ຫວຽດນາມ-ເຊັກໂກເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

06:45 | 01/10/2019

ຕອນບ່າຍວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມໄດ້ຈັດພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນເຊັກໂກ ໂດຍທ່ານ Jan Hamacek ຮອງນາຍົກລັດຖະມັນຕີ, ລັດຖະມົນຕີ ກະຊວງພາຍໃນເຊັກໂກ ເປັນຫົວໜ້າຄະນະ.

ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ແລະ ທ່ານ Jan Hamacek ຮອງນາຍົກລັດຖະມັນຕີ, ລັດຖະມົນຕີ ກະຊວງພາຍໃນເຊັກໂກ ໄດ້ດຳເນີນການເຈລະຈາ. ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ໄດ້ສະເໜີ ທ່ານ Jan Hamacek ຍູ້ແຮງການພົວພັນ 2 ຝ່າຍຫວຽດນາມ-ເຊັກໂກໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ການພົວພັນແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວໃນໄລຍະທີ່ຈະມາເຖິງ.

ຫວຽດນາມ-ເຊັກໂກເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ເປັນປະທານພິທີຕ້ອນຮັບທ່ານ Jan Hamacek. (ພາບ: vovworld)

ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ສະເໜີທາງຝ່າຍເຊັກໂກ ຈົົ່່ງສະໜັບສະໜູນຫວຽດນາມຢູ່ເວທີປາໄສຫຼາຍຝ່າຍ, ສືຍຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວົງຄະນະຍາດຊາວຫວຽດນາມພວມດຳລົງຊີວິດ ແລະ ເຮັດວຽກຢູ່ເຊັກໂກ. ສ່ວນ ທ່ານ Jan Hamacek ຮອງນາຍົກລັດຖະມັນຕີ, ລັດຖະມົນຕີ ກະຊວງພາຍໃນເຊັກໂກ ຫວັງວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການຕ້ານອາດຊະຍາກຳ, ຮ່ວມມືບຳລຸງສ້າງ, ຝຶກແອບທາງດ້ານວິຊາສະເພາະໃນການຕ້ານກໍ່ການຮ້າຍ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.