ຍສໝ - ຕອນບ່າຍວັນທີ 16 ພະຈິກ, ໂດຍໄດ້ຮັບການມອບສິດຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ຈັດຕັ້ງການເຄື່ອນໄຫວກັບຄືນແຫຼ່ງກົກເຄົ້າເຫງົ້າກໍ ຢູ່ຕາແສງດຽມໝັກ, ເມືອງດິງຮວາ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 71 ປີແຫ່ງມູນເຊື້ອຂອງ VUFO (17 ພະຈິກ 1950 – 17 ພະຈິກ 2021).
ຍສໝ - ໂດຍຢັ້ງຢືນຄວາມເອົາໃຈໃສ່, ການໜູນຊ່ວຍອັນລ້ຳຄ່າຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ແລະ ບັນດາອົງການຈັດຕັ້ງສະມາຊິກ ທີ່ສະຫງວນໃຫ້ແກ່ເພື່ອນມິດສາກົນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງ, ແທດຈິງ... ເອກອັກຄະລັດຖະທູດ, ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ເພື່ອນມິດສາກົນໄດ້ສົ່ງບັນດາຄຳສະແດງຄວາມຮູ້ບຸນຄຸນອັນຈິງໃຈ, ເລິກເຊິ່ງເຖິງ VUFO.
ຍສໝ - ໃນໂອກາດຄົບຮອບ 71 ປີ ວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ - VUFO (17 ພະຈິກ 1950 – 17 ພະຈິກ 2021), ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO ໄດ້ມີບົດຄຳເຫັນຊົມເຊີຍ ແລະ ປຸກລະດົມພະນັກງານ, ລັດຖະກອນ, ລັດຖະການ, ຜູ້ອອກແຮງງານ, ສະມາຊິກສະມາຄົມໃນທົ່ວລະບົບພາກັນມຸ້ງໝັ້ນແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນ 72 ປີ ວັນລະນຶກມູນເຊື້ອ. ວາລະສານຍຸກສະໄໝ ຂໍຖືເປັນກຽດໄດ້ສະເໜີບົດຄຳເຫັນນີ້ຕໍ່ບັນດາທ່ານ.
ຍສໝ - World Vision ຫວຽດນາມ ແມ່ນໜຶ່ງໃນບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ໜູນຊ່ວຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນການປ້ອງກັນ ແລະ ຄວບຄຸມ COVID-19 ຂອງ ຫວຽດນາມ. ທ່ານນາງ ເທິນຖີ້ຮ່າ, ຜູ້ອຳນວຍການຝ່າຍບໍລິຫານບັນດາລາຍການ, ອົງການ World Vision ຫວຽດນາມ ໃຫ້ຮູ້ວ່າ: ອົງການຈັດຕັ້ງນີ້ ໄດ້ມີແຜນການໃນການສືບຕໍ່ມານະພະຍາຍາມກວ່າອີກ ໃນບັນດາການເຄື່ອນໄຫວໜູນຊ່ວຍດັ່ງກ່າວ.
ຍສໝ - ເມື່ອປະເຊີນໜ້າກັບໂລກລະບາດໂຄວິດ - 19, ປີ 2021, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ແລະ ບັນດາອົງການຈັດຕັ້ງສະມາຊິກ ໄດ້ມານະພະຍາຍາມຊອກຫາບັນດາວິທີການສຳຜັດ ແລະ ວິທີການໃໝ່ໃນການເຄື່ອນໄຫວດ້ານວິຊາການ. ການປັບຕົວທີ່ມີໄຫວພິບ ແລະ ຂໍ້ລິເລີ່ມນີ້ ໄດ້ນຳມາເຊິ່ງຜົນງານທີ່ຕັ້ງໜ້າຫຼາຍຢ່າງ ແລະ ເພີ່ມທະວີຄຸນນະພາບຂອງລະບົບທີ່ມີໜ້າທີ່ຮັບຜິດຊອບການທູດປະຊາຊົນໃນທົ່ວປະເທດ.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອ 17/11/1950 – 17/11/2021). ທີ່ພິທີ, ທ່ານນາງປະທານ VUFO ຫງວຽນເຟືອງງາ ໄດ້ປຸກລະດົມການແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງ 72 ປີແຫ່ງວັນມູນເຊື້ອໃນທົ່ວລະບົບ.