທີ 23/9 ຢູ່ຮ່າໂນ້ຍ, ກະຊວງພາຍໃນຫວຽດນາມ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໄດ້ແລກປ່ຽນປະສົບການດ້ານການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ, ຄວາມປອດໄພແຮງງານ, ການປະຕິຮູບຂັ້ນຕອນບໍລິຫານ ແລະ ການຫັນຂໍ້ມູນເປັນດິຈິຕອນ, ມຸ່ງໄປສູ່ການນຳການຮ່ວມມືໃນຂົງເຂດແຮງງານ - ການຈ້າງງານ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ