ຍູ້ແຮງກິດຈະການຫັນປ່ຽນດີຈີຕອນຂອງຫວຽດນາມ

14:00 | 29/03/2021

ໃນຕະຫຼອດຫຼາຍທົດສະວັດຜ່ານມາ, ການເປັນເຈົ້າຂອງເຕັກໂນໂລຢີ 5 ຈີ ແມ່ນຄວາມໃຝ່ຝັນຂອງຜູ້ທີ່ເຮັດວຽກໃນຂະແໜງໂທລະຄົມມະນາຄົມບໍ່ຈັກວ່າເທົ່າໃດລຸ້ນຄົນ ແລະໃນປັດຈຸບັນ, Viettel (ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ) ໄດ້ຫັນຄວາມໃຝ່ຝັນນັ້ນໃຫ້ປະກົດຜົນເປັນຈິງ. ປະຈຸບັນ, Viettel ແມ່ນບໍລິສັດ ທີ 6 ໃນໂລກທີ່ສະໜອງອຸປະກອນ 5 ຈີ ແລະແມ່ນບໍລິສັດໂທລະຄົມມະນາຄົມໜຶ່ງດຽວທັງຂຸດຄົ້ນການບໍລິການໂທລະຄົມມະນາຄົມ ທັງມີຄວາມສາມາດຜະລິດອຸປະກອນເຄືອຂ່າຍອິນເຕີແນັດ.

ຍ ແຮງກ ດຈະການຫ ນປ ຽນດ ຈ ຕອນຂອງຫວຽດນາມ ເພີ່ມ​ທະ​ວີ​ການ​ຫ​ນູນ​ຊ່ວຍ​ນັກ​ຮຽນ, ນັກ​ສຶກ​ສາ, ຊາ​ວ​ຫ​ນຸ່ມ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ
ຍ ແຮງກ ດຈະການຫ ນປ ຽນດ ຈ ຕອນຂອງຫວຽດນາມ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ”
ຍ ແຮງກ ດຈະການຫ ນປ ຽນດ ຈ ຕອນຂອງຫວຽດນາມ
ບັນດາວິສະວະກອນຂອງບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ພວມຄົ້ນຄວ້າອຸປະກອນ 5 ຈີ. ພາບ: ຈ້ອງຫາຍ.

ສະໜອງການບໍລິການ 5 ຈີ ທັງໝົດ

ເມື່ອກ້າວເຂົ້າສູ່ກິດຈະການຫັນປ່ຽນດີຈີຕອນ, ບັນຫາຄວາມໝັ້ນຄົງແມ່ນຄວາມຈໍາເປັນທີ່ຂາດບໍ່ໄດ້. ເລື່ອງເປັນເຈົ້າຂອງ 5 ຈີ ບໍ່ພຽງແຕ່ໄດ້ຮັບການຖືວ່າແມ່ນກໍາລັງໜູນໃນວິວັດການນໍາຫວຽດນາມ ກາຍເປັນປະເທດດີຈີຕອນເທົ່ານັ້ນຫາກຍັງມີຄວາມໝາຍຍຸດທະສາດປົກປັກຮັກສາຄວາມໝັ້ນຄົງຂອງຊາດອີກດ້ວຍ. ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel-VHT ໄດ້ມອບໜ້າທີ່ຄົ້ນຄວ້າ ແລະເປັນເຈົ້າຂອງເຕັກໂນໂລຢີຫຼັກ 5 ຈີ ຈາກViettel.

ເດືອນມີຖຸນາ 2019, ທ່ານ ຫງວຽນຈີ໊ລີງ, ຮອງຜູ້ອໍານວຍການສູນຄົ້ນຄວ້າອຸປະກອນສົ່ງສັນຍານດ້ວຍຄວາມຖີ່ກວ້າງ (VHT) ໄດ້ຮັບໜ້າທີ່ເປັນຫົວໜ້າຫົວເລື່ອງຄົ້ນຄວ້າສະຖານີຮັບ-ສົ່ງສັນຍານ 5 ຈີ gNodeB. ດ້ວຍປະສົບການໃນການຄົ້ນຄວ້າ ແລະພັດທະນາເຕັກໂນໂລຢີ 4 ຈີ ມາໄດ້ 5 ປີ ກໍ່ຄືໃນວິວັດການຄົ້ນຄວ້າກ່ຽວກັບ 5 ຈີ ໄດ້ສ້າງພື້ນຖານຊ່ວຍໃຫ້ບັນດາວິສະວະກອນຂອງ VHT ພັດທະນາລະບົບອຸປະກອນ gNodeB 5 ຈີ ໃນຮອບເວລາພຽງແຕ່ 6 ເດືອນເທົ່ານັ້ນ, ແລະໄດ້ເປັນເຈົ້າຂອງອຸປະກອນຮາດແວ ແລະຊອບແວໄດ້ໂດຍພື້ນຖານ ກໍ່ຄືສ້າງລະບົບເຄືອຂ່າຍຫຼັກໄດ້ໄວກວ່າ.

ເພື່ອກ້າວໄປເຖິງການເປັນເຈົ້າຂອງເຕັກໂນໂລຢີທັງໝົດທີ່່ກຽວຂ້ອງເຖິງ 5 ຈີ, ແມ່ນຕ້ອງເວົ້າເຖິງເຕັກໂນໂລຢີ chip. ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, Viettel ໄດ້ພັດທະນາບັນດາອຸປະກອນດ້ວຍ chip 5 ຈີ ທີ່ໄດ້ຈັດຊື້ຈາກບໍລິສັດສະໜອງອື່ນໆ ແລະພັດທະນາ chip 5 ຈີ ຂອງ Viettel ດ້ວຍຕົນເອງດ້ວຍການສົມທົບກັບຊ່ຽວຊານໃນຂົງເຂດຜະລິດ chip ຢູ່ພາຍໃນ ແລະຕ່າງປະເທດ, ພ້ອມກັບຖັນແຖວນັກວິທະຍາສາດທີ່ມາຈາກມະຫາວິທະຍາໄລຕ່າງໆ.

ພຽງແຕ່ 1 ປີ ພາຍຫຼັງທີ່ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ອອກໜັງສືອະນຸຍາດໃຫ້ທົດລອງເຄືອຂ່າຍ 5 ຈີ ໃນວັນທີ 17 ມັງກອນ 2020, Viettel ໄດ້ປະຕິບັດສໍາເລັດການໂທທີ່ນໍາໃຊ້ສາຍສົ່ງຂໍ້ມູນເຊື່ອມຕໍ່ລະບົບ 5G ດ້ວຍອຸປະກອນຮັບ-ສົ່ງສັນຍານ gNodeB, ລວມມີທັງອຸປະກອນຮາດແວ ແລະຊອບແວ.

ຜ່ານຜ່າຄວາມຫຍຸ້ງຍາກດ້ວຍພູມປັນຍາຂອງໝູ່ຄະນະ

ປັດຈຸບັນ, ກຸ່ມວິສະວະກອນ VHT ທີ່ປະຕິບັດໂຄງການ 5 ຈີ ມີສະມາຊິກ 130 ຄົນ, ລວມມີທັງຜູ້ໜຸ່ມທີ່ເຮັດວຽກຢູ່ທັງ 3 ພາກຂອງປະເທດ. ໃນຂະນະທີ່ກຸ່ມວິສະວະກອນຢູ່ຮ່າໂນ້ຍ ມີໜ້າທີ່ຜະລິດຮາດແວ, ສ່ວນກຸ່ມວິສະວະກອນຢູ່ນະຄອນດ່ານັ້ງ ແລະນະຄອນໂຮ່ຈີມິນ ແມ່ນຮັບຜິດຊອບຜະລິດຊອບແວ. ເຖິງຢ່າງໃດກໍ່ຕາມ, ນັບແຕ່ຊຸມວັນເລີ່ມຕົ້ນໂຄງການ, ແຫຼ່ງບຸກຄະລາກອນແມ່ນຄວາມຫຍຸ້ງຍາກທຳອິດ ເຊິ່ງ VHT ຕ້ອງປະສົບກັບ. ອ້າຍ ຫງວຽນຈີ໊ລີງ ແບ່ງປັນວ່າ: “ເວລາທີ່ປະສົບກັບວິກິດການດ້ານບຸກຄະລາກອນນັ້ນພວກຂ້າພະເຈົ້າທັງຂາດວິສະວະກອນ, ພວກອ້າຍນ້ອງພັດຢູ່ຫ່າງໄກກັນ. ເພື່ອແກ້ໄຂວຽກງານໃນຄາວນັ້ນ, ບໍ່ມີວີທີການໃດນອກຈາກຕ້ອງສາມັກຄີກັນ”.

ສໍາລັບອ້າຍ ຫງວຽນຈີ໊ລີງ, ໄລຍະຫຍຸ້ງຍາກທີ່ສຸດແມ່ນຊ່ວງເດືອນມີຖຸນາ ຮອດເດືອນທັນວາ 2019. ຄາວນັ້ນ, ຖັນແຖວວິສະວະກອນ VHT ຕ້ອງຕີລາຄາຄຸນນະພາບຂອງຊອບແວ ແຕ່ບໍ່ມີຮາດແວ, ຍ້ອນວ່າຮາດແວໂດຍຖັນແຖວ VHT ອອກແບບ ໄດ້້ເອົາໄປສັ່ງຊື້ສິນຄ້າ, ຍັງເອົາກັບຄືນມາບໍ່ທັນ. ໃນເວລານັ້ນ, ກຸ່ມວິສະວະກອນຂອງໂຄງການຕ້ອງໝູນໃຊ້ອຸປະກອນທີ່ມີຢູ່ແລ້ວເພື່ອເຊື່ອມຕໍ່ລະບົບ 5 ຈີໃຫ້ສົມບູນ. ຄວາມມານະພະຍາຍາມນັ້ນໄດ້ຊ່ວຍໃຫ້ເຂົ້າເຈົ້າປະສົບຜົນສໍາເລັດທໍາອິດ ເມື່ອວັນທີ 30 ຕຸລາ 2019, ສະຖານີສົ່ງສັນຍານ 5 ຈີ ປະສົບສໍາເລັດຢູ່ຫ້ອງທົດລອງ, ໂທລະສັບມີສັນຍານ 5 ຈີ.

ຈິນຕະນາການປ່ຽນແປງໃໝ່ປະດິດຄິດສ້າງໄດ້ຮັບການຕີລາຄາສູງ

ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ວາງເປົ້າໝາຍຮອດເດືອນມີຖຸນາ ປີ 2021 ຈະຫັນສະຖານີສົ່ງສັນຍານ 5 ຈີ Microcell ເປັນການຄ້າ ແລະຮອດເດືອນມີຖຸນາ ປີ 2022 ຈະພັດທະນາສະຖານີສົ່ງສັນຍານ 5 ຈີ ໄປທົ່ວເຄືອຂ່າຍທັງໝົດ.

ທ່ານ ຟານເຕິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ຕີລາຄາສູງຕໍ່ຈິດໃຈເຮັດວຽກ ແລະຈິນຕະນາການປ່ຽນແປງໃໝ່ປະດິດຄິດສ້າງ, ບາດກ້າວບຸກທະລຸໃນການຄົ້ນຄວ້າ, ຜັນຂະຫຍາຍເຕັກໂນໂລຢີ 5 ຈີ ຂອງ Viettel. ຕາມທ່ານຟານເຕິມ ແລ້ວ, ສິ່ງທີ່ Viettel ປະຕິບັດນັ້ນໄດ້ເປັນພະຍານຫຼັກຖານຢ່າງມີຊີວິດຊີວາແຫ່ງຄວາມເປັນເຈົ້າການ ກໍ່ຄືກໍາລັງຄວາມສາມາດຂອງວິສາຫະກິດດີຈີຕອນຢູ່ຫວຽດນາມໃນການຜະລິດ, ອອກແບບເຕັກໂນໂລຢີສູງໃນຂະນະທີ່ທົ່ວໂລກມີພຽງແຕ່ 3-4 ປະເທດທີ່ສາມາດປະຕິບັດໄດ້. ບັນດາບາດກ້າວໃນການພັດທະນາ 5 ຈີ ຂອງ Viettel ໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ນໍາທັນກັບໂລກໃນການຜັນຂະຫຍາຍການເຊື່ອມຕໍ່ໃໝ່ເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມສາມາດເປັນເຈົ້າຂອງເຕັກໂນໂລຢີສູງອີກດ້ວຍ.

ຍ ແຮງກ ດຈະການຫ ນປ ຽນດ ຈ ຕອນຂອງຫວຽດນາມ ບັນດາສູນທ່ອງທ່ຽວຫວຽດນາມ ເລີ່ມເຄື່ອນໄຫວຄືນໃໝ່ພາຍຫຼັງໂລກລະບາດໂຄວິດ-19

ຂະແໜງທ່ອງທ່ຽວຂອງແຂວງພວມມີສັນຍານຕັ້ງໜ້າຫຼາຍຢ່າງ ນັບແຕ່ເມື່ອສ້າງສະພາບເປັນປົກກະຕິໃໝ່.

ຍ ແຮງກ ດຈະການຫ ນປ ຽນດ ຈ ຕອນຂອງຫວຽດນາມ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງໃຫ້ນາຍທະຫານຫວຽດນາມ ໄປປະຕິບັດໜ້າທີ່ຢູ່ສຳນັກງານ ສປຊ

ຍສໝ - ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານ ພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບຂໍ້ຕົກລົງໃຫ້ແກ່ ທ່ານພັນຕີ ເຈິ່ນດຶກເຫືອງ, ກົມຮັກສາສັນຕິພາບ ຫວຽດນາມ ໄປປະຕິບັດໜ້າທີ່ ເປັນນາຍທະຫານເສນາທິການ ແຜນການຂຶ້ນກັບພະແນກແຜນການການທະຫານ, ຫ້ອງການບັນດາບັນຫາການທະຫານ, ກົມເຄື່ອນໄຫວຮັກສາສັນຕິພາບ ຢູ່ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ.

ຍ ແຮງກ ດຈະການຫ ນປ ຽນດ ຈ ຕອນຂອງຫວຽດນາມ ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ສົມເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ

ຍສໝ - ພາຍຫຼັງກໍ່ສ້າງມາໄດ້ 32 ເດືອນ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກທາງດ້ານດິນຟ້າອາກາດ, ຝົນຕົກ, ແດດຮ້ອນ, ກໍ່ຄືຜົນສະທ້ອນຈາກພະຍາດໂຄວິດ-19... ນັກຮົບແມ່ທັບນ້ອຍ 11 ໄດ້ກໍ່ສ້າງສໍາເລັດເປັນສ່ວນຫຼາຍ, ປະຈຸບັນພວມເຮັດໃຫ້ສໍາເລັດ ແລະຕິດຕັ້ງລາຍລະອຽດສຸດທ້າຍເພື່ອໃຫ້ໄດ້ໃຊ້.

la.qdnd.vn

ເຫດການ
302 Found

Found

The document has moved here.