ນັກຊ່ຽວຊານອົດສະຕາລີ ຕີລາຄາສູງກໍາລັງຄວາມສາມາດຂອງລັດຖະບານຫວຽດນາມ ໃນວຽກງານປ້ອງກັນ ແລະຕ້ານໂລກພະຍາດ Covid-19

16:30 | 26/03/2020

ຍສໝ - ທ່ານ ສຈ. Carl Thayer ສັງກັດຢູ່ມະຫາວິທະຍາໄລ New South Wales (ອົດສະຕາລີ) ໄດ້ຕີລາຄາສູງກໍາລັງຄວາມສາມາດຂອງລັດຖະບານຫວຽດນາມ ໃນວຽກງານປ້ອງກັນ ແລະຕ້ານໂລກພະຍາດ Covid-19.

ທ່ານ ສຈ. Carl Thayer ໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ໄດ້ສ້າງຕັ້ງຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກພະຍາດ Covid-19. ພ້ອມກັບການຕັດສິນໃຫ້ນັກຮຽນ, ນັກສຶກສາຢຸດຕິການຮຽນຊົ່ວຄາວ, ນອກຈາກນັ້ນລັດຖະບານຫວຽດນາມ ໄດ້ຜັນຂະຫຍາຍຫຼາຍບາດກ້າວເພື່ອແນໃສ່ແຍກຕົວບັນດາກໍລະນີສົງໄສວ່າຕິດເຊື້ອພະຍາດ Covid-19, ທັງພົນລະເມືອງຫວຽດນາມ ແລະຄົນຕ່າງປະເທດອີກດ້ວຍ.

ນັກຊ່ຽວຊານອົດສະຕາລີ ຕີລາຄາສູງກໍາລັງຄວາມສາມາດຂອງລັດຖະບານຫວຽດນາມ ໃນວຽກງານປ້ອງກັນ ແລະຕ້ານໂລກພະຍາດ Covid-19

ພາບປະກອບ

ທ່ານ ສຈ. Carl Thayer ໄດ້ຕີລາຄາວ່າ: ຫວຽດນາມ ແມ່ນ ສັງຄົມໜຶ່ງທີ່ໄດ້ຮັບການຈັດຕັ້ງເປັນຢ່າງດີ”. ໂຄສະນາຂໍ້ມູນຂ່າວສານກ່ຽວຂ້ອງເຖິງໂລກພະຍາດ Covid-19 ເຖິງປະຊາຊົນຫວຽດນາມ ຮັບປະກັນລັກສະນະກະຈ່າງແຈ້ງ, ຊັດເຈນ ແລະທັນການ ເພື່ອແນໃສ່ຫຼີກລ້ຽງບໍ່ໃຫ້ຫາງສຽງກໍ່ຄວາມກະວົນກະວາຍຕື່ນ, ພ້ອມທັງຕ້ານບັນດາ “ຂ່າວປອມ” ຢູ່ໃນສື່ສັງຄົມອອນໄລ. ສື່ມວນຊົນພາຍໃນປະເທດ, ທັງຢູ່ສູນກາງ ແລະທ້ອງຖິ່ນໄດ້ຕັ້ງໜ້າອັບເດດຂໍ້ມູນຂ່າວສານກ່ຽວກັບບັນດາມາດຕະການຂອງລັດຖະບານໃນການປ້ອງກັນ, ຕ້ານໂລກພະຍາດ Covid-19 ກໍ່ຄືສະພາບການໂລກພະຍາດຢູ່ປະເທດຕ່າງໆ, ນັບແຕ່ປະເທດຈີນ ຕະຫຼອດຮອດ ເອີລົບ, ອາເມລິກາ ແລະຫຼາຍແຫ່ງອື່ນໆ ເພື່ອແນໃສ່ຍົກສູງຄວາມຮັບຮູ້ໃຫ້ປະຊາຊົນກ່ຽວກັບຄວາມຮ້າຍແຮງຂອງໂລກພະຍາດ Covid-19 ແລະຄວາມຈໍາເປັນໃຫ້ບັນດາການກະທໍາຢ່າງຂ້ຽວຂາດຂອງລັດຖະບານ.

ຕາມທ່ານ Stephen Turban ແລ້ວ, “ເບິ່ງລວມແລ້ວລັດຖະບານຫວຽດນາມ ໄດ້ເຮັດວຽກງານກວດຫາເຊື້ອ ແລະແຍກປ່ຽວຜູ້ທີ່ສົງໄສວ່າຕິດເຊື້ອພະຍາດ Covid-19 ເປັນຢ່າງດີ". ທ່ານ ສຈ. Carl Thayer ຢັ້ງຢືນວ່າ, “ເວົ້າລວມແລ້ວ, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ, ບັນດາແພດໝໍຕ່າງປະເທດທີ່ເຮັດວຽກຢູ່ຫວຽດນາມ ລ້ວນແຕ່ຕີລາຄາສູງຄວາມເປັນເຈົ້າການ ແລະຂ້ຽວຂາດຂອງລັດຖະບານຫວຽດນາມ”.

ນັກຊ່ຽວຊານອົດສະຕາລີ ຕີລາຄາສູງກໍາລັງຄວາມສາມາດຂອງລັດຖະບານຫວຽດນາມ ໃນວຽກງານປ້ອງກັນ ແລະຕ້ານໂລກພະຍາດ Covid-19

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟູກ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19.( ພາບ: TTXVN)

ນອກຈາກນັ້ນ, ທ່ານ Kidong Park ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ກໍ່ຕີລາຄາສູງ “ຄວາມເປັນເຈົ້າການໃນການແກ້ໄຂ ແລະ ຢຶດໝັ້ນໃນຕະຫລອດວິວັດການຮັບມືກັບໂລກລະບາດ” ຂອງລັດຖະບານ ຫວຽດນາມ. ໃນຂະນະນັ້ນ, ສຳນັກຂ່າວສານ Bloomberg ມີຄວາມສົນໃຈເຖິງມາດຕະການຂອງ ຫວຽດນາມ ໃນການເປີດກ້ວາງເນື້ອທີ່ແຍກຕົວ ເພື່ອຮັບໃຊ້ວຽກງານແຍກຕົວຊາວ ຫວຽດນາມ ທີ່ກັບເມືອ ຈາກບັນດາປະເທດອື່ນ.

ສື່ມວນຊົນຕ່າງປະເທດກໍ່ໃຫ້ຂ່າວກ່ຽວກັບທ່ານ Gareth Ward ເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ ທີ່ໄດ້ສົ່ງຄຳຂອບໃຈເຖິງບັນດາແພດໝໍ ແລະ ລັດຖະບານ ຫວຽດນາມ ເຊິ່ງໄດ້ຊ່ວຍພົນລະເມືອງ ອັງກິດ ເມື່ອມາ ຫວຽດນາມ ເຊິ່ງກວດພົບໂລກພະຍາດ Covid-19.

(ໄຊພອນ)

ເຫດການ
302 Found

Found

The document has moved here.