ນາຍົກ ເນັ້ນໃຫ້ເຂັ້ມງວດການເຂົ້າ-ອອກເມືອງ ສ່ວນຮ້ານບັນເທີງ ຫາກຝ່າຝືນ ລົງໂທດຕາມລະບຽບການ

13:25 | 07/08/2020

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ໄດ້ເນັ້ນ​ ໃຫ້​ພາກສ່ວນ​ກ່ຽວຂ້ອງ​ຈັດ​ ຕັ້ງ​ປະຕິບັດ​ມາດ​ຕະການ​ທີ່​ລັດຖະບານ ແລະ ຄະນະ​ສະ ເພາະ​ກິດ​ວາງ​ອອກ ພ້ອມ​ທັງ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ​ການ​ເຂົ້າ​-​ອອກ​ເມືອງ ຫາກ​ພົບ​ເຫັນ​ຜູ້​ລັກລອບ​ເຂົ້າ​ເມືອງ​ໃຫ້​ນຳໄປ​ກວດ​ຫາ​ເຊື້ອ ພ້ອມ​ດຳເນີນ​ຕາມ​ກົດ​ໝາຍ. ໃນ​ຂະນະ​ທີ່​ຮ້ານ​ບັນເທີງ, ຮ້ານ​ເຫຼົ້າ​-​ເບຍ ທີ່​ລັດຖະບານ​ສັ່ງ​ປິດ​ຊົ່ວຄາວ​ນັ້ນ ຫາກ​ລະເມີດ​ໃຫ້​ດຳເນີນ​ການ​ຕັກເຕືອນ, ປັບໃໝ ແຕ່​ຖ້າ​ຫາກ​ຍັງ​ຝ່າຝືນ​ອີກ​ໃຫ້​ລົບ​ລ້າງ​ໃບ​ອະນຸຍາດ ແລະ ໃບ​ທະບຽນ​ດຳເນີນ​ວິ​ສາ​ຫະ​ກິດ.

ນາຍ ກ ເນ ນໃຫ ເຂ ມງວດການເຂ າ ອອກເມ ອງ ສ ວນຮ ານບ ນເທ ງ ຫາກຝ າຝ ນ ລ ງໂທດຕາມລະບຽບການ ອົດສະຕາລີ ໜູນຊ່ວຍຫວຽດນາມ ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19
ນາຍ ກ ເນ ນໃຫ ເຂ ມງວດການເຂ າ ອອກເມ ອງ ສ ວນຮ ານບ ນເທ ງ ຫາກຝ າຝ ນ ລ ງໂທດຕາມລະບຽບການ ອາເມລິກາ ສະໜັບສະໜູນອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງໃນພາກພື້ນ
ນາຍ ກ ເນ ນໃຫ ເຂ ມງວດການເຂ າ ອອກເມ ອງ ສ ວນຮ ານບ ນເທ ງ ຫາກຝ າຝ ນ ລ ງໂທດຕາມລະບຽບການ

ວັນ​ທີ 5 ສິງຫາຜ່ານ​ມາ ທີ່ສຳນັກງານ​ນາຍົກລັດຖະ ມົນຕີ ໄດ້​ມີ​ກອງ​ປະຊຸມ​ປຶກ ສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂການ​ແຜ່​ລະບາດ ຂອງ​ພະຍາດ​ໂຄ​ວິດ-19 ໂດຍ​ການ​ເປັນ​ປະທານຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ; ມີ​ບັນດາ​ທ່ານ ໃນ​ຄະນະ​ສະເພາະ​ກິດ ແລະ ພະນັກງານ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ກອງ​ປະຊຸມ ໄດ້​ຮັບ​ຟັງ ​ການ​ລາຍ​ງານກ່ຽວ​ກັບ​ການ ຈັດຕັ້ງ​ປະຕິບັດບັນດາ​ມາດ​ຕະການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະບາດ ຂອງ​ພະຍາດ​ໂຄ​ວິດ-19 ຢູ່ ສປປ ລາວ ໃນໄລຍະ​ເດືອນ​ກໍລະກົດ ແລະ ຕົ້ນ​ເດືອນ​ສິງ ຫາ, ຈາກ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຮອງ​ຫົວໜ້າ​ຄະນະ​ສະເພາະ​ກິດ; ຫຼັງ​ຈາກ​ນັ້ນ ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ໄດ້​ປະກອບ​ຄຳ​ຄິດ​ເຫັນຕໍ່​ວຽກ​ງານທີ່​ຕິດ​ພັນ​ກັບ​ຂະແໜງການ​ຂອງ​ຕົນ, ພ້ອມ​ທັງ ຕີ​ລາຄາ​ປະ​ເມີນ​ຄືນການຈັດຕັ້ງ​ປະຕິບັດ​ວຽກ​ງານ ແລະ ສະເໜີ​ປັບປຸງ​ບາງ​ວຽກ​ງານ ທີ່​ເຫັນ​ວ່າບໍ່​ທັນ​ຈະແຈ້ງ, ການຈັດຕັ້ງ​ປະຕິບັດ​ບໍ່​ທັນ​ໄດ້​ດີ​ເທົ່າ​ທີ່​ຄວນ ແລະ ຍັງ​ມີ​ຊ່ອງ​ຫວ່າງ ທີ່​ອາດ​ເຮັດ​ໃຫ້​ເກີດ​ຄວາມ​ສ່ຽງຕໍ່​ວຽກ​ງານ​ປ້ອງ​ກັນ, ຄວບ​ຄຸມ, ສະກັດ​ກັ້ນ ແລະ ແກ້​ໄຂ ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ປະເທດ​ເຮົາ.

ໃນ​ຕອນ​ທ້າຍ, ທ່ານ​ນາຍົກລັດຖະມົນຕີ ໄດ້​ມີ​ຄຳ​ເຫັນ​ສະຫຼຸບ​ສັງ​ລວມ ຜົນ​ການ​ປຶກສາ​ຫາລື ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ແລະ ມີ​ທິດ​ຊີ້​ນຳ ໃຫ້​ພາກສ່ວນ ແລະ ຂະແໜງການ​ທີ່​ກ່ຽວຂ້ອງ ເອົາໃຈໃສ່​ຕໍ່​ບາງ​ວຽກ​ງານ​ຕື່ມ ເປັນຕົ້ນສືບຕໍ່​ເຂັ້ມ​ງວດ ຕໍ່​ການຈັດຕັ້ງ​ປະຕິບັດ​ບັນດາ​ມາດ​ຕະການ ທີ່​ລັດຖະບານ ແລະ ຄະນະ​ສະເພາະ​ກິດ​ວາງ​ອອກ; ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ​ການ​ເຂົ້າ​-​ອອກ​ເມືອງ ໃຫ້​ຖືກຕ້ອງຕາມ​ກົດໝາຍ ແລະ ລະບຽບ​ການ, ກໍລະນີ​ພົບ​ເຫັນ​ຜູ້​ລັກລອບ​ເຂົ້າ​ເມືອງ​ແບບ​ບໍ່​ຖືກຕ້ອງ ແມ່ນ​ໃຫ້​ນຳ​ໂຕ​ໄປ​ກວດ​ຫາ​ເຊື້ອ ແລ້ວ​ກັກ​ບໍລິເວນ​ຢູ່​ໂຮງແຮມ ຫຼື ສູນ ທີ່​ລັດ​ຈັດ​ສັນ​ໄວ້, ທັງ​ໃຫ້​ດໍາ​ເນີນ​ມາດ​ຕະການ​ຕາມ​ກົດໝາຍ ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ​ທີ່​ໄດ້​ກຳນົດ​ໄວ້; ປັບປຸງ​ເງື່ອນໄຂ, ມາດ​ຕະການ, ກົນ​ໄກ​ການ​ປະສານ​ງານ ການ​ເຂົ້າ​ມາ ສປປ ລາວ ໃຫ້​ມີ​ຄວາມ​ຮັດກຸມ ແລະ ຈັດ​ຕັ້ງ​ປະຕິບັດ ຢ່າງ​ເຂັ້ມ​ງວດ ໂດຍ​ສະເພາະ​ການ​ສະໜອງ​ຂໍ້​ມູນ​ຜູ້ໂດຍສານ​ກ່ອນ​ການ​ເດີນທາງ​ເຂົ້າ​ມາ, ການ​ເກັບ​ຕົວຢ່າງ​ກວດ​ຫາ​ເຊື້ອ​ພະຍາດ ຢູ່​ສະໜາມ​ບິນ, ການ​ຈັດ​ສົ່ງ​ໄປ​ຈຳກັດ​ບໍລິເວນ​ຢູ່​ໂຮງແຮມ ພ້ອມ​ທັງ​ມີ​ການ​ຕິດຕາມ​ກວດກາ ຢ່າງ​ເປັນ​ປົກກະຕິ ແລະ ມີ​ປະສິດ​ທິ​ຜົນ; ເຂັ້ມ​ງວດ​ໃນ​ການ​ຕິດຕາມ ກວດກາ ແລະ ຄຸ້ມ​ຄອງ​ຮ້ານ​ບັນ​ເທີງ, ຮ້ານ​ຄາ​ລາ​ໂອ​ເກະ, ຮ້ານ​ເຫຼົ້າ​-​ເບຍ ທີ່​ລັດຖະບານ​ໄດ້​ສັ່ງ​ໃຫ້​ປິດ​ຊົ່ວຄາວແລ້ວ​ນັ້ນ, ຖ້າ​ກວດ​ພົບ​ເຫັນ​ຮ້ານ​ໃດ ຍັງ​ລະເມີດ ແລະ ບໍ່​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ລັດຖະບານ ແມ່ນ​ໃຫ້​ດຳເນີນ​ການ​ຕັກເຕືອນ, ປັບໃໝ, ຫາກ​ຍັງ​ຝ່າຝືນ​ຢູ່ແມ່ນ​ໃຫ້​ດຳເນີນ​ມາດ​ຕະການ​ລົບ​ລ້າງ​ໃບ​ອະນຸຍາດ​ການ​ດຳເນີນ​ທຸລະ​ກິດ ແລະ ລົບ​ລ້າງ​ໃບ​ທະບຽນ​ວິ​ສາ​ຫະ​ກິດ ຕາມ​ຂັ້ນ​ຕອນ; ເອົາໃຈໃສ່​ຄຸ້ມ​ຄອງ​ນັກ​ສຶກສາ​ລາວ​ຢູ່​ຕ່າງປະເທດ​ໃຫ້​ດີ, ຫາກ​ມີ​ຈຸດປະສົງ ຈະ​ກັບເຂົ້າ​ມາ ສປປ ລາວ ກໍ​ຕ້ອງ​ປະຕິບັດ​ຕາມ​ລະບຽບ​ການ​ຢ່າງ​ເຂັ້ມ​ງວດ, ກໍລະນີ​ມີ​ການ​ລະເມີດ ກໍ​ຕ້ອງ​ໄດ້​ປະຕິບັດ​ມາດ​ຕະການ​ທີ່​ເໝາະ​ສົມ; ໃຫ້​ສືບຕໍ່​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍແຜ່, ປະຊາສຳພັນ ແລະ ເຜີຍແຜ່ ໃຫ້​ປະຊາຊົນ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ອັນຕະລາຍ ແລະ ຄວາມ​ສ່ຽງ​ທີ່​ຈະ​ເກີດ​ມີ​ການ​ລະບາດ​ຂອງ​ພະຍາດ COVID-19 ອີກ​ຮອບ​ໃໝ່ ພ້ອມ​ທັງເປັນ​ເຈົ້າ​ການ ແລະ ມີ​ສະຕິ​ໃນ​ການ​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ລະບາດ​ຂອງ​ພະຍາດ​ດັ່ງກ່າວ ຕາມ​ຄຳ​ແນະ​ນໍາ​ຂອງ​ຄະນະ​ສະເພາະ​ກິດວາງ​ອອກ​ໃນ​ແຕ່​ລະ​ໄລຍະ ເພື່ອ​ປ້ອງ​ກັນ​ຕົນ​ເອງ, ຄອບຄົວ, ສັງຄົມ ແລະ ປະເທດ​ຊາດ ໃຫ້​ປອດ​ຈາກ​ການ​ຕິດເຊື້ອ​ຂອງ​ພະຍາດ COVID-19 ພ້ອມ​ກັນ​ນັ້ນ ກໍ​ໃຫ້​ໂຄສະນາ ແລະ ເຜີຍແຜ່​ການ​ປະຕິບັດ​ໜ້າທີ່ ຂອງ​ຄະນະ​ສະເພາະ​ກິດ ເພື່ອ​ໃຫ້​ສັງຄົມ​ຮັບ​ຮູ້ ແລະ ເຂົ້າໃຈ​ຢ່າງ​ທົ່ວ​ເຖິງ.

pasaxon.org.la

ເຫດການ
302 Found

Found

The document has moved here.