ຢູ່ລາວມີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມ 1 ຄົນ

09:59 | 23/09/2020

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ລາຍງານໃນວັນທີ 22 ກັນຍາ 2020 ນີ້ ວ່າ: ໃນວັນທີ 21 ກັນຍາ 2020 ຢູ່ປະເທດເຮົາໄດ້ກວດພົບ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ຈໍານວນ 54 ກໍລະນີ. 

ຢ ລາວມ ຜ ເສຍຊ ວ ດຈາກພະຍາດໄຂ ຍ ງລາຍ ເພ ມ 1 ຄ ນ GNI ມອບຂອງຂວັນໃຫ້ເດັກນ້ອຍກວ່າ 1.000 ຄົນ ຢູ່ ແຂວງຮວ່າບີ່ງ
ຢ ລາວມ ຜ ເສຍຊ ວ ດຈາກພະຍາດໄຂ ຍ ງລາຍ ເພ ມ 1 ຄ ນ ອົງການ Zhishan ໄດ້ມອບທຶນການສຶກສາຄັ້ງ ທີ 1 ໃຫ້ນັກຮຽນເກືອບ 600 ຄົນ ຢູ່ ເທື່ອທຽນເຫວ້
ຢ ລາວມ ຜ ເສຍຊ ວ ດຈາກພະຍາດໄຂ ຍ ງລາຍ ເພ ມ 1 ຄ ນ
ພາບປະກອບ

ໃນນີ້, ມີຜູ້ເສຍຊີວິດ 1 ຄົນ, ເປັນເພດຊາຍ ອາຍຸ 40 ປີ, ຢູ້ບ້ານຫຍໍ້, ເມືອງບຸນເໜືອ ແຂວງຜົ້ງສາລີ, ຜ່ານການຕິດຕາມປະ ຫວັດ ອາການຂອງຜູ້ກ່ຽວ ເຫັນໃນວັນທີ 4 ກັນຍາ 2020 ແມ່ນມີອາການໄຂ້, ເຈັບຫົວ, ປວດຕົນໂຕ, ມີຈຸດຊໍ້າເລືອດຕາມຕົນໂຕ. ມາຮອດວັນທີ 6 ກັນຍາ 2020 ໄດ້ມາກວດຢູ່ໂຮງໝໍ ແຂວງອຸດົມໄຊ ແລະ ແພດໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອພະຍາດ ຜົນກວດແມ່ນພົບເຊື້ອ ພະຍາດໄຂ້ຍຸງລາຍ, ຈາກນັ້ນແພດໄດ້ແນະນຳ ໃຫ້ນອນຕິດຕາມອາການ ແຕ່ຜູ້ກ່ຽວບໍ່ຍອມນອນ ແລະ ໄດ້ກັບເມືອບ້ານ. ຕົກມາຮອດວັນທີ 8 ກັນຍາ 2020 ຜູ້ກ່ຽວໄດ້ກັບມາປິ່ນປົວ ຢູ່ໂຮງໝໍແຂວງອຸດົມໄຊ, ຍ້ອນມີເລືອດດັງອອກ, ເຈັບທ້ອງ, ຮາກອອກເລືອດ, ມີອາການຊອກ ແລະ ເສຍຊີວິດ ໃນວັນທີ 9 ກັນຍາ 2020.

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ແຈ້ງໃຫ້ຮູ້ຕື່ມວ່າ: ນັບແຕ່ວັນທີ 1 ມັງກອນ 2020-21 ກັນຍາ 2020 ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ກໍລະນີສະສົມທົ່ວປະເທດທັງໝົດ 6.531 ຄົນ, ນະ ຄອນຫລວງວຽງຈັນ ມີຜູ້ຕິດເຊື້ອຫລາຍກວ່າໝູ່ເຖິງ 1.529 ຄົນ, ຮອງລົງມາແມ່ນ ແຂວງບໍລິຄຳໄຊ 741 ຄົນ, ບໍ່ແກ້ວ 654 ຄົນ ແລະ ວຽງຈັນ 650 ຄົນ. ຈຳນວນຜູ້ເສຍຊີວິດຍ້ອນ ພະຍາດໄຂ້ຍຸງລາຍ ມີທັງໝົດ 12 ຄົນ. ໃນນີ້, ຢູ່ນະຄອນຫລວງວຽງຈັນ ມີ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ, ຊຽງຂວາງ, ສະຫວັນນະເຂດ ແລະ ຜົ້ງສາລີ ແຂວງລະ 1 ຄົນ).

ສະນັ້ນ, ເພື່ອທຳລາຍແຫລ່ງເພາະພັນຂອງຍຸງລາຍ, ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5ປ ຢ່າງເຄັ່ງຄັດ ໃຫ້ເປັນປະ ຈຳ, ຖ້າມີອາການໄຂ້ ແມ່ນໃຫ້ຮີບຮ້ອນ ໄປພົບແພດໝໍໂດຍດ່ວນ ແລະ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຮັບການປິ່ນປົວຢ່າງທັນການ.

ຢ ລາວມ ຜ ເສຍຊ ວ ດຈາກພະຍາດໄຂ ຍ ງລາຍ ເພ ມ 1 ຄ ນ ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ

ຄະນະ​ສະ​ເພາະ​ກິດປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການ​ລະບາດ​ ຂອງ​ພະຍາດ​ໂຄ ວິດ-19 ຢືນຢັນວ່າ​ ມາ​ຮອດ​ໃນ​ວັນ​ທີ 8 ພຶດສະພາ 2020 ສປປ ລາວ ຍັງບໍ່​ພົບ​ຜູ້ຕິດ​ເຊື້ອ​ໄວຣັດ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ ຕິດ​ຕໍ່​ກັນ​ແລ້ວ 26 ມື້. ຄະນະ​ທີ່ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 27.569 ຄົນ ແລະ ເສຍຊີວິດ 2.069 ຄົນ. ສະເພາະກຸ່ມປະເທດອາຊຽນ ເຫັນວ່າຍັງມີບາງປະເທດ ທີ່ມີອັດຕາ ...

ຢ ລາວມ ຜ ເສຍຊ ວ ດຈາກພະຍາດໄຂ ຍ ງລາຍ ເພ ມ 1 ຄ ນ ປະເທດລາວ: 10 ມື້ຕິດຕໍ່ກັນ ບໍ່ມີຜູ້ຕິດເຊື້ອພະຍາດ COVID-19 ເພີ່ມ, ມີຜູ້ປິ່ນປົວຫາຍດີ 2 ຄົນ

ອີງຕາມການຖະແຫລງຂ່າວຂອງທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ປະເທດລາວ, ຜູ້ປະຈໍາການ ຄະນະສະເພາະກິດ ໃຫ້ຮູ້ວ່າ: ມື້ນີ້ເປັນມື້ທີ 10 ແລ້ວທີ່ ສປປ.ລາວ ບໍມີຜູ້ຕິດເຊື້ອ COVID-19, ແລະ ຮຽກຮ້ອງປະຊາຊົນ ມີຄວາມຈຳເປັນຕ້ອງສືບຕໍ່ປະຕິບັດມາດຕະການຂອງລັດຖະບານຢ່າງເຂັ້ມງວດ ເພື່ອໄດ້ເອົາຊະນະການລະບາດພະຍາດ COVID-19.

ຢ ລາວມ ຜ ເສຍຊ ວ ດຈາກພະຍາດໄຂ ຍ ງລາຍ ເພ ມ 1 ຄ ນ ລາວ ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ ລວມເປັນ 19 ຄົນ

ຍສໝ - ຕາມການຖະແຫຼ່ງຂ່າວຂອງກະຊວງສາທາລະນະສຸກ ສປປ.ລາວ ໃນວັນທີ 12 ເມສາ 2020 ໃຫ້ຮູ້ວ່າ: ໃນ 46 ຕົວຢ່າງທີ່ໄດ້ທົດສອບວິເຄາະ ໂດຍກະຊວງສາທາລະນະສຸກລາວ ໃນວັນທີ 11 ເມສາ, ໄດ້ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ, ມີປະຫວັດສໍາພັດພົວພັນ ກັບຜູ້ຕິດເຊື້ອທີ່ 16.

kpl.gov.la

ເຫດການ
302 Found

Found

The document has moved here.