| WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ | |
| WB: ການເຕີບໂຕເສດຖະກິດຫວຽດນາມອາດຈະບັນລຸກ່ວາ 7%ໃນໄຕມາດ II 2021 |
![]() |
| ພາບປະກອບ: TTXVN |
ຕາມບົດລາຍງານເຊິ່ງທະນາຄານໂລກ (WB) ທີ່ຫາກໍ່ປະກາດໃນມໍ່ໆມານີ້ກ່ຽວກັບສະພາບການເສດຖະກິດມະຫາພາກຂອງຫວຽດນາມ ໃນເດືອນ ມີນາ, ເສດຖະກິດຫວຽດນາມ ຍັງມີການຜັນແປຢ່າງຕັ້ງໜ້າຍ້ອນມີມາດຕະການຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ແຕ່ຍັງເອົາໃຈໃສ່ເຖິງວຽກງານສັກວັກຊິນປ້ອງກັນ, ກໍ່ຄືຕ້ອງມີນະໂຍບາຍໜູນຊ່ວຍ, ແຊກແຊງເຂົ້າພາກເອກະຊົນຢ່າງທັນການ. WB ຕີລາຄາວ່າ, ບັນດາມາດຕະການຮັບມືຢ່າງທັນການຂອງລັດຖະບານຫວຽດນາມ ໄດ້ຊ່ວຍຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ-19 ໃນທ້າຍເດືອນ ມັງກອນ 2021 ໂດຍໄວ.
ໃນ 2 ເດືອນຕົ້ນປີ 2021, ດັດຊະນີການຜະລິດອຸດສາຫະກຳໄດ້ຮັບຮູ້ລະດັບເຕີບໂຕ 8,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ຍອດລະດັບການຂາຍຍ່ອຍ ແລະ ການບໍລິການເພີ່ມຂຶ້ນ 0,3% ເມື່ອທຽບໃສ່ເດືອນກ່ອນ ແລະ ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສິ່ງທີ່ໜ້າສົນໃຈ, ໃນໄລຍະ 2 ເດືອນຕົ້ນປີ 2021, ລັດຖະບານຫວຽດນາມ ໄດ້ສ້າງລາຍຮັບເຂົ້າງົບປະມານ 286.700 ຕື້ດົ່ງ, ສູງກວ່າ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ນີ້ແມ່ນຄັ້ງທຳອິດການສ້າງຍອດລາຍຮັບເຂົ້າງົບປະມານຂອງລັດເພີ່ມຂຶ້ນ ນັບແຕ່ເວລາເລີ່ມຕົ້ນການເກີດວິກິດການໂລກລະບາດໂຄວິດ-19 ເປັນເວລາ 1 ປີກ່ອນນີ້. ໝາກຜົນຕັ້ງໜ້າດັ່ງກ່າວເປັນການສ່ອງແສງການຟື້ນຟູເສດຖະກິດພວມດຳເນີນໄປ.
ໃນໄລຍະຈະມາເຖິງ, WB ຖືວ່າ ຫວຽດນາມ ຕ້ອງເອົາໃຈໃສ່ເປັນພິເສດເຖິງການຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຍ້ອນການເຄື່ອນໄຫວນີ້ຈະສົ່ງຜົນກະທົບເຖິງລະດັບເຕີບໂຕເສດຖະກິດຂອງຫວຽດນາມ.
| WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ ຍສໝ - ລະດັບເຕີບໂຕໃນປີ 2020 ຈະບັນລຸ 2,9%, ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ໄດ້ເຕີບໂຕໄວທີ່ສຸດໃນໂລກ. |
| WB: ການເຕີບໂຕເສດຖະກິດຫວຽດນາມອາດຈະບັນລຸກ່ວາ 7%ໃນໄຕມາດ II 2021 ຍສໝ - ຕາມການຄາດຄະເນຂອງ WB, ຂະແໜງກະສິກຳຄາດວ່າຈະມີການຟື້ນຟູພາຍຫຼັງຜົນກະທົບຈາກໂລກລະບາດໃນໄຕມາດ I 2020 ແລະ ບັນດາຄວາມເສຍຫາຍຈາກພາຍຸນ້ຳຖ້ວມໃນປີ 2020. ຂະແໜງການບໍລິການສືບຕໍ່ຟື້ນຟູຍ້ອນການຍົກເລິກມາດຕະການຈຳກັດບໍລິເວນໃນສັງຄົມ ເກືອບທັງໝົດ ແລະ ດ້ວຍຄວາມຕ້ອງການເພີ່ມຂຶ້ນຂອງຊັ້ນກາງພາຍໃນປະເທດ |
| WB: ຫວຽດນາມແມ່ນປະເທດ ທີ່ມີ ກຳລັງບືນຕົວຂຶ້ນທີ່ດີໃນຄວາມຫຍຸ້ງຍາກ ຍສໝ - ທ່ານ Jacques Morisset ເຊື່ອວ່ານີ້ແມ່ນກາລະໂອກາດທີ່ດີ ແລະ ຫວຽດນາມພວມຢູ່ໃນ "ສາຍຕາ" ຂອງນັກລົງທຶນຫຼາຍຄົນ. |
vovworld.vn
ຂ່າວທີ່ກ່ຽວຂ້ອງ
ຫວຽດນາມ ແລະ ສິງກະໂປ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການຄ້າເຂົ້າສານ
ລະຄອນຕຸກກະຕານ້ຳ ຫວຽດນາມ ຊະນະຜູ້ຊົມລາວ
ຝຣັ່ງ ຊົມເຊີຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີລົງນາມໃນສົນທິສັນຍາຮ່າໂນ້ຍ
ທ່ານອາດຈະມັກ
ເດັກຍິງອັນດັບ 1: ເມື່ອກຳລັງໃຈໄດ້ຮັບການຈຸດໄຟ, ຂີດຈຳກັດກາຍເປັນພຽງຈຸດເລີ່ມຕົ້ນ
ປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ
ຂໍ້ລິເລີ່ມເພື່ອຂະຫຍາຍວົງການມິດຕະພາບ
ຫວຽດນາມໃນຫົວໃຈຂອງເພື່ອນມິດ
ເສີມຂະຫຍາຍທ່າແຮງດ້ານການທູດປະຊາຊົນໃນສະພາບການໃໝ່
