ຫວຽດນາມ ໄດ້ປະຕິບັດບັນດາຂໍ້ລິເລີ່ມທີ່ສຳຄັນເພື່ອຊຸກຍູ້ການຮ່ວມມືໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ ພາຍໃນພາກພື້ນ

15:12 | 07/12/2020

ຍສໝ - ຫວ່າງມໍ່ໆນີ້, ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ (AMMTC 14) ຄັ້ງທີ 14  ໄດ້ຈັດຂື້ນເພື່ອປະຕິບັດພັນທະ ແລະຄວາມຮັບຜິດຊອບຂອງຫວຽດນາມໃນອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີປະທານໝູນວຽນອາຊຽນ 2020 ຂອງຫວຽດນາມ; ຢັ້ງຢືນບົດບາດ ແລະຄວາມຮັບຜິດຊອບສາກົນ, ຄຳໝັ້ນສັນຍາດ້ານການເມືອງຢ່າງເຂັ້ມແຂງ ແລະ ເປັນເຈົ້າການ, ມີການເຄື່ອນໄຫວຢ່າງຕັ້ງໜ້າຂອງຫວຽດນາມໃນການຮ່ວມມືສາກົນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ.    

ຫວຽດນາມ ໄດ ປະຕ ບ ດບ ນດາຂ ລ ເລ ມທ ສຳຄ ນເພ ອຊ ກຍ ການຮ ວມມ ໃນການປ ອງກ ນ ແລະຕ ານອາດຊະຍາກຳຂ າມຊາດ ພາຍໃນພາກພ ນ ນາຍົກລັດຖະມົນຕີ ຈະເຂົ້າຮ່ວມ 3 ກອງປະຊຸມລະດັບສູງຂອງພາກພື້ນ ດ້ວຍຮູບແບບຖ່າຍທອດສົດ
ຫວຽດນາມ ໄດ ປະຕ ບ ດບ ນດາຂ ລ ເລ ມທ ສຳຄ ນເພ ອຊ ກຍ ການຮ ວມມ ໃນການປ ອງກ ນ ແລະຕ ານອາດຊະຍາກຳຂ າມຊາດ ພາຍໃນພາກພ ນ ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ລາວ
ຫວຽດນາມ ໄດ ປະຕ ບ ດບ ນດາຂ ລ ເລ ມທ ສຳຄ ນເພ ອຊ ກຍ ການຮ ວມມ ໃນການປ ອງກ ນ ແລະຕ ານອາດຊະຍາກຳຂ າມຊາດ ພາຍໃນພາກພ ນ
ບັນດາລັດຖະມົນຕີອາຊຽນທີ່ຮັບຜິດຊອບວຽກງານການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ຂອງອາຊຽນ ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນຖານະເປັນປະທານ AMMTC 14 ເນື່ອງຈາກໄດ້ປະຕິບັດບັນດາຂໍ້ລິເລີ່ມທີ່ສຳຄັນເພື່ອຊຸກຍູ້ການຮ່ວມມືໃນພາກພື້ນໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ. ພາບ: dantri.com.vn

ພາຍຫຼັງ 25 ປີແຫ່ງການເຂົ້າເປັນສະມາຊິກອາຊຽນ, ຫວຽດນາມໄດ້ມານະພະຍາຍາມເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນທຸກຂົງເຂດການຮ່ວມມືອາຊຽນ, ຊຸກຍູ້ການເຊື່ອມໂຍງເຂົ້າກັບພາກພື້ນ, ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນທີ່ມີການເຊື່ອມໂຍງເຂົ້າກັນ ແລະ ແໜ້ນແຟ້ນຍິ່ງຂື້ນ. ໃນຖານະເປັນປະທານກອງປະຊຸມ AMMTC 14, ກະຊວງຕໍາຫຼວດຫວຽດນາມ ໄດ້ສະເໜີບັນດາປະເທດຕ່າງໆໃນການຊຸກຍູ້ການຮ່ວມມືໃນ 3 ທິດທາງການເຊື່ອມຕໍ່ຕົ້ນຕໍ, ເປັນຕົ້ນຄື: ເຊື່ອມຕໍ່ດ້ານກົດລະບຽບ, ເຊື່ອມຕໍ່ດ້ານຜູ້ຄົນ, ເຊື່ອມຕໍ່ດ້ານຂໍ້ມູນຂ່າວສານ; ສ້າງບັນດາເອກະສານນິຕິກຳໃຫ້ສົມບູນແບບ, ສ້າງກອບໃຫ້ແກ່ການຮ່ວມມືໃນການປ້ອງກັນ ແລະຕ້ານອາດຊະຍາກຳ ລະຫວ່າງ ບັນດາປະເທດ; ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ; ເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມມື, ການໂອ້ລົມສົນທະນາພາຍໃນອາຊຽນ...

ກອງປະຊຸມ AMMTC 14 ດ້ວຍຫົວຂໍ້ວ່າ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ” ແມ່ນກິດຈະການພົວພັນຕ່າງປະເທດທີ່ສຳຄັນເພື່ອກະຊວງຕໍາຫຼວດຫວຽດນາມ ແລະ ອົງການບັງຄັບໃຊ້ກົດໝາຍຂອງບັນດາປະເທດສະມາຊິກອາຊຽນ ຢັ້ງຢືນການເປັນເຈົ້າການ, ຄວາມສາມັກຄີ, ຄວາມເປັນເອກະພາບ ແລະຄວາມຕັດສິນໃຈຢ່າງແຮງເພື່ອປະຕິບັດເນື້ອໃນຂອງການຮ່ວມມືອາຊຽນໃນຂົງເຂດປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ. ພ້ອມດຽວກັນນັ້ນ, ກໍ່ໄດ້ສະແດງໃຫ້ເຫັນເຖິງການຮັບມື ແລະການປັບຕົວເຂົ້າກັບສະພາບການໃໝ່, ປະກອບສ່ວນເຂົ້າໃນການຮັກສາການຮ່ວມມື ແລະການເຊື່ອມຈອດໃນພາກພື້ນ, ຈັດຕັ້ງປະຕິບັດຢ່າງຄົບຖ້ວນ ແລະຖືກຕ້ອງຕາມເປົ້າໝາຍທີ່ວາງອອກໃນວິໄສທັດປະຊາຄົມອາຊຽນ 2025 ແລະ ຖະແຫຼງການຮ່າໂນ້ຍກ່ຽວກັບວິໄສທັດປະຊາຄົມອາຊຽນຫຼັງປີ 2025.

ກອງປະຊຸມ AMMTC 14 ແມ່ນໂອກາດສຳລັບບັນດາລັດຖະມົນຕີຂອງບັນດາປະເທດອາຊຽນທີ່ຮັບຜິດຊອບວຽກງານການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດເພື່ອຢືນຢັນຄຳໝັ້ນສັນຍາ ແລະຄວາມຕັດສິນໃຈ ທາງດ້ານການເມືອງ ທີ່ເຂັ້ມແຂງ ໃນການຈັດຕັ້ງປະຕິບັດເອກະສານທີ່ໄດ້ຮັບການອະນຸມັດຈາກຜູ້ນຳຂັ້ນສູງທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ປະກອບສ່ວນເຂົ້າໃນການປະຕິບັດ "ເປົ້າໝາຍຄວບຄູ່" ເພື່ອທັງເປັນການຍູ້ແຮງການພັດທະນາ ແລະ ທັງເປັນການຄວບຄຸມໂລກລະບາດ Covid-19 ຢ່າງມີປະສິດທິຜົນ.

ຫວຽດນາມ ໄດ ປະຕ ບ ດບ ນດາຂ ລ ເລ ມທ ສຳຄ ນເພ ອຊ ກຍ ການຮ ວມມ ໃນການປ ອງກ ນ ແລະຕ ານອາດຊະຍາກຳຂ າມຊາດ ພາຍໃນພາກພ ນ
ບັນຍາກາດທີ່ກອງປະຊຸມ.ພາບ: dantri.com.vn

ທີ່ກອງປະຊຸມ AMMTC 14, ບັນດາລັດຖະມົນຕີອາຊຽນທີ່ຮັບຜິດຊອບວຽກງານການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ຂອງອາຊຽນ ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນຖານະເປັນປະທານ AMMTC 14 ເນື່ອງຈາກໄດ້ປະຕິບັດບັນດາຂໍ້ລິເລີ່ມທີ່ສຳຄັນເພື່ອຊຸກຍູ້ການຮ່ວມມືໃນພາກພື້ນໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ. ນອກຈາກນີ້, ບັນດາລັດຖະມົນຕີອາຊຽນທີ່ຮັບຜິດຊອບວຽກງານປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມ, ປະກອບມີ 13 ມາດຕາ ເຊິ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມຄວາມເຂັ້ມແຂງໃຫ້ຫຼາຍຂື້ນໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ ໃນສະພາບການປະຈຸບັນ; ຊົມເຊີຍຄວາມມານະພະຍາຍາມຂອງຫວຽດນາມໃນການສ້າງຊ່ອງທາງການສື່ສານໂດຍກົງໃນລະດັບລັດຖະມົນຕີໃນກົນໄກ AMMTC ແລະຫຼາຍບັນຫາສຳ ຄັນອື່ນໆ.

ກອງປະຊຸມ AMMTC 14 ໄດ້ຈັດຂື້ນເພື່ອປະຕິບັດພັນທະ ແລະຄວາມຮັບຜິດຊອບຂອງຫວຽດນາມໃນອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີປະທານໝູນວຽນອາຊຽນ 2020 ຂອງຫວຽດນາມ; ຢັ້ງຢືນບົດບາດ ແລະຄວາມຮັບຜິດຊອບສາກົນ, ຄຳໝັ້ນສັນຍາດ້ານການເມືອງຢ່າງເຂັ້ມແຂງ ແລະ ເປັນເຈົ້າການ, ມີການເຄື່ອນໄຫວຢ່າງຕັ້ງໜ້າຂອງຫວຽດນາມໃນການຮ່ວມມືສາກົນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ. ດ້ວຍຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ຫວຽດນາມໄດ້, ພວມ ແລະຈະສືບຕໍ່ເສີມຂະຫຍາຍຈິດໃຈດັ່ງກ່າວໃນການຮ່ວມມືຢ່າງມີປະສິດທິຜົນໃນການຕ້ານອາດຊະຍາກຳຂ້າມຊາດໃນໄລຍະຈະມາເຖິງເພື່ອສ້າງປະຊາຄົມອາຊຽນ ມີຄວາມສະໜິດຕິດພັນທາງດ້ານການເມືອງ, ເຊື່ອນຕໍ່ທາງດ້ານເສດຖະກິດ, ມີຄວາມຮັບຜິດຊອບດ້ານສັງຄົມ ແລະ ຮ່ວມມືຢ່າງກວ້າງຂວາງກັບພາຍນອກ.

ຫວຽດນາມ ໄດ ປະຕ ບ ດບ ນດາຂ ລ ເລ ມທ ສຳຄ ນເພ ອຊ ກຍ ການຮ ວມມ ໃນການປ ອງກ ນ ແລະຕ ານອາດຊະຍາກຳຂ າມຊາດ ພາຍໃນພາກພ ນ ຫວຽດນາມ ແລະ ລາວ: ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ

ຍສໝ - ທີ່ກອງປະຊຸມຄັ້ງທີ 43 ຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ຫວຽດນາມ - ລາວ ດຳເນີນແຕ່ວັນທີ 4 – 6 ທັນວາ 2020, 2 ຝ່າຍໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບທິດທາງການຮ່ວມມືປີ 2021 ແລະ ໄລຍະ 5 ຫາ 10 ປີຈະມາເຖິງ; ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງໃຫຍ່ລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ...

ຫວຽດນາມ ໄດ ປະຕ ບ ດບ ນດາຂ ລ ເລ ມທ ສຳຄ ນເພ ອຊ ກຍ ການຮ ວມມ ໃນການປ ອງກ ນ ແລະຕ ານອາດຊະຍາກຳຂ າມຊາດ ພາຍໃນພາກພ ນ ສະເຫຼີມສະຫຼອງ 93 ປີແຫ່ງວັນຊາດລາຊະອານາຈັກໄທ: ຢັ້ງຢືນການພົວພັນໄທ - ຫວຽດນາມ ໄດ້ຊະນະໂລກລະບາດ

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດໄທ ປະຈຳຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 93 ປີແຫ່ງວັນຊາດລາຊະອານາຈັກໄທ (5 ທັນວາ 1927 - 5 ທັນວາ 2020) ແລະ ອາໄລຫາວັນເກີດຂອງເຈົ້າຊີວິດຣາຊະອານາຈັກໄທ, ທ່ານ Bhumibol Adulyadej.

ຫວຽດນາມ ໄດ ປະຕ ບ ດບ ນດາຂ ລ ເລ ມທ ສຳຄ ນເພ ອຊ ກຍ ການຮ ວມມ ໃນການປ ອງກ ນ ແລະຕ ານອາດຊະຍາກຳຂ າມຊາດ ພາຍໃນພາກພ ນ ນາຍົກລັດຖະມົນຕີສອງປະເທດ ຫວຽດນາມ - ລາວເປັນປະທານກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 6 ທັນ​ວາ ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 43 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າ​ງ ລັດ​ຖະ​ບານ ຫວຽດ​ນາມ - ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.