ລັດຖະບານຫວຽດນາມໄດ້ຮຽກຮ້ອງໃຫ້ມີການແຍກຕົວສຳລັບຜູ້ເຂົ້າເມືອງຫວຽດນາມທັງໝົດທີ່ມາຈາກບັນດາປະເທດຢູ່ພາກພື້ນ

06:37 | 19/03/2020

ຍສໝ - ການປະຕິບັດການແຍກຕົວແມ່ນກຳນົດເວລານັບແຕ່ 00 ໂມງວັນທີ 18 ມີນາ 2020.

ລັດຖະບານຫວຽດນາມໄດ້ຮຽກຮ້ອງໃຫ້ມີການແຍກຕົວສຳລັບຜູ້ເຂົ້າເມືອງຫວຽດນາມທັງໝົດທີ່ມາຈາກບັນດາປະເທດຢູ່ພາກພື້ນ

ການປະຕິບັດການແຍກຕົວແມ່ນກຳນົດເວລານັບແຕ່ 00 ໂມງວັນທີ 18 ມີນາ 2020. (ພາບປະກອບ: luatvietnam.vn)

ລັດຖະບານຫວຽດນາມໄດ້ຮຽກຮ້ອງໃຫ້ຜູ້ໂດຍສານເຊິ່ງແມ່ນພົນລະເມືອງທີ່ມາຈາກບັນດາປະເທດອາຊຽນຫຼືພົນລະເມືອງຂອງປະເທດອື່ນໆທີ່ເຄີຍຫຼືໄປຜ່ານແດນບັນດາປະເທດອາຊຽນໃນຮອບເວລາ 14 ວັນກ່ອນທີ່ເຂົ້າເມືອງຫວຽດນາມຈະຖືກບັງຄັບໃຫ້ແຍກຕົວຢູ່ລວມໝູ່ເປັນເວລາ 14 ວັນ, ໂດຍມີການຄິດໄລ່ນັບແຕ່ມື້ເຂົ້າເມືອງ.

ບັນດາວິທີຈັດຕັ້ງ ໃນການຕ້ອນຮັບ ແລະ ສົ່ງຄົນເຂົ້າເມືອງຫວຽດນາມ, ວິທີການຈັດແບ່ງກ່ຽວກັບສະໜາມບິນ, ດັດປັບການຕ້ອນຮັບຜູ້ໂດຍສານແມ່ນບັນດາເນື້ອໃນຕົ້ນຕໍທີ່ໄດ້ສຸມໃສ່ປຶກສາຫາລືທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 18 ມີນາຢູ່ຮ່າໂນ້ຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມ ຢັ້ງຢືນວ່າຄວນເຄົາລົບປະຕິບັດ 5 ເປົ້າໝາຍຕ້ານໂລກລະບາດຄື: ບໍ່ປະໃຫ້ໂລກລະບາດຕິດແປດຢ່າງວ່ອງໄວ, ບໍ່ປະໃຫ້ພາລະກອນການແພດຕິດແປດ, ບໍ່ປະໃຫ້ເກີດການຕິດແປດໃນວົງຄະນະຍາດ, ປະຊາຊົນບໍ່ຄວນກັງວົນແຕກຕື່ນ, ມີຄວາມກົມກຽວໃນການພົວພັນພາຍໃນແລະພາຍນອກ.

ຕອນທ່ຽງວັນທີ 18 ມີນາ, ກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ: ຫວຽດນາມໄດ້ກວດພົບຜູ້ຕິດເຊື້ອໄວຣັດ SARS-CoV-2 ຄົນທີ 68, ເປັນເພດຊາຍ, ສັນຊາດອາເມລິກາ, ມີທີ່ຢູ່ອາໄສຢູ່ນະຄອນດ່າໜັງ. ກ່ອນທີ່ກັບຄືນມາຫວຽດນາມ, ຜູ້ຕິດເຊື້ອຄົນທີ 68 ນີ້ໄດ້ໄປຜ່ານຫລາຍປະເທດຄື: ອິນເດຍ, ແອັດສະປາຍ, ມາຣົກ, ຊູແອັດ, ເຢຍລະມັນ, ຮຸງກາຣີ, ໂຮນລັງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.