ຫວຽດນາມ - ຕິມໍແລັດສະເຕ ຂະຫຍາຍການຮ່ວມມືໃຫ້ເປັນຮູບປະທຳ

13:20 | 15/07/2026

ຍສໝ - ການແບ່ງປັນບົດຮຽນພັດທະນາ, ການກະກຽມຮັບບົດບາດປະທານອາຊຽນ ແລະ ການສ້າງໂອກາດໃຫ້ວິສາຫະກິດ ແມ່ນບັນດາປະເດັນສຳຄັນທີ່ຫວຽດນາມ ແລະ ຕິມໍແລັດສະເຕ ໄດ້ປຶກສາຫາລືຮ່ວມກັນຢູ່ນະຄອນຫຼວງ Dili ໃນວັນທີ 13 ກໍລະກົດ, ເພື່ອຊອກຫາທິດທາງຜັນຂະຫຍາຍການຮ່ວມມືສອງຝ່າຍໃຫ້ເກີດຜົນເປັນຮູບປະທຳ.

ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ
ຫວຽດນາມ - ກູບາ ເພີ່ມພູນຄູນສ້າງສາຍພົວພັນພິເສດ ຈາກຈິດໃຈ Giron

ວັນທີ 13 ກໍລະກົດ, ຢູ່ນະຄອນຫຼວງ Dili, ທ່ານ ຟ້າມ ບິ່ງ ດາມ, ອຸປະທູດຊົ່ວຄາວຫວຽດນາມ ປະຈຳຕິມໍແລັດສະເຕ ໄດ້ພົບປະເຮັດວຽກກັບທ່ານ Francisco Kalbuadi Lay, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະສານງານວຽກງານເສດຖະກິດ ແລະ ລັດຖະມົນຕີກະຊວງທ່ອງທ່ຽວ ແລະ ສິ່ງແວດລ້ອມຕິມໍແລັດສະເຕ. ການພົບປະຄັ້ງນີ້ໄດ້ສຸມໃສ່ບັນດາມາດຕະການເສີມຂະຫຍາຍການຮ່ວມມືທະວິພາຄີໃນຫຼາຍຂົງເຂດ, ພ້ອມທັງກຳນົດແນວທາງຊຸກຍູ້ບັນດາແຜນງານຮ່ວມມືທີ່ສາມາດປະຕິບັດໄດ້ໃນໄລຍະຕໍ່ໄປ.

ໃນການພົບປະ, ທ່ານ Francisco Kalbuadi Lay ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມໃນຊຸມປີຜ່ານມາ, ພ້ອມທັງກ່າວຂອບໃຈຫວຽດນາມທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງຕໍ່ຂະບວນການເຊື່ອມໂຍງເຂົ້າສູ່ພາກພື້ນ ແລະ ສາກົນຂອງຕິມໍແລັດສະເຕ, ໂດຍສະເພາະການເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ແລະ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ASEAN).

ຫວຽດນາມ - ຕິມໍແລັດສະເຕ ຂະຫຍາຍການຮ່ວມມືໃຫ້ເປັນຮູບປະທຳ
ທ່ານ ຟ້າມ ບິ່ງ ດ່າມ, ອຸປະທູດຫວຽດນາມ ມອບຂອງທີ່ລະນຶກໃຫ້ແກ່ທ່ານ Francisco Kalbuadi Lay, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະສານງານດ້ານເສດຖະກິດ ຄວບຕຳແໜ່ງລັດຖະມົນຕີການທ່ອງທ່ຽວ ແລະ ສິ່ງແວດລ້ອມ ຕີມໍ-ເລສເຕ.

ຕາມທ່ານ Francisco Kalbuadi Lay ແລ້ວ, ບັນດາບົດຮຽນທີ່ຫວຽດນາມສັ່ງສົມໄດ້ໃນຂະບວນການພັດທະນາປະເທດ ແລະ ເຊື່ອມໂຍງສາກົນ ແມ່ນແຫຼ່ງປະສົບການອັນມີຄຸນຄ່າ ທີ່ຕິມໍແລັດສະເຕສາມາດນຳມາສຶກສາ ແລະ ປັບໃຊ້ໃຫ້ເໝາະສົມກັບເງື່ອນໄຂຂອງຕົນ.

ສອງຝ່າຍໄດ້ຫາລືເຖິງທ່າແຮງການຮ່ວມມືໃນບັນດາຂົງເຂດກະສິກຳ, ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາຊັບພະຍາກອນມະນຸດ, ການຫັນປ່ຽນດິຈິຕອນ, ການທ່ອງທ່ຽວ, ການເຊື່ອມໂຍງ ແລະ ການດຶງດູດການລົງທຶນ.

ທ່ານອຸປະທູດ ຟ້າມ ບິ່ງ ດາມ ຢືນຢັນວ່າ ຫວຽດນາມພ້ອມແບ່ງປັນບົດຮຽນດ້ານການພັດທະນາ ແລະ ຊຸກຍູ້ການພົວພັນລະຫວ່າງບັນດາອົງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ, ບົນພື້ນຖານຄວາມຕ້ອງການ ແລະ ບຸລິມະສິດການພັດທະນາຂອງຕິມໍແລັດສະເຕ.

ທ່ານເຫັນວ່າ ສອງປະເທດມີຫຼາຍເງື່ອນໄຂອັນເອື້ອອຳນວຍຕໍ່ການສ້າງແຜນງານຮ່ວມມືສະເພາະ. ໃນໄລຍະໃກ້ນີ້, ສອງຝ່າຍສາມາດເລີ່ມຈາກການແລກປ່ຽນຊ່ຽວຊານ, ສຳຫຼວດຄວາມຕ້ອງການ, ຈັດຝຶກອົບຮົມພະນັກງານ ແລະ ຂະຫຍາຍການພົວພັນລະຫວ່າງປະຊາຄົມວິສາຫະກິດ.

ກ່ຽວກັບການກະກຽມຂອງຕິມໍແລັດສະເຕ ເພື່ອຮັບບົດບາດປະທານອາຊຽນໃນປີ 2029, ທ່ານ Francisco Kalbuadi Lay ໄດ້ສະແດງຄວາມປາດຖະໜາຢາກຮຽນຮູ້ປະສົບການຈາກຫວຽດນາມ ໃນການຈັດບັນດາເຫດການຫຼາຍຝ່າຍ, ການຝຶກອົບຮົມພະນັກງານ, ວຽກງານພິທີການ, ການພະລາທິການ, ການສື່ສານ ແລະ ການປະສານງານລະຫວ່າງຂະແໜງການ.

ຕອບສະໜອງຕໍ່ຂໍ້ສະເໜີດັ່ງກ່າວ, ທ່ານ ຟ້າມ ບິ່ງ ດາມ ຢືນຢັນວ່າ ຫວຽດນາມຍິນດີແລກປ່ຽນ ແລະ ຖ່າຍທອດປະສົບການທີ່ເໝາະສົມ, ເພື່ອຊ່ວຍໃຫ້ຕິມໍແລັດສະເຕ ຍົກສູງຄວາມສາມາດໃນການເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນບັນດາກິດຈະກຳຂອງອາຊຽນໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ.

ໃນດ້ານການຮ່ວມມືເສດຖະກິດ, ທ່ານ Francisco Kalbuadi Lay ເນັ້ນວ່າ ລັດຖະບານຕິມໍແລັດສະເຕ ໃຫ້ຄວາມສຳຄັນຕໍ່ການເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຂອງບັນດາວິສາຫະກິດຫວຽດນາມ ພ້ອມທັງຍິນດີພິຈາລະນາ ແລະ ສະໜັບສະໜູນການແກ້ໄຂບັນດາຂໍ້ຫຍຸ້ງຍາກທີ່ເກີດຂຶ້ນໃນຂະບວນການລົງທຶນ ແລະ ປະກອບທຸລະກິດຢູ່ຕິມໍແລັດສະເຕ.

ໃນຕອນທ້າຍການພົບປະ, ສອງຝ່າຍໄດ້ເຫັນດີສືບຕໍ່ປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອຄັດເລືອກບາງຂົງເຂດ, ໂຄງການ ແລະ ກິດຈະກຳຮ່ວມມືທີ່ຊັດເຈນ, ສ້າງພື້ນຖານໃຫ້ສາຍພົວພັນຫວຽດນາມ - ຕິມໍແລັດສະເຕ ພັດທະນາຢ່າງເລິກເຊິ່ງ, ແທ້ຈິງ ແລະ ມີປະສິດທິຜົນ.

“ນ້ອງຮັກພາສາຫວຽດນາມ” ທີ່ຫຼວງພະບາງ: ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ-ລາວ “ນ້ອງຮັກພາສາຫວຽດນາມ” ທີ່ຫຼວງພະບາງ: ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ-ລາວ

ຍສໝ - ຕອນເຊົ້າວັນທີ 27 ມີນາ, ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ພາກເໜືອຂອງລາວ, ສະຖານກົງສູນໃຫຍ່ຫວຽດນາມປະຈຳຫຼວງພະບາງ ສົມທົບກັບໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍໂພນຄຳ ແລະ ສະມາຄົມຊາວຫວຽດນາມແຂວງຫຼວງພະບາງ ໄດ້ຈັດການແຂ່ງຂັນຮອບສຸດທ້າຍ “ນ້ອງຮັກພາສາຫວຽດນາມ” ສຳລັບນັກຮຽນລາວ ແລະ ຫວຽດນາມ ທີ່ຮຽນຢູ່ໂຮງຮຽນດັ່ງກ່າວ, ພ້ອມທັງລູກຫຼານຂອງສະມາຊິກສະມາຄົມ.

PeaceTrees Vietnam: ປະ​ກອບ​ສ່ວນ​ປິ່ນ​ປົວ​ບາດ​ແຜ​ຈາກ​ສົງ​ຄາມ, ເພີ່ມພູນຄູນສ້າງອາ​ນາ​ຄົດ PeaceTrees Vietnam: ປະ​ກອບ​ສ່ວນ​ປິ່ນ​ປົວ​ບາດ​ແຜ​ຈາກ​ສົງ​ຄາມ, ເພີ່ມພູນຄູນສ້າງອາ​ນາ​ຄົດ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO), ວາລະສານ ຍຸກສະໄໝ ​ໄດ້​ມີ​ການ​ໂອ້​ລົມ​ກັບ​ທ່ານ​ນາງ Claire Yunker, ຜູ້​ອຳ​ນວຍ​ການ​ບໍລິຫານ​ອົງການ PeaceTrees ຫວຽດນາມ - ອົງການ​ມະນຸດສະທຳ​ຂອງ ອາ​ເມ​ລິ​ກາ ​ໄດ້​ອົດທົນ​ມາ​ເປັນ​ເວລາ​ເກືອບ 30 ປີ ​ໃນ​ການ​ເກັບ​ກູ້​ລະ​ເບີດ, ຟື້ນ​ຟູ​ຜືນ​ແຜ່ນດິນ​ທີ່​ຖືກ​ສົງຄາມ ​ແລະ ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ