ປັດຈຸບັນນີ້ ທົ່ວປະເທດ ລາວ ສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ມີ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.475 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບ

20:59 | 19/10/2020

ໃນວັນທີ 18 ຕຸລາ ທີ່ຜ່ານມານີ້, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 332 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 102 ຕົວຢ່າງ, ແຮງງານຈີນ 05 ຕົວຢ່າງ, ແຮງງານຫວຽດນາມ 188 ຕົວຢ່າງ, ແຮງງານໄທ 02 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 34 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ. 

ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ 40.264.218 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.118.167 ຄົນ
ພົນລະເມືອງຫວຽດນາມຫຼາຍກ່ວາ 240 ຄົນຈາກມຽນມາ ໄດ້ກັບຄືນບ້ານຢ່າງປອດໄພ
ປັດຈຸບັນນີ້ ທົ່ວປະເທດ ລາວ ສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ມີ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.475 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບ
ພາບປະກອບ

ໃນວັນທີ 19 ຕຸລາ 2020, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 18 ຕຸລາ ທີ່ຜ່ານມານີ້, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 332 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 102 ຕົວຢ່າງ, ແຮງງານຈີນ 05 ຕົວຢ່າງ, ແຮງງານຫວຽດນາມ 188 ຕົວຢ່າງ, ແຮງງານໄທ 02 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 34 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ. ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ ຮອດ ວັນທີ 18 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 60.565 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.

ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 23 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ ແລະ ບໍ່ມີອາການຜິດປົກກະຕິຫຍັງ. ປັດຈຸບັນນີ້ ທົ່ວປະເທດ ສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ມີ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.475 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໄດ້ກ່າວອີກວ່າ: ອີງໃສ່ສະພາບການລະບາດ ໃນທົ່ວໂລກ ທີ່ຍັງເພີ່ມຂຶ້ນ ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ພາກັນເອົາໃຈໃສ່ສືບຕໍ່ປະຕິບັດ ແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 1049/ຫສນຍ, ລົງວັນທີ 30 ກັນຍາ 2020 ຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ສຳລັບຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ແມ່ນໃຫ້ສຶກສາ ຄຳແນະນຳ ທີ່ຄະນະສະເພາະກິດ ໄດ້ວາງອອກ, ສະບັບເລກທີ 3053/ສພກ, ລົງວັນທີ 14 ຕຸລາ 2020. ພ້ອມດຽວກັນນັ້ນ ກໍສືບຕໍ່ປະຕິບັດ ການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອຫຼຸດຜ່ອນ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

ທົ່ວປະເທດ ລາວ ມີຜູ້ຕິດເຊື້ອໄຂ້ຍຸງຫລາຍກວ່າ 7 ພັນຄົນແລ້ວ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ໃນວັນທີ 9 ຕຸລາ 2020 ນີ້ວ່າ: ນັບແຕ່ວັນທີ 1 ມັງກອນ 2020- 8 ຕຸລາ 2020 ທົ່ວປະເທດ ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ7.064 ຄົນ, ສະເພາະວັນທີ 8 ຕຸລາ 2020 ມີພົບຜູ້ຕິດເຊື້ອໄຂ້ຍຸງ 33 ກໍລະນີ, ສ່ວນແຂວງ ທີ່ມີການລາຍງານ ຕິດເຊື້ອຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ມີເຖິງ 1.622 ຄົນ, ຮອງລົງມາແມ່ນບໍລິຄຳໄຊ 792 ຄົນ, ບໍ່ແກ້ວ 694 ຄົນ ແລະ ສະຫວັນນະເຂດ 680 ຄົນ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ 7.636.185 ຄົນ, ມີຜູ້ເສຍຊີວິດ 214.609 ຄົນ.

ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2

ຍສໝ - ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ຈາກ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ປະທານຄະນະກຳມະການປະຊາຊົນແຂວງ; ມີໝູ່ຄະນະ ແລະ ບຸກຄົນ 6 ຄົນ ໄດ້ຮັບໃບຍ້ອງຍໍຈາກສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.

kpl.gov.la

ເຫດການ
302 Found

Found

The document has moved here.