ການພົບປະເຈລະຈາ ລະຫວ່າງ ກຸ່ມຊ່ຽວຊານຊາຍແດນ ຫວຽດນາມ - ລາວ ທີ່ນະຄອນຫຼວງວຽງຈັນ

11:50 | 13/02/2020

ຍສໝ - ແຕ່ວັນທີ 11-12 ກຸມພາ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ຈັດຂື້ນກອງປະຊຸມພົບປະເຈລະຈາຄະນະຜູ້ແທນຊ່ຽວຊານຊາຍແດນຫວຽດນາມ - ລາວ ເພື່ອແລກປ່ຽນເນື້ອໃນການກະກຽມໃຫ້ແກ່ ກອງປະຊຸມທົບທວນສອງຝ່າຍ ເພື່ອຜັນຂະຫຍາຍຮູບແບບການກວດກາ “ໜຶ່ງປະຕູ, ໜຶ່ງປ້ອມກວດກາ” ຢູ່ດ່ານປະຕູຊາຍແດນສາກົນລາວບາວ (ແຂວງກວາງຈີ້, ປະເທດຫວຽດນາມ) - ແດນສາຫວັນ (ແຂວງສະຫວັນນະເຂດ, ປະເທດລາວ).

ກອງປະຊຸມຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ປະຈຳປີຄັ້ງທີ XXIX ລະຫວ່າງ ຄະນະຜູ້ແທນຊາຍແດນສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ຄະນະຜູ້ແທນຊາຍແດນແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ໄດ້ລົງນາມໃນວັນທີ 26 ທັນວາ 2019 ທີ່ນະຄອນຫຼວງ ຮ່າໂນ້ຍ.

ກຸ່ມຊ່ຽວຊານຊາຍແດນ ຫວຽດນາມ ນໍາໂດຍທ່ານ ໄທຊ່ວນຢຸງ, ຮອງປະທານຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ. ຄະນະຜູ້ແທນຊ່ຽວຊານຊາຍແດນ ລາວ ນຳໂດຍ ທ່ານ ອານູສິນ ຄັດຕິຍາລາດ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ລາວ, ກະຊວງການຕ່າງປະເທດ ລາວ. ເຂົ້າຮ່ວມກອງປະຊຸມ ມີຜູ້ຕາງໜ້າບັນດາພະແນກການທີ່ກ່ຽວຂ້ອງກະຊວງການຕ່າງປະເທດ ຂອງສອງປະເທດ.

ການພົບປະເຈລະຈາ ລະຫວ່າງ ກຸ່ມຊ່ຽວຊານຊາຍແດນ ຫວຽດນາມ - ລາວ ທີ່ນະຄອນຫຼວງວຽງຈັນ

ທັດສະນີຍະພາບ ກອງປະຊຸມພົບປະເຈລະຈາ. (ພາບ: baoquocte)

ຕາມຈິດໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ, ການຮ່ວມມືຮອບດ້ານ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສອງຝ່າຍໄດ້ແລກປ່ຽນເນື້ອໃນທີ່ກ່ຽວຂ້ອງ ແລະ ແຜນການຈັດຕັ້ງ ກອງປະຊຸມທົບທວນສອງຝ່າຍ ເພື່ອຜັນຂະຫຍາຍຮູບແບບການກວດກາ “ໜຶ່ງປະຕູ, ໜຶ່ງປ້ອມກວດກາ” ຢູ່ດ່ານປະຕູຊາຍແດນສາກົນລາວບາວ (ແຂວງກວາງຈີ້, ປະເທດຫວຽດນາມ) - ແດນສາຫວັນ (ແຂວງສະຫວັນນະເຂດ, ປະເທດລາວ).

ຕາມນັ້ນແລ້ວ, ສອງຝ່າຍພະຍາຍາມຈັດຕັ້ງກອງປະຊຸມໃນໄຕມາດທີ 2 ປີ 2020 ຢູ່ເມືອງລາວບາວ, ແຂວງກວາງຈິ ໂດຍມີການເຂົ້າຮ່ວມຂອງການນຳຂອງລັດຖະບານສອງປະເທດ; ຜູ້ຕາງໜ້າບັນດາກະຊວງ, ສາຂາ ແລະ ອົງການທີ່ກ່ຽວຂ້ອງຂອງແຂວງກວາງຈີ້ ແລະ ແຂວງສະຫວັນນະເຂດ.

ໃນກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນກ່ຽວກັບຜົນຂອງການສຳຫຼວດ ເປັນເອກະພາບຂອງແຕ່ລະຝ່າຍກ່ຽວກັບການຈັດຕັ້ງປະຕິບັດຮູບການ “ໜຶ່ງປະຕູ, ໜຶ່ງປ້ອມກວດກາ” ແຕ່ເດືອນກຸມພາ 2015 ເຖິງປະຈຸບັນນີ້ ແລະ ການປະເມີນຜົນເບື້ອງຕົ້ນໄດ້ຮັບໂດຍຮູບການ “ໜຶ່ງປະຕູ, ໜຶ່ງປ້ອມກວດກາ”. ການປະຕິບັດຮູບການນີ້ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການເຂົ້າ - ອອກເມືອງຂອງປະຊາຊົນ ແລະ ພາຫະນະ ແລະ ການນຳເຂົ້າ - ສົ່ງອອກສິນຄ້າຜ່ານດ່ານຊາຍແດນລາວບາວ - ແດນສາຫວັນ.

ການພົບປະເຈລະຈາ ລະຫວ່າງ ກຸ່ມຊ່ຽວຊານຊາຍແດນ ຫວຽດນາມ - ລາວ ທີ່ນະຄອນຫຼວງວຽງຈັນ

ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ໃນວັນທີ 12 ກຸມພາເຊິ່ງໄດ້ຮອງຮັບໝາກຜົນຂອງການແລກປ່ຽນ. (ພາບ: baoquocte)

ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການປະສານງານຂອງກອງປະຊຸມທົບທວນສອງຝ່າຍ, ໃນກອງປະຊຸມຄັ້ງນີ້, ສອງຝ່າຍເຫັນດີສະເໜີຫົວໜ້າຄະນະຜູ້ແທນຊາຍແດນຫວຽດນາມ - ລາວ ມອບໜ້າທີ່ ໃຫ້ຄະນະຜູ້ແທນຊ່ຽວຊານຮ່ວມດ່ານຊາຍແດນຂອງສອງປະເທດ ສຳຫຼວດກວດກາການຈັດຕັ້ງປະຕິບັດຮູບການ “ໜຶ່ງປະຕູ, ໜຶ່ງປ້ອມກວດກາ” ຢູ່ດ່ານຊາຍແດນສາກົນລາວບາວ - ແດນສາຫວັນ ໃນໄຕມາດທຳອິດຂອງປີ 2020 ແລະ ສຶກສາຄວາມສາມາດໃນການສ້າງຂໍ້ຕົກລົງລະດັບລັດຖະບານກ່ຽວກັບການພັດທະນານຳໃຊ້ຮູບການ “ໜຶ່ງປະຕູ, ໜຶ່ງປ້ອມກວດກາ” ເພື່ອຮັບປະກັນພື້ນຖານດ້ານກົດໝາຍ, ລົບລ້າງຄວາມຫຍຸ້ງຍາກ ໃນການປະຕິບັດຮູບການ ໃນປະຈຸບັນ.

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ໃນວັນທີ 12 ກຸມພາເຊິ່ງໄດ້ຮອງຮັບໝາກຜົນຂອງການແລກປ່ຽນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.