ຍສໝ - ວັນທີ 28 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມພ້ອມກັບການນໍາບັນດາອົງການຂຶ້ນກັບສະຖານທູດ, ຄະນະພັກ ແບະ ບັນດາຫົວໜ່ວຍທີ່ມີໜ້າທີ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະນັກສຶກສາຫວຽດນາມ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ລາວ.
ຍສໝ - ຕອນເຊົ້າວັນທີ 29 ມິຖຸນານີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານ Maeda Tadashi ປະທານສະພາບໍລິຫານ ແລະ ບັນດາເພື່ອນຮ່ວມງານ ຂອງທະນາຄານການຮ່ວມມືສາກົນຍີ່ປຸ່ນ (JBIC) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ
ຍສໝ - ອີຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ໃນສະຫະພາບເອີຣົບ (EU), ສ່ວນ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ສຸດຂອງ ອີຕາລີ ໃນ ອາຊຽນ. ວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 6,9 ຕື້ USD.
ຍສໝ - ດ້ວຍຫົວຂໍ້ “ກອງປະຊຸມສໍາມະນາພາກພື້ນ ອາຊຽນ ກ່ຽວກັບທັດສະນະຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການດຳເນີນທຸລະກິດ ແລະ ສິດທິມະນຸດ”, ບັນດາຜູ້ແທນໄດ້ສຸມໃສ່ການສ້າງຂອບເຂດການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບເພດ ແລະ ການປະພຶດກ່ຽວກັບດ້ານໂຄງສ້າງ ແລະ ວັດທະນະທຳ, ພ້ອມທັງເພີ່ມທະວີການປົກປ້ອງສິດໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ.
ຍສໝ - ຄະນະບໍລິຫານງານ VIFA ໄດ້ປະກາດ 3 ເສົາຄ້ຳຍຸດທະສາດພັດທະນາ ໄລຍະ 2025 – 2028
ຍສໝ - ອົງຄະນະພັກສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຈະສືບຕໍ່ນະວັດຕະກໍາ, ຫັນເປັນມືອາຊີບ, ລະດົມທົ່ວສັງຄົມເຂົ້າຮ່ວມ ແລະ ສ້າງພື້ນຖານການທູດປະຊາຊົນທີ່ກ້າຫານ, ທັນສະໄໝ ແລະ ມີປະສິດທິຜົນໃນຍຸກໂລກາພິວັດ, ສະຫາຍ ຫງວຽນທິທູຮ່ວາ, ກຳມະການສູນກາງພັກ, ຮອງເລຂາທິການຜູ້ປະຈຳຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນເມື່ອກ່າວຄຳປາໄສຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກອົງຄະນະພັກສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ອາຍຸການ 2025 - 2030 ໃນວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ.
ຍສໝ - ວັນທີ 24 ມິຖຸນານີ້, ຢູ່ຮ່າໂນ້ຍ, ສໍານັກພິມການສຶກສາຫວຽດນາມ ສົມທົບກັບສະຖານທູດ ຈີເລ ປະຈຳຫວຽດນາມ ໄດ້ຈັດຕັ້ງພິທີປະກາດຊຸດເລື່ອງເດັກນ້ອຍ"Papelucho" ໃຫ້ແກ່ຫວຽດນາມຢ່າງເປັນທາງການ. ເຫດການດັ່ງກ່າວແມ່ນສ່ວນໜຶ່ງຂອງການຮ່ວມມືດ້ານວັດທະນະທຳລະຫວ່າງສອງປະເທດ, ຫຼັງຈາກຄວາມສໍາເລັດຂອງການເປີດຕົວການແປພາສາຄັ້ງທໍາອິດໃນເດືອນທັນວາ 2024.
ຍສໝ - ທີ່ການຝຶກຊ້ອມຮ່ວມ, ບັນດາກ້ອນກຳລັງເດີນສວນສະໜາມຢູ່ 3 ເຂດໄດ້ເຕົ້າໂຮມຝຶກຊ້ອມບັນດາເນື້ອໃນພື້ນຖານຕາມໝາກຜົນການຝຶກຊ້ອມໃນໄລຍະຜ່ານມາ
ຍສໝ - ດ້ວຍຄຳຂວັນ “ເພື່ອການຮ່ວມມືລວມ ແລະ ຍືນຍົງ”, FIA 2025 ເຕົ້າໂຮມເກືອບ 700 ວິສາຫະກິດໃນຫຼາຍຂົງເຂດຄືກະສິກຳ, ອຸດສາຫະກຳປຸງແຕ່ງ, ນ້ຳມັນອາຍແກັດ, ການກໍ່ສ້າງ, ເຄື່ອງໄຟຟ້າ - ເອເລັກໂຕນິກ, ກົນຈັກ ຕະຫຼອດຮອດສິ່ງແວດລ້ອມ, ການທ່ອງທ່ຽວ ແລະ ການສຶກສາ.
ຍສໝ - ກົດໝາຍ ວ່າດ້ວຍ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ຂອງ ສປຊ ຄາດວ່າຈະລົງຄະແນນສຽງຮັບຮອງເອົາໃນວັນທີ 26 ມິຖຸນາ, ຢູ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV. ນີ້ແມ່ນຂີດໝາຍສຳຄັນ, ເປັນຄັ້ງທຳອິດ ຫວຽດນາມ ມີປະມວນກົດໝາຍສົມບູນເພື່ອປັບປຸງທຸກການເຄື່ອນໄຫວຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເປີດໄລຍະໃໝ່ໃນວິວັດການສືບຕໍ່ປະກອບສ່ວນເພື່ອສັນຕິພາບໂລກ.
ຍສໝ - ວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ມີການພົບປະເຈລະຈາກັບທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ຄຳເພົາ ເອີນທະວັນ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບກົນໄກປະສານງານເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ - ລາວ, ປະກອບສ່ວນເຮັດໃຫ້ເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
ຍສໝ - ອາຍຸການ 2020 – 2025 , ໃນສະພາບການໂລກ ແລະ ພາກພື້ນພວມມີການຜັນຂະຫຍາຍຢ່າງວ່ອງໄວ, ສັບສົນ ແລະ ບໍ່ສາມາດຄາດຄະເນໄດ້, ໂດຍປະເຊີນໜ້າກັບຄວາມຮຽກຮ້ອງຕ້ອງການຂອງການນຳພັກ ແລະ ລັດ, ອົງຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມໄດ້ກຳນົດ, ມານະພະຍາຍາມ, ນະວັດຕະກຳແນວຄິດ ແລະ ວິທີເຂົ້າເຖິງ ເພື່ອການນຳ, ຊີ້ນຳລະບົບສະຫະພັນບັນດາອົງການມິດຕະພາບຫວຽດນາມ ບັນລຸໄດ້ບັນດາຜົນງານ.
ຍສໝ - ວັນທີ 22 ມິຖຸນານີ້, ຢູ່ສະໜາມຫຼວງຫໍບູຮານ Warsaw ໄດ້ໄຂຂຶ້ນງານບຸນວັດທະນະທຳຫວຽດນາມຄັ້ງທີ 3 ຢູ່ປະເທດໂປແລນ, ເປັນຂີດໝາຍເປີດສັບປະດາວັດທະນະທຳ - ການທ່ອງທ່ຽວຫວຽດນາມຢູ່ປະເທດກາງເອີລົບ ນີ້. ເຫດການໄດ້ດຶງດູດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວປະຈຳຖິ່ນ ແລະ ນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍ, ໄດ້ນຳເອົາພື້ນທີ່ສິລະປະທີ່ເຂັ້ມໄປດ້ວຍສີສັນ ແລະ ສານມິດຕະພາບລະຫວ່າງສອງປະເທດຢ່າງເລີກເຊິ່ງ.
ຍສໝ - ລາຍການ ຫວຽດນາມ ມີກຽດສະຫງ່າ 2025 ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຂຶ້ນໄດ້ດຳເນີນໃນຕອນຄ່ຳວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ.
ຍສໝ - ວັນທີ 22 ມິຖຸນາ, ຢູ່ນະຄອນ ດ່າໜັງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສັນຖະວະໄມຕີການທູດອາເມລິກາ ປະຈໍາ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ສົມທົບກັນຈັດຕັ້ງລາຍການແລກປ່ຽນມິດຕະພາບ ຫວຽດນາມ - ອາເມລິກາ. ການເຄື່ອນໄຫວນີ້ແມ່ນສ່ວນໜຶ່ງຂອງບັນດາເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ, ດຶງດູດຜູ້ແທນ, ຊາວ, ແຂກທ່ອງທ່ຽວປະມານ 3.000 ຄົນທີ່ເຂົ້າຮ່ວມ.
ຍສໝ - ວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ,ຄະນະກໍ່ສ້າງເລກທີ 64 - ຫົວໜ່ວຍຂຶ້ນກັບກະຊວງຄົມມະນາຄົມຂົນສົ່ງ (ປະຈຸບັນແມ່ນກະຊວງກໍ່ສ້າງ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ, ໂດຍການເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ບັນດາການນໍາກະຊວງ, ສະຖານທູດ ແລະ ພະນັກງານ-ລັດຖະກອນ 300 ກວ່າຄົນ.
ຍສໝ - ມະຕິເລກທີ 57-NQ/TW ຂອງກົມການເມືອງກ່ຽວກັບບຸກທະລຸພັດທະນາວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ບໍ່ພຽງແຕ່ແມ່ນເຂັມຊີ້ທິດໃຫ້ແກ່ການພັດທະນາພື້ນຖານເສດຖະກິດພູມປັນຍາເທົ່ານັ້ນ, ຫາກຍັງເປີດໂອກາດເຊື່ອມຕໍ່ວັດທະນະທຳ ຫວຽດນາມ ແລະ ສາກົນ ຜ່ານດີຈີຕອນອີກດ້ວຍ.
ຍສໝ - ວັນທີ 20 ມິຖຸນາ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາ Fukuoka ໄດ້ສົມທົບກັບສະມາຄົມສົ່ງເສີມການຄ້າ, ການລົງທຶນຫວຽດນາມ ປະຈໍາ Kyushu (ຍີ່ປຸ່ນ) ຈັດຕັ້ງກອງປະຊຸມສຳມະນາ“ການຮ່ວມມືດ້ານຊັບພະຍາກອນມະນຸດຫວຽດນາມ ສໍາລັບວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ພາກພື້ນ Kyushu”.
ຍສໝ - ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ໂຕເລິມ ຫວນຄືນ ແລະ ຕີລາຄາສູງເສັ້ນທາງ 100 ປີຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໃນການຮ່ວມເດີນທາງກັບຊົນຊາດ.
ຍສໝ - 100 ປີຜ່ານມາ, ສື່ມວນຊົນປະຕິວັດໄດ້ກາຍເປັນເຫຼົ່າຮົບທີ່ຫຼັກແຫຼ່ງໃນສະໜາມຮົບແນວຄິດ - ວັດທະນະທຳ, ຮ່ວມເດີນທາງພ້ອມກັບພາລະກິດແຫ່ງການປະຕິວັດຜ່ານທຸກເສັ້ນທາງປະຫວັດສາດຂອງຊາດ.