ສິລະປິນ 6 ຄົນຈາກຟີລິບປິນແນະນຳສິລະປະຮ່ວມສະໄໝຢູ່ຮ່າໂນ້ຍ

ສິລະປິນ 6 ຄົນຈາກຟີລິບປິນແນະນຳສິລະປະຮ່ວມສະໄໝຢູ່ຮ່າໂນ້ຍ

ຍສໝ - ຕອນບ່າຍວັນທີ 23/11, ຢູ່ຮ່າໂນ້ຍ, ສະຖານທູດຟີລິບປິນປະຈຳຫວຽດນາມ ໄດ້ເປີດງານວາງສະແດງສິລະປະຮ່ວມສະໄໝ “Expressions of Friendship” ໂດຍມີສິລະປິນຟີລິບປິນ 6 ຄົນເຂົ້າຮ່ວມ, ແນະນຳບັນດາຜົນງານກ່ຽວກັບວັດທະນະທຳ, ຜູ້ຄົນ ແລະ ທຳມະຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ຟີລິບປິນ.

50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ

50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ

ຍສໝ - ວັນທີ 23/11, ຢູ່ນະຄອນຫຼວງວຽງຈັນ (ລາວ), ງານວາງສະແດງ “ມໍລະດົກວັດທະນະທຳຫວຽດນາມ ແລະ ລາວ ຜ່ານຜົນງານຈິດຕະກຳ” ໄດ້ໄຂຂຶ້ນໂດຍມີຜົນງານ 50 ຊິ້ນຂອງບັນດາຈິດຕະກອນສອງປະເທດ, ແນະນຳຄວາມງົດງາມຂອງມໍລະດົກ, ເອກະລັກທາງວັດທະນະທຳ ແລະ ຜູ້ຄົນຫວຽດນາມ - ລາວ ໃຫ້ແກ່ປະຊາຊົນ ແລະ ມິດສະຫາຍສາກົນ.

ອົດສະຕຣາລີຈັດສັນເງິນ 98,3 ລ້ານ AUD ເພື່ອຊ່ວຍເຫຼືອການພັດທະນາຫວຽດນາມ ໃນປີ 2026-2027

ອົດສະຕຣາລີຈັດສັນເງິນ 98,3 ລ້ານ AUD ເພື່ອຊ່ວຍເຫຼືອການພັດທະນາຫວຽດນາມ ໃນປີ 2026-2027

ຍສໝ - ວັນທີ 23/11, ຢູ່ຮ່າໂນ້ຍ, ອົດສະຕຣາລີໄດ້ປະກາດເພີ່ມຍອດລວມການຊ່ວຍເຫຼືອດ້ານການພັດທະນາທີ່ຄາດວ່າຈະຈັດສັນໃຫ້ຫວຽດນາມໃນປີງົບປະມານ 2026-2027 ຂຶ້ນເປັນ 98,3 ລ້ານ AUD, ເພີ່ມຂຶ້ນ 1,7 ລ້ານ AUD ທຽບໃສ່ປີກ່ອນ. ແຫຼ່ງທຶນດັ່ງກ່າວຈະສຸມໃສ່ການພັດທະນາເສດຖະກິດ, ນະວັດຕະກຳ, ການຝຶກອົບຮົມຊັບພະຍາກອນມະນຸດ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາທີ່ທົ່ວເຖິງ.

ຟົດຟື້ນວັນວັດທະນະທຳຫວຽດນາມ 2026 ຢູ່ ມາເລເຊຍ

ຟົດຟື້ນວັນວັດທະນະທຳຫວຽດນາມ 2026 ຢູ່ ມາເລເຊຍ

ຍສໝ - ຕອນເຊົ້າວັນທີ 22/11, ຢູ່ ກົວລາລຳເປີ, ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ຈັດຕັ້ງວັນວັດທະນະທຳຫວຽດນາມ 2026 ຢູ່ ມາເລເຊຍ ເພື່ອຕອບສະໜອງວັນວັດທະນະທຳຫວຽດນາມ (24/11) ແລະ ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ (18/11).

ໂຄສະນາຍອດຍິ່ງຂອງອາຫານ ແລະ ວັດທະນະທຳຫວຽດນາມ ຢູ່ ເວເນຊູເອລາ

ໂຄສະນາຍອດຍິ່ງຂອງອາຫານ ແລະ ວັດທະນະທຳຫວຽດນາມ ຢູ່ ເວເນຊູເອລາ

ຍສໝ - ເພື່ອຕອບສະໜອງວັນວັດທະນະທຳຫວຽດນາມ 24/11 ແລະ ຂໍ້ລິເລີ່ມ "ວັນວັດທະນະທຳອາຫານຫວຽດນາມ", ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດງານພົບປະແລກປ່ຽນວັດທະນະທຳ, ແນະນຳອາຫານພື້ນເມືອງຫຼາຍເຍື່ອງ ພ້ອມດ້ວຍບັນດາຜະລິດຕະພັນເຄື່ອງເທດຂອງຫວຽດນາມ ໃຫ້ແກ່ເພື່ອນມິດປະເທດເຈົ້າພາບ ແລະ ສາກົນ.

46 ປະເທດເຂົ້າຮ່ວມງານມະຫະກຳວັດທະນະທຳອາຫານສາກົນ ປີ 2026

46 ປະເທດເຂົ້າຮ່ວມງານມະຫະກຳວັດທະນະທຳອາຫານສາກົນ ປີ 2026

ຍສໝ - ຕອນເຊົ້າວັນທີ 22/11, ຢູ່ຮ່າໂນ້ຍ, ງານມະຫະກຳວັດທະນະທຳອາຫານສາກົນ ຄັ້ງທີ 14 ໄດ້ໄຂຂຶ້ນໂດຍມີເກືອບ 100 ຮ້ານວາງສະແດງຈາກ 46 ປະເທດ, ແນະນຳເອກະລັກອັນໂດດເດັ່ນຂອງອາຫານຫວຽດນາມ ແລະ ອາຫານໂລກ. ໃນຂອບເຂດງານດັ່ງກ່າວ, ຄະນະຈັດງານໄດ້ມອບເງິນ 1 ຕື້ດົງ ເພື່ອຊ່ວຍເຫຼືອ 5 ທ້ອງຖິ່ນ, ເຜີຍແຜ່ຈິດໃຈແຫ່ງການແບ່ງປັນຜ່ານກິດຈະກຳແລກປ່ຽນວັດທະນະທຳ.

80 ຄົນເຂົ້າຮ່ວມການປະກວດສິລະປະຂຽນອັກສອນເກົາຫຼີ ຢູ່ພະລາຊະວັງເຫວ້

80 ຄົນເຂົ້າຮ່ວມການປະກວດສິລະປະຂຽນອັກສອນເກົາຫຼີ ຢູ່ພະລາຊະວັງເຫວ້

ຍສໝ - ວັນທີ 22/11, ຢູ່ພະລາຊະວັງເຫວ້, ນັກຮຽນ, ນັກສຶກສາ ແລະ ຜູ້ທີ່ມັກຮັກວັດທະນະທຳເກົາຫຼີ ຈຳນວນ 80 ຄົນ ໄດ້ເຂົ້າຮ່ວມການປະກວດສິລະປະຂຽນອັກສອນເກົາຫຼີ. ກິດຈະກຳນີ້ເຊື່ອມໂຍງສິລະປະການຂຽນອັກສອນກັບມໍລະດົກບົດກະວີຂອງຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ຫວຽດນາມ - ລາວ ມຸ່ງສູ່ໂຄງການຮ່ວມມືດ້ານກິລາ ໄລຍະ 2026-2030

ຫວຽດນາມ - ລາວ ມຸ່ງສູ່ໂຄງການຮ່ວມມືດ້ານກິລາ ໄລຍະ 2026-2030

ຍສໝ - ວັນທີ 22/11, ຢູ່ນະຄອນໂຮ່ຈີມິນ, ຄະນະນຳຂະແໜງກິລາຫວຽດນາມ ແລະ ລາວ ໄດ້ເຫັນດີຮ່ວມກັນກ່ຽວກັບທິດທາງການສ້າງໂຄງການຮ່ວມມືໄລຍະ 2026-2030, ໂດຍສຸມໃສ່ການຝຶກອົບຮົມນັກກິລາ, ຄູຝຶກ ແລະ ກຳມະການຕັດສິນ, ການພັດທະນາກິລາລະດັບສູງ ແລະ ການແລກປ່ຽນປະສົບການດ້ານການຄຸ້ມຄອງ ແລະ ນຳໃຊ້ສະໜາມ ແລະ ສິ່ງກໍ່ສ້າງດ້ານກິລາ.

ອາຫານຫວຽດນາມເຊື່ອມໂຍງມິດສະຫາຍສາກົນຢູ່ເວເນຊູເອລາ

ອາຫານຫວຽດນາມເຊື່ອມໂຍງມິດສະຫາຍສາກົນຢູ່ເວເນຊູເອລາ

ຍສໝ - ວັນທີ 21/11, ຢູ່ນະຄອນຫຼວງກາຣາກັສ (ເວເນຊູເອລາ), ງານວັນວັດທະນະທຳອາຫານຫວຽດນາມ ປີ 2026 ໄດ້ແນະນຳອາຫານພື້ນເມືອງ, ຜະລິດຕະພັນທີ່ເປັນເອກະລັກ ແລະ ສີສັນທາງວັດທະນະທຳຂອງຫວຽດນາມ ໃຫ້ແກ່ມິດສະຫາຍສາກົນ, ພ້ອມທັງເປີດໂອກາດໃນການເຊື່ອມໂຍງທາງການຄ້າລະຫວ່າງວິສາຫະກິດຂອງສອງປະເທດ.

ຄ່ຳຄືນສິລະປະຢູ່ລາວ ເຊື່ອມສານຊຸມຊົນຊາວຫວຽດນາມ, ເຜີຍແຜ່ມິດຕະພາບຫວຽດນາມ - ລາວ

ຄ່ຳຄືນສິລະປະຢູ່ລາວ ເຊື່ອມສານຊຸມຊົນຊາວຫວຽດນາມ, ເຜີຍແຜ່ມິດຕະພາບຫວຽດນາມ - ລາວ

ຍສໝ - ຕອນຄ່ຳວັນທີ 21 ພະຈິກ, ຢູ່ນະຄອນຫຼວງວຽງຈັນ (ລາວ), ໂຄງການສິລະປະ “ເຊື່ອມສານຊຸມຊົນ, ສານສາຍໃຍມິດຕະພາບຫວຽດນາມ - ລາວ” ໄດ້ນຳສະເໜີບັນດາລາຍການຮ້ອງເພງ, ຟ້ອນ ແລະ ດົນຕີ ກ່ຽວກັບບ້ານເກີດ, ປະເທດຊາດ ແລະ ນ້ຳໃຈສາມັກຄີລະຫວ່າງສອງຊົນຊາດ. ກິດຈະກຳນີ້ໄດ້ສ້າງໂອກາດໃຫ້ຊຸມຊົນຊາວຫວຽດນາມຢູ່ລາວໄດ້ພົບປະ, ຫວນຄືນສູ່ຮາກເຫງົ້າຂອງຕົນ, ພ້ອມທັງແນະນຳວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນລາວ.

ການປະກວດວັດທະນະທຳ 3 ລາຍການ ເຊື່ອມສານຊຸມຊົນຊາວຫວຽດນາມຢູ່ໄທ

ການປະກວດວັດທະນະທຳ 3 ລາຍການ ເຊື່ອມສານຊຸມຊົນຊາວຫວຽດນາມຢູ່ໄທ

ຍສໝ - ຕອນຄ່ຳວັນທີ 21 ພະຈິກ, ຢູ່ແຂວງອຸດອນທານີ (ໄທ), ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດຫຼາຍຮ້ອຍຄົນໄດ້ເຂົ້າຮ່ວມພິທີມອບລາງວັນການປະກວດ 3 ລາຍການ ກ່ຽວກັບພາສາຫວຽດນາມ, ການຮ້ອງເພງ ແລະ ອາຫານພື້ນເມືອງ. ໂດຍມີຜູ້ເຂົ້າປະກວດຮ້ອງເພງເກືອບ 50 ຄົນ ອາຍຸຕັ້ງແຕ່ 5 ປີ ເຖິງເກືອບ 80 ປີ ແລະ ຫຼາຍສິບຄອບຄົວເຂົ້າຮ່ວມການປະກວດອາຫານ, ໂຄງການໄດ້ປະກອບສ່ວນອະນຸລັກເອກະລັກວັດທະນະທຳຫວຽດນາມ ແລະ ປູກຝັງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ຫວຽດນາມ - ອາແຊກໄບຊານ ກຳນົດ 5 ຂົງເຂດຈຸດສຸມການຮ່ວມມືໃນໄລຍະໃໝ່

ຫວຽດນາມ - ອາແຊກໄບຊານ ກຳນົດ 5 ຂົງເຂດຈຸດສຸມການຮ່ວມມືໃນໄລຍະໃໝ່

ຍສໝ​ - ພາຍຫຼັງການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Ilham Aliyev, ປະທານາທິບໍດີອາແຊກໄບຊານ, ແຕ່ວັນທີ 20-21 ພະຈິກ, ສອງປະເທດໄດ້ເຫັນດີເລັ່ງສຳເລັດແຜນດຳເນີນງານເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ, ໂດຍສຸມໃສ່ 5 ຂົງເຂດບຸລິມະສິດ, ໃນນັ້ນມີການຄ້າ, ການລົງທຶນ, ພະລັງງານ, ການຂົນສົ່ງ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ພ້ອມກັນນັ້ນ, ຫວຽດນາມຍັງຢືນຢັນຄວາມພ້ອມໃນການເປັນຂົວເຊື່ອມເພື່ອຊ່ວຍອາແຊກໄບຊານພັດທະນາສາຍພົວພັນກັບອາຊຽນ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ວິສາຫະກິດຫວຽດນາມ - ມາເລເຊຍ ລົງນາມໃນຂໍ້ຕົກລົງຮ່ວມມື ໃນງານວັນວັດທະນະທຳຫວຽດນາມ 2026

ວິສາຫະກິດຫວຽດນາມ - ມາເລເຊຍ ລົງນາມໃນຂໍ້ຕົກລົງຮ່ວມມື ໃນງານວັນວັດທະນະທຳຫວຽດນາມ 2026

ຍສໝ - ວັນທີ 22 ພະຈິກ, ຢູ່ມາເລເຊຍ, ມີວິສາຫະກິດ, ອົງການ ແລະ ສະມາຄົມທຸລະກິດຫວຽດນາມ - ມາເລເຊຍ ຫຼາຍກວ່າ 40 ແຫ່ງ ເຂົ້າຮ່ວມໂຄງການເຊື່ອມຕໍ່ວິສາຫະກິດ ທີ່ຈັດຂຶ້ນໂດຍສະຖານທູດຫວຽດນາມ. ຈຸດເດັ່ນຂອງງານແມ່ນພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງຍີ່ຫໍ້ Nón Lá ຂອງ Green Farms (ຫວຽດນາມ) ແລະ EMC Group (ມາເລເຊຍ), ເປີດໂອກາດການຮ່ວມມືທາງທຸລະກິດລະຫວ່າງສອງຝ່າຍ.

FAVIJA Champions Cup 2026 ເຊື່ອມສານນັກກິລາບານເຕະເກືອບ 3.000 ຄົນ ຢູ່ຍີ່ປຸ່ນ

FAVIJA Champions Cup 2026 ເຊື່ອມສານນັກກິລາບານເຕະເກືອບ 3.000 ຄົນ ຢູ່ຍີ່ປຸ່ນ

ຍສໝ - ວັນທີ 22 ພະຈິກ, ຢູ່ນະຄອນ Toyota, ແຂວງ Aichi (ຍີ່ປຸ່ນ), ທີມບານເຕະຂອງຊາວຫວຽດນາມ 24 ທີມ ໄດ້ເຂົ້າຮ່ວມແຂ່ງຂັນໃນຮອບຊິງຊະນະເລີດ FAVIJA Champions Cup 2026. ການແຂ່ງຂັນໄດ້ປິດສາກລົງຫຼັງຈາກດຳເນີນມາເປັນເວລາກວ່າ 6 ເດືອນ, ໂດຍມີປະມານ 180 ທີມ ແລະ ນັກກິລາເກືອບ 3.000 ຄົນເຂົ້າຮ່ວມ, ປະກອບສ່ວນເຊື່ອມສານຊຸມຊົນຊາວຫວຽດນາມ ແລະ ສົ່ງເສີມການແລກປ່ຽນລະຫວ່າງປະຊາຊົນຫວຽດນາມ - ຍີ່ປຸ່ນ.

AI ຊ່ວຍນັກທ່ອງທ່ຽວເລືອກແຜນການເດີນທາງຕາມຄວາມຕ້ອງການ ແລະ ງົບປະມານ

AI ຊ່ວຍນັກທ່ອງທ່ຽວເລືອກແຜນການເດີນທາງຕາມຄວາມຕ້ອງການ ແລະ ງົບປະມານ

ຍສໝ - ໃນໄລຍະ 10 ເດືອນຕົ້ນປີ 2026, ຫວຽດນາມໄດ້ຕ້ອນຮັບນັກທ່ອງທ່ຽວສາກົນປະມານ 19,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 13,8% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ. ທ່າມກາງຄວາມຕ້ອງການທ່ອງທ່ຽວທີ່ນັບມື້ນັບຫຼາກຫຼາຍ, ບັນດາວິສາຫະກິດນຳທ່ຽວຫວຽດນາມກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອໃຫ້ຄຳປຶກສາ, ອອກແບບແຜນການເດີນທາງ ແລະ ຈອງບໍລິການ, ຊ່ວຍໃຫ້ນັກທ່ອງທ່ຽວເລືອກການເດີນທາງທີ່ເໝາະສົມກັບຄວາມມັກ, ເວລາ ແລະ ຄວາມສາມາດໃນການຈ່າຍ.

ນັກສຶກສາລາວໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຢ້ຽມຊົມຫໍເທບທິດາໂຍ່ຍຮວາ ຢູ່ຫວຽດນາມ

ນັກສຶກສາລາວໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຢ້ຽມຊົມຫໍເທບທິດາໂຍ່ຍຮວາ ຢູ່ຫວຽດນາມ

ຍສໝ - ໃນການໄປຢ້ຽມຊົມຫໍເທບທິດາໂຍ່ຍຮວາ ທີ່ແຂວງນິງບິ່ງເປັນຄັ້ງທຳອິດ, ທ້າວ ມີໄຊ ວັນພະຈິດ, ນັກສຶກສາລາວທີ່ກຳລັງສຶກສາຢູ່ສະຖາບັນການທູດຫວຽດນາມ, ຮູ້ສຶກຕື້ນຕັນໃຈເມື່ອຮູ້ວ່າ ປະຊາຊົນຫວຽດນາມໄດ້ອະນຸລັກ ແລະ ລະນຶກເຖິງລາຊະທິດາຈາກປະເທດບ້ານເກີດຂອງຕົນມາຫຼາຍສະຕະວັດ. ລາວຕ້ອງການນຳເລື່ອງລາວນີ້ໄປເລົ່າໃຫ້ຄອບຄົວ ແລະ ໝູ່ເພື່ອນຢູ່ລາວຟັງ.

ນະຄອນໂຮ່ຈີມິນສະເໜີ 3 ທິດທາງຮ່ວມມືການລົງທຶນກັບສິງກະໂປ

ນະຄອນໂຮ່ຈີມິນສະເໜີ 3 ທິດທາງຮ່ວມມືການລົງທຶນກັບສິງກະໂປ

ຍສໝ - ມາຮອດເດືອນ 9/2026, ສິງກະໂປເປັນຜູ້ນຳດ້ານຍອດເງິນລົງທຶນຢູ່ນະຄອນໂຮ່ຈີມິນ ດ້ວຍ 2.815 ໂຄງການທີ່ຍັງມີຜົນບັງຄັບໃຊ້, ມີຍອດທຶນຈົດທະບຽນຫຼາຍກວ່າ 25,28 ຕື້ໂດລາສະຫະລັດ. ບົນພື້ນຖານດັ່ງກ່າວ, ນະຄອນໄດ້ສະເໜີ 3 ທິດທາງຮ່ວມມືສຳຄັນ ກ່ຽວກັບໂຄງລ່າງ ແລະ ໂລຈິສຕິກ, ເຕັກໂນໂລຊີຊັ້ນສູງ ແລະ ການເຊື່ອມໂຍງທາງການເງິນ ເພື່ອດຶງດູດບັນດາໂຄງການລົງທຶນທີ່ມີຄຸນນະພາບສູງ.

ເປີດຕົວ “ມຸມກາເຟຫວຽດນາມ” ຢູ່ຄະນະຜູ້ແທນຫວຽດນາມປະຈຳສະຫະປະຊາຊາດ

ເປີດຕົວ “ມຸມກາເຟຫວຽດນາມ” ຢູ່ຄະນະຜູ້ແທນຫວຽດນາມປະຈຳສະຫະປະຊາຊາດ

ຍສໝ - ວັນທີ 18/11, ທີ່ New York (ສະຫະລັດອາເມລິກາ), ຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ ໄດ້ປະສານງານກັບກຸ່ມບໍລິສັດ Trung Nguyên Legend ຈັດໂຄງການແລກປ່ຽນວັດທະນະທຳ “ກາເຟຫວຽດນາມໜຶ່ງຈອກ – ກາເຟ, ວັດທະນະທຳ ແລະ ການເຊື່ອມໂຍງ”. ງານດັ່ງກ່າວໄດ້ແນະນຳເອກະລັກຂອງວັດທະນະທຳກາເຟຫວຽດນາມໃຫ້ແກ່ໝູ່ເພື່ອນນານາຊາດ, ພ້ອມທັງເປັນຂີດໝາຍການເປີດຕົວ “ມຸມກາເຟຫວຽດນາມ” ຢູ່ສຳນັກງານຄະນະຜູ້ແທນ.

ຫວຽດນາມ - ໂຣມານີ ລົງນາມ 2 ຂໍ້ຕົກລົງຮ່ວມມືດ້ານອຸດສາຫະກຳ ແລະ ການຝຶກອົບຮົມ

ຫວຽດນາມ - ໂຣມານີ ລົງນາມ 2 ຂໍ້ຕົກລົງຮ່ວມມືດ້ານອຸດສາຫະກຳ ແລະ ການຝຶກອົບຮົມ

ຍສໝ - ວັນທີ 19/11, ຢູ່ແຂວງຝູເຖາະ, ງານວັນວັດທະນະທຳ ແລະ ການຄ້າ ໂຣມານີ - ຫວຽດນາມ 2026 ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມື 2 ສະບັບ, ໂດຍມຸ່ງໄປສູ່ການພັດທະນາເຂດອຸດສາຫະກຳຫວຽດນາມ - ໂຣມານີ ແລະ ການສ້າງຕັ້ງວິທະຍາໄລເຕັກນິກຫຼາຍສາຂາຫວຽດນາມ - ໂຣມານີ. ງານດັ່ງກ່າວຍັງມີຫຼາຍກິດຈະກຳແລກປ່ຽນວັດທະນະທຳ, ເຊື່ອມໂຍງວິສາຫະກິດ ແລະ ໂຄສະນາສັກກະຍະພາບການຮ່ວມມືລະຫວ່າງສອງປະເທດ.

6 ປະເທດແມ່ນ້ຳຂອງ - ລ້ານຊ້າງ ເຫັນດີແລກປ່ຽນຂໍ້ມູນຢູ່ 24 ສະຖານີອຸທົກກະສາດ

6 ປະເທດແມ່ນ້ຳຂອງ - ລ້ານຊ້າງ ເຫັນດີແລກປ່ຽນຂໍ້ມູນຢູ່ 24 ສະຖານີອຸທົກກະສາດ

ຍສໝ - ວັນທີ 19/11, ທີ່ຮ່າໂນ້ຍ, 6 ປະເທດແມ່ນ້ຳຂອງ - ລ້ານຊ້າງ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແລກປ່ຽນຂໍ້ມູນອຸທົກກະສາດແບບທັນເວລາຢູ່ 24 ສະຖານີສຳຄັນ, ໃນນັ້ນ ຫວຽດນາມມີ 2 ສະຖານີ ຄື ເຕິນເຈົາ ແລະ ເຈົາດົກ. ຂໍ້ຕົກລົງນີ້ປະກອບສ່ວນຍົກລະດັບຄວາມສາມາດໃນການຄາດຄະເນ, ເຕືອນໄພທຳມະຊາດ ແລະ ຄຸ້ມຄອງແຫຼ່ງນ້ຳຢ່າງຍືນຍົງທົ່ວລຸ່ມນ້ຳ.

|< < 1 2 3 4 5 > >|