ຫວຽດນາມ - ການາດາ ມຸ່ງຂະຫຍາຍການຮ່ວມມືສູ່ລະດັບໃໝ່

20:58 | 19/06/2026

ຍສໝ - ຕອນບ່າຍວັນທີ 18 ມິຖຸນາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານ ເຈິ່ນ ແທັງ ເໝີນ, ປະທານສະພາແຫ່ງຊາດຫວຽດນາມ, ໄດ້ຕ້ອນຮັບທ່ານ Jim Nickel, ເອກອັກຄະລັດຖະທູດການາດາປະຈຳຫວຽດນາມ, ໃນໂອກາດທີ່ທ່ານເລີ່ມປະຕິບັດໜ້າທີ່ທາງການທູດ. ການພົບປະໄດ້ເນັ້ນໃສ່ການເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ສອງປະເທດມີທ່າແຮງ ແລະ ຜົນປະໂຫຍດຮ່ວມກັນ, ພ້ອມທັງສົ່ງເສີມສາຍພົວພັນທາງລັດຖະສະພາໃຫ້ເລິກເຊິ່ງຍິ່ງຂຶ້ນ.

ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ
ຫວຽດນາມ - ລັດເຊຍ ຂະຫຍາຍອະວະກາດແຫ່ງການຮ່ວມມືດ້ານເສດຖະກິດ

ໃນບັນຍາກາດການຕ້ອນຮັບອັນສະໜິດສະໜົມ, ທ່ານ ເຈິ່ນ ແທັງ ເໝີນ ໄດ້ຝາກຄຳທັກທາຍ ແລະ ຄວາມປາດຖະໜາດີຜ່ານທ່ານ Jim Nickel ໄປຍັງທ່ານນາງຜູ້ວ່າການການາດາ, ປະທານສະພາຕ່ຳ, ປະທານສະພາສູງ ແລະ ປະຊາຊົນການາດາ. ພ້ອມກັນນັ້ນ, ທ່ານໄດ້ສະແດງການຕີລາຄາສູງຕໍ່ຄວາມພະຍາຍາມຂອງທ່ານເອກອັກຄະລັດຖະທູດໃນການສົ່ງເສີມສາຍພົວພັນຫວຽດນາມ - ການາດາ.

ທ່ານປະທານສະພາແຫ່ງຊາດເຫັນວ່າ ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ການາດາ ໄດ້ມີບາດກ້າວພັດທະນາຢ່າງແຂງແຮງໃນໄລຍະຜ່ານມາ. ການຢ້ຽມຢາມ ແລະ ພົບປະລະດັບສູງ ຕະຫຼອດຮອດການແລກປ່ຽນຜ່ານຫຼາຍຊ່ອງທາງ ແລະ ຫຼາຍລະດັບ ໄດ້ດຳເນີນໄປຢ່າງມີປະສິດທິຜົນ, ຊ່ວຍເສີມສ້າງຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈລະຫວ່າງສອງຝ່າຍ.

ຜົນສຳເລັດດັ່ງກ່າວຍັງສະທ້ອນຜ່ານການຂະຫຍາຍຕົວທາງເສດຖະກິດ. ໃນປີ 2025, ມູນຄ່າການຄ້າສອງຝ່າຍບັນລຸ 8,6 ຕື້ໂດລາສະຫະລັດ, ສະແດງໃຫ້ເຫັນເຖິງບົດບາດຂອງສອງປະເທດໃນຖານະຄູ່ຄ້າສຳຄັນຂອງກັນແລະກັນ. ນອກຈາກການຄ້າແລ້ວ, ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ການສຶກສາ ແລະ ການຝຶກອົບຮົມ ກໍມີທິດທາງພັດທະນາທີ່ດີ.

ພິເສດ, ສາຍພົວພັນລະຫວ່າງອົງການນິຕິບັນຍັດຂອງຫວຽດນາມ ແລະ ການາດາ ໄດ້ຮັບການໃຫ້ຄວາມສຳຄັນຢ່າງຕໍ່ເນື່ອງ. ການສ້າງຕັ້ງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບຢູ່ທັງສອງປະເທດ ເປັນໜຶ່ງໃນໝາກຜົນທີ່ເປັນຮູບປະທຳຂອງການຮ່ວມມືຜ່ານຊ່ອງທາງນີ້.

ເປີດກວ້າງຂົງເຂດຮ່ວມມື ບົນພື້ນຖານຜົນປະໂຫຍດຮ່ວມກັນ

ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່
ທ່ານປະທານສະພາແຫ່ງຊາດ ເເຈິ່ນແທັງເໝີນ ຕ້ອນຮັບທ່ານ Jim Nickel, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ. ພາບ: ຢວານເຕີ໋ນ/TTXVN.

ໂດຍຢືນຢັນວ່າການາດາເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງຫວຽດນາມ, ທ່ານ ເຈິ່ນ ແທັງ ເໝີນ ໄດ້ຊີ້ໃຫ້ເຫັນວ່າ ສອງປະເທດມີຫຼາຍເປົ້າໝາຍ ແລະ ຜົນປະໂຫຍດທີ່ສອດຄ່ອງກັນ, ໂດຍສະເພາະການຮັກສາສັນຕິພາບ, ສະຖຽນລະພາບ, ລະບຽບສາກົນທີ່ອີງໃສ່ກົດໝາຍ, ການຫຼາກຫຼາຍຄວາມສຳພັນ ແລະ ການສົ່ງເສີມລັດທິພະຫຸພາຄີ.

ພ້ອມກັນນັ້ນ, ສອງຝ່າຍຍັງມີທ່າແຮງອັນໃຫຍ່ຫຼວງທີ່ສາມາດຂະຫຍາຍການຮ່ວມມືໄດ້ໃນຂົງເຂດພະລັງງານ, ການເຕີບໂຕສີຂຽວ, ນະວັດຕະກຳ ແລະ ເຕັກໂນໂລຊີຂັ້ນສູງ.

ຕາມທ່ານປະທານສະພາແຫ່ງຊາດແລ້ວ, ການນຳໃຊ້ບັນດາຂໍ້ໄດ້ປຽບຈາກຂອບເຂດຄູ່ຮ່ວມມືຮອບດ້ານ ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເຕັມທີ່ ຈະຊ່ວຍໃຫ້ຫວຽດນາມ ແລະ ການາດາ ເປີດກວ້າງພື້ນທີ່ຮ່ວມມືໃໝ່ໆ, ນຳພາສາຍພົວພັນທະວິພາຄີໃຫ້ກ້າວໄປສູ່ລະດັບທີ່ສູງຂຶ້ນ.

ທິດທາງດັ່ງກ່າວຕ້ອງຕັ້ງຢູ່ບົນຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຄຽງຄູ່ກັບການປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ສົ່ງເສີມການຮ່ວມມືເພື່ອການພັດທະນາ ທັງໃນພາກພື້ນອາຊີ - ປາຊີຟິກ ແລະ ທົ່ວໂລກ.

ບົນຈິດໃຈນີ້, ທ່ານ ເຈິ່ນ ແທັງ ເໝີນ ໄດ້ສະເໜີໃຫ້ທ່ານ Jim Nickel ມີບົດບາດຢ່າງຕັ້ງໜ້າໃນການຊຸກຍູ້ບັນດາໂຄງການຮ່ວມມືທີ່ມີເນື້ອໃນຊັດເຈນ ແລະ ເກີດຜົນຕົວຈິງ. ບັນດາຂົງເຂດທີ່ຄວນໃຫ້ຄວາມສຳຄັນປະກອບມີ ພະລັງງານ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ເສດຖະກິດສີຂຽວ ແລະ ການພັດທະນາບຸກຄະລາກອນຄຸນນະພາບສູງ.

ເພີ່ມທະວີການຮ່ວມມືຜ່ານຊ່ອງທາງລັດຖະສະພາ

ສຳລັບການຮ່ວມມືດ້ານນິຕິບັນຍັດ, ທ່ານປະທານສະພາແຫ່ງຊາດໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນຂອງການາດາ ໃນການຊ່ວຍຫວຽດນາມສ້າງ ແລະ ປັບປຸງລະບົບກົດໝາຍໃຫ້ຄົບຖ້ວນສົມບູນຍິ່ງຂຶ້ນ, ລວມທັງການຊ່ວຍຍົກສູງຄວາມສາມາດໃຫ້ບັນດາອົງການຂອງສະພາແຫ່ງຊາດ.

ເພື່ອໃຫ້ການຮ່ວມມືດັ່ງກ່າວສືບຕໍ່ເກີດຜົນຢ່າງເປັນຮູບປະທຳ, ທ່ານໄດ້ສະເໜີໃຫ້ສອງຝ່າຍເພີ່ມການແລກປ່ຽນຄະນະຜູ້ແທນ, ຂະຫຍາຍການປະສານງານລະຫວ່າງບັນດາຄະນະກຳມາທິການວິຊາສະເພາະ ແລະ ຍົກສູງບົດບາດຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ.

ພ້ອມກັນນັ້ນ, ທ່ານຍັງເນັ້ນເຖິງຄວາມຈຳເປັນໃນການຮັກສາການປະສານງານຢ່າງໃກ້ຊິດລະຫວ່າງສອງຝ່າຍ ຢູ່ບັນດາເວທີຮ່ວມມືລັດຖະສະພາພະຫຸພາຄີ ທັງໃນລະດັບພາກພື້ນ ແລະ ລະດັບໂລກ.

ການາດາ ຢືນຢັນຫວຽດນາມເປັນຄູ່ຮ່ວມມືຫຼັກໃນອາຊຽນ

ທ່ານ Jim Nickel ໄດ້ເລີ່ມການພົບປະດ້ວຍການກ່າວອວຍພອນທ່ານ ເຈິ່ນ ແທັງ ເໝີນ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກສະພາແຫ່ງຊາດ ເລືອກຕັ້ງໃຫ້ສືບຕໍ່ດຳລົງຕຳແໜ່ງປະທານສະພາແຫ່ງຊາດຫວຽດນາມ ຊຸດທີ XVI.

ທ່ານເອກອັກຄະລັດຖະທູດຍັງໄດ້ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ການເລືອກຕັ້ງຜູ້ແທນສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນແຕ່ລະຂັ້ນ ສຳລັບອາຍຸການ 2026-2031.

ໂດຍຕີລາຄາສູງບັນດາທິດທາງ ແລະ ບຸລິມະສິດໃໝ່ຂອງຫວຽດນາມໃນການພັດທະນາ ແລະ ເຊື່ອມໂຍງສາກົນ, ທ່ານ Jim Nickel ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ບັນລຸຜົນສຳເລັດໃໝ່ ແລະ ຍົກສູງຖານະບົດບາດຂອງຕົນໃນເວທີສາກົນ.

ກ່ຽວກັບສາຍພົວພັນສອງປະເທດ, ທ່ານໄດ້ຢືນຢັນວ່າ ການາດາໃຫ້ຄວາມສຳຄັນກັບຫວຽດນາມໃນຖານະຄູ່ຮ່ວມມືຫຼັກຂອງຕົນໃນອາຊຽນ, ພ້ອມທັງເປັນຂົວເຊື່ອມສຳຄັນໃນການຂະຫຍາຍສາຍພົວພັນລະຫວ່າງການາດາ ກັບ ອາຊຽນ.

ທ່ານ Jim Nickel ໄດ້ສະແດງຄວາມເຫັນດີຕໍ່ການປະເມີນສະພາບການ ແລະ ບັນດາຂໍ້ສະເໜີຂອງທ່ານ ເຈິ່ນ ແທັງ ເໝີນ ກ່ຽວກັບໝາກຜົນການຮ່ວມມືທີ່ສອງປະເທດບັນລຸໄດ້ ກໍຄືທ່າແຮງໃນການຍົກລະດັບສາຍພົວພັນໃນໄລຍະຕໍ່ໜ້າ.

ທ່ານເຫັນວ່າ ທ່າມກາງສະພາບການໂລກທີ່ກຳລັງປະເຊີນກັບຫຼາຍສິ່ງທ້າທາຍ, ການາດາ ແລະ ຫວຽດນາມ ຍິ່ງມີຜົນປະໂຫຍດຮ່ວມກັນໃນການຮັກສາສະພາບແວດລ້ອມທີ່ສັນຕິ ແລະ ໝັ້ນຄົງ, ສົ່ງເສີມການຄ້າເສລີ, ປົກປ້ອງລະບຽບສາກົນທີ່ອີງໃສ່ກົດກະຕິກາ ແລະ ຮັກສາຄວາມເປັນເອກະລາດດ້ານຍຸດທະສາດ.

ການແບ່ງປັນຜົນປະໂຫຍດໃນບັນດາບັນຫາດັ່ງກ່າວ ຈະເປັນພື້ນຖານໃຫ້ສອງປະເທດສືບຕໍ່ເສີມສ້າງຄວາມໄວ້ວາງໃຈ, ຮ່ວມກັນພັດທະນາ ແລະ ນຳມາຊຶ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ແຕ່ລະຝ່າຍ.

ໃນສ່ວນຂອງທິດທາງຮ່ວມມືຕໍ່ໜ້າ, ທ່ານເອກອັກຄະລັດຖະທູດໄດ້ຢືນຢັນວ່າ ການາດາຈະສືບຕໍ່ປະສານງານກັບຫວຽດນາມຢ່າງໃກ້ຊິດ ເພື່ອຫັນບັນດາທ່າແຮງຮ່ວມມືໃຫ້ກາຍເປັນຜົນສຳເລັດທີ່ເປັນຮູບປະທຳ.

ບັນດາບຸລິມະສິດທີ່ທ່ານກ່າວເຖິງ ປະກອບມີ ການສ້າງຕ່ອງໂສ້ອຸປະທານທີ່ຍືນຍົງ, ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການຮັບມືກັບການປ່ຽນແປງສະພາບພູມອາກາດ ຕະຫຼອດຮອດການຍົກສູງຄຸນນະພາບການຮ່ວມມືຜ່ານຊ່ອງທາງລັດຖະສະພາ.

ນອກຈາກການຮ່ວມມືສອງຝ່າຍແລ້ວ, ການາດາຍັງຈະສົ່ງເສີມການປະສານງານກັບຫວຽດນາມໃນບັນດາເວທີພະຫຸພາຄີ, ໂດຍສະເພາະພາຍໃຕ້ຂອບເຂດສັນຍາ CPTPP ແລະ ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC).

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ

ຍສໝ - ວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທັງ ມັ້ນ ໄດ້ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ) ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ ເນື່ອງພາຍໃດໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.

ແຜ່ຂະຫຍາຍຂະບວນການຮ່ຳຮຽນພາສາຫວຽດນາມ ພາຍໃດຖິ້ມງານພະນັກງານລາວ ແຜ່ຂະຫຍາຍຂະບວນການຮ່ຳຮຽນພາສາຫວຽດນາມ ພາຍໃດຖິ້ມງານພະນັກງານລາວ

ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ນະຄອນຫຼວງ ວຽງຈັນ (ສປປ ລາວ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ປະສານງານຮ່ວມກັບ ພາກສ່ວນພາສາຫວຽດນາມ ສັງກັດສະມາຄົມຄົນຫວຽດນາມ ນະຄອນຫຼວງວຽງຈັນ ຈັດຕັ້ງການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ສະເພາະໃຫ້ແກ່ນັກສຶກສາພາສາຫວຽດນາມ ທີ່ເປັນພະນັກງານຫຼັກແຫຼ່ງມາຈາກບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ແລະ ...

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ