ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີ 2020

17:07 | 31/01/2020

ຍສໝ - ທີ່ພິທີເປີດສະຫຼອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງ ນຳ ສະພາບແວດລ້ອມດຳລົງຊີວິດຂຽວ - ສະອາດ - ສວຍງາມໃຫ້ແກ່ປະຊາຊົນທົ່ວປະເທດ.

ຕອນເຊົ້າວັນທີ 30 ມັງກອນ, ຢູ່ຕາແສງ ຫວຽດເກື່ອງ, ເມືອງ ເຈິ໊ນອຽນ, ແຂວງ ອຽນບ໊າຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີຊວດ 2020.

ພິທີປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີ 2020 ໄດ້ຈັດຂື້ນໃນເນື້ອທີ່ປະມານ 1,2 ເຮັກຕາ ເຊິ່ງມີປະຊາຊົນຫຼາຍກວ່າ 1,000 ຄົນທີ່ມາຈາກຊົນເຜົ່າຢູ່ແຂວງອຽນບ໊າຍ ເຂົ້າຮ່ວມ. ໃນເດືອນປຸກລະດົມ “ບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີ 2020, ຮູ້ບຸນຄຸນລຸງໂຮຈິມິນ”, ທົ່ວແຂວງອຽນບ໊າຍ ພະຍາຍາມປູກຕົ້ນໄມ້ທັງໝົດ 3.000 ກວ່າເຮັກຕາ, ຮັບປະກັນປະຕິບັດສຳເລັດເປົ້າໝາຍການປູກປ່າໃນເນື້ອທີ່ 16.000 ເຮັກຕາ ຕາມແຜນການປີ 2020.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີ 2020

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີຊວດ 2020. (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄວາມມຸ່ງຫວັງຂອງປະທານ ໂຮ່ຈີມິນ, ລັດຖະບານພວມພ້ອມກັບບັນດາທ້ອງຖິ່ນໃນທົ່ວປະເທດຕັ້ງໜ້າປົກປັກຮັກສາ ແລະ ພັດທະນາປ່າໄມ້, ສູ້ຊົນລະດັບປົກຄຸມຂອງປ່າໄມ້ປີ 2020 ໃຫ້ບັນລຸ 42%, ວົງເງິນການຄ້າສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງບັນລຸໃຫ້ໄດ້ຢ່າງໜ້ອຍສຸດແມ່ນ 12 ຕື້ USD ໃນປີ 2020 ແລະ ບັນລຸໃຫ້ໄດ້ 20 ຕື້ USD ໃນປີ 2025, ນຳປະເທດ ຫວຽດນາມ ກາຍເປັນສູນກາງແຖວໜ້າກ່ຽວກັບການຜະລິດສົ່ງອອກໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ປູກໃນປ່າ, ສ້າງເຄື່ອງໝາຍການຄ້າມີອິດທິພົນຊື່ສຽງຂອງໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ ໜຶ່ງແມ່ນປຸກລະດົມການຜັນຂະຫຍາຍຂະບວນການແຂ່ງຂັນປະຕິບັດບຸນເຕັດປູກຕົ້ນໄມ້ນັບແຕ່ຊຸມວັນຕົ້ນປີ 2020 ໃນທັນທີ; ສ້າງແຜນການເຄື່ອນໄຫວກ່ຽວກັບການປູກປ່າ, ປົກປັກຮັກສາປ່າໄມ້ໃຫ້ລະອຽດ, ແທດຈິງ. ສອງແມ່ນຍູ້ແຮງການດຶງດູດບັນດາແຫຼ່ງກຳລັງທີ່ເໝາະສົມກັບກົດໝາຍການລົງທຶນປູກປ່າ, ປ່ຽນແປງໃໝ່ຢ່າງແຮງວິທະຍາສາດເຕັກໂນໂລຊີໃນການຄຸ້ມຄອງປ່າໃຫ້ມີຄວາມໝັ້ນຄົງ, ມີປະສິດທິຜົນສູງ, ອະນຸລັກຮັກສາຊີວະນາໆພັນ. ຕັດສິນໃຈ ໃນ 10 ປີຈະມາເຖິງ, ນຳ ຫວຽດນາມ ກາຍເປັນສູນກາງແຖວໜ້າຂອງໂລກກ່ຽວກັບການຜະລິດ, ສົ່ງອອກໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ປູກໃນປ່າ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.