ວົງການນັກຊ່ຽວຊານ ແລະ ສື່ມວນຊົນສາກົນຕີລາຄາສູງຮູບແບບຕ້ານໂລກລະບາດເພື່ອບໍ່ໃຫ້ຜູ້ໃດຕົກ ຢູ່ ທາງຫຼັງຂອງຫວຽດນາມ

12:59 | 17/04/2020

ຍສໝ - “ຫວຽດນາມ ຍາມໃດກໍ່ເປັນເຈົ້າການ ໃນການແຍກຫ່າງໃນສັງຄົມ ເພື່ອສະກັດກັ້ນໂລກລະບາດໂດຍໄວ” ແລະ ນີ້ກໍ່ແມ່ນທິດທາງເຊິ່ງຫວຽດນາມ ໄດ້ປະຕິບັດ ເພື່ອຮັບມືກັບໂລກລະບາດໂຄວິດ-19, ນີ້ແມ່ນ ການຕີລາຄາຂອງ Sputnik, ລັດເຊຍ. 

ວ ງການນ ກຊ ຽວຊານ ແລະ ສ ມວນຊ ນສາກ ນຕ ລາຄາສ ງຮ ບແບບຕ ານໂລກລະບາດເພ ອບ ໃຫ ຜ ໃດຕ ກ ຢ ທາງຫ ງຂອງຫວຽດນາມ ນັກສຶກສາຫວຽດນາມ ຢູ່ ອັງກິດໄດ້ສ້າງຄວາມປະທັບໃຈໃຫ້ແກ່ປະຊາຄົມອອນລາຍໃນການແຕ້ມຮູບກ່ຽວກັບຊີວິດປະຈໍາວັນໃນເຂດແຍກຕົວ
ວ ງການນ ກຊ ຽວຊານ ແລະ ສ ມວນຊ ນສາກ ນຕ ລາຄາສ ງຮ ບແບບຕ ານໂລກລະບາດເພ ອບ ໃຫ ຜ ໃດຕ ກ ຢ ທາງຫ ງຂອງຫວຽດນາມ ລັດຖະບານຫວຽດນາມໄດ້ຮຽກຮ້ອງໃຫ້ມີການແຍກຕົວສຳລັບຜູ້ເຂົ້າເມືອງຫວຽດນາມທັງໝົດທີ່ມາຈາກບັນດາປະເທດຢູ່ພາກພື້ນ
ວ ງການນ ກຊ ຽວຊານ ແລະ ສ ມວນຊ ນສາກ ນຕ ລາຄາສ ງຮ ບແບບຕ ານໂລກລະບາດເພ ອບ ໃຫ ຜ ໃດຕ ກ ຢ ທາງຫ ງຂອງຫວຽດນາມ

ວົງການນັກຊ່ຽວຊານ ແລະ ສື່ມວນຊົນສາກົນຕີລາຄາສູງຮູບແບບຕ້ານໂລກລະບາດ ເພື່ອບໍ່ໃຫ້ຜູ້ໃດຕົກຢູ່ທາງຫຼັງ ຂອງຫວຽດນາມ.(ພາບປະກອບ:TTXVN)

ສື່ມວນຊົນສາກົນກໍ່ໄດ້ຢ້ຳຄືນ ຫຼາຍຄັ້ງກ່ຽວກັບຄຳຂວັນທີ່ວ່າ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຍົກອອກມາຄືດັ່ງເປັນການພິສູດໃຫ້ເຫັນຈິດໃຈເດັດດ່ຽວຕ້ານໂລກລະບາດຢູ່ຫວຽດນາມ.

ຕາມການຕີລາຄາຂອງ Sputnik, ລັດເຊຍ ແລ້ວ “ຫວຽດນາມ ຍາມໃດກໍ່ເປັນເຈົ້າການ ໃນການແຍກຫ່າງໃນສັງຄົມ ເພື່ອສະກັດກັ້ນໂລກລະບາດໂດຍໄວ” ແລະ ນີ້ກໍ່ແມ່ນທິດທາງເຊິ່ງຫວຽດນາມ ໄດ້ປະຕິບັດ ເພື່ອຮັບມືກັບໂລກລະບາດໂຄວິດ-19. “ຫວຽດນາມ ມີການເຄື່ອນໄຫວໂດຍໄວ, ມີຄຳຕັດສິນຢ່າງວ່ອງໄວ ແລະ ທັນການ”, ນີ້ແມ່ນຂໍ້ສັງເກດທີ່ເອົາລົງໃນເວັບໄຊຂອງເວທີປາໄສເສດຖະກິດໂລກ (WEF) ເຊິ່ງນັກຊ່ຽວຊານຫຼາຍທ່ານໄດ້ແບ່ງປັນ.

ທ່ານປະລິນຍາເອກ Ki Dong Park ຜູ້ຕາງໜ້າອົງການອະນາໄມໂລກ (WHO) ຕີລາຄາວ່າ, ລັດຖະບານຫວຽດນາມ “ຍາມໃດກໍ່ເປັນເຈົ້າການ ແລະ ກະກຽມໃຫ້ທຸກກໍລະນີ”, ກຳນົດໄດ້ບັນດາ “ຈຸດເວລາສຳຄັນ” ເພື່ອຕັດສິນສະພາບການໃນຕໍ່ໜ້າ.

ໜັງສືພິມ Financial Times, ອັງກິດ ເອີ້ນນີ້ວ່າແມ່ນ “ການບຸກໂຈມຕີຂະໜາດໃຫຍ່” ຕ້ານໂລກລະບາດໂຄວິດ-19 ເຊິ່ງຫວຽດນາມ ໄດ້ປຸກລະດົມໃຫ້ທົ່ວສັງຄົມເຂົ້າຮ່ວມດ້ວຍການຮ່ວມມືຂອງຖັນແຖວແພດໝໍ ແລະ ກອງທັບ, ພ້ອມກັນນັ້ນຍັງມີການສະໜັບສະໜູນຂອງປະຊາຊົນ.

ທີ່ການຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບກອງປະຊຸມ, ບົດບາດຂອງຫວຽດນາມ ແລະການຮ່ວມມືປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ລະຫວ່າງ ຈີນ ກັບບັນດາປະເທດອາຊຽນ ແລະຫວຽດນາມ, ນັກຊ່ຽວຊານ Ling Dequan, ອະດີດຫົວໜ້າຄະນະຜູ້ຕາງໜ້າສໍານັກຂ່າວຊິນຮວາ ປະຈໍາຫວຽດນາມ, ເນັ້ນໜັກວ່າດ້ວຍຖານະເປັນປະທານໝູນວຽນອາຊຽນ 2020, ຫວຽດນາມ ໄດ້ສວມບົດບາດສໍາຄັນໃນການລິເລີ່ມ, ຈັດຕັ້ງປະຕິບັດກໍຄືຊຸກຍູ້ກອງປະຊຸມສະໄໝພິເສດຂອງຜູ້ນໍາອາຊີຕາເວັນອອກ ໃນຄັ້ງນີ້ບັນລຸໄດ້ໝາກຜົນຕັ້ງໜ້າ. ລັດຖະບານ ຈີນ ກໍຄືປະຊາຄົມສາກົນລ້ວນແຕ່ຕີລາຄາສູງສິ່ງນີ້.

ທີ່ກອງປະຊຸມໃນຕອນເຊົ້າວັນທີ 15 ເມສາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ບັນດາສະມາຊິກໄດ້ປຶກສາຫາລືຫຼາຍມາດຕະການຕໍ່ໄປ ໃນແຕ່ລະແຜນການປະຕິບັດການແຍກຕົວ, ແຍກຫ່າງໃນສັງຄົມຢູ່ຕາມບໍລິເວນ, ຂະແໜງອາຊີບ, ພາຍຫຼັງວັນທີ 15 ເມສາ ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ, ຄະນະປະຈຳລັດຖະບານຕົກລົງຕັດສິນ.

ທີ່ກອງປະຊຸມຄະນະປະຈຳລັດຖະບານ ຫວຽດນາມ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຕອນບ່າຍວັນທີ 15 ເມສາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຫັນດີຕົກລົງແບ່ງປະເພດບັນດາທ້ອງຖິ່ນອອກເປັນ 3 ກຸ່ມ: ກຸ່ມມີຄວາມສ່ຽງສູງ, ກຸ່ມມີຄວາມສ່ຽງ ແລະ ມີຄວາມສ່ຽງຕ່ຳ ເພື່ອໃຫ້ມີມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ເໝາະສົມ.

ກໍ່ໃນວັນທີ 15 ເມສາ, ເຊິ່ງແມ່ນມື້ສຸດທ້າຍໃນການປະຕິບັດຄຳສັ່ງຂອງລັດຖະບານກ່ຽວກັບການແຍກຫ່າງໃນສັງຄົມ. ຢູ່ນະຄອນຫຼວງຮ່າໂນ້ຍ, ຮ້ານຂາຍເຄື່ອງສ່ວນຫຼາຍຍັງປິດປະຕູຢູ່ ເພື່ອລໍຖ້າ ຂໍ້ຕົກລົງຕໍ່ໄປຂອງລັດຖະບານ. ປະຊາຊົນຫຼາຍຄົນໄດ້ຖືວ່າ, ຖ້າຫາກລັດຖະບານຕົກລົງປະຕິບັດການແຍກຫ່າງໃນສັງຄົມ ຕື່ມອີກ 1 ອາທິດ ຫຼື ເຄິ່ງເດືອນນັ້ນ ກໍ່ຈະສືບຕໍ່ປະຕິບັດຕື່ມອີກ ດ້ວຍຄວາມຫວັງຢາກຍູ້ຖອຍໂລກລະບາດໂຄວິດ-19 ໂດຍໄວ.

ວ ງການນ ກຊ ຽວຊານ ແລະ ສ ມວນຊ ນສາກ ນຕ ລາຄາສ ງຮ ບແບບຕ ານໂລກລະບາດເພ ອບ ໃຫ ຜ ໃດຕ ກ ຢ ທາງຫ ງຂອງຫວຽດນາມ ນັກຊ່ຽວຊານລັດເຊຍ ຕີລາຄາສູງ ຫວຽດນາມ ໃນບັນຫາທະເລຕາເວັນອອກ

ຍສໝ - ບາດກ້າວເດີນອັນຖືກຕ້ອງ ແລະ ທັນການຂອງຫວຽດນາມ ແມ່ນສິ່ງພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ວ ງການນ ກຊ ຽວຊານ ແລະ ສ ມວນຊ ນສາກ ນຕ ລາຄາສ ງຮ ບແບບຕ ານໂລກລະບາດເພ ອບ ໃຫ ຜ ໃດຕ ກ ຢ ທາງຫ ງຂອງຫວຽດນາມ ນັກ​ຊ່ຽວ​ຊານ​ລັດ​ເຊຍ: ປະຊາຄົມສາກົນ ຈະສະໜັບສະໜູນ ຫວຽດນາມ

ຍສໝ - ນັກຊ່ຽວຊານ Grigory Trofimchuk, ປະທານສະພານັກຊ່ຽວຊານກອງທຶນຄົ້ນຄວ້າ ອາຊີ - ເອີຣົບ ຂອງ ລັດເຊຍ ໄດ້ເນັ້ນໜັກວ່າ ຝ່າຍຈີນ ຕ້ອງລະງັບໃຈ ແລະ ຫຼີກລ້ຽງບັນດາການກະທຳຄືແນວນີ້, ຈົ່ງທຸ່ນທ່ຽງແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງເທົ່າທີ່ຄວນໂດຍສັນຕິວິທີ ແລະ ສົມເຫດສົມຜົນ.

ວ ງການນ ກຊ ຽວຊານ ແລະ ສ ມວນຊ ນສາກ ນຕ ລາຄາສ ງຮ ບແບບຕ ານໂລກລະບາດເພ ອບ ໃຫ ຜ ໃດຕ ກ ຢ ທາງຫ ງຂອງຫວຽດນາມ ນັກຊ່ຽວຊານອົດສະຕາລີ ຕີລາຄາສູງກໍາລັງຄວາມສາມາດຂອງລັດຖະບານຫວຽດນາມ ໃນວຽກງານປ້ອງກັນ ແລະຕ້ານໂລກພະຍາດ Covid-19

ຍສໝ - ທ່ານ ສຈ. Carl Thayer ສັງກັດຢູ່ມະຫາວິທະຍາໄລ New South Wales (ອົດສະຕາລີ) ໄດ້ຕີລາຄາສູງກໍາລັງຄວາມສາມາດຂອງລັດຖະບານຫວຽດນາມ ໃນວຽກງານປ້ອງກັນ ແລະຕ້ານໂລກພະຍາດ Covid-19.

ໄຊພອນ

ເຫດການ
302 Found

Found

The document has moved here.