ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບ ກັບ ນາຍົກລັດຖະມົນຕີລາວ ກ່ຽວກັບການຮັບມືກັບໂລກລະບາດ ໂຄວິດ - 19

06:30 | 27/03/2020

ຍສໝ - ຫວຽດນາມ ພ້ອມແລ້ວທີ່ຈະສົ່ງຜູ້ຊ່ຽວຊານທາງສາທາລະນະສຸກໄປໜູນຊ່ວຍລາວ ແລະ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ.

ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບ ກັບ ນາຍົກລັດຖະມົນຕີລາວ ກ່ຽວກັບການຮັບມືກັບໂລກລະບາດ ໂຄວິດ - 19

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.(ພາບ:VGP)

ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ໃນການຮັບມືກັບໂລກລະບາດ ໂຄວິດ - 19. ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກເຖິງການສົມທົບ ແລະ ໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງບັນດາປະເທດໃນສະພາບເກີດໂລກລະບາດໂຄວິດ - 19 ແມ່ນມີຄວາມຈໍາເປັນ ແລະ ມີຄວາມໝາຍ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງຜູ້ຊ່ຽວຊານທາງສາທາລະນະສຸກໄປໜູນຊ່ວຍສອງປະເທດດັ່ງກ່າວ ແລະ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ.

ໃນເວລາ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 14 ຄົນ. ໃນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 14 ຄົນດັ່ງກ່າວ, ມີ 10 ຄົນໄດ້ຮັບການແຍກຕົວປິ່ນປົວຢູ່ຕ່າງຫາກຢ່າງທັນທີພາຍຫຼັງເຂົ້າເມືອງຫວຽດນາມແລະມີ 1 ຄົນເປັນທ່ານໝໍຕິດຈາກຄົນເຈັບທີ່ພວມໄດ້ຮັບການປິ່ນປົວຢູ່ຕ່າງຫາກ (11 ຄົນດັ່ງກ່າວບໍ່ມີຄວາມສ່ຽງແຜ່ລາມອອກສູ່ວົງຄະນະຍາດ), 3 ຄົນມີການດຳລົງຊີວິດໃນ ວົງຄະນະຍາດ.ປັດຈຸບັນບັນດາຄົນເຈັບພວມໄດ້ຮັບການແຍກຕົວຢູ່ລວມໝູ່ ແລະ ມີອາການສຸຂະພາບເປັນປົກກະຕິ.

ມາຮອດວັນທີ 26 ມີນາ 2020 ຍອດຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ເພີ່ມຂຶ້ນເປັນ 6 ກໍລະນີແລ້ວ, ຫລັງຈາກກະຊວງສາທາລະນະສຸກ ຢືນຢັນວ່າມີການຕິດເຊື້ອເພີ່ມອີກ 3 ຄົນ ໃນຕອນບ່າຍວັນທີ 26 ມີນາ ຈາກຜົນກວດ ວິເຄາະຫາເຊື້ອທັງໝົດ 181 ກໍລະນີ, ໂດຍທັງສາມເປັນຜູ້ສຳຜັດໃກ້ຊິດກັບຜູ້ທີ່ຢັ້ງຢືນການຕິດເຊື້ອ. ໃນຕອນບ່າຍ ວັນທີ 26 ມີນາ ນີ້ວ່າ: ຈຳນວນ 3 ກໍລະນີ ທີ່ຕິດເຊື້ອເພີ່ມ ຄື 1 ເພດຊາຍ ອາຍຸ 42 ປີ ຢູ່ບ້ານປ່ອງຄຳ ນະຄອນຫລວງພະບາງ ແຂວງຫລວງພະບາງ, 2 ເພດຊາຍ ອາຍຸ 52 ປີ ຢູ່ບ້ານວິຊຸນ ນະຄອນຫລວງພະບາງ ແຂວງ ຫລວງພະບາງ, ເຊິ່ງທັງສອງກໍລະນີ ເປັນພະນັກງານຂັບລົດໃຫ້ແກ່ກຸ່ມ ນັກທ່ອງທ່ຽວທີ່ຢັ້ງຢືນການຕິດເຊື້ອ. ສໍາລັບກໍລະນີທີ 3 ເປັນເພດຊາຍ ອາຍຸ 41 ປີ ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເປັນຜູ້ສຳຜັດໃກ້ຊິດກັບກໍລະນີ ຕິດເຊື້ອຜູ້ທີສາມ.

ໄລ່ຮອດເວລາ 22 ໂມງ 30 ນາທີຂອງວັນທີ 25 ມີນາ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດໃນທົ່ວໂລກ ແມ່ນ 440.697 ຄົນ, ໃນຂະນະນັ້ນ ຍອດຈຳນວນຜູ້ເສຍຊີວິດແມ່ນ 19.756 ຄົນ ແລະ ໄດ້ແຜ່ລະບາດອອກສູ່ 196 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.