ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ

18:19 | 23/11/2020

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ, ທ່ານ Robert O'Brien ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນສະພາບການຂອງການ ລະບາດ COVID-19 ສືບຕໍ່ມີການຜັນແປຢ່າງສັບສົນ.

ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ
ວາລະສານອາເມລິກາ: ປະເທດຫວຽດນາມ ຍັງມີຄວາມປອດໄພຕໍ່ການລະບາດຂອງ COVID ຍ້ອນຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນ

ໃນບົດກ່າວປາໄສຕໍ່ນັກສຶກສາຢູ່ສະຖາບັນການທູດຫວຽດນາມ, ທ່ານ Robert O'Brien - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ໄດ້ທົບທວນຄືນບັນດາບາດກ້າວທີ່ເຂມງແຂງ ໃນການພົວພັນຫວຽດນາມ - ອາເມລິກາພາຍຫຼັງ 25 ປີແຫ່ງການພົວພັນທາງການທູດ.

ທ່ານ O’Brien ໄດ້ຕີລາຄາສູງບັນດາຜົນງານ ເຊິ່ງສອງປະເທດບັນລຸໄດ້ໃນທຸກຂົງເຂດການຮ່ວມມື ໃນຊຸມປີມໍ່ໆມານີ້, ແຕ່ຂົງເຂດການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ຜ່ານຜ່າຜົນສະທ້ອນຈາກສົງຄາມ, ການທູດປະຊາຊົນ... ພ້ອມທັງຕີລາຄາສູງ ຕໍ່ການຈັດຕັ້ງການສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງການພົວພັນທາງການທູດ, ໃນສະພາບການລະບາດຂອງ COVID-19 ສືບຕໍ່ຜັນແປຢ່າງສັບສົນ.

ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ
ທ່ານ Robert O'Brien - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ກ່າວປາໄສຕໍ່ນັກສຶກສາຢູ່ສະຖາບັນການທູດຫວຽດນາມ. (ພາບ: thoidai.com.vn)

ທ່ານ O’Brien ໄດ້ຢືນຢັນວ່າ ສະຫະລັດອາເມລິກາ ໄດ້ເອົາໃຈໃສ່ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ຢ່າງໝັ້ນຄົງ ແລະ ບົນພື້ນຖານເຄົາລົບນັບຖືດ້ານການເມືອງເຊຶ່ງກັນ ແລະ ກັນ; ຢືນຢັນວ່າ ອາເມລິກາ ຈະສະໜັບສະໜູນຫວຽດນາມ ມີຄວາມ “ເຂັ້ມແຂງ, ເປັນເອກະລາດ, ຈະເລີນຮຸ່ງເຮືອງ”.

ທ່ານ O’Brien ໄດ້ຊົມເຊີຍຫວຽດນາມທີ່ບັນລຸຜົນງານທີ່ດີເດັ່ນ ໃນການເປັນປະທານອາຊຽນ 2020; ພ້ອມດຽວກັນນີ້, ທ່ານ O’Brien ຍັງໄດ້ຢືນຢັນວ່າ ສະຫະລັດອາເມລິກາ ໄດ້ສະໜັບສະໜູນ ບົດບາດເປັນໃຈກາງຂອງອາຊຽນ ແລະ ຈະສືບຕໍ່ສ້າງ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອາເມລິກາ ແລະ ການຮ່ວມມືແມ່ນໍ້າຂອງ - ອາເມລິກາ.

ທ່ານ O’Brien ເນັ້ນໜັກວ່າ: “ຂ້າພະເຈົ້າ ໄດ້ຄິດວ່າ, ຖ້າພວກເຮົາເຮັດວຽກຮ່ວມກັນໃນດ້ານການທະຫານ, ກອງທັບເຮືອ ແລະ ທະຫານປ້ອງກັນຊາຍຝັ່ງທະເລ, ພວກເຮົາຈະເພີ່ມທະວີການຮ່ວມມືດ້ານການປ້ອງກັນປະເທດໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ, ຄວາມສຳຄັນຂອງການສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງການພົວພັນລະຫວ່າງອາເມລິກາ - ຫວຽດນາມ ຈະຊ່ວຍໃຫ້ພວກເຮົາເພີ່ມທະວີຄວາມສະໜິດຕິດພັນກັນຢ່າງແໜ້ນແຟ້ນ.”

ອາເມລິກາ ສະໜັບສະໜູນ ຫວຽດນາມ ໃຫ້ມີຄວາມເຂັ້ມແຂງ, ເປັນເອກະລາດ ແລະ ຈະເລີນຮຸ່ງເຮືອງ, ມີບົດບາດສຳຄັນໃນພາກພື້ນ

ຍສໝ - ວັນທີ 21 ພະຈິກ 2020, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານ Robert O Brien - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ເນື່ອງໃນໂອກາດທ່ານ Robert O Brien ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 20 - ...

ລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ

ຍ​ສ​ໝ - ທີ່ການຕ້ອນຮັບທ່ານພົນເອກໂງຊວັນຫຼີກ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຂອງຄະນະ ເພື່ອເປັນການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ, ໝາກຜົນສອງຝ່າຍໄດ້ບັນລຸໃນການຮ່ວມມືແກ້ໄຂ່ຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຍົກສູງຄວາມສາມາດໃຫ້ແກ່ກຳລັງຕຳຫລວດທະເລຫວຽດນາມ...

ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Daniel J. Kritenbrink - ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນຄວາມອວຍພອນ ກໍ່ຄືສະແດງຄວາມຫວັງກ່ຽວກັບສະຫະພັນມິດຕະພາບ ໃນອະນາຄົດອັນໃກ້ນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.