ກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ

10:35 | 04/11/2020

ຍ​ສ​ໝ - ການນຳຊາວໜຸ່ມ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມການນຳຊາວໜຸ່ມ ອາຊຽນ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືຊາວໜຸ່ມເພືຶ່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງ ອາຊຽນ ຮັບຮູ້ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37.

ກອງປະຊ ມທາງອອນລາຍການນຳຊາວໜ ມ ອາຊຽນ ກອງ​ທັບ​ອາ​ກາດ ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື
ກອງປະຊ ມທາງອອນລາຍການນຳຊາວໜ ມ ອາຊຽນ ອາຊຽນ ໜູນຊ່ວຍແຂວງເທື່ອທຽນ-ເຫວ້ ແລະກວ໋າງຈິ້ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ
ກອງປະຊ ມທາງອອນລາຍການນຳຊາວໜ ມ ອາຊຽນ
ກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ

ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, ຕອນບ່າຍວັນທີ 03 ພະຈິກ, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຈັດຕັ້ງກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ໂດຍ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ຈັດ​ງານ​ຮັບ​ຜິດ​ຊອບ​ວຽກ​ງານ​ຊາວ​ໜຸ່ມ, ຮ່ວມ​ມື​ຊາວ​ໜຸ່ມ​ອາ​ຊຽນ ແລະ ອາ​ຊຽນ +.

ທີ່ກອງປະຊຸມ, ການນຳຊາວໜຸ່ມບັນດາປະເທດ ອາຊຽນ ໄດ້ປຶກສາຫາລືກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການດຳເນີນງານຊາວໜຸ່ມ ອາຊຽນ ໄລຍະ 2016 – 2020 ແລະ ບັນດາເນື້ອໃນຈຸດສຸມຂອງແຜນການດຳເນີນງານຊາວໜຸ່ມອາຊຽນ ໄລຍະ 2020 – 2025, ການ​ເຄື່ອນ​ໄຫວ​ຮ່ມ​ມື​ຊາວ​ໜຸ່ມ​ອາ​ຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃນ​ຂົງ​ເຂດ, ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ, ຊາ​ວ​ໜຸ່ມ​ເລີ່ມ​ຕົ້​ນ​ການ​ດຳ​ເນີນ​ທຸ​ລະ​ກິດ, ແລະ ພັດ​ທະ​ນາ​ທັກ​ສະ​ຊາວ​ໜຸ່ມ​ເພື່ອ​ຕອບ​ສະ​ໜອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ 4.0 , ຊາວ​ໜຸ່ມ​ອາ​ຊຽນ​ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ສິ່ງ​ທ້າ​ທາຍ​ໂດຍ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ. ອ້າຍ ຫງວຽນແອັງຕ໊ວນ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເນັ້ນໜັກວ່າ: “ປີ 2020 ແມ່ນປີພິເສດສຳລັບ ອາຊຽນ ເມື່ອເປັນຂີດໝາຍ 5 ປີປະຊາຄົມ ອາຊຽນ ປະກົດຜົນເປັນຈິງຢ່າງເປັນທາງການ, ແມ່ນປີເກີດໂລກລະບາດໂຄວິດ-19 ແລະ ສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ກ້ວາງຂວາງຕໍ່ເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດໃນພາກພື້ນ ແລະ ໃນໂລກ. ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ຊາວໜຸ່ມ ອາຊຽນ ໄດ້ສະແດງໃຫ້ເຫັນຈິດໃຈປະຈັນບານ, ມີຫົວຄິດປະດິດສ້າງ.ພ້ອມ​ທັງ​ສະ​ມັກ​ຄີ​ໜູ​ນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ ສະ​ກັດ​ກັ້ນ​ໂລກ​ລະ​ບາດ, ຟຶ້ນ​ຟູ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ແລະ ຊີ​ວິດ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ ແລະ ພາກ​ພື້ນ”.

ການນຳຊາວໜຸ່ມ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມການນຳຊາວໜຸ່ມ ອາຊຽນ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືຊາວໜຸ່ມເພືຶ່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງ ອາຊຽນ ຮັບຮູ້ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37.

ກອງປະຊ ມທາງອອນລາຍການນຳຊາວໜ ມ ອາຊຽນ ກອງ​ທັບ​ອາ​ກາດ ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື

ກອງປະຊຸມຜູ້ບັນຊາການກອງທັບອາກາດບັນດາປະເທດ ອາຊຽນ ຄັ້ງທີ 17 (AACC – 17) ດ້ວຍຫົວຂໍ້ “ກອງທັບອາກາດບັນດາປະເທດ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຖືກດຳເນີນໃນວັນທີ 22 ຕຸລາ ຕາມຮູບການທາງອອນລາຍ.

ກອງປະຊ ມທາງອອນລາຍການນຳຊາວໜ ມ ອາຊຽນ ອາຊຽນ ໜູນຊ່ວຍແຂວງເທື່ອທຽນ-ເຫວ້ ແລະກວ໋າງຈິ້ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ

ຈໍານວນສິນຄ້າອຸປະຖໍານີ້ໄດ້ສົ່ງຈາກສາງຂອງອາຊຽນ ຢູ່ມາເລເຊຍ ແລະຈະດຳເນີນການມອບ-ຮັບຢູ່ສະໜາມບິນດ່ານັ້ງ...

ກອງປະຊ ມທາງອອນລາຍການນຳຊາວໜ ມ ອາຊຽນ ຫວຽດນາມພ້ອມທີ່ຈະຮ່ວມມືກັບອາຊຽນ ແລະ ຄູ່ຮ່ວມມືເພື່ອຟື້ນຟູພາຍຫຼັງ ໂຄວິດ-19

ຍສໝ - ຫວຽດນາມ ພ້ອມທີຈະຮ່ວມມືກັບອາຊຽນ ແລະ ບັນດາຄູ່ຮ່ວມມື ເພື່ອປະຕິບັດການຟື້ນຟູເສດຖະກິດ, ເຮັດໃຫ້ຊິວິດການເປັນຢູ່ປົກກະຕິໃຫ້ປະຊາຊົນ ເພື່ອອາຊີ - ປາຊີຟິກ ເປັນສັນຕິພາບ, ໝັ້ນຄົງ, ພັດທະນາ ແລະ ວັດທະນາຖາວອນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.