ຫວຽດນາມ: ການປົກປ້ອງພົນລະເມືອງແມ່ນຫນຶ່ງໃນບັນດາວຽກງານສຳຄັນທີ່ສຸດ ແລະແມ່ນການບຸລິມະສິດສູງສຸດໃນໄລຍະປະຈຸບັນ

10:46 | 27/03/2020

ຍສໝ - ໃນຕອນບ່າຍວັນທີ 26 ມີນາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ: ການປົກປ້ອງພົນລະເມືອງແມ່ນຫນຶ່ງໃນບັນດາວຽກງານສຳຄັນທີ່ສຸດ ແລະແມ່ນການບຸລິມະສິດສູງສຸດໃນໄລຍະປະຈຸບັນ.

ຫວຽດນາມ: ການປົກປ້ອງພົນລະເມືອງແມ່ນຫນຶ່ງໃນບັນດາວຽກງານສຳຄັນທີ່ສຸດ ແລະແມ່ນການບຸລິມະສິດສູງສຸດໃນໄລຍະປະຈຸບັນ

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ.(ພາບ:TTXVN)

ປະຈຸບັນມີພົນລະເມືອງຫວຽດນາມຫລາຍຄົນ ຍັງຖືກຕົກຄ້າງຢູ່ບັນດາສະຫນາມບິນສາກົນ ຍ້ອນຄຳສັ່ງຫ້າມບິນ ແລະ ປິດປະຕູສາຍການບິນສາກົນເພື່ອປ້ອງກັນ ຄວບຄຸມໂລກພະຍາດ Covid 19 ຂອງຫລາຍປະເທດ ແລະເຂດແຄ້ວນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນຳໃຫ້ບັນດາອົງການຜູ້ຕາງຫນ້າຫວຽດນາມ ຢູ່ ຕ່າງປະເທດ ເປັນເຈົ້າການຕິດຕາມ, ສົມທົບກັບບັນດາອົງການກ່ຽວຂ້ອງຢູ່ສະຫນາມບິນສາກົນ, ບັນດາບໍລິສັດການບິນສາກົນເພື່ອຫນູນ ຊ່ວຍເຂົາເຈົ້າ.

ສະຖານທູດຫວຽດນາມປະຈໍາລາວ ກໍ່ສະເໜີໃຫ້ຊາວຫວຽດນາມອາໄສຢູ່ລາວຈົ່ງສືບຕໍ່ຕິດຕາມເຝົ້າລະວັງ, ຊອກຮູ້, ແບ່ງປັນ, ສະໜອງຂໍ້ມູນຂ່າວສານກ່ຽວກັບເຊື້ອພະຍາດ ໂຄວິດ-19 ຢູ່ເຂດທີ່ຕົນເອງດໍາລົງຊີວິດ, ເຮັດວຽກໃຫ້ອົງການເຈົ້າໜ້າທີ່ຂອງລາວ, ບໍ່ໂຄສະນາ, ປ່ອຍຂ່າວທີ່ຜິດພາດກ່ຽວກັບເຊື້ອພະຍາດ ປ່ອຍຂ່າວ ອັນສ້າງສ້າງຄວາມກະວົນກະວາຍ, ແຕກຕື່ນໃນປະຊາຄົມ.

ລາຍງານ, ແລກປ່ຽນກັບສະຖານທູດ ແລະກົງສູນໃຫຍ່ເພື່ອອັບເດດຂໍ້ມູນຂ່າວສານກ່ຽວກັບເຊື້ອພະຍາດ ແລະຮັບການແນະນໍາ, ໜູນຊ່ວຍເມື່ອມີຄວາມຈໍາເປັນຜ່ານໂທລະສັບສາຍດ່ວນຂອງສະຖານທູດຫວຽດນາມ ປະຈໍາ ລາວ: +85620 96106775 ແລະ +85620 96106775. ຫຼືວ່າບັນດາກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ: +85620 91112345, ກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ +85620 98208666 ແລະກົງສູນໃຫຍ່ຫວຽດນາມ ປະຈໍາປາກເຊ +8562098362929.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.