ການນໍາສະພາແຫ່ງຊາດປະເທດຕ່າງໆ ສົ່ງໂທລະເລກຊົມເຊີຍທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ

08:31 | 02/04/2021

ວັນທີ 31 ມີນາ, ພາຍຫຼັງໄດ້ຮັບຊາບວ່າ ທ່ານ ເວືອງດິ່ງເຫວ້, ກໍາມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານສະພາແຫ່ງຊາດຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ, ການນໍາສະພາແຫ່ງຊາດ, ລັດຖະສະພາປະເທດຕ່າງໆ ໄດ້ສົ່ງໂທລະເລກຊົມເຊີຍ.

ການນ າສະພາແຫ ງຊາດປະເທດຕ າງໆ ສ ງໂທລະເລກຊ ມເຊ ຍທ ານ ເວ ອງດ ງເຫ ວ ປະທານສະພາແຫ ງຊາດຫວຽດນາມ ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ລາວ
ການນ າສະພາແຫ ງຊາດປະເທດຕ າງໆ ສ ງໂທລະເລກຊ ມເຊ ຍທ ານ ເວ ອງດ ງເຫ ວ ປະທານສະພາແຫ ງຊາດຫວຽດນາມ ປະທານສະພາແຫ່ງຊາດຫວຽດນາມ: ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍ ຢູ່ ຮ່າໂນ້ຍ
ການນ າສະພາແຫ ງຊາດປະເທດຕ າງໆ ສ ງໂທລະເລກຊ ມເຊ ຍທ ານ ເວ ອງດ ງເຫ ວ ປະທານສະພາແຫ ງຊາດຫວຽດນາມ
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນພາຍຫຼັງພິທີສາບານຕົວດໍາລົງຕໍາແໜ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື້ອໃນໂທລະເລກຊົມເຊີຍຂອງທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ ລະບຸວ່າ: "ໃນນາມສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ຊາບຂ່າວວ່າ ສະຫາຍໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສສຫວຽດນາມ ໃນກອງປະຊຸມສະໄໝສາມັນ ເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIV, ໃນວັນທີ 31 ມີນາ 2021. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະອວຍພອນໄຊອັນປະເສີດມາຍັງສະຫາຍ ມານະໂອກາດນີ້. ດ້ວຍການທີ່ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕໍາແໜ່ງທີ່ສຳຄັນດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຢ່າງສູງສຸດຈາກພັກ, ລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ ແລະປະຊາຊົນຫວຽດນາມອ້າຍນ້ອງຜູ້ທີ່ມີປະສົບການສູງ, ບົດຮຽນອັນອຸດົມສົມບູນ ແລະພົ້ນເດັ່ນຂອງສະພາແຫ່ງຊາດໃນໄລຍະຜ່ານມາ.

ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ດ້ວຍຄວາມຮູ້ຄວາມສາມາດ, ບົດຮຽນອັນລໍ້າຄ່າ ແລະປະສົບການອັນອຸດົມສົມບູນຂອງສະຫາຍ, ສະຫາຍ ຈະນໍາພາສະພາແຫ່ງຊາດຫວຽດນາມ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງອົງການນິຕິບັນຍັດທີ່ມີກຽດສະຫງ່າ ແລະສູງສົ່ງດ້ວຍຜົນສຳເລັດອັນຈົບງາມ ກໍຄືການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ, ເຊີດຊູຖານະບົດບາດຂອງປະເທດຊາດຫວຽດນາມ ນັບມື້ຍິ່ງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ. ພ້ອມດຽວກັນນີ້, ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະລະຫວ່າງສອງສະພາແຫ່ງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ຈະໄດ້ຮັບການສືບຕໍ່ຂະຫຍາຍຕົວໃຫ້ເຂົ້າສູ່ລວງເລິກ ແລະແຕກດອກອອກຜົນຍິ່ງໆຂຶ້ນ".

ໃນວັນດຽວກັນ, ທ່ານ Li Zhanshu ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ທ່ານ Santo Akido ປະທານສະພາສູງຍີ່ປຸ່ນ ແລະທ່ານ Oshima Tadamori ປະທານສະພາຕໍ່າຍີ່ປຸ່ນ ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.

ການນ າສະພາແຫ ງຊາດປະເທດຕ າງໆ ສ ງໂທລະເລກຊ ມເຊ ຍທ ານ ເວ ອງດ ງເຫ ວ ປະທານສະພາແຫ ງຊາດຫວຽດນາມ ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ສ.ອາຟະລິກາໃຕ້

ຍສໝ​ - ທ່ານປະທານາທິບໍດີ ອາຟະລິກາໃຕ້ ໄດ້ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ຫວຽດນາມ ໄປດຳເນີນທຸລະກິດ, ທຳມາຫາກິນຢູ່ ອາຟະລິກາໃຕ້.

ການນ າສະພາແຫ ງຊາດປະເທດຕ າງໆ ສ ງໂທລະເລກຊ ມເຊ ຍທ ານ ເວ ອງດ ງເຫ ວ ປະທານສະພາແຫ ງຊາດຫວຽດນາມ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບເລຂາທິການໃຫຍ່, ປະທານປະເທດລາວ

ຕອນບ່າຍວັນທີ 28 ຕຸລາ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ພົບປະສົນທະນາກັບທ່ານເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ.

ການນ າສະພາແຫ ງຊາດປະເທດຕ າງໆ ສ ງໂທລະເລກຊ ມເຊ ຍທ ານ ເວ ອງດ ງເຫ ວ ປະທານສະພາແຫ ງຊາດຫວຽດນາມ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບບັນດາຫົວໜ້າ ອົງການຜູ້ຕາງໜ້າການທູດປະຈຳຢູ່ຕ່າງປະເທດ

ຍສໝ - ໃນວັນທີ 9 ຕຸລາ 2019, ທີ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕອນຮັບບັນດາ ຫົວໜ້າອົງການຜູ້ຕາງໜ້າການທູດ ຂອງຫວຽດນາມ ປະຈຳຢູ່ຕ່າງປະເທດ ໃນອາຍຸການ 2019-2020.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.