ວັນຊາດຫວຽດນາມຢູ່ Sydney: ຂີດໝາຍ 81 ປີແຫ່ງການພັດທະນາ ແລະ ການພົວພັນ ຫວຽດນາມ - ອົດສະຕາລີ

09:44 | 28/08/2026

ຍສໝ - ຫວ່າງມໍ່ໆມານີ້, ຢູ່ອາຄານລັດຖະສະພາລັດ New South Wales (ອົດສະຕາລີ), ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Sydney ໄດ້ຈັດພິທີລະນຶກ 81 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026), ໂດຍເນັ້ນໜັກບັນດາຜົນສຳເລັດໃນພາລະກິດປ່ຽນໃໝ່ຂອງຫວຽດນາມ ແລະ ແງ່ຫວັງການຮ່ວມມືລະຫວ່າງສອງປະເທດ.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ໃຫ້ສົມຄູ່ກັບສາຍພົວພັນ ຫວຽດນາມ - ອົດສະຕາລີ ຫວຽດນາມ - ອົດສະຕາລີ ເພີ່ມທະວີການຮ່ວມມືລັດຖະສະພາ

ເຂົ້າຮ່ວມພິທີມີ ທ່ານ Ben Franklin, ປະທານສະພາສູງລັດ New South Wales; ທ່ານ ຟ້າມຮຸ່ງເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳອົດສະຕາລີ; ຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ຫົວໜ້າບັນດາອົງການກົງສຸນ, ສະມາຊິກຄະນະການທູດປະຈຳ Sydney; ພ້ອມດ້ວຍຊາວຫວຽດນາມຈຳນວນຫຼາຍຢູ່ອົດສະຕາລີ ແລະ ເພື່ອນມິດສາກົນ.

ກ່າວຄຳເຫັນເປີດພິທີ, ທ່ານ ຫງວຽນແທງຕຸ່ງ, ກົງສຸນໃຫຍ່ຫວຽດນາມ ຮັບຜິດຊອບບັນດາລັດ New South Wales, Queensland ແລະ ອົດສະຕາລີໃຕ້ ໄດ້ທົບທວນຄືນໄລຍະທາງ 81 ປີແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ. ທ່ານໃຫ້ຮູ້ວ່າ ພາຍຫຼັງ 40 ປີແຫ່ງພາລະກິດປ່ຽນໃໝ່, ຫວຽດນາມໄດ້ກ້າວຂຶ້ນເປັນປະເທດທີ່ມີສັນຕິພາບ ແລະ ຫ້າວຫັນ. ຜົນສຳເລັດນີ້ມີການປະກອບສ່ວນຈາກມິດຕະພາບ ແລະ ການຮ່ວມມືກັບປະຊາຄົມສາກົນ, ໃນນັ້ນ ອົດສະຕາລີແມ່ນຄູ່ຮ່ວມມື ແລະ ເພື່ອນມິດທີ່ສຳຄັນ.

ຫວຽດນາມ ແລະ ອົດສະຕາລີ ໄດ້ສ້າງຕັ້ງການພົວພັນການທູດໃນປີ 1973, ຫຼັງຈາກນັ້ນ ໄດ້ສືບຕໍ່ເປີດກວ້າງການຮ່ວມມື ແລະ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນເດືອນມີນາ 2024.

ວັນຊາດຫວຽດນາມຢູ່ Sydney: ຂີດໝາຍ 81 ປີແຫ່ງການພັດທະນາ ແລະ ການພົວພັນ ຫວຽດນາມ - ອົດສະຕາລີ
ທ່ານ ຫງວຽນແທງຕຸ່ງ, ກົງສຸນໃຫຍ່ຫວຽດນາມ ຮັບຜິດຊອບບັນດາລັດ New South Wales, Queensland ແລະ ອົດສະຕາລີໃຕ້.

ທ່ານ ຫງວຽນແທງຕຸ່ງ ເນັ້ນໜັກວ່າ ການຢ້ຽມຢາມຂັ້ນລັດຢູ່ອົດສະຕາລີຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ພັກ, ປະທານປະເທດ ແຕ່ວັນທີ 9-12 ສິງຫາຜ່ານມາ ໄດ້ສະທ້ອນເຖິງລະດັບຄວາມໄວ້ວາງໃຈທາງການເມືອງທີ່ນັບມື້ນັບສູງຂຶ້ນລະຫວ່າງສອງປະເທດ, ພ້ອມທັງສ້າງແຮງຊຸກຍູ້ເພີ່ມເຕີມໃຫ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ປ້ອງກັນຊາດ - ຄວາມໝັ້ນຄົງ, ການສຶກສາ, ພະລັງງານ, ແຮ່ທາດ, ວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ.

ຕາມກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ, ໃນປີ 2025, ຍອດມູນຄ່າການຄ້າສິນຄ້າ ແລະ ການບໍລິການສອງຝ່າຍບັນລຸປະມານ 30 ຕື້ AUD, ເທົ່າກັບ 21,5 ຕື້ USD; ຍອດມູນຄ່າການລົງທຶນສອງຝ່າຍບັນລຸປະມານ 2 ຕື້ AUD.

ທ່ານ ຫງວຽນແທງຕຸ່ງ ເຫັນວ່າ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ພວມກາຍເປັນເສົາຄ້ຳໃໝ່ໃນການພົວພັນສອງຝ່າຍ, ໃນຂະນະທີ່ການສຶກສາ ແລະ ການແລກປ່ຽນປະຊາຊົນ ສືບຕໍ່ເປັນພື້ນຖານທີ່ຍືນຍົງ. ໃນປີ 2025, ມີນັກສຶກສາຫວຽດນາມຫຼາຍກວ່າ 36.000 ຄົນ ສຶກສາຢູ່ອົດສະຕາລີ; ມາຮອດປັດຈຸບັນ, ມີຊາວຫວຽດນາມຫຼາຍກວ່າ 160.000 ຄົນ ເຄີຍສຶກສາຢູ່ບັນດາສະຖາບັນການສຶກສາຂອງອົດສະຕາລີ.

ການແລກປ່ຽນດ້ານການທ່ອງທ່ຽວລະຫວ່າງສອງປະເທດກໍພັດທະນາໄປໃນທິດທາງທີ່ດີ. ໃນປີ 2025, ມີນັກທ່ອງທ່ຽວອົດສະຕາລີເກືອບ 550.000 ເທື່ອຄົນ ເດີນທາງມາຫວຽດນາມ ແລະ ນັກທ່ອງທ່ຽວຫວຽດນາມປະມານ 200.000 ເທື່ອຄົນ ເດີນທາງໄປອົດສະຕາລີ.

ທີ່ພິທີລະນຶກ, ທ່ານ Ben Franklin, ປະທານສະພາສູງລັດ New South Wales ໄດ້ເລົ່າເລື່ອງຫວຽດນາມສະໄໝໃໝ່ຜ່ານສາມຮູບພາບຄື: ຄຸໃສ່ນ້ຳກ້ອນ, ຂົວ ແລະ ເຮືອບິນບໍ່ມີຄົນຂັບ.

ທ່ານ Ben Franklin ໄດ້ເລົ່າຄືນເລື່ອງຂອງຄອບຄົວຫວຽດນາມຄອບຄົວໜຶ່ງໃນປີ 1984, ເມື່ອຄຸທຳມະດາໜ່ວຍໜຶ່ງທີ່ສົ່ງຈາກຕ່າງປະເທດກັບມາ ຍັງມີມູນຄ່າພຽງພໍທີ່ຈະເປັນຫຼັກປະກັນໃຫ້ແກ່ຊີວິດການເປັນຢູ່. ສອງປີຕໍ່ມາ, ຫວຽດນາມໄດ້ເລີ່ມຕົ້ນພາລະກິດປ່ຽນໃໝ່. ຕາມທ່ານແລ້ວ, ພາລະກິດປ່ຽນໃໝ່ບໍ່ພຽງແຕ່ປ່ຽນແປງເສດຖະກິດເທົ່ານັ້ນ ແຕ່ຍັງປ່ຽນແປງວິທີທີ່ຊາວຫວຽດນາມຈິນຕະນາການເຖິງອະນາຄົດ.

ຮູບພາບທີສອງແມ່ນຂົວໝີ້ຖ້ວນ, ໂຄງການທີ່ເຄີຍເປັນໂຄງການຊ່ວຍເຫຼືອດ້ານການພັດທະນາທີ່ໃຫຍ່ທີ່ສຸດຂອງອົດສະຕາລີຢູ່ຫວຽດນາມ. ຂົວແຫ່ງນີ້ໄດ້ເປີດນຳໃຊ້ໃນປີ 2000, ໂດຍມີຊາວຫວຽດນາມປະມານ 1.500 ຄົນ ເຂົ້າຮ່ວມການວາງແຜນ ແລະ ກໍ່ສ້າງ; ພ້ອມທັງສ້າງໂອກາດໃຫ້ວິສະວະກອນຫວຽດນາມຫຼາຍຄົນໄດ້ຮັບການຝຶກອົບຮົມສະເພາະດ້ານ.

ວັນຊາດຫວຽດນາມຢູ່ Sydney: ຂີດໝາຍ 81 ປີແຫ່ງການພັດທະນາ ແລະ ການພົວພັນ ຫວຽດນາມ - ອົດສະຕາລີ
ພະນັກງານສະຖານທູດຫວຽດນາມປະຈຳອົດສະຕາລີ ແລະ ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Sydney ຖ່າຍຮູບທີ່ລະນຶກໃນພິທີລະນຶກ.

ທ່ານປະທານສະພາສູງລັດ New South Wales ເຫັນວ່າ ຄຸນຄ່າທີ່ສຳຄັນທີ່ສຸດຂອງຂົວບໍ່ພຽງແຕ່ຢູ່ທີ່ຄອນກຣີດ ຫຼື ໂຄງສ້າງທາງເຕັກນິກ, ແຕ່ຍັງຢູ່ທີ່ບັນດາໂອກາດທີ່ເປີດອອກເມື່ອຜູ້ຄົນສາມາດຂ້າມຜ່ານຂົວ. ຂົວໝີ້ຖ້ວນໄດ້ເຊື່ອມຕໍ່ບັນດາຊຸມຊົນ, ສ້າງຄວາມສະດວກໃຫ້ການຂົນສົ່ງສິນຄ້າ, ການເຂົ້າເຖິງການສຶກສາ, ການແພດ ແລະ ເປີດທິດທາງການພັດທະນາໃໝ່. ໂຄງການນີ້ຍັງກາຍເປັນໜຶ່ງໃນສັນຍາລັກຍຸກຕົ້ນຂອງການຮ່ວມມື ແລະ ຄວາມໄວ້ວາງໃຈລະຫວ່າງຫວຽດນາມ ແລະ ອົດສະຕາລີ.

ຮູບພາບທີສາມແມ່ນບັນດາເຮືອບິນບໍ່ມີຄົນຂັບທີ່ພວມຖືກທົດລອງຢູ່ຫວຽດນາມ ເພື່ອຂົນສົ່ງເລືອດ, ຕົວຢ່າງກວດວິເຄາະ, ຢາ ແລະ ອຸປະກອນການແພດ. ຈາກຄຸທີ່ເຄີຍເປັນຊັບສິນອັນມີຄ່າຂອງຄອບຄົວໜຶ່ງ, ຜ່ານຂົວທີ່ເຊື່ອມຕໍ່ບັນດາເຂດແຄວ້ນ ຈົນເຖິງເຕັກໂນໂລຊີໃໝ່ທີ່ຮັບໃຊ້ວຽກງານການແພດ, ທ່ານ Ben Franklin ເຫັນວ່າ ສາມຮູບພາບນີ້ສະທ້ອນເຖິງເສັ້ນທາງຂອງບັນດາຄວາມເປັນໄປໄດ້ໃໝ່ ແລະ ຄວາມປາດຖະໜາທີ່ຈະປ່ຽນແປງຢ່າງບໍ່ຢຸດຢັ້ງຂອງຊາວຫວຽດນາມ.

ເມື່ອກ່າວເຖິງງານວາງສະແດງ “ປ່ຽນໃໝ່ - ເສັ້ນທາງແຫ່ງຄວາມຝັນ” ທີ່ຈັດໂດຍຫໍພິພິທະພັນປະຫວັດສາດແຫ່ງຊາດຫວຽດນາມ, ທ່ານ Ben Franklin ເຫັນວ່າ ມາດຕະຖານວັດແທກຄວາມກ້າວໜ້າຂອງປະເທດໜຶ່ງ ບໍ່ພຽງແຕ່ແມ່ນບັນດາຜົນສຳເລັດທີ່ບັນລຸໄດ້, ແຕ່ຍັງຢູ່ທີ່ສິ່ງທີ່ປະຊາຊົນເຊື່ອວ່າພວກເຂົາສາມາດເຮັດໄດ້. ທ່ານຢືນຢັນວ່າ ຊາວອົດສະຕາລີສາມາດພາກພູມໃຈທີ່ສອງປະເທດໄດ້ຮ່ວມກັນກ້າວຜ່ານສ່ວນໜຶ່ງຂອງເສັ້ນທາງນັ້ນ.

ຈາກການພົວພັນທີ່ເຄີຍຜູກພັນກັບການກໍ່ສ້າງຂົວໝີ້ຖ້ວນ, ຫວຽດນາມ ແລະ ອົດສະຕາລີ ໄດ້ພັດທະນາຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ດ້ວຍເຄືອຂ່າຍການຮ່ວມມືທີ່ກວມເອົາຕັ້ງແຕ່ການສຶກສາ, ການຄ້າ ຈົນເຖິງຄວາມໝັ້ນຄົງ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.

ຕາມທ່ານ Ben Franklin, ພື້ນຖານຂອງບັນດາສາຍພົວພັນນີ້ແມ່ນການພົວພັນລະຫວ່າງປະຊາຊົນກັບປະຊາຊົນ, ໃນນັ້ນ ປະຊາຄົມຊາວອົດສະຕາລີເຊື້ອສາຍຫວຽດນາມຢູ່ລັດ New South Wales ມີບົດບາດພິເສດ. ທ່ານ ຫງວຽນແທງຕຸ່ງ, ກົງສຸນໃຫຍ່ ກໍຕີລາຄາວ່າ ປະຊາຄົມຊາວຫວຽດນາມຢູ່ອົດສະຕາລີ ແມ່ນໜຶ່ງໃນຊັບສິນອັນລ້ຳຄ່າຂອງການພົວພັນສອງຝ່າຍ.

ຜ່ານຫຼາຍລຸ້ນຄົນ, ຊາວຫວຽດນາມນັບມື້ນັບເຊື່ອມໂຍງເຂົ້າກັບສັງຄົມອົດສະຕາລີຢ່າງເລິກເຊິ່ງ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າໃນຂົງເຂດວິທະຍາສາດ, ການສຶກສາ, ການແພດ, ທຸລະກິດ, ການເງິນ ແລະ ວັດທະນະທຳ. ບັນດາປັນຍາຊົນ, ຊ່ຽວຊານ ແລະ ນັກທຸລະກິດຊາວຫວຽດນາມ ສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມໃນການຄົ້ນຄວ້າ, ຖ່າຍທອດຄວາມຮູ້, ເຕັກໂນໂລຊີ, ການລົງທຶນ ແລະ ການຄ້າລະຫວ່າງສອງປະເທດ.

ເຂົ້າຮ່ວມພິທີລະນຶກ, ທ່ານ ຟ້າມບ໋າວແຄ໋ງລິງ, ຊ່າງສິລະປະ bonsai, ຊາວຫວຽດນາມທີ່ພວມດຳລົງຊີວິດຢູ່ Sydney ໃຫ້ຮູ້ວ່າ ບັນດາຮູບພາບ ແລະ ເລື່ອງລາວກ່ຽວກັບຂະບວນການພັດທະນາຂອງຫວຽດນາມ ເຮັດໃຫ້ທ່ານຮູ້ສຶກຊາບຊຶ້ງ ແລະ ພາກພູມໃຈຕໍ່ບ້ານເກີດເມືອງນອນ.

ທ່ານນາງ Iris ເຈີນຫງວຽນ, ຮອງປະທານສະພາທຸລະກິດອົດສະຕາລີ - ຫວຽດນາມ ສະແດງຄວາມຊື່ນຊົມຕໍ່ບັນດາບາດກ້າວພັດທະນາໃໝ່ໃນການພົວພັນສອງປະເທດ, ໂດຍສະເພາະພາຍຫຼັງການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ພັກ, ປະທານປະເທດ. ຕາມທ່ານນາງ, ການພົວພັນທາງການເມືອງທີ່ນັບມື້ນັບແໜ້ນແຟ້ນ ຈະສ້າງເງື່ອນໄຂອັນສະດວກຍິ່ງຂຶ້ນໃຫ້ແກ່ການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່ວິສາຫະກິດ.

ຂະນະດຽວກັນ, ທ່ານນາງ Ivy ຟູງງວຽນເຮືອງ, ຜູ້ນຳຫ້ອງການກົດໝາຍ Sunrise Legal Associate ໄດ້ແບ່ງປັນຄວາມພາກພູມໃຈເມື່ອໄດ້ເຂົ້າຮ່ວມພິທີວັນຊາດຫວຽດນາມຢູ່ Sydney. ເຖິງວ່າໄດ້ດຳລົງຊີວິດຢູ່ອົດສະຕາລີມາຫຼາຍປີແລ້ວ, ທ່ານນາງຢືນຢັນວ່າ ຫວຽດນາມຍັງຄົງເປັນບ້ານເກີດເມືອງນອນສະເໝີ ແລະ ຄາດຫວັງວ່າ ການພົວພັນຫວຽດນາມ - ອົດສະຕາລີ ຈະນັບມື້ນັບແໜ້ນແຟ້ນ, ກາຍເປັນສາຍໃຍເຊື່ອມໂຍງຊາວຫວຽດນາມລຸ້ນຕ່າງໆທີ່ເກີດ ແລະ ເຕີບໃຫຍ່ຢູ່ອົດສະຕາລີກັບຮາກເຫງົ້າຂອງຕົນ.

ຫວຽດນາມ - ອົດສະຕາລີ ຂະຫຍາຍການຮ່ວມມືດ້ານສື່ມວນຊົນ ແລະ ການຄ້າດິຈິຕອນ ຫວຽດນາມ - ອົດສະຕາລີ ຂະຫຍາຍການຮ່ວມມືດ້ານສື່ມວນຊົນ ແລະ ການຄ້າດິຈິຕອນ
ຍສໝ - ຕອນບ່າຍວັນທີ 11 ສິງຫາ ທີ່ Canberra (ອົດສະຕາລີ), ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຮັດວຽກກັບ ທ່ານ Matt Thistlethwaite, ລັດຖະມົນຕີຮ່ວມວ່າການກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ, ແລກປ່ຽນບັນດາມາດຕະການເພື່ອຂະຫຍາຍການຮ່ວມມືດ້ານສື່ມວນຊົນ, ການສື່ສານ, ການຄ້າດິຈິຕອນ, ຄວາມປອດໄພທາງໄຊເບີ, ການສຶກສາ ແລະ ການແລກປ່ຽນປະຊາຊົນ.
ຫວຽດນາມ - ອົດສະຕາລີ ຍົກລະດັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ຫວຽດນາມ - ອົດສະຕາລີ ຍົກລະດັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ
ຍສໝ - ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໂດຍມີຄວາມຮຽກຮ້ອງໃຫ້ຫັນຈາກບັນດາໂຄງການຮ່ວມມືແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດການຄົ້ນຄວ້າຮ່ວມ, ຈາກການຖ່າຍທອດເຕັກໂນໂລຊີ ໄປສູ່ການຮ່ວມຄົ້ນຄວ້າ, ຮ່ວມພັດທະນາ ແລະ ນຳຜົນການຄົ້ນຄວ້າໄປສູ່ການຄ້າ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ