ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີຈະຮ່ວມມືກັບ EU ໃນບັນດາຂົງເຂດທີຕ່າງຝ່າຍຕ່າງມີຄວາມສົນໃຈ

16:30 | 19/02/2020

ຍສໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ພົນໂທ ຫງວຽນວັນແທ່ງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Paola Pampaloli, ຮອງຜູ້ອຳນວຍການພາກພື້ນ ອາຊີ-ປາຊີຟິກ ຂອງອົງການການຕ່າງປະເທດເອີລົບ (EEAS).

ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີຈະຮ່ວມມືກັບ EU ໃນບັນດາຂົງເຂດທີຕ່າງຝ່າຍຕ່າງມີຄວາມສົນໃຈ

ທ່ານ ພົນໂທ ຫງວຽນວັນແທ່ງ ແລະ ທ່ານນາງ Paola Pampaloli. (ພາບ: cand.com.vn)

ທີ່ການຕ້ອນຮັບ, ທ່ານ ພົນໂທ ຫງວຽນວັນແທ່ງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດບັນດາລະບຽບການພາຍໃນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA), ໄດ້ຜັນຂະຫຍາຍ ແລະ ປະຕິບັດໃນຂອບເຂດກ້ວາງຂວາງ, ພິເສດແມ່ນບັນດາວິສາຫະກິດຂອງ ຫວຽດນາມ ແລະ ເອີລົບ. ພ້ອມທັງ ສະເໜີ ໃຫ້ເອີລົບສືບຕໍ່ສະໜັບສະໜູນ ຫວຽດນາມ ໃນບັນດາເວທີປາໄສຂອງສະຫະປະຊາຊາດ, ສືບຕໍ່ເພີ່ມທະວີການເຊື່ອມຕໍ່ EU - ອາຊຽນ, ອຸປະຖຳໃຫ້ບັນດາໂຄງການປ້ອງກັນ, ຕ້ານອາດຊະຍາກຳຂອງ ອາຊຽນ. ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີຈະຮ່ວມມືກັບ EU ໃນບັນດາຂົງເຂດທີຕ່າງຝ່າຍຕ່າງມີຄວາມສົນໃຈ, ແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນສືບສວນ, ຍົກສູງກຳລັງຄວາມສາມາດ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກອາດຊະຍາກຳການຄ້າມະນຸດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.