ຍສໝ - ມາຮອດເດືອນ 9/2026, ສິງກະໂປເປັນຜູ້ນຳດ້ານຍອດເງິນລົງທຶນຢູ່ນະຄອນໂຮ່ຈີມິນ ດ້ວຍ 2.815 ໂຄງການທີ່ຍັງມີຜົນບັງຄັບໃຊ້, ມີຍອດທຶນຈົດທະບຽນຫຼາຍກວ່າ 25,28 ຕື້ໂດລາສະຫະລັດ. ບົນພື້ນຖານດັ່ງກ່າວ, ນະຄອນໄດ້ສະເໜີ 3 ທິດທາງຮ່ວມມືສຳຄັນ ກ່ຽວກັບໂຄງລ່າງ ແລະ ໂລຈິສຕິກ, ເຕັກໂນໂລຊີຊັ້ນສູງ ແລະ ການເຊື່ອມໂຍງທາງການເງິນ ເພື່ອດຶງດູດບັນດາໂຄງການລົງທຶນທີ່ມີຄຸນນະພາບສູງ.
ຍສໝ - ວັນທີ 18/11, ທີ່ New York (ສະຫະລັດອາເມລິກາ), ຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ ໄດ້ປະສານງານກັບກຸ່ມບໍລິສັດ Trung Nguyên Legend ຈັດໂຄງການແລກປ່ຽນວັດທະນະທຳ “ກາເຟຫວຽດນາມໜຶ່ງຈອກ – ກາເຟ, ວັດທະນະທຳ ແລະ ການເຊື່ອມໂຍງ”. ງານດັ່ງກ່າວໄດ້ແນະນຳເອກະລັກຂອງວັດທະນະທຳກາເຟຫວຽດນາມໃຫ້ແກ່ໝູ່ເພື່ອນນານາຊາດ, ພ້ອມທັງເປັນຂີດໝາຍການເປີດຕົວ “ມຸມກາເຟຫວຽດນາມ” ຢູ່ສຳນັກງານຄະນະຜູ້ແທນ.
ຍສໝ - ວັນທີ 19/11, ຢູ່ແຂວງຝູເຖາະ, ງານວັນວັດທະນະທຳ ແລະ ການຄ້າ ໂຣມານີ - ຫວຽດນາມ 2026 ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມື 2 ສະບັບ, ໂດຍມຸ່ງໄປສູ່ການພັດທະນາເຂດອຸດສາຫະກຳຫວຽດນາມ - ໂຣມານີ ແລະ ການສ້າງຕັ້ງວິທະຍາໄລເຕັກນິກຫຼາຍສາຂາຫວຽດນາມ - ໂຣມານີ. ງານດັ່ງກ່າວຍັງມີຫຼາຍກິດຈະກຳແລກປ່ຽນວັດທະນະທຳ, ເຊື່ອມໂຍງວິສາຫະກິດ ແລະ ໂຄສະນາສັກກະຍະພາບການຮ່ວມມືລະຫວ່າງສອງປະເທດ.
ຍສໝ - ວັນທີ 19/11, ທີ່ຮ່າໂນ້ຍ, 6 ປະເທດແມ່ນ້ຳຂອງ - ລ້ານຊ້າງ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແລກປ່ຽນຂໍ້ມູນອຸທົກກະສາດແບບທັນເວລາຢູ່ 24 ສະຖານີສຳຄັນ, ໃນນັ້ນ ຫວຽດນາມມີ 2 ສະຖານີ ຄື ເຕິນເຈົາ ແລະ ເຈົາດົກ. ຂໍ້ຕົກລົງນີ້ປະກອບສ່ວນຍົກລະດັບຄວາມສາມາດໃນການຄາດຄະເນ, ເຕືອນໄພທຳມະຊາດ ແລະ ຄຸ້ມຄອງແຫຼ່ງນ້ຳຢ່າງຍືນຍົງທົ່ວລຸ່ມນ້ຳ.
ຍສໝ - ນັກວິທະຍາສາດໜຸ່ມ 10 ຄົນ ແລະ ນັກສຶກສາຍິງດີເດັ່ນ 20 ຄົນ ໄດ້ຮັບລາງວັນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ປະຈຳປີ 2026 ຢູ່ຮ່າໂນ້ຍ. ຄຽງຄູ່ກັບການຂະຫຍາຍຂົງເຂດການຄັດເລືອກ, ຄະນະຈັດງານຍັງໃຫ້ຄວາມສຳຄັນກັບການເຊື່ອມໂຍງຜູ້ໄດ້ຮັບລາງວັນກັບບັນດາກຸ່ມຄົ້ນຄວ້າ, ຫ້ອງທົດລອງ ແລະ ວິສາຫະກິດ, ເພື່ອສ້າງເງື່ອນໄຂໃຫ້ຜົນງານວິທະຍາສາດສາມາດສືບຕໍ່ພັດທະນາ ແລະ ນຳໄປປະຍຸກໃຊ້ໃນຕົວຈິງ.
ຍສໝ - ສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ແລະ ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET) ໄດ້ເຫັນດີຮ່ວມກັນຈັດຕັ້ງຄະນະເຮັດວຽກ ເພື່ອກະກຽມລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືສຳລັບ 5 ປີຕໍ່ໜ້າ. ທັງສອງຝ່າຍຍັງມຸ່ງໄປສູ່ການເຊື່ອມໂຍງບັນດາທ້ອງຖິ່ນຜະລິດກາເຟ, ວິສາຫະກິດ ແລະ ຂະຫຍາຍການແລກປ່ຽນລະຫວ່າງປະຊາຊົນ.
ຍສໝ - ນັບແຕ່ກາງເດືອນພະຈິກ 2026, ໄດ້ມີການຈັດຫ້ອງຮຽນຖ່າຍທອດອາຊີບຕ່ຳຜ້າພື້ນເມືອງ ແລະ ປັກແສ່ວເຄື່ອງນຸ່ງຫົ່ມປະເພນີ 2 ຫ້ອງ ຢູ່ບ້ານຫ້ວຍລ໋ອງ ແລະ ຫ້ວຍກ໋າຍ, ຕາແສງເມືອງມຸນ (ແຂວງດ້ຽນບຽນ), ໂດຍແຕ່ລະຫ້ອງມີຜູ້ຮຽນ 20 ຄົນ. ຜ່ານແຕ່ລະຂັ້ນຕອນການຂຶງເສັ້ນດ້າຍ ແລະ ການປັກເຂັມ, ບັນດາແມ່ຍິງຊົນເຜົ່າໄທ ແລະ ມົ້ງ ກຳລັງຮ່ວມກັນຮັກສາອາຊີບດັ້ງເດີມທີ່ກຳລັງປະເຊີນກັບຄວາມສ່ຽງຈະສູນຫາຍ.
ຍສໝ - ບັນດາຊຸດເຊື້ອຍາວ 5 ຜືນ ທີ່ສົ່ງຈາກເຫວ້ໄປຍັງ Toronto (ການາດາ) ໄດ້ນຳໂອກາດຄົ້ນຫາວັດທະນະທຳຫວຽດນາມມາສູ່ນັກຮຽນນານາຊາດຢູ່ສະຖາບັນ Vega. ຜ່ານຜືນຜ້າ 5 ຜືນ ແລະ ກະດຸມ 5 ເມັດ, ບັນດານັກຮຽນໄດ້ຮຽນຮູ້ຄຸນຄ່າກ່ຽວກັບຄອບຄົວ, ຫຼັກຄຸນທຳ ແລະ ວິທີການປະພຶດຕົນຂອງຄົນຫວຽດນາມ.
ຍສໝ - ວັນທີ 16 ພະຈິກ, ຢູ່ແຂວງຄຳມ່ວນ (ລາວ), ສະມາຄົມຄົນຫວຽດນາມແຂວງຄຳມ່ວນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XI, ສະໄໝ 2026-2031, ໂດຍກຳນົດໜ້າທີ່ເສີມສ້າງອົງການສະມາຄົມ, ເອົາໃຈໃສ່ຊີວິດການເປັນຢູ່ຂອງສະມາຊິກ, ຍົກສູງຄຸນນະພາບການສອນ ແລະ ການຮຽນພາສາຫວຽດນາມ, ປະກອບສ່ວນເສີມສ້າງການພົວພັນມິດຕະພາບພິເສດຫວຽດນາມ - ລາວ.
ຍສໝ - ດ້ວຍປະສົບການໃນການເຂົ້າຮ່ວມສອງສັນຍາການຄ້າຂະໜາດໃຫຍ່ ຄື CPTPP ແລະ RCEP, ຫວຽດນາມໄດ້ຮັບການປະເມີນວ່າມີຫຼາຍເງື່ອນໄຂທີ່ເອື້ອອຳນວຍໃນການຊຸກຍູ້ຄວາມເຫັນດີຮ່ວມກັນລະຫວ່າງບັນດາເສດຖະກິດໃນ APEC 2027, ໂດຍສະເພາະການຮ່ວມມືດ້ານການຄ້າດິຈິຕອນ, ການເຊື່ອມໂຍງວິສາຫະກິດ ແລະ ການຍົກສູງຄວາມສາມາດຮັບມືຂອງຕ່ອງໂສ້ສະໜອງໃນພາກພື້ນ.
ຍສໝ - ວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ສານກວດສອບບັນຊີຕວັກກີ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື, ໂດຍສຸມໃສ່ການແລກປ່ຽນປະສົບການ, ການຝຶກອົບຮົມບຸກຄະລາກອນ ແລະ ການນຳໃຊ້ປັນຍາປະດິດ, ຂໍ້ມູນຂະໜາດໃຫຍ່ ເພື່ອຍົກສູງຄຸນນະພາບການດຳເນີນງານກວດສອບບັນຊີ.
ຍສໝ - ວັນທີ 18 ພະຈິກ, ຢູ່ອິນເດຍ, ທ່ານ ຈິ້ງ ມິງ ແມ້ງ, ເອກອັກຄະລັດຖະທູດຫວຽດນາມ ໄດ້ພົບປະກັບທ່ານ D.K. Shivakumar, ຫົວໜ້າລັດຖະບານລັດ Karnataka, ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການລົງທຶນ. ສອງຝ່າຍໄດ້ຮັບການປະເມີນວ່າມີທ່າແຮງການຮ່ວມມືຫຼາຍໃນຂົງເຂດປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີດິຈິຕອນ ແລະ ການຄົ້ນຄວ້າ, ພັດທະນາ.
ຍສໝ - ວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ກອງສຳມະນາສາກົນ “55 ປີແຫ່ງການພົວພັນຫວຽດນາມ - ສະວິດ: ມິດຕະພາບ, ການຮ່ວມມື, ຄວາມຈະເລີນຮຸ່ງເຮືອງ” ໄດ້ຈັດຂຶ້ນເພື່ອປະເມີນຜົນການຮ່ວມມືສອງຝ່າຍ, ພ້ອມທັງສະເໜີທິດທາງໃໝ່ໃນຂົງເຂດເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ ແລະ ການຕ່າງປະເທດປະຊາຊົນ.
ຍສໝ - ແຕ່ວັນທີ 16-18 ພະຈິກ, ອາທິດສາທາລະນະສຸກຫວຽດນາມ - ຊູແອດ 2026 ໄດ້ຈັດຂຶ້ນຢູ່ແຂວງບັກນິງ, ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ໃນໂອກາດນີ້, ຫວຽດນາມໄດ້ສະເໜີສ້າງແຜນງານຮ່ວມມືດ້ານສາທາລະນະສຸກສອງຝ່າຍ ໄລຍະ 2027-2030, ໂດຍສຸມໃສ່ການຄົ້ນຄວ້າວິທະຍາສາດ, ການຖ່າຍທອດເຕັກໂນໂລຊີ, ການພັດທະນາສາທາລະນະສຸກດິຈິຕອນ ແລະ ການຍົກສູງຄຸນນະພາບການດູແລສຸຂະພາບ.
ຍສໝ - ວັນທີ 17 ພະຈິກ, ຢູ່ແຂວງ KwaZulu-Natal (ອາຟຣິກາໃຕ້), ທ່ານ ຫງວຽນ ຈ້ອງ ກຽນ, ເອກອັກຄະລັດຖະທູດຫວຽດນາມປະຈຳອາຟຣິກາໃຕ້ ໄດ້ສະເໜີ 8 ຂົງເຂດຮ່ວມມືບຸລິມະສິດ, ໃນນັ້ນມີການຄ້າ, ການຂົນສົ່ງທາງທະເລ, ລະບົບຕ່ອງໂສ້ການສະໜອງ ແລະ ພະລັງງານທົດແທນ, ແນໃສ່ຂະຫຍາຍການດຳເນີນງານຂອງວິສາຫະກິດຫວຽດນາມຢູ່ອາຟຣິກາໃຕ້ ແລະ ຕະຫຼາດໃນພາກພື້ນອາຟຣິກາຕອນໃຕ້.
ຍສໝ - ຈາກທຳນອງເພງຮ້ອງຊວານ, ຄວາມເຊື່ອການບູຊາບັນດາກະສັດຮຸ່ງເວືອງ ຈົນເຖິງຜະລິດຕະພັນຫັດຖະກຳ ແລະ ອາຫານພິເສດຂອງທ້ອງຖິ່ນ, ແຂວງຝູເຖາະກຳລັງນຳວັດທະນະທຳມາເປັນຂົວເຊື່ອມໃນກິດຈະກຳການຕ່າງປະເທດ. ແຂວງໄດ້ສ້າງຕັ້ງສາຍພົວພັນມິດຕະພາບກັບ 22 ທ້ອງຖິ່ນຕ່າງປະເທດ, ພ້ອມທັງດຳເນີນຫຼາຍໂຄງການແລກປ່ຽນວັດທະນະທຳ, ການສຶກສາ ແລະ ເຊື່ອມໂຍງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອໂຄສະນາພາບລັກຂອງດິນແດນບັນພະບຸລຸດ.
ຍສໝ - ວັນທີ 18 ພະຈິກ, ຢູ່ບ້ານຊັ່ງເຈິນ, ຕາແສງມີ້ລີ້, ແຂວງເງະອານ ໄດ້ຈັດພິທີລົງນາມສ້າງສາຍສຳພັນ “ບ້ານ - ບ້ານ” ລະຫວ່າງບ້ານຊັ່ງເຈິນ ແລະ ບ້ານກ້າງກໍ່, ຕາແສງເຢືອງ, ເມືອງມ່ວງກວັ້ນ, ແຂວງຫົວພັນ (ລາວ). ກິດຈະກຳດັ່ງກ່າວແນໃສ່ເພີ່ມທະວີຄວາມສາມັກຄີ, ການປະສານສົມທົບໃນການປົກປັກຮັກສາຊາຍແດນ ແລະ ຊ່ວຍເຫຼືອປະຊາຊົນສອງຝ່າຍໃຫ້ພັດທະນາໄປພ້ອມກັນ.
ຍສໝ - ການເປີດກວ້າງຂອງຫວຽດນາມຕໍ່ການນຳເຂົ້າໄຟຟ້າ ໄດ້ປະກອບສ່ວນຊ່ວຍໃຫ້ໂຄງການໄຟຟ້າພະລັງງານລົມ Monsoon Wind ຈາກແນວຄິດກາຍເປັນຄວາມຈິງ. ໂຄງການນີ້ບໍ່ພຽງແຕ່ສ້າງແຫຼ່ງໄຟຟ້າເພື່ອສົ່ງອອກເທົ່ານັ້ນ, ແຕ່ຍັງນຳມາເຊິ່ງປະສົບການດ້ານນະໂຍບາຍ, ໂຄງລ່າງພື້ນຖານ ແລະ ການພັດທະນາຊັບພະຍາກອນມະນຸດໃຫ້ແກ່ລາວ, ເປີດທ່າແຮງໃໝ່ໃນການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດ.
ຍສໝ - ວັນທີ 18 ພະຈິກ, ຢູ່ນະຄອນຫຼວງວຽງຈັນ (ລາວ), ສະຖານທູດຫວຽດນາມໄດ້ເຂົ້າຮ່ວມງານລ້ຽງນ້ຳຊາການທູດປີ 2026 ດ້ວຍຫົວຂໍ້ “ສຸດຍອດຄຸນຄ່າວັດທະນະທຳອາຫານຫວຽດນາມ”, ໂດຍໄດ້ແນະນຳບັນດາອາຫານພື້ນເມືອງ, ຜະລິດຕະພັນທີ່ເປັນເອກະລັກ ແລະ ລາຍການສິລະປະປະຈຳຊາດໃຫ້ແກ່ເພື່ອນມິດຊາວລາວ ແລະ ສາກົນ.
ຍສໝ - ການຮ່ວມລົງທຶນ, ຮ່ວມຜະລິດຮູບເງົາ, ຝຶກອົບຮົມບຸກຄະລາກອນ ແລະ ຂະຫຍາຍຕະຫຼາດຈັດຈຳໜ່າຍ ແມ່ນບັນດາທິດທາງຮ່ວມມືທີ່ໄດ້ສະເໜີໃນເວທີປາໄສຮ່ວມມືເສດຖະກິດ ສ.ເກົາຫຼີ - ຫວຽດນາມ, ຈັດຂຶ້ນໃນຕອນບ່າຍວັນທີ 19/11 ທີ່ນະຄອນໂຮ່ຈີມິນ. ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເຊື່ອມໂຍງວິສາຫະກິດຮູບເງົາຂອງສອງປະເທດ ນັບແຕ່ໄລຍະພັດທະນາໂຄງການ.