ມີສະຕິປະຕິບັດການດໍາເນີນວິຖີຊີວິດແບບໃໝ່ ປ້ອງກັນພະຍາດໂຄວິດ-19

09:00 | 27/03/2021

ປັດຈຸບັນ, ເຖິງວ່າ ສປປ ລາວເຮົາ ໄດ້ຮັບວັກແຊງ ປ້ອງກັນພະຍາດ ອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຈໍານວນໜຶ່ງແລ້ວກໍຕາມ, ແຕ່ສິ່ງສໍາຄັນແມ່ນ ຕ້ອງປະຕິບັດຫລັກການ ປ້ອງກັນໄວ້ດີກວ່າແກ້, ນັ້ນກໍຄືການມີສະຕິ ປະຕິບັດການດໍາເນີນ ວິຖີຊີວິດແບບໃໝ່ (New Normale), ພາຍຫລັງເຫັນວ່າ ປັດຈຸບັນມີແຮງງານລາວ ຈໍານວນຫລາຍໄດ້ກັບມາ ຈາກປະເທດໃກ້ຄຽງ ທີ່ມີການລະບາດ ຂອງພະຍາດໂຄວິດ ຢ່າງໜ້າເປັນຫວ່ງ. ຂະນະທີ່ໃນວັນທີ 11 ມີນາ 2021 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຊິ່ງເຮັດໃຫ້ຕົວເລກ ຜູ້ຕິດເຊື້ອພະຍາດດັ່ງກ່າວ ສະສົມຢູ່ປະເທດເຮົາ ມີທັງໝົດ 48 ຄົນ. ໃນນີ້ມີ 6 ຄົນແມ່ນປິ່ນປົວ ຢູ່ໂຮງໝໍກໍານົດໄວ້, ໂດຍທັງໝົດມີສຸຂະພາບແຂງແຮງດີ.

ມ ສະຕ ປະຕ ບ ດການດ າເນ ນວ ຖ ຊ ວ ດແບບໃໝ ປ ອງກ ນພະຍາດໂຄວ ດ 19 ຟື້ນ​ຟູ, ສ້ອມແປງ ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ປະ​ຕິ​ວັດ​ລາວຢູ່​ຮ່​ວາ​ບິ່ງ
ມ ສະຕ ປະຕ ບ ດການດ າເນ ນວ ຖ ຊ ວ ດແບບໃໝ ປ ອງກ ນພະຍາດໂຄວ ດ 19 ວັນທີ 19 ມີນາ: ກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ
ມ ສະຕ ປະຕ ບ ດການດ າເນ ນວ ຖ ຊ ວ ດແບບໃໝ ປ ອງກ ນພະຍາດໂຄວ ດ 19
ພາບປະກອບ

ຫວ່າງແລ້ວນີ້, ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວກັບ ການຄວບຄຸມພະຍາດ ອັກເສບປອດທີ່ເກີດຈາກ ເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດວັນທີ 11 ມີນາ 2021 ຢູ່ ສປປ ລາວເຮົາ ຍັງບໍ່ພົບຜູ້ຕິດເຊື່ອເພີ່ມ, ແຕ່ຂໍຮຽກຮ້ອງໃຫ້ສັງຄົມ ກໍຄື ປະຊາຊົນບັນດາເຜົ່າ ສືບຕໍ່ເອົາໃຈໃສ່ ປະຕິບັດມາດຕະ ການປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ, ໂດຍສະເພາະມີສະຕິ ໃນການປະຕິບັດການດໍາເນີນວິຖີຊີວິດ ແບບໃໝ່ເປັນຕົ້ນແມ່ນ ໃສ່ຜ້າອັດປາກ-ດັງ ເວລາອອກຈາກເຮືອນ, ໝັ່ນລ້າງມືດ້ວຍສະບູ ຫລື ເຈວລ້າງມື ທີ່ມີສ່ວນປະສົມຂອງເຫລົ້າ, ຫລີກເວັ້ນການໄປບ່ອນ ທີ່ມີຄົນແອອັດ ແລະ ການຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ.

ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ກ່າວວ່າ: ມາຮອດວັນທີ 12 ມີນາ 2021 ທົ່ວໂລກມີລາຍງານ ການລະບາດພະຍາດ ດັ່ງກ່າວຫລາຍກວ່າ 119 ລ້ານຄົນ. ໃນນີ້, ເສຍຊິວິດແລ້ວຫລາຍກວ່າ 2,6 ລ້ານຄົນ. ສໍາລັບການເຝົ້າລະວັງພະຍາດນີ້ ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງ ວັນທີ 11 ມີນາ 2021, ເຫັນວ່າທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ຈໍານວນ 2.523 ຄົນ. ໃນນີ້, ຜ່ານດ່ານລາວ-ໄທ ມີ 1.432 ຄົນ, ດ່ານລາວ-ຈີນ ມີ 47 ຄົນ ແລະ ດ່ານລາວ-ຫວຽດນາມ ມີ 997 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ ມີ 47, ທັງໝົດແມ່ນໄດ້ ແທກອຸນຫະພູມຮ່າງກາຍ, ເກັບຕົວຢ່າງມາກວດຫາເຊື້ອໂຄວິດ ແລ້ວຈຶ່ງນຳສົ່ງໄປຫາ ສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າ ຈະຄົບກຳນົດ 14 ວັນ.ປັດຈຸບັນ, ທົ່ວປະເທດມີຜູ້ຖືກ ຈໍາກັດບໍລິເວນ ຈໍານວນ 2.765 ຄົນ ຢູ່ໃນ 35 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 734 ຄົນ ແລະ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າວັນທີ 11 ມີນາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່. ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ສະສົມຢູ່ປະເທດເຮົາມີທັງໝົດ 48 ຄົນ. ສຳລັບຜູ້ຕິດເຊື້ອ ໂຄວິດ-19 ທີ່ຍັງສືບຕໍ່ນອນ ປິ່ນປົວຢູ່ໂຮງໝໍມີ 6 ຄົນ.

ປັດຈຸບັນ ສປປ ລາວ ເຮົາໄດ້ຮັບການຊ່ວຍເຫລືອ ວັກແຊງປ້ອງກັນພະຍາດ ໂຄວິດ-19 ຈາກ ສປ ຈີນ ຈຳນວນ 300.000 ໂດສ ແລະ ຈາກ ສ ຣັດເຊຍ 1.000 ໂດສ. ການສັກວັກແຊງ ແມ່ນເພື່ອແກ້ໄຂພາວະສຸກເສີນ ຈາກການລະບາດ ຂອງພະຍາດດັ່ງກ່າວ ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍ ບູລິມະສິດກ່ອນ ເປັນຕົ້ນແມ່ນ ພະນັກງານແພດໝໍ, ພະນັກງານດ່ານໜ້າ ຜູ້ທີ່ມີຄວາມສ່ຽງສູງ, ເຊິ່ງລວມທັງສູນກາງ ແລະ ທ້ອງຖິ່ນ, ເຊິ່ງມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍ ບູລິມະສິດໄປແລ້ວ ທັງໝົດ 19.871 ຄົນ. ໃນນັ້ນ, ມີ ໄຊຍະບູລີ, ນະຄອນຫລວງ, ຈຳປາສັກ ແລະ ອີກຫລາຍໆແຂວງ. ຢ່າງໃດກໍຕາມ, ສະພາບການແຜ່ລະບາດ ຂອງພະຍາດ COVID-19 ຍັງສ້າງຄວາມກັງວົນ ໃຫ້ແກ່ຫລາຍປະເທດໃນທົ່ວໂລກ, ໂດຍສະເພາະ ບັນດາປະເທດໃກ້ຄຽງພວກເຮົາ ແມ່ນມີລາຍງານ ຜູ້ຕິດເຊື້ອເພີ່ມຂຶ້ນ ແບບລາຍວັນ, ຂະນະດຽວກັນ ກໍມີກຸ່ມຄົນຈໍານວນໜຶ່ງ ຈາກປະເທດໃກ້ຄຽງ ທີ່ມີຄວາມຈໍາເປັນ ແລະ ໄດ້ຮັບອະນຸຍາດ ໃຫ້ເດີນທາງເຂົ້າມາ ໃນປະເທດພວກເຮົາ ເຮັດໃຫ້ ສປປ ລາວເຮົາ ມີຄວາມສ່ຽງທີ່ອາດ ຈະມີການນໍາເຂົ້າເຊື້ອ ພະຍາດໂຄວິດ-19 ເຂົ້າມາໃນປະເທດ. ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ບັນດາເຜົ່າ ສືບຕໍ່ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຂັ້ມງວດ.

ມ ສະຕ ປະຕ ບ ດການດ າເນ ນວ ຖ ຊ ວ ດແບບໃໝ ປ ອງກ ນພະຍາດໂຄວ ດ 19 ຢູນີເທວ ຈັດສຳມະນາດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດີຈີຕອນ ຢູ່ແຂວງຈຳປາສັກ

ໃນໂອກາດດຽວກັນ, ກໍໄດ້ມີ ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສຶກສາ ແລະ ສະໜອງບໍລິການ ເຕັກໂນໂລຊີ ຂໍ້ມູນຂ່າວສານຮອບດ້ານກ່ຽວກັບການບໍລິຫານລັດດ້ວຍເອເລັກໂຕຣນິກ, ຫັນເປັນດິຈິຕອນ ແລະ ສ້າງຕົວເມືອງທັນສະໃໝ (Smart City) ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ວິໄລ ແກ້ວມະນີໄລ ຫົວໜ້າພະແນກ ປທສ ແຂວງຈຳປາສັກ ແລະ ທ່ານ ບຸນມີ ...

ມ ສະຕ ປະຕ ບ ດການດ າເນ ນວ ຖ ຊ ວ ດແບບໃໝ ປ ອງກ ນພະຍາດໂຄວ ດ 19 ສະຫລຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຕາງໜ້າໃຫ້ການນໍາພັກ-ລັດ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທຸກຂັ້ນ ພ້ອມດ້ວຍອໍານາດການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ.

ມ ສະຕ ປະຕ ບ ດການດ າເນ ນວ ຖ ຊ ວ ດແບບໃໝ ປ ອງກ ນພະຍາດໂຄວ ດ 19 ປະຊາຊົນ ຢ່າຖືເບົາຊ່ວຍກັນທຳລາຍ ແຫລ່ງເພາະພັນໜອນນ້ຳຍຸງລາຍ

ສຳລັບຕົວເລກໄຂ້ຍຸງລາຍໃນວັນທີ 10 ມີນາ 2021 ສປປ ລາວ ມີລາຍງານຜູ້ຕິດເຊື້ອ ຈຳນວນ 03 ກໍລະນີ ແຕ່ບໍ່ມີຜູ້ເສຍຊີວິດ (ມີລາຍງານຈາກ ນະຄອນຫລວງວຽງຈັນ ແລະ 11 ແຂວງ) ຕົວເລກໄຂ້ຍຸງລາຍນັບແຕ່ວັນທີ 26/12/2020 ເປັນຕົ້ນມາ ຮອດວັນທີ 10/03/2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 144 ຄົນ ...

kpl.gov.la

ເຫດການ
302 Found

Found

The document has moved here.