ແຂວງແຄັງຮ່ວາ (ຫວຽດນາມ)​ ປະກາດພ້ອມ​ແລ້ວ​ທີ່​ຈະ​ສິ້ນ​ສຸດໂລກ​ລະ​ບາດ COVID-19

06:00 | 24/02/2020

ພາຍຫຼັງສຸມໃສ່ການປ້ອງກັນ, ຕ້ານໂລກລະບາດມາເປັນເວລາ 1 ເດືອນ, ແຂວງແຄັງຮ່ວາ ມີເງື່ອນໄຂຢ່າງຄົບຖ້ວນ ເພື່ອປະກາດສິ້ນສຸດໂລກລະບາດອັກເສບປອດຈາກໄວຣັດໂຄໂຣນາ ສາຍພັນໃໝ່ (Covid-19) ກໍ່ຂຶ້ນ.

ແຄັງຮ່ວາ ແມ່ນໜຶ່ງໃນບັນດາທອ້ງຖິ່ນທຳອິດໃນທົ່ວປະເທດ ເກີດໂລກລະບາດດັ່ງກ່າວ. ໃນ 1 ເດືອນທີ່ຜ່ານມາ, ທາງແຂວງໄດ້ຜັນຂະຫຍາຍຫຼາຍມາຕະການຮັບມືຢ່າງຄົບຊຸດ. ນອກຈາກໂຮງໝໍເຂດຮ້ອນແລ້ວ, ໂຮງໝໍອີກ 5 ແຫ່ງກໍ່ພ້ອມແລ້ວທີ່ຈະຮັບມືກັບໂລກລະບາດ. ມີຈຳນວນເງິນກ່ວາ 12.2 ຕື້ດົ່ງໄດ້ຮັບການແຈກຢາຍຢ່າງວ່ອງໄວເພື່ອປ້ອງກັນ ແລະ ຕ້ານໂລກລະບາດ. ຜ້າອັດປາກ-ດັງນັບໝື່ນໆອັນ ໄດ້ແຈກຢາກຟີໃກ້ປະຊາຊົນ. ບັນດາບໍລິສັດທ່ອງທ່ຽວໄດ້ປະຕິບັດເປັນຢ່າງດີ ການກວກອູນຫະພູມຮ່າງກ່າຍ, ແຈກຢາຍຜ້າອັດປາກ-ດັງ, ນ້ຳຢາສີດຂ້າເຊື້ອໃຫ້ແກ່ແຂກທ່ອງທ່ຽວ. ມາຮອດຈຸດເວລານີ້, ແຂວງແຄັງຮ່ວາ ຍັງຄົງຮັກສາໄດ້ຈຳນວນແຂກທ່ອງທ່ຽວເອີລົບຢ່າງເປັນປົກກະຕິ. ແຂກທ່ອງທ່ຽວພາຍໃນປະເທດກໍ່ຍາດແຍ່ງເວລາລູກໄດ້ພັກຮຽນເພື່ອໄປທ່ອງທ່ຽວ. ນາງຫງວຽນທິຮວາ ແຂກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ: ປະຈຸບັນ, ແຄັງຮວາ ບໍ່ມີກໍລະນີຕ້ອງແຍກຕົວອອກຢູ່ຕ່າງຫາກແລ້ວ, ສະນັ້ນຂ້າພະເຈົ້າກໍ່ມີຄວາມອຸ່ນອຽນໃຈ. ບັນດາຜູ້ທີ່ເຄີຍໄປທ່ອງທ່ຽວ, ມາຈາກເຂດມີໂລກລະບາດຄື ອູຮັ້ນ ກໍ່ບໍ່ມີແລ້ວ, ບໍ່ມີຫຍັງຕ້ອງເປັນຫ່ວງກັງວົນ.

ແຂວງແຄັງຮ່ວາ (ຫວຽດນາມ)​ ປະກາດພ້ອມ​ແລ້ວ​ທີ່​ຈະ​ສິ້ນ​ສຸດໂລກ​ລະ​ບາດ COVID-19

ບັນດາໂຮງໝໍ ຢູ່ແຂວງ ແຄັງຮ່ວາ ໄດ້ກະກຽມພື້ນທີ່ແຍກອອກຫ່າງ ທີ່ເໝາະສົມໂດຍອີງຕາມຂັ້ນຕອນ. (ພາບ: vov.vn)

ມາຮອດປະຈຸບັນ, ແຂວງແຄັງຮ່ວາໄດ້ມີເງື່ອນໄຂປະກາດຢຸດຕິການລະບາດຂອງ Covid 19. ຕາມ ທ່ານ ຫງວຽນດັກໄຕ, ຮອງປະທານຄະນະກຳ ມະການປະຊາຊົນແຂວງແຄັງຮ່ວາ, ປະຈຸບັນສະພາບການຍັງສັບສົນ, ບັນດາສາຂາກໍ່ຄືປະຊາຊົນມັນຢ່າປະໝາດ, ເພາະວ່ານີ້ແມ່ນພື້ນທີ່ສຳຄັນສຳລັບການທ່ອງທ່ຽວ, ການແລກປ່ຽນ, ການສັງສັນຕະຫຼອດປີກັບຊາວຕ່າງປະເທດ ແລະ ທ້ອງຖິ່ນຫລາຍພັນຄົນ. ສະນັ້ນ, ລັດຖະບານທ້ອງຖິ່ນ ຕ້ອງສືບຕໍ່ພະຍາຍາມສ້າງຈຸດ ໝາຍ ປາຍທາງທີ່ປອດໄພ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.