ອິນ​ເດຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ.

ອິນ​ເດຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ.

ຍສໝ - ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ສະເໜີໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ​ເອົາ​ໃຈ​ໃສ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ.

ເປີດຊຸດອົບຮົມວຽກງານສື່ມວນຊົນໃຫ້ໜັງສືພິມກອງທັບປະຊາຊົນລາວ

ເປີດຊຸດອົບຮົມວຽກງານສື່ມວນຊົນໃຫ້ໜັງສືພິມກອງທັບປະຊາຊົນລາວ

ຍສໝ - ຕອນເຊົ້າວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ໜັງສືພິມ​ກອງທັບ​ປະຊາຊົນ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມສື່ມວນຊົນໃຫ້ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ.

ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ

ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ

ຍສໝ - ທ່ານ​ນາງ Caroline Beresford ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ ປະຈຳ ຫວຽດນາມ ຢືນຢັນ​ວ່າ ດ້ວຍ​ການ​ໜູນ​ຊ່ວຍ ​ແລະ ສົມທົບ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ ຫວຽດນາມ, ການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ນູແວນເຊລັງ ຈະ​ສືບ​ຕໍ່​ໄດ້​ຮັບ​ການປັບປຸງ, ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ 2 ຝ່າຍ.

ຫວຽດ​ນາມ - ອີ​ຢິບ ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

ຫວຽດ​ນາມ - ອີ​ຢິບ ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

ຍສໝ - ທ່ານ​ປະທານາທິບໍດີ ອີ​ຢິບ Abdel Fattah Al Sisi ຢືນຢັນ​ວ່າ ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານ​ປະ​ເທດ ​ເລືອງ​ເກື່ອງ ​ແມ່ນ​ຂີດ​ໝາຍ​ສຳຄັນ, ​ເປີດ​ໄລຍະ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ໃນ​ການ​ພົວພັນ 2 ຝ່າຍ.

ນະຄອນ ໂຮ່ຈີມິນ - Hyogo (ຍີ່ປຸ່ນ) ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດີຈີຕອນ

ນະຄອນ ໂຮ່ຈີມິນ - Hyogo (ຍີ່ປຸ່ນ) ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດີຈີຕອນ

ຍສໝ - ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດິຈິຕອນ ເພື່ອເປົ້າໝາຍພັດທະນາແບບຍືນຍົງ ແມ່ນຫົວຂໍ້ຫຼັກຂອງເວທີປາໄສເສດຖະກິດນະຄອນ ໂຮ່ຈີມິນ - ແຂວງ Hyogo (ຍີ່ປຸ່ນ) ຄັ້ງທີ 7 ປີ 2025. ເຫດການໂດຍສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນ ໂຮ່ຈີມິນ (ITPC) ສົມທົບກັບລັດຖະບານແຂວງ Hyogo ຢູ່ນະຄອນ ໂຮ່ຈີມິນ ຈັດຕັ້ງໃນຕອນບ່າຍວັນທີ 5 ສິງຫາ.

ຫວຽດ​ນາມ - ລາວ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຫວຽດ​ນາມ - ລາວ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຍສໝ - ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ມາ​ໄລ​ທອງ ກົມ​ມະ​ສິດ ​ແມ່ນ​ຂີດ​ໝາຍ​ສຳຄັນ​ເປີດ​ໄລຍະ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ​ລະຫວ່າງ​ສອງ​ກະຊວງ ​ແລະ ສອງ​ປະ​ເທດ...

ຫວຽດນາມ ​ໄດ້​ເຜີຍ​ແຜ່​ຖະ​ແຫຼ​ງການ​ສັນຕິພາບ​ຢູ່​ກອງ​ປະຊຸມ​ໂລກ​ປີ 2025 ຕ້ານລະເບີດປະລະມານູ ​ແລະ ​ອາຍຮີໂດຣແຊນ

ຫວຽດນາມ ​ໄດ້​ເຜີຍ​ແຜ່​ຖະ​ແຫຼ​ງການ​ສັນຕິພາບ​ຢູ່​ກອງ​ປະຊຸມ​ໂລກ​ປີ 2025 ຕ້ານລະເບີດປະລະມານູ ​ແລະ ​ອາຍຮີໂດຣແຊນ

ຍສໝ - ແຕ່​ວັນ​ທີ 2-6 ສິງຫາ 2025, ຜູ້ຕາງໜ້າ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ (​ອົງການ​ສະມາຊິກ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ) ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂລກ​ຕ້ານລະເບີດປະລະມານູ ​ແລະ ​ອາຍຮີໂດຣແຊນ (World Conference against A&H Bombs 2025) ຢູ່ Hiroshima (ຍີ່ປຸ່ນ). ນະ​ທີ່​ນີ້, ຫວຽດນາມ ສືບ​ຕໍ່​ຢືນຢັນ​ຫຼັກ​ໝັ້ນ​ຂອງ​ຕົນ​ໃນ​ການ​ສະໜັບສະໜູນ​ການ​ປົດ​ອາວຸດ​ປະລະມານູ, ເພື່ອ​ໂລກ​ສັນຕິພາບ, ຍຸຕິ​ທຳ ​ແລະ ບໍ່ມີສົງຄາມ.

ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ

ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມິດຕະພາບ​ ສ.​ເກົາຫຼີ ​ແຕ່​ວັນ​ທີ 29 ກໍລະກົດ ​ຫາ​ວັນ​ທີ 2 ສິງຫາ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ປະທານ ​ໂດ​ວັນ​ຈ້ຽນ ນຳ​ໜ້າ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ທ່ານຮອງປະທານ ຮ່ວາງກົງຖຸູຍ: ການຮັກສາພາສາຫວຽດແມ່ນໜ້າທີ່ທີ່ສັກສິດ, ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ

ທ່ານຮອງປະທານ ຮ່ວາງກົງຖຸູຍ: ການຮັກສາພາສາຫວຽດແມ່ນໜ້າທີ່ທີ່ສັກສິດ, ມຸ່ງໄປເຖິງກົກເຄົ້າເຫງົ້າຕໍ

ຍສໝ - ຕອນ​ບ່າຍ​ວັນ​ທີ 31 ກໍລະກົດ, ຢູ່​ແຂວງ ກວາງ​ຈີ້, ​ໄດ້​ດຳ​ເນີນ​ການ​ພົບ​ປະ​ກັບ​ຄະນະ​ຄູ​ອາຈານ ​ແລະ ນັກ​ສຶກສາ​ດີ​ເດັ່ນ​ຂອງ​ໂຮງຮຽນສອງ​ພາສາ​ລາວ - ຫວຽດນາມ ຫງວຽນ​ຢູ, ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ.

“ຫວຽດນາມ ແມ່ນແບບຢ່າງແຫ່ງການພັດທະນາ ແລະ ວິໄສທັດການນຳພາ”

“ຫວຽດນາມ ແມ່ນແບບຢ່າງແຫ່ງການພັດທະນາ ແລະ ວິໄສທັດການນຳພາ”

ຍສໝ - ທ່ານ​ປະທານ​ສະມາຄົມ​ມິດຕະພາບ ອິດສະຣາ​ແອນ - ຫວຽດນາມ ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ແບບຢ່າງກ່ຽວກັບ​ວິ​ໄສ​ທັດ​ຍຸດ​ທະ​ສາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ, ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ແລກປ່ຽນ​ປະຊາຊົນ​ກັບ ອິດສະຣາ​ແອນ.

ມວຍໄທ ໄດ້ສະແດງບົນພື້ນຖານດົນຕີພື້ນເມືອງຫວຽດນາມ ເປັນຄັ້ງທໍາອິດ

ມວຍໄທ ໄດ້ສະແດງບົນພື້ນຖານດົນຕີພື້ນເມືອງຫວຽດນາມ ເປັນຄັ້ງທໍາອິດ

ຍສໝ - ທີ່ EXPO 2025 Osaka, ຫວຽດນາມ ແລະ ໄທ ໄດ້ນຳສະເໜີເປັນຄັ້ງທຳອິດ ການປະສົມປະສານທີ່ເປັນເອກະລັກສະເພາະຂອງສິລະປະມວຍໄທ ແລະ ດົນຕີພື້ນເມືອງຂອງ ຫວຽດນາມ, ນຳມາເຊິ່ງປະສົບການສິລະປະໃໝ່, ດຶງດູດຄວາມສົນໃຈຂອງຜູ້ຊົມສາກົນເປັນຈຳນວນຫຼວງຫຼາຍ.

ຫວຽດນາມ - Morocco: ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ

ຫວຽດນາມ - Morocco: ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ

ຍສໝ - ​ວັນ​ທີ 30 ກໍລະກົດ, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ລາຊະ​ອານາຈັກ Morocco ປະຈຳ ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 26 ປີ​ແຫ່ງ​ວັນ​ການ​ຂຶ້ນເຈົ້າກະສັດຂອງກະສັດ Mohammed VI (30 ກໍລະກົດ 1999 – 30 ກໍລະກົດ 2025). ປີ 2025 ກໍ່​ແມ່ນ​ວັນ​ສະ​ເຫຼີມ​ສະຫຼອງ 64 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ Morocco (1961 – 2025), ເປັນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດ​ຖະ​ກິດ, ການ​ສຶກ​ສາ ແລະ ການ​ແລກ​ປ່ຽນ​ປະ​ຊາ​ຊົນ.

ຫວຽດນາມ-ໂມຣັອກໂກ: ຄວາມຕັດສິນໃຈຮ່ວມກັນສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ຍືນຍົງ

ຫວຽດນາມ-ໂມຣັອກໂກ: ຄວາມຕັດສິນໃຈຮ່ວມກັນສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ຍືນຍົງ

ຍສໝ - ສະຖານທູດ ໂມ​ຣັອກ​ໂກ ປະຈຳ ຫວຽດນາມ ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດ ເພື່ອສະເຫຼີມສະຫຼອງ 26 ປີແຫ່ງວັນທີ່ກະສັດ Mohammed VI ຂຶ້ນຄອງບັນລັງ (30 ກໍລະກົດ 1999 – 30 ກໍລະກົດ 2025).

ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກົນໄກນຳພາຂອງອາຊຽນ ເພື່ອປະຕິບັດຢຸດຍິງລະຫວ່າງ ກຳປູເຈຍ ແລະ ໄທ.

ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກົນໄກນຳພາຂອງອາຊຽນ ເພື່ອປະຕິບັດຢຸດຍິງລະຫວ່າງ ກຳປູເຈຍ ແລະ ໄທ.

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ຫວຽດນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ເຂົ້າໃນບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ ເວົ້າລວມ ແລະ ສົມທົບ​ກັບທ່ານ ປະທານ​ປະ​ເທດ​ ມາ​ເລ​ເຊຍ ເວົ້າ​ສະ​ເພາະ ໃນ​ການ​ແກ້​ໄຂ​ບັນ​ຫາ​ພາກ​ພື້ນ.

ໄຂ​ເປີດງານຕະຫຼາດນັດສິນຄ້າ​ຫວຽດນາມ - ລາວ 2025

ໄຂ​ເປີດງານຕະຫຼາດນັດສິນຄ້າ​ຫວຽດນາມ - ລາວ 2025

ຍສໝ - ວັນ​ທີ 17 ກໍລະກົດ 2025, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ ໄດ້ໄຂ​ເປີດງານຕະຫຼາດນັດສິນຄ້າ​ຫວຽດນາມ - ລາວ 2025 (VIETLAO EXPO 2025). ນີ້​ແມ່ນ​ເຫດການ​ສົ່ງ​ເສີມ​ການ​ຄ້າ​ໃຫຍ່​ທີ່​ສຸດ​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ​ລາວ ເປັນປະທານຮ່ວມ, ມອບ​ໝາຍ​ໃຫ້​ກົມ​ສົ່ງ​ເສີມ​ການ​ຄ້າ​ສອງ​ປະ​ເທດ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ.

ກາລະ​ໂອກາດ​ໃຫ້​ຄົນ​ງານ ຫວຽດນາມ ​ໄປ​ເຮັດ​ວຽກອັນຍາວນານ ແລະ  ພັດທະນາພາລະກິດ​ຢູ່ ຍີ່ປຸ່ນ

ກາລະ​ໂອກາດ​ໃຫ້​ຄົນ​ງານ ຫວຽດນາມ ​ໄປ​ເຮັດ​ວຽກອັນຍາວນານ ແລະ ພັດທະນາພາລະກິດ​ຢູ່ ຍີ່ປຸ່ນ

ຍສໝ - ວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ຍີ່ປຸ່ນ - ຫວຽດນາມ ໃນປີ 2025. ກອງປະຊຸມສຳມະນາ ເພື່ອອັບເດັດບັນດາຂໍ້ມູນໃໝ່ກ່ຽວກັບໂຄງການ "ການຈ້າງງານເພື່ອພັດທະນາທັກສະ" (ESD) ຄາດວ່າຈະຜັນຂະຫຍາຍຢ່າງເປັນທາງການໃນປີ 2027, ແທນທີ່ໂຄງການຝຶກງານດ້ານວິຊາການໃນປະຈຸບັນຢ່າງສົມບູນ. ຄາດ​ວ່າ​ໂຄງການ​ຈະ​ເປີດ​ກາລະ​ໂອກາດ​ໃຫ້​ຄົນ​ງານ​ຫວຽດນາມ ​ໄປ​ເຮັດ​ວຽກ​ແບບ​ຍືນ​ຍົງ, ໝັ້ນຄົງ ​ແລະ ມີ​ເສັ້ນທາງ​ພັດທະນາ​ອາຊີບ​ທີ່​ຈະ​ແຈ້ງ​ຢູ່​ຍີ່ປຸ່ນ.

​ເພີ່ມ​ທະວີ​ການ​ເຜີຍ​ແຜ່​ຮູບ​ພາບ​ຂອງ​ຫວຽດນາມ​ ອອກ​ສູ່​ໂລກ

​ເພີ່ມ​ທະວີ​ການ​ເຜີຍ​ແຜ່​ຮູບ​ພາບ​ຂອງ​ຫວຽດນາມ​ ອອກ​ສູ່​ໂລກ

ຍສໝ - ວັນ​ທີ 31 ກໍລະກົດ, ຄະນະ​ຊີ້​ນຳ​ວຽກ​ງານ​ຂໍ້ມູນຕ່າງປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ກວດກາ​ຄືນ 6 ​ເດືອນ​ຕົ້ນ​ປີ, ຜັນ​ຂະຫຍາຍ​ໜາ້ທີ່ 6 ​ເດືອນ​ທ້າຍ​ປີ 2025.

ຫວຽດນາມ - ລາວ ​ແລກປ່ຽນ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ

ຫວຽດນາມ - ລາວ ​ແລກປ່ຽນ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ

ຍສໝ - ວັນທີ 28 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໂອ້ລົມທາງໂທລະສັບກັບ ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ຮກສາການຄະນະ ພົວພັນຕ່າງປະເທດສູນກາງພັກ ລາວ ບຸນເລີດ ພັນທະ​ນຸ​ວົງ ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ, ພ້ອມ​ທັງ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ຫຼາຍ​ບັນຫາ​ໃນ​ໂລກ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ວິ​ສາ​ຫະ​ກິດ ແທງ​ຮ໋ວາ ແລະ ຫົວ​ພັນ ສະ​ເໜີ​ຫຼາຍ​ແຜນການເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນຂອງການເຄື່ອນໄຫວ

ວິ​ສາ​ຫະ​ກິດ ແທງ​ຮ໋ວາ ແລະ ຫົວ​ພັນ ສະ​ເໜີ​ຫຼາຍ​ແຜນການເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນຂອງການເຄື່ອນໄຫວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 29 ກໍລະກົດ,​ ຢູ່​ແຂວງ ແທງ​ຮ໋ວາ ໄດ້ດຳເນີນກອງ​ປະ​ຊຸມ “ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ​ຊາຍ​ແດນ ແລະ ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ລະ​ຫວ່າງ​ແຂວງ ແທງ​ຮ໋​ວາ ແລະ ຫົວ​ພັນ”. ຢູ່​ທີ່​ນີ້, ບັນດາ​ວິ​ສາ​ຫະກິດ​ແຂວງ ແທງ​ຮ໋ວາ ​ແລະ ຫົວພັນ ​ໄດ້​ສະ​ເໜີ​ຫຼາຍ​ແຜນການເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຄື: ​ເພີ່ມ​ທະວີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​​ໃນ​ການ​ຄຸ້ມ​ຄອງ​ການ​ຄ້າ​ຊາຍ​ແດນ; ເຮັດ​ໃຫ້​ຂັ້ນຕອນ​ງ່າຍ​ດາຍ ແລະ​ ຫຼຸດ​ເວ​ລາ​ເປີດ​ຫ້ອງ​ການ​ຜູ້​ຕາງ​ຫນ້າ; ສະ​ຫນັບ​ສະ​ຫນູນ​ວິ​ສາ​ຫະ​ກິດບັນດາຂັ້ນຕອນກ່ຽວກັບ​ພາ​ສີ ...

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ

ຍສໝ - ຕາມ​ທູດພິເສດສຳນັກ​ຂ່າວສານຫວຽດນາມ ແລ້ວ, ຕອນ​ເຊົ້າ​ວັນ​ທີ 30 ກໍລະກົດ​ນີ້ຕາມເວລາທ້ອງຖິ່ນ, ຢູ່ ​Geneva (ສະວິດ), ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາປະທານ​ສະພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 6, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ໄດ້ຕ້ອນຮັບ​ທ່ານ​ນາງ ຮອງປະທານ​ສະພາ​ແຫ່ງ​ຊາດ ລາວ ສຸນທອນ ​ໄຊ​ຍະ​ຈັກ.