ໜັງສືພິມການາດາ: ຄົນເຈັບທີ 91 - ສັນຍາລັກຂອງຜົນສຳເລັດໃນການສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

05:55 | 14/07/2020

ຍສໝ - ບົດຂຽນຊີ້ແຈ້ງວ່າສະພາບການ “ເຈັບປ່ວຍໜັກຍາກທີ່ຈະລອດ” ຂອງນັກບິນຄົນອັງກິດ Cameron ແລະ ຄວາມບຸກບືນຂອງບັນດາແພດໝໍຫວຽດນາມ ເພື່ອຊ່ວຍຊູຊີວິດຂອງຄົນເຈັບທີ 91 ນີ້ ເຊິ່ງໄດ້ກາຍເປັນສັນຍາລັກຂອງຜົນສຳເລັດໃນການສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ.

ໜ ງສ ພ ມການາດາ ຄ ນເຈ ບທ 91 ສ ນຍາລ ກຂອງຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ຫວ​ຽດ​ນາມ​ຍົກ​ອອກ 3 ກຸ່ມ​ວິ​ທີ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄລ​ຍະຫຼັງ ໂລກ​ລະ​ບ​າດ Covid – 19
ໜ ງສ ພ ມການາດາ ຄ ນເຈ ບທ 91 ສ ນຍາລ ກຂອງຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ Ottawa, ເວັບໄຊ CBC.ca ຂອງປະເທດການາດາ ໃນວັນທີ 11 ກໍລະກົດມີບົດຂຽນທີ່ມີຫົວຂໍ້ວ່າ “ນັກບິນຄົນອັງກິດ ໄດ້ປິ່ນປົວຫາຍດີ - ສັນຍາລັກຂອງຜົນສຳເລັດໃນການສະກັດກັ້ນພະຍາດ COVID-19.

ອີງຕາມບົດຂຽນ, ກໍລະນີຂອງຄົນເຈັບອັງກິດ Stephen Cameron - ນັກບິນທີ່ເຮັດວຽກໃຫ້ບໍລິສັດການບິນແຫ່ງຊາດຫວຽດນາມ.

ໜ ງສ ພ ມການາດາ ຄ ນເຈ ບທ 91 ສ ນຍາລ ກຂອງຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ
ຄົນເຈັບທີ 91 ໄດ້ຖ່າຍຮູບກັບຜູ້ຕາງໜ້າກົງສຸນອັງກິດ ປະຈຳຫວຽດນາມ. (ພາບ: TTXVN)

ບົດຂຽນຊີ້ແຈ້ງວ່າສະພາບການ “ເຈັບປ່ວຍໜັກຍາກທີ່ຈະລອດ” ຂອງນັກບິນຄົນອັງກິດ Cameron ແລະ ຄວາມບຸກບືນຂອງບັນດາແພດໝໍຫວຽດນາມ ເພື່ອຊ່ວຍຊູຊີວິດຂອງຄົນເຈັບທີ 91 ນີ້ ເຊິ່ງໄດ້ກາຍເປັນສັນຍາລັກຂອງຜົນສຳເລັດໃນການສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ.

ເຈົ້າໜ້າທີ່ສາທາລະນະສຸກຂອງຫວຽດນາມ ໄດ້ກ່າວວ່າມີບາງຈຸດເວລາປອດຂອງທ້າວ Cameron ແມ່ນມີພຽງ 10% ໄດ້ເຄື່ອນໄຫວເທົ່ານັ້ນ ແລະ ຄົນເຈັບນີ້ຖືກເປັນສະພາບອັນຕະລາຍສຸດຂີດ. ໃນຕົ້ນເດືອນເມສາປີ 2020, ທ້າວ Cameron ຕ້ອງໄດ້ນຳໃຊ້ເຄື່ອງຊ່ວຍຫາຍໃຈ ແລະ ໄດ້ຮັບການປິ່ນປົວດ້ວຍວິທີການ ECMO ຢູ່ໂຮງໝໍພະຍາດເຂດຮ້ອນໃນນະຄອນໂຮ່ຈີມິນ. ມາຮອດເດືອນພຶດສະພາປີ 2020, ບັນດາເຈົ້າໜ້າທີ່ຂະແໜງການສາທາລະນະສຸກ ໄດ້ກ່າວວ່າຄົນເຈັບນີ້ ຕ້ອງການ ປະຕິບັດດ່ວນການຜ່າຕັດປ່ຽນຖ່າຍປອດ.

ແຕ່ວ່າ, ດ້ວຍການເບິ່ງແຍງດູແລທັງກາງເວັນ ແລະ ກາງຄືນທີ່ບໍ່ມີການຢຸດຢັ້ງ, ສະພາບສຸ​ຂະ​ພາບຂອງ ທ້າວ Cameron ໄດ້ດີຂື້ນ. ຮອດເດືອນມິຖຸນາປີ 2020, ຄົນເຈັບຜູ້ນີ້ ບໍ່ຕ້ອງຜ່າຕັດຖ່າຍປອດ ແລະ ບໍ່ຕ້ອງນໍາໃຊ້ມີເຄື່ອງຊ່ວຍຫາຍໃຈ.

ພ້ອມກັນນັ້ນ, ອີງຕາມບົດຂຽນ ໃຫ້ຮູ້ວ່າລັດຖະບານຫວຽດນາມ ໄດ້ຜ່ານຜ່າເຊື້ອໄວຣັສ SARS-CoV-2 ໂດຍການໂດດດ່ຽວແຍກອອກຫ່າງ, ການຊອກຄົ້ນຫາ ແລະ ການຍຸດທະນາການໂຄສະນາສື່ສັງຄົມ ເພື່ອສຶກສາຊຸມຊົນໄດ້ຮັບຄວາມຮູ້ເພີ່ມເຕີມກ່ຽວກັບວິທີການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ເມື່ອບໍ່ດົນມານີ້, ໃນການໃຫ້ສຳພາດຂອງນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານ Thomas Alexander - ຊ່ຽວຊານການາດາ ທີ່ເຮັດວຽກໃນການໃຫ້ຄຳປຶກສາດ້ານການສຶກສາ, ປະຈຸບັນກຳ ລັງເຮັດວຽກຢູ່ນະຄອນໂຮ່ຈີມິນ, ໄດ້ສະແດງຄວາມປະທັບໃຈຕໍ່ວິໄສທັດຂອງບັນດາຜູ້ນຳຫວຽດນາມ ໃນການຕໍ່​ສູ້ສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ.

ດ້ວຍດຳລົງຊີວິດຢູ່ຫວຽດນາມໃນໄລຍະການລະບາດຂອງພະຍາດ COVID 19, ທ່ານ Thomas ກ່າວວ່າ “ຂ້າພະເຈົ້າຮູ້ສຶກໂຊກດີຫຼາຍ ທີ່ໄດ້ພັກພາອາໄສຢູ່ຫວຽດນາມໃນໄລຍະນີ້. ຂ້າພະເຈົ້າ ໄດ້ເຮັດຫຼ້ອນພາລະໜ້າທີ່ຂອງຕົນ ເພື່ອປ້ອງກັນສະກັດກັ້ນພະຍາດ COVID-19 ໃຫ້ປະສົບຜົນສຳເລັດ.

ໜ ງສ ພ ມການາດາ ຄ ນເຈ ບທ 91 ສ ນຍາລ ກຂອງຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ທົ່ວໂລກມີຜູ້ຕິດເຊື້ອ Covid -19 ທັງໝົດ 12.625.155 ຄົນ, ໃນນັ້ນມີຜູ້ເສຍຊີວິດ 562.769ຄົນ

ຍສໝ - ໄລ່ຮອດຈຸດເວລານີ້ ທົ່ວໂລກມີຜູ້ຕິດເຊື້ອ Covid -19 ທັງໝົດ 12.625.155 ຄົນ, ໃນນັ້ນມີຜູ້ເສຍຊີວິດ 562.769ຄົນ.

ໜ ງສ ພ ມການາດາ ຄ ນເຈ ບທ 91 ສ ນຍາລ ກຂອງຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ຕັດ​ສິນ​ໃຈ​ບໍ່​ປະ​ໃຫ້​ໂລກ​ລະ​ບາດ Covid – 19 ເກີດ​ຂຶ້ນ​ຄືນ​ໃໝ່​ຢູ່​ຫວຽດ​ນາມ

ຍ​ສ​ໝ - ຫ້ອງ​ວ່າການ​ລັດ​ຖະ​ບານ​ຫວຽດ​ນາມ ຫາ​ກໍ່​ປະ​ກາດ​ບົດ​ສະຫຼຸບ​ ຂອງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ທີ່ກອງ​ປະ​ຊຸມ​ ຂອງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19.

ໜ ງສ ພ ມການາດາ ຄ ນເຈ ບທ 91 ສ ນຍາລ ກຂອງຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ຫວຽດນາມ ຊຸກຍູ້ບັນດາຄວາມມານະພະຍາຍາມຂອງອາຊຽນໃນການຮັບມືກັບບັນດາຜົນກະທົບຂອງໂລກລະລາດ Covid - 19

ຍ​ສໝ - ທ່ານ​ຫງວຽນ​ກ໊ວກ​ຢຸງ​ເນັ້ນ​ໜັກ​ວ່າ : ດ້ວຍ​ຫົວ​ຂໍ້​ອາ​ຊຽນ 2020 ແມ່ນ ສະ​ໜິດ​ຕິດ​ພັ​ນ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື, ຫວຽດ​ນາມ​ໄດ້​ເປັນ​ເຈົ້າ​ການ ໃນ​ການຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ບັນ​ດາ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid – 19ຂອງ ອາ​ຊຽນ​ ໂດຍ​ໄວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.