ສະຫະລັດອາເມລິກາ ກຳລັງທົດສອບຢາວັກຊີນ ຕ້ານໄວຣັດ SARS-CoV-2

17:15 | 04/05/2020

ຍສໝ - ອີງຕາມບັນດາເຈົ້າໜ້າທີ່ສາທາລະນະສຸກ ຂອງອາເມລິກາໃຫ້ຮູ້ວ່າ, ປະຈຸບັນນີ້ ມີຢ່າງໜ້ອຍ 14 ຊະນິດຂອງວັກຊີນຕ້ານໄວຣັດ SARS-CoV-2 ກຳລັງໄດ້ພັດທະນາພາຍໃຕ້ໂຄງການ “Operation Warp Speed” ຂອງອຳນາດການປົກຄອງປະທານາທິບໍດີ Donal Trump, ເພື່ອສົ່ງເສີມການນຳໃຊ້ວັກຊີນໃນຕົ້ນເດືອນມັງກອນປີ 2021.

ສະຫະລ ດອາເມລ ກາ ກຳລ ງທ ດສອບຢາວ ກຊ ນ ຕ ານໄວຣ ດ sars cov 2 ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19
ສະຫະລ ດອາເມລ ກາ ກຳລ ງທ ດສອບຢາວ ກຊ ນ ຕ ານໄວຣ ດ sars cov 2 ພະຍາດ COVID-19: ເສດຖະກິດ ອາຊີ ຈະປະສົບກັບຄວາມເສຍຫາຍຢ່າງຫຼວງຫຼາຍກ່ວາການລະບາດຂອງ SARS?

ບັນດາເຈົ້າໜ້າທີ່ສາທາລະນະສຸກ ຂອງອາເມລິກາ ໄດ້ກ່າວວ່າ ວັກຊີນ 14 ຊະນິດນີ້ ໄດ້ຄັດເລືອກຈາກວັກຊີນ 93 ຊະນິດ ທີ່ຄົ້ນຄວ້າ ແລະ ປຸງແຕ່ງໂດຍ 80 ບໍລິສັດການຢາ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການຮ່ວມລະຫວ່າງບໍລິສັດການຢາເອກະຊົນ ແລະ ບັນດາອົງການຈັດຕັ້ງຂອງລັດຖະບານ ແລະກອງທັບອາເມລິກາ, ເພື່ອສົ່ງເສີມໃຫ້ເວລາການຜະລິດວັກຊີນໄດ້ສັ້ນລົງ, ເຮັດໃຫ້ເວລາສູງສຸດເປັນ 8 ເດືອນ.

ສະຫະລ ດອາເມລ ກາ ກຳລ ງທ ດສອບຢາວ ກຊ ນ ຕ ານໄວຣ ດ sars cov 2
ສະຫະລັດອາເມລິກາ ກຳລັງທົດສອບຢາວັກຊີນ ຕ້ານໄວຣັດ SARS-CoV-2 ແລະ ຫວັງວ່າໄດ້ນຳໃຊ້ໃນຕົ້ນປີໜ້າ. (ພາບ: NBC)

ບັນດາເຈົ້າໜ້າທີ່ ໃຫ້ຮູ້ວ່າໃນ ໃນອີກສອງອາທິດຕໍ່ໄປ, ຈຳນວນ 14 ຊະນິດວັກຊີນນີ້ ຈະໄດ້ຮັບການທົດລອງຕື່ມອີກ, ແລະ ພວກເຂົາຄາດວ່າຈະມີປະມານ 6 ຫາ 8 ຊະນິດຂອງໃນນັ້ນຈະໄດ້ລວມເຂົ້າໃນການທົດລອງທາງດ້ານອາການຄລີນິກຄັ້ງຕໍ່ໄປ. ເປົ້າໝາຍສຸດທ້າຍແມ່ນການສັກຢາວັກຊີນມີ 3 ຫລື 4 ຊະນິດ ທີ່ຈະໄດ້ທົດສອບຂັ້ນສຸດທ້າຍ, ກ່ອນທີ່ຈະນຳໃຊ້ໃນຕົ້ນປີໜ້າ.

ອີງຕາມບັນດາເຈົ້າໜ້າທີ່ອາເມລິກາ, ພວກເຂົາເຊື່ອໝັ້ນວ່າ ໃນບັນດາວັກຊີນດັ່ງກ່າວຈະມີຢາວັກຊີນໜຶ່ງ ຫຼື ຫຼາຍຊະນິດຈະປະສົບຜົນສຳເລັດ ແລະ ຈະໄດ້ນຳໃຊ້ຢ່າງກວ້າງຂວາງ. ຄວາມກັງວົນທີ່ໃຫຍ່ກວ່າແມ່ນ ວິທີການຜະລິດຢາວັກຊີນຢ່າງໄວ ສຳລັບຊາວອາເມລິກາ ຈຳນວນຫຼາຍກວ່າ 300 ລ້ານຄົນ.

ກ່ອນໜ້ານີ້, ທ່ານ Donal Trump ປະທານາທິບໍດີອາເມລິກາ ໄດ້ກ່າວຊົມເຊີຍໂຄງການ “Operation Warp Speed”, ໂດຍກ່າວວ່າ ໄດ້ກຳລັງຕິດຕາມກວດກາໂຄງການໂດຍກົງ ແລະ ສັນຍາວ່າຈະຊຸກຍູ້ການຜະລິດວັກຊີນ ໃນທີ່ໃຊ້ເວລາໂດຍໄວທີ່ສຸດ.

ສະຫະລ ດອາເມລ ກາ ກຳລ ງທ ດສອບຢາວ ກຊ ນ ຕ ານໄວຣ ດ sars cov 2 ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມຫງອກ ໄດ້ກ່າວຄືແນວນັ້ນ ໃນຖະແຫຼງການຕໍ່ໜັງສືພິມກ່ຽວກັບນະໂຍບາຍການນຳເຂົ້າຂອງ ສະຫະລັດອາເມລິກາ ກັບ ຫວຽດນາມ ແລະ ການຮ່ວມມືລະຫວ່າງສອງປະເທດ ໃນການປ້ອງກັນການລະບາດຂອງ Covid-19.

ສະຫະລ ດອາເມລ ກາ ກຳລ ງທ ດສອບຢາວ ກຊ ນ ຕ ານໄວຣ ດ sars cov 2 ສະຫະລັດອາເມລິກາ ຊ່ວຍເຫຼືອ ຫວຽດນາມ ຮັບມືກັບການມົນລະພິດດີໂອຊິນ

ຍສໝ - ເມື່ອບໍ່ດົນມານີ້, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ກອງທັບອາກາດ ຫວຽດນາມ ໄດ້ຈັດພິທີເລີ່ມລົງມືໂຄງການແກ້ໄຂບັນດາທາດ Dioxin ຢູ່ສະໜາມບິນ ບຽນຫ່ວາ ແລະ ໄດ້ເຊັນຂໍ້ຕົກລົງໃນການຈັດຕັ້ງປະຕິບັດໂຄງການ 65 ລ້ານໂດລາ ເພື່ອສະໜັບສະໜູນຄົນພິການ.

ສະຫະລ ດອາເມລ ກາ ກຳລ ງທ ດສອບຢາວ ກຊ ນ ຕ ານໄວຣ ດ sars cov 2 ສະຫະລັດອາເມລິກາ ຊ່ວຍເຫຼືອອຸປະກອນການແພດ ສຳລັບ ສປປ.ລາວ ເພື່ອປ້ອງກັນເຊື້ອໄວຣັດ Corona

ຍສໝ - ອົງການຊ່ວຍເຫລືອສາກົນຂອງສະຫະລັດອາເມລິກາ (USAID) ປະກາດວ່າ ໄດ້ສົ່ງມອບອຸປະກອນການແພດຕ່າງໆ ສຳລັບ ສປປ.ລາວ, ໃນນັ້ນມີແວ່ນຕາຄວາມປອດໄພ 440 ໜ່ວຍ ແລະ ຖົງມືການຜ່າຕັດ 1.500 ຄູ່.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.