ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດນຳໜ້າຂອງ ສະຫະພາບເອີຣົບ EU

16:23 | 30/05/2020

ຍສໝ - ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດຂອງສະຫະພາບເອີຣົບ EU ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ປາດຖະໜາຢາກໃຫ້ EU ປະສານສົມທົບກັບສະຫະປະຊາຊາດ ທີ່ສືບຕໍ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ຫວຽດນາມ ແລະ ອ ນໂດເນເຊຍ ໄດ ຕ ລາຄາສ ງບ ດບາດນຳໜ າຂອງ ສະຫະພາບເອ ຣ ບ eu ສະຫະພາບເອີຣົບ ໄດ້ສະໜັບສະໜູນ ອາຊຽນ ຈຳນວນເງິນ 350 ລ້ານເອີໂຣ ເພື່ອຮັບມືກັບພະຍາດ Covid-19
ຫວຽດນາມ ແລະ ອ ນໂດເນເຊຍ ໄດ ຕ ລາຄາສ ງບ ດບາດນຳໜ າຂອງ ສະຫະພາບເອ ຣ ບ eu ສະຫະພາບເອີຣົບ ໄດ້ລົງທຶນ 3,5 ລ້ານເອີໂຣ ໃນດ້ານ ຊີວະວິທະຍາຄວາມປອດໄພໃນອາຊຽນ

ວັນທີ 28 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງອອນລາຍກ່ຽວກັບສະພາບການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພາບເອີຣົບ, ເພື່ອຊຸກຍູ້ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງພາກພື້ນ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ບັນດາສະມາຊິກສະພາຄວາມໝັ້ນຄົງ ໄດ້ສະໜັບສະໜູນການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພາບເອີຣົບ ເພື່ອຊຸກຍູ້ລັດທິຫຼາຍຝ່າຍ, ພ້ອມກັນນັ້ນ ໄດ້ຢືນຢັນວ່າ ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງພາກພື້ນ ທີ່ຕ້ອງການສອດຄ່ອງກັບຂໍ້ກຳນົດ ໄດ້ຍົກໃນພາກທີ VIII ຂອງກົດບັດສະຫະປະຊາຊາດ.

ຫວຽດນາມ ແລະ ອ ນໂດເນເຊຍ ໄດ ຕ ລາຄາສ ງບ ດບາດນຳໜ າຂອງ ສະຫະພາບເອ ຣ ບ eu
ທ່ານດັ້ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ. (ພາບ: TTXVN)

ທ່ານດັ້ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ແລະ ທ່ານ Dian Triansyah Djani - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນອິນໂດເນເຊຍ ໄດ້ຕີລາຄາສູງບົດບາດ ຂອງສະຫະພາບເອີຣົບ EU ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ປາດຖະໜາຢາກໃຫ້ສະຫະພາບເອີຣົບ ໄດ້ປະສານສົມທົບກັບສະຫະປະຊາຊາດ ແລະ ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ຄື: ການແກ້ໄຂຂໍ້ຂັດແຍ່ງ, ການໄກ່ເກ່ຍ, ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການສົ່ງເສີມລັດທິຫຼາຍຝ່າຍ.

ເນື່ອງໃນໂອກາດດັ່ງກ່າວ, ສອງປະເທດ ໄດ້ຍົກໃຫ້ເຫັນການປະກອບສ່ວນຂອງອາຊຽນ ໃນຊຸມປີທີ່ຜ່ານມາ ໃນການກໍ່ສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ມີສັນຕິພາບ, ສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ; ແລະ ສ້າງສະພາບແວດລ້ອມ ທີ່ອຳນວຍໃຫ້ບັນດາປະເທດຄູ່ຮ່ວມ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການທູດປ້ອງກັນ, ຫຼຸດຜ່ອນຄວາມແຕກຕ່າງ ແລະ ເຂົ້າຮ່ວມໃນບັນຫາທີ່ມີຄວາມເອົາໃຈໃສ່ຮ່ວມກັນ.

ສອງປະເທດຫວຽດນາມ ແລະ ອິນໂດເນເຊຍ ໄດ້ສະເໜີໃຫ້ບັນດາອົງການຈັດຕັ້ງພາກພື້ນ, ໃນນັ້ນມີ ສະຫະພາບເອີຣົບ ແລະ ອາຊຽນ; ມີການປະສານງານເພື່ອຊຸກຍູ້ການຮ່ວມມື ກັບສະຫະປະຊາຊາດໃຫ້ດີກວ່າເກົ່າ, ຍົກຕົວຢ່າງຄື ການເພີ່ມທະວີການສະໜັບສະໜູນຂອງ EU ໃນການສ້າງຄວາມສາມາດ ໃຫ້ແກ່ກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ກ່ຽວກັບບັນດາປະເທດສະມາຊິກອາຊຽນ ແລະ ການແລກປ່ຽນຂໍ້ມູນຂ່າວສານໃນຂົງເຂດນີ້.

ຫວຽດນາມ ແລະ ອ ນໂດເນເຊຍ ໄດ ຕ ລາຄາສ ງບ ດບາດນຳໜ າຂອງ ສະຫະພາບເອ ຣ ບ eu ອິນໂດເນເຊຍ ໄດ້ຮັບຊຸດການວິເຄາະທົດລອງ ໄວຣັດ Covid-19 ທີ່ໄດ້ສະໜັບສະໜູນໂດຍ ສສ.ຫວຽດນາມ

ຍສໝ - ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ມອບຊຸດການວິເຄາະທົດລອງ ໄວຣັດ Covid-19 ໃຫ້ປະເທດອິນໂດເນເຊຍ ເຊິ່ງເປັນຂອງຂວັນແຫ່ງມິດຕະພາບ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງປະເທດທີ່ຈະຮ່ວມກັນ ເພື່ອສະກັດກັ້ນການລະບາດຂອງພະຍາດ Covid-19.

ຫວຽດນາມ ແລະ ອ ນໂດເນເຊຍ ໄດ ຕ ລາຄາສ ງບ ດບາດນຳໜ າຂອງ ສະຫະພາບເອ ຣ ບ eu ສະຫະພາບເອີຣົບ ໄດ້ລົງທຶນ 3,5 ລ້ານເອີໂຣ ໃນດ້ານ ຊີວະວິທະຍາຄວາມປອດໄພໃນອາຊຽນ

ຍສໝ - ສະຫະພາບເອີຣົບ (ອີຢູ) ຫາກໍ່ໄດ້ເລີ່ມດຳເນີນໂຄງການລະດັບພາກພື້ນ ມີຄຸນຄ່າ 3.5 ລ້ານເອີໂຣ ເພື່ອສະໜັບສະໜູນການປັບປຸງໃນດ້ານຊີວະວິທະຍາຄວາມປອດໄພ ໃນເຂດອາຊີຕາເວັນອອກສ່ຽງໃຕ້.

ຫວຽດນາມ ແລະ ອ ນໂດເນເຊຍ ໄດ ຕ ລາຄາສ ງບ ດບາດນຳໜ າຂອງ ສະຫະພາບເອ ຣ ບ eu ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີຈະຮ່ວມມືກັບ EU ໃນບັນດາຂົງເຂດທີຕ່າງຝ່າຍຕ່າງມີຄວາມສົນໃຈ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ພົນໂທ ຫງວຽນວັນແທ່ງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Paola Pampaloli, ຮອງຜູ້ອຳນວຍການພາກພື້ນ ອາຊີ-ປາຊີຟິກ ຂອງອົງການການຕ່າງປະເທດເອີລົບ (EEAS).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.