ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດແມ່ນ 1122 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1026 ຄົນ

15:57 | 15/10/2020

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 9 ຄົນ, ນີ້ແມ່ນຜູ້ຕິດເຊື້ອກັບມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ.

ລາວສຸມໃສ່ເກັບລາຍຮັບງົບປະມານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້
​ສາສະໜາພຸດ: ສາດສະໜາ ມີຄວາມສຳພັນກັບຊີວິດຂອງຄົນລາວ
ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດແມ່ນ 1122 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1026 ຄົນ
ພາບປະກອບ

ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດແມ່ນ 1122 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1026 ຄົນ, ມີຜູ້ເສຍຊີວິດ 35 ຄົນ. ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 38.728.300 ຄົນ ໃນນັ້ນມີຜູ້ເສຍຊີວິດ 1.096.316 ຄົນ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 13 ຕຸລາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນທາງອອນລາຍຜັນຂະຫຍາຍວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ກັບບັນດາທ້ອງຖິ່ນໃນທົ່ວປະເທດ. ທີ່ກອງປະຊຸມ, ທ່ານ ຫງວຽນແທັ່ງລອງ ຮັກສາການລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຊີ້ແຈ້ງວ່າ ມີຫຼາຍການຄາດຄະເນວ່າ ໂລກລະບາດຈະແກ່ຍາວເຖິງທ້າຍປີ 2021, ສິ່ງດັ່ງກ່າວໝາຍຄວາມວ່າ ຫວຽດນາມ ຍາມໃດກໍຕ້ອງຢູ່ໃນທ່າກຽມພ້ອມເພື່ອປະເຊີນໜ້າຕໍ່ສູ້ກັບໂລກລະບາດ.

​​ປັດຈຸບັນ​ທົ່ວ​ປະ​ເທດ ລາວ ມີ​ສູນ​ຈຳກັດ​ບໍລິ​ເວນ​ທັງໝົດ 35 ສູນ, ມີ​ຜູ້​ຖືກ​ຈຳ ກັດ​ບໍລິ​ເວນ​ທັງໝົດ 2.599 ຄົນ ​ໄດ້​ເກັບ​ຕົວຢ່າງ​ມາ ກ​ວດວິ​ເຄາະ ທັງໝົດ ​ແລະ ບໍ່​ພົບ​ຜູ້​ຕິດ​ເຊື້ອ ​ເຊິ່ງໃນ​ວັນ​ທີ 14 ຕຸລາ ​ໄດ້​ເກັບ​ຕົວຢ່າງ​ມາ ກ​ວດວິ​ເຄາະທັງໝົດ 304 ​ຕົວຢ່າງ ​ໃນ​ນັ້ນແຮງ​ງານ​ລາວ ທີ່​ກັບ​ມາ​ແຕ່​ໄທ 93 ຕົວຢ່າງ, ​ແຮງ​ງານ​ຈີນ 161 ຕົວຢ່າງ, ​ແຮງ​ງານ​ຫວຽດນາມ 25 ຕົວຢ່າງ, ບຸກຄົນ​ທົ່ວ​ໄປ​ທີ່​ບໍ່​ມີ​ອາການ 08 ຕົວຢ່າງ ​ແລະ​ ບຸກຄົນ​ທົ່ວ​ໄປທີ່​ມີ​ອາການ 17 ຕົວຢ່າງ, ຜົນ​ກວດ​ທັງໝົດ​ແມ່ນບໍ່​ພົບ​ເຊື້ອ. ສັງ​ລວມຜົນ​ການ​ວິ​ເຄາະ ນັບ​ແຕ່​ເດືອນມັງກອນ ມາ​ເຖິງ ວັນ​ທີ 14 ຕຸລາ 2020 ​ໄດ້​ເກັບ​ຕົວຢ່າງ​ມາກ​ວດ ທັງໝົດ 59.194 ຕົວຢ່າງ, ​ໃນ​ນັ້ນ​ກວດ​ພົບ​ເຊື້ອ​ໂຄວິດ-19 ພຽງ​ແຕ່ 23 ຄົນ.

42 ມື້ແລ້ວທີ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 38,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,1 ລ້ານຄົນ.

ແຂວງເລີມດົ່ງ ສສ.ຫວຽດນາມ ພວມກະຕຸ້ນດ້ານການທ່ອງທ່ຽວ ດ້ວຍຫລາຍມາດຕະການເພື່ອດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະະເທດ

ແຂວງ ເລີມດົ່ງ ຈະສືບຕໍ່ຮ່ວມເດີນທາງກັບປະຊາຄົມວິສາຫະກິດ, ປະຊາຄົມນັກທຸລະກິດເພື່ອຜ່ານຜ່າບັນດາຜົນສະທ້ອນທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ-19. ແຂວງ ເລີມດົ່ງ ໄດ້ຊີ້ນຳໃຫ້ບັນດາພະແນກຂະແໜງການປະຕິບັດ ບັນດາກົນໄກ, ນະໂຍບາຍໜູນຊ່ວຍຂອງລັດຖະບານ ຢ່າງຄົບຖ້ວນ. ເພື່ອຊ່ວຍປະຊາຄົມບັນດາວິສາຫະກິດຟື້ນຟູບັນດາການເຄື່ອນໄຫວດ້ານທ່ອງທ່ຽວໃນບໍລິເວນແຂວງຄືນໃໝ່ໂດຍໄວ.

ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ

“ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ” ແມ່ນຫົວຂໍ້ກອງປະຊຸມສໍາມະນາ ໂດຍມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ສົມທົບກັບໜ່ວຍໃຫ້ຄໍາປຶກສາດ້ານເສດຖະຫິດຂອງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 12 ຕຸລາ ຢູ່ນະຄອນໂຮ່ຈີມີນ.

ໄຊພອນ

ເຫດການ
302 Found

Found

The document has moved here.