ຍສໝ - ການຢືນຢັນບົດບາດຂອງພາກເອກະຊົນ ແລະ ການວາງນະວັດຕະກໍາເປັນໃຈກາງຂອງຍຸດທະສາດການພັດທະນາ ສະແດງໃຫ້ເຫັນເຖິງແນວຄິດປະດິດສ້າງທີ່ເຂັ້ມແຂງຂອງພັກ, ເປີດໂອກາດອັນສໍາຄັນໃຫ້ແກ່ຊຸມຊົນນັກທຸລະກິດ ແລະ ນັກປັນຍາຊົນຫວຽດນາມຢູ່ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການເຕີບໂຕແບບຍືນຍົງ ແລະ ເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນຂອງເສດຖະກິດຫວຽດນາມໃນຍຸກໃໝ່.
ຍສໝ - ປະຊາຄົມຊາວຫວຽດນາມຢູ່ມາເລເຊຍມີຄວາມພາກພູມໃຈຕໍ່ 40 ປີແຫ່ງການປະຕິຮູບຂອງຫວຽດນາມ, ໄດ້ເຫັນປະຈັກຕາເຖິງການພັດທະນາຢ່າງແຂງແຮງ ແລະ ຖານະບົດບາດສາກົນຂອງປະເທດທີ່ນັບມື້ນັບສູງຂຶ້ນ.
ຍສໝ - ໃນຫ້ອງຮຽນນ້ອຍໆໃນ Osaka, ມີເດັກນ້ອຍຄົນໜຶ່ງເຄີຍປະກາດວ່າ “ລູກເວົ້າພາສາຫວຽດນາມບໍ່ໄດ້ອີກແລ້ວ”. ເຖິງຢ່າງໃດກໍຕາມ, ໃນຫ້ອງຮຽນຂອງອາຈານ ໂງທິເຢີນ (1986) ໃນເວລາບໍ່ດົນ, ເດັກນ້ອຍບໍ່ພຽງແຕ່ເວົ້າໄດ້ເທົ່ານັ້ນ, ຫາກຍັງຂຽນງາມ, ຮັກການຮ່ຳຮຽນ ແລະ ເປັນເຈົ້າການໃນການສື່ສານກັບພໍ່ເຖົ້າແມ່ເຖົ້າຢູ່ ຫວຽດນາມ. ເລື່ອງນັ້ນແມ່ນການຢັ້ງຢືນເຖິງຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ ອາຈານ ເຢີນ - ຄູສອນອາສາສະໝັກທີ່ຮັກສາພາສາຫວຽດນາມ ໃນທຸກວັນໃນຜືນແຜ່ນດິນແຫ່ງດອກໄມ້.
ຍສໝ - ວັນທີ 30 ພະຈິກ, ທີ່ນະຄອນຫຼວງ Tokyo, ສະຖານທູດຫວຽດນາມໃນປະເທດຍີ່ປຸ່ນ ຮ່ວມກັບ ກະຊວງມະຫາດໄທຫວຽດນາມ ໄດ້ຈັດພິທີ “ວັນແຮງງານຫວຽດນາມໃນປະເທດຍີ່ປຸ່ນ ປີ 2025”. ງານນີ້ເປັນໂອກາດໃນການຍົກຍ້ອງການມີສ່ວນຮ່ວມຂອງຊຸມຊົນແຮງງານຫວຽດນາມ, ພ້ອມທັງຢືນຢັນຄຸນນະພາບ, ຕຳແໜ່ງທີ່ເດັ່ນຊັດຂຶ້ນຂອງແຮງງານກຸ່ມນີ້ໃນຕະຫຼາດແຮງງານຂອງຍີ່ປຸ່ນ.
ຍສໝ - ຈາກຫ້ອງຮຽນອອນໄລຢູ່ໂຮງຮຽນຮັກພາສາຫວຽດນາມ (ອົດສະຕາລີ), ປັນຍາປະດິດ (AI) ພວມກາຍເປັນ “ເພື່ອນ” ຊ່ວຍໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດນັບຮ້ອຍຄົນຄົ້ນພົບຄວາມງາມຂອງພາສາແມ່ຂອງເຂົາເຈົ້າຢ່າງມີຊີວິດຊີວາ ແລະ ສ້າງສັນ. ຍ້ອນ AI, ແຕ່ລະບົດຮຽນ, ແຕ່ລະເລື່ອງ, ແຕ່ລະຮູບກາຍເປັນການເດີນທາງເຊື່ອມຕໍ່ເດັກນ້ອຍກັບບ້ານເກີດເມືອງນອນ.
ຍສໝ - ໃນທົ່ວປະເທດເອີຣົບ, ໃນຕົວເມືອງທີ່ຄຶກຄື້ນເຊັ່ນ: Prague, Berlin, Paris ຫຼື Warsaw, ມັນບໍ່ຍາກທີ່ຈະຊອກຫາຮ້ານຄ້າ, ບໍລິສັດ, ຮ້ານອາຫານຫຼືສູນການຄ້າທີ່ມີເຄື່ອງຫມາຍຫວຽດນາມ. ພາຍຫຼັງ 3 ທົດສະວັດແຫ່ງການເຊື່ອມໂຍງ, ປະຊາຄົມວິສາຫະກິດຫວຽດນາມ ຢູ່ສະຫະພາບເອີລົບ (ອີຢູ) ໄດ້ກາຍເປັນໜຶ່ງໃນບັນດາຮູບພາບທີ່ສົດໃສ ແລະ ພາກພູມໃຈທີ່ສຸດຂອງຈິດໃຈຫວຽດນາມ: ດຸໝັ່ນ, ອົດທົນ, ນ້ຳໃຈສາມັກຄີ ແລະ ຍາມໃດກໍ່ຫວນຄືນສູ່ກົກເຄົ້າເຫງົ້າກໍ.
ຍສໝ - ວັນທີ 22 ຕຸລາ, ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ, ໂດຍພາຍໃຕ້ການເປັນສັກຂີພິຍານຂອງສະຖານທູດ, ສະຫະພັນບັນດາສະມາຄົມຊາວຫວຽດນາມ ປະຈຳ ເຊັກໂກ ໄດ້ມອບເງິນ 5,4 ຕື້ດົ່ງໃຫ້ຜູ້ຕາງໜ້າຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
ຍສໝ - ຕາມສະຖານທູດຫວຽດນາມປະຈໍາປະເທດລາວ, ບັນດາຂ້າລາຊະການ, ພະນັກງານຂອງອົງການຕົວແທນຫວຽດນາມພ້ອມດ້ວຍຊຸມຊົນຊາວຫວຽດນາມໃນປະເທດລາວ ໄດ້ຮ່ວມກັນບໍລິຈາກເງິນກວ່າ 700 ລ້ານດົງ ເພື່ອຊ່ວຍເຫຼືອພີ່ນ້ອງໃນປະເທດທີ່ໄດ້ຮັບຜົນກະທົບຈາກພາຍຸ, ນ້ໍາຖ້ວມໃນໄລຍະເວລາຜ່ານມາ.
ຍສໝ - 3 ທົດສະວັດແຫ່ງການຕິດພັນກັບຫວຽດນາມ ຂອງທ່ານ Florence Cavalier, ປະທານອົງການ EPVN, ໄດ້ເລີ່ມຕົ້ນດ້ວຍການເດີນທາງເປັນແມ່ຂອງລູກ 4 ຄົນຫວຽດນາມ. ຈາກຄວາມຮັກແມ່ລູກ, ນາງໄດ້ເປີດອົກເປີດໃຈ, ຫວ່ານເມັດພືດແຫ່ງຄວາມເມດຕາ, ເພີ່ມພູນຄູນສ້າງຄວາມມິດຕະພາບອັນແໜ້ນແຟ້ນລະຫວ່າງຊາວຝຣັ່ງ ແລະ ຫວຽດນາມ.
ຍສໝ - ໃນຂອບເຂດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ຕ່າງປະເທດ ປີ 2025, ຄະນະຜູ້ຮຽນໄດ້ມີການເຄື່ອນໄຫວນອກຫຼັກສູດຫຼາຍຢ່າງຢູ່ຮ່າໂນ້ຍ ແລະ ແຂວງ ໄທງວຽນ.
ຍສໝ - ການປະຕິວັດເດືອນສິງຫາ ຫຼື ເອີ້ນວ່າ ການລຸກຮືຂຶ້ນເດືອນສິງຫາ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານຂອງພັກກອມມູນິດອິນດູຈີນ ໃນສະໄໝນັ້ນ, ປະຈຸບັນນີ້ແມ່ນພັກກອມມູນິດຫວຽດນາມ, ຂອງປະທານ ໂຮ່ຈີມິນ ແລະ ບັນດາຜູ້ນຳອື່ນໆ.
ຍສໝ - ວັນທີ 12 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດວັນທີ 2 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມີ່ງເຕິມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ໄດ້ລ້ຽງດູ, ໜູນຊ່ວຍພະນັກງານ, ນັກຮົບອາສາສະໝັກ ຫວຽດນາມ ໃນການຕໍ່ຕ້ານ.
ຍສໝ - ວັນທີ 8 ສິງຫານີ້, ຢູ່ນະຄອນຫຼວງວຽງຈັນຂອງປະເທດລາວ, ການແຂ່ງຂັນ pickleball ຄັ້ງທຳອິດໂດຍສະຖານທູດຫວຽດນາມ ປະຈຳລາວ ໄດ້ໄຂຂຶ້ນດ້ວຍບັນຍາກາດເບີກບານມ່ວນຊື່ນ, ຕື່ນເຕັ້ນ ແລະ ເຕັ້ມໄປດ້ວຍພະລັງງານ.
ຍສໝ - ຜ່ານ 4 ລຸ້ນ, ຄອບຄົວຂອງນາງ ເນື່ອງ ຍັງຮັກສາ ແລະ ສືບທອດພາສາແມ່ເປັນແຫຼ່ງທີ່ສັກສິດ ເພື່ອໃຫ້ຊາວຫວຽດນາມ ບໍ່ພຽງແຕ່ດຳລົງຊີວິດທາງປາກເວົ້າເທົ່ານັ້ນ ຫາກຍັງໄດ້ຮັບການສ່ອງແສງຜ່ານຮີດຄອງປະເພນີ ແລະ ວິຖີຊີວິດອີກດ້ວຍ.
ຍສໝ - ເກີດຂຶ້ນແຕ່ວັນທີ 25-27 ກໍລະກົດ, ພິທີສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ໄດ້ຈັດຂຶ້ນຢູ່ແຂວງ ຊຽງຂວາງ (ລາວ) ແມ່ນລາຍການພິເສດທີ່ມີຄວາມໝາຍເລິກເຊິ່ງ ເພື່ອລະນຶກເຖິງບັນດາວິລະຊົນ, ພະນັກງານ, ນັກຮົບທີ່ເຄີຍປະຕິບັດໜ້າທີ່ສາກົນ, ປະກອບສ່ວນປົກປັກຮັກສາສັນຕິພາບ ແລະ ເພີ່ມພູນຄູນສ້າງມິດຕະພາບລະຫວ່າງສອງປະເທດ.
ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ທີ່ການພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ເຊເນການ, ໄດ້ດຳເນີນໃນຕອນບ່າຍວັນທີ 22 ກໍລະກົດ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ເຊເນການ ຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ Samba Dang ຮອງປະທານສະພາແຫ່ງຊາດ ເຊເນການ.
ຍສໝ - ໃນລະຫວ່າງວັນທີ 19 – 21 ກໍລະກົດ 2025, ຊາວໜຸ່ມປັນຍາຊົນຫວຽດນາມ 10 ຄົນ ທີ່ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ຈະກັບຄືນຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປັນຍາຊົນຊາວຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ບັນດານັກປັນຍາຊົນຫວຽດນາມ ໃນທົ່ວໂລກ ປະກອບສ່ວນເຮັດໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່”. ກ່ອນເຫດການ, ຜູ້ແທນຫຼາຍທ່ານໄດ້ແບ່ງປັນກັບວາລະສານ ຍຸກສະໄໝ ບັນດາຂໍ້ສະເໜີຢ່າງແທດຈິງເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງຫວຽດນາມ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮນລັງ ແຕ່ວັນທີ 10-12 ກໍລະກົດ 2025, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ມີການພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ໂຮນລັງ.
ຍສໝ - ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ໂປໂລຍ ແຕ່ວັນທີ 5-8 ກໍລະກົດ 2025, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ສະພາບການຂອງປະຊາຄົມຊາວ ຫວຽດນາມ ຢູ່ ໂປໂລຍ.
ຍສໝ - ນັບແຕ່ວັນທີ 1 ກໍລະກົດ ປີ 2025, ຫວຽດນາມ ຈະດຳເນີນຮູບແບບລັດຖະບານທ້ອງຖິ່ນ 2 ຊັ້ນໃນທົ່ວປະເທດຢ່າງເປັນທາງການ. ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນຢູ່ລາວ, ອິດສະຣາແອນ, ອິນໂດເນເຊຍ ສະແດງຄວາມສະໜັບສະໜູນຢ່າງແຂງແຮງຕໍ່ນະໂຍບາຍນີ້, ພ້ອມກັນນັ້ນ ກໍຄາດວ່າຈະມີການຫັນປ່ຽນຢ່າງໃຫຍ່ຫຼວງໃນກົງຈັກການບໍລິຫານ - ມຸ່ງໄປເຖິງຜົນສັກສິດ, ປະສິດທິຜົນ, ຈະແຈ້ງ ແລະ ໃກ້ຊິດກັບປະຊາຊົນ.