ຫວຽດ​ນາມ ສະ​ໜັບ​ສະ​ໜູນ ມາດ​ຕະ​ການ​ດ້ານ​ການ​ເມືອງ​ຢ່າງ​ຮອບ​ດ້ານ​ຢູ່ ລີ​ບີ

06:50 | 26/03/2021

ວັນທີ 24 ມີນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ລີບີ ແລະ ການເຄື່ອນໄຫວຂອງ ຄະນະໜູນຊ່ວຍຂອງ ສປຊ ປະຈຳ ລີບີ (UNSMIL).

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນຳ​ໃຊ້​​ກຳ​ລັງ​ແຮງ​ການ​ທະ​ຫານໃນ​ກົດ​ໝາຍ​ສາ​ກົນ ແລະ ສິດ​ປ້ອງ​ກັນ​ຕົວ​ອັນ​ຊອບ​ທຳ
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ
ຫວຽດ​ນາມ ສະ​ໜັບ​ສະ​ໜູນ ມາດ​ຕະ​ການ​ດ້ານ​ການ​ເມືອງ​ຢ່າງ​ຮອບ​ດ້ານ​ຢູ່ ລີ​ບີ
ກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ລີບີ ຂອງສະພາຄວາມໝັ້ນຄົງ ສປ​ຊ (ພາບ: VOV)

ໃນບົດກ່າວປາໄສ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາຄວາມກ້າວໜ້າສຳຄັນກ່ຽວກັບການເມືອງ ແລະ ຄວາມໝັ້ນຄົງ ຢູ່ ລີບີ, ທ່ານຢັ້ງຢືນເຖິງການສະໜັບສະໜູນຂອງ ຫວຽດນາມ ຕໍ່ບາງມາດຕະການດ້ານການເມືອງຢ່າງຮອບດ້ານໂດຍ ຊາວລີບີ ນຳພາ ແລະ ເປັນເຈົ້າການ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງ ລີບີ. ທ່ານ ເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ລີບີສືບຕໍ່ຜັນຂະຫຍາຍບັນດາມາດຕາຂອງຂໍ້ຕົກລົງຢຸດຍິງ, ມານະພະຍາຍາມຊຸກຍູ້ວິວັດການປ່ຽນຜ່ານ ເຊິ່ງມຸ່ງໄປສູ່ການເລືອກຕັ້ງ ຕາມຂັ້ນຕອນທີ່ໄດ້ວາງອອກ. ທ່ານກໍ່ຢັ້ງຢືນຄືນການສະໜັບສະໜູນຂອງ ຫວຽດນາມ ຕໍ່ UNSMIL ໃນການໜູນຊ່ວຍກົນໄກຕິດຕາມກວດກາຂໍ້ຕົກລົງຢຸດຍິງໂດຍ ຊາວລີບີ ນຳພາ ແລະ ເປັນເຈົ້າການ, ບົນພື້ນຖານສອດຄ່ອງກັບບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ ກ່ຽວກັບ ລີບີ.

ຜູ້ຕາງໜ້າ ຫວຽດນາມ ໄດ້ຊົມເຊີຍຄວາມມານະພະຍາຍາມຂອງ UNSMIL, ທູດພິເສດ, ບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ ໃນການຊຸກຍູ້ວິວັດການສ້າງສັນຕິພາບຢູ່ ລີບີ ໃນໄລຍະທີ່ຜ່ານມາ. ທ່ານກໍ່ຮຽກຮ້ອງໃຫ້ເພີ່ມທະວີບັນດາຄວາມມານະພະຍາຍາມ ປົກປ້ອງສາມັນຊົນ ຕໍ່ໜ້າຄວາມສ່ຽງຈາກວັດຖຸລະເບີດທີ່ຍັງຕົກຂ້າງ ໂດຍສົງຄາມກໍ່ຂຶ້ນ.

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນຳ​ໃຊ້​​ກຳ​ລັງ​ແຮງ​ການ​ທະ​ຫານໃນ​ກົດ​ໝາຍ​ສາ​ກົນ ແລະ ສິດ​ປ້ອງ​ກັນ​ຕົວ​ອັນ​ຊອບ​ທຳ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາກໍລະນີນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ ໄປຝືນກັບກົດບັດ ສປຊ ແລະ ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງສາກົນ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ຢັ້ງ​ຢືນ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ກໍ່​ຜົນ​ກະ​ທົບ​ຕໍ່​ສັນ​ຕະ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ, ເຮັດ​ໃຫ້​ວິ​ວັດ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຖືກ​ຊ້າ​ລົງ, ເນັ້ນ​ໜັກ​ເຖິງ​ຕ້ອງ​ເຜີຍ​ແຜ່ ແລະ ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ສຳ​ຜັດ​ກັບ​ຊັກ​ຊ​ິນ​ຢ່າງ​ທັນ​ການ.

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ທາງ​ອອນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ລີ​ບີ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ຕາມ​ຂໍ້​ມູນ​ຂ່າວ​ຈາກ UNSMIL ໃນ 6 ເດືອນ​ຕົ້ນ​ປີ 2020, ຈຳ​ນວນ​ສາ​ມັນ​ຊົນ​ເສຍ​ຊີ​ວິດ​ຫຼາຍ​ກ່​ວາ 350 ຄົນ, ເພີ່ມ​ຂຶ້ນ 173% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019. ໄລ່​ຮອດ​ວັນ​ທີ 2 ກັນ​ຍາ, ລີ​ບີ​ໄດ້​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 15.000 ຄົນ​ໃນ​ນັ້ນ​ມີ ​ຜູ້ເສຍ​ຊີ​ວິດ250 ຄົນ​

vovworld.vn

ເຫດການ
302 Found

Found

The document has moved here.