ຍສໝ - ໃນວັນທີ 6 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ອອກຖະແຫຼງການສະເໜີ ໃຫ້ພົນລະເມືອງຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ຮໍ່າຮຽນຢູ່ ສປປ.ລາວ ຈົ່ງປະຕິບັດຕາມຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ສປປ.ລາວ ແລະ ຂໍ້ກຳນົດຂອງລັດຖະບານ ກໍ່ຄືທ້ອງຖິ່ນຕ່າງໆ ຂອງລາວກ່ຽວກັບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19.
ຍສໝ - ສະຖານທູດຫວຽດນາມປະຈຳ ໄທ ກຳລັງປະສານສົມທົບ ຢ່າງ ແໜ້ນແຟ້ນ ກັບ ອຳນາດການປົກຄອງຫວຽດນາມ ແລະ ປະເທດປະຈໍາຖິ່ນ ເພື່ອບັນລຸເປົ້າໝາຍສູງສຸດແມ່ນໜູນຊ່ວຍຈຳນວນພົນລະເມືອງດັ່ງກ່າວກັບເມືອປະເທດ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ອາຣັບບິຊາອຸດິ ໄດ້ຜັນຂະຫຍາຍຫຼາຍມາດຕະການໜູນຊ່ວຍ ແລະ ກ່າວເຕືອນປະຊາຄົມ, ຜູ້ອອກແຮງງານໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ຮັບປະກັນຄວາມປອດໄພ.
ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.
ຍສໝ - ສະຖານທູດ ຫວຽດນາມ ຢູ່ ລາວ ແລະ ຢູ່ ໄທ ໄດ້ຕັກເຕືອນວົງຄະນະຍາດຊາວຫວຽດນາມພວມຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ລາວ ແລະ ຢູ່ ໄທ ບໍ່ຕ້ອງເປັນຫ່ວງ, ຈຳກັດການເຄື່ອນຍ້າຍໄປມາຢ່າງຫຼາຍທີ່ສຸດ, ຈຳກັດການສຳຜັດກັບຜູ້ອື່ນ, ປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຕາມການແນະນຳຂອງກະຊວງສາທາລະນະສຸກ ຫວຽດນາມ ກໍ່ຄືບັນດາຂໍ້ກຳນົດຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມຫງອກ ໄດ້ກ່າວຄືແນວນັ້ນ ໃນຖະແຫຼງການຕໍ່ໜັງສືພິມກ່ຽວກັບນະໂຍບາຍການນຳເຂົ້າຂອງ ສະຫະລັດອາເມລິກາ ກັບ ຫວຽດນາມ ແລະ ການຮ່ວມມືລະຫວ່າງສອງປະເທດ ໃນການປ້ອງກັນການລະບາດຂອງ Covid-19.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ອອກປະກາດກ່າວເຕືອນ ໃຫ້ພໍ່ແມ່ປະຊາຊົນມີຄວາມ ອຸ່ນອ່ຽງໃຈ, ບໍ່ ຟ້າວກັບເມືອປະເທດ, ເພາະວ່າລັດຖະບານ ລາວ ພວມຜັນຂະຫຍາຍວຽກງານປ້ອງກັນ, ສະກັດກັ້ນເຊື້ອພະຍາດຢ່າງຕັ້ງໜ້າ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຕັກເຕືອນໃຫ້ພົນລະເມືອງ ຫວຽດນາມທີ່ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ສະວິດ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເຊິ່ງອຳນາດການປົກຄອງ ແລະ ອົງການສາທາລະນະສຸກປະເທດປະຈຳຖິ່ນໄດ້ປະກາດໃຊ້.
ຍສໝ - ຕອນບ່າຍວັນທີ 19 ມີນານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນພະນັກງານຂອງສະຖານທູດ ຫວຽດນາມ ປະຈຳ ສປປ.ລາວ ນຳໂດຍທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ເຂົ້າໄປສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໄດ້ຄົບຮອບ 65 ປີ (22 ມີນາ 1955 - 22 ມີນາ, 2020).
ຍສໝ - ຕອນຄ່ຳວັນທີ 14 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ໄດ້ສົມທົບກັບສະມາຄົມ ຫວຽດນາມ ປະຈຳລາວ ຈັດຕັ້ງລາຍການ “ຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020”.
ຕຳຫຼວດເຂດ Essex ໃຫ້ຮູ້ວ່າ, ຍັງດຳເນີນການກວດສັນສູດຊາກສົບໃນເຫດການ, ຕ້ອງໃຊ້ເວລາປະມານ 1 ອາທິດເພື່ອຢັ້ງຢືນໄດ້ເຖິງຂໍ້ມູນຂອງຜູ້ເສຍຊີວິດ.
ຍສໝ - ຕອນບ່າຍວັນທີ 19 ກັນຍານີ້, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ບັນດາການນຳພັກ ແລະ ລັດຖະບານ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງທ່ານປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃຫ້ທ່ານເອກອັກຄະລັດຖະທູດລາວປະຈຳ ຫວຽດນາມ ທ່ານ ທອງສະຫວັນ ພົມວິຫານ, ໃນໂອກາດໃກ້ຈະສິ້ນສຸດອາຍຸປະຈຳການ ແລະ ຈະກັບຄືນປະເທດ ລາວ.
ຍສໝ - ຕອນບ່າຍວັນທີ 19 ກັນຍາ, ທີ່ນະຄອນຫຼວງວຽງຈັນ ລາວ, ເອກອັກຄະລັດຖະທູດຫວຽດນາມປະຈຳ ລາວ ທ່ານ ຫງວຽນບາຮຸ່ງ ໄດ້ມອບຂອງຂວັນ ສະໜັບສະໜູນ ແລະ ເງິນທີ່ປະຊາຄົມຊາວຫວຽດນາມຢູ່ລາວບໍລິຈາກ ເພື່ອໜູນຊ່ວຍປະຊາຊົນເຂດພາກໃຕ້ ແລະ ພາກກາງຂອງລາວ ຜ່ານຜ່າຜົນຮ້າຍຈາກ ໄພນ້ຳຖ້ວມ ແລະ ລົມພາຍຸໃນຕົ້ນເດືອນກັນຍາ.
ຍສໝ - ຕອນເຊົ້າວັນທີ 15 ກັນຍາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມປະຈຳ ລາວໄດ້ປຸກລະດົມການບໍລິຈາກເງິນ ເພື່ອສະໜັບສະໜູນ ປະຊາຊົນລາວບັນດາແຂວງພາກກາງ ແລະ ພາກໃຕ້ທີ່ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ ໃນຕົ້ນເດືອນກັນຍາ.
ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານ ສະຖານທູດ ສປປລາວ ນຳໂດຍ ທ່ານ ຄຳສິງ ດວງວັນດີ, ທີ່ປຶກສາດ້ານການເມືອງ, ສະຖານທູດ ສປປ ລາວ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ວິທະຍາໄລ ຊັ້ນສູງເຊີນລາ ກ່ຽວກັບ ການກໍ່ສ້າງ ຊັບພະຍາກອນມະນຸດ ໃຫ້ແກ່ 9 ແຂວງ ພາກເໜືອຂອງລາວ. ຕ້ອນຮັບ ແລະ ເຮັດວຽກ ກັບຄະນະຜູ້ແທນ ສະຖານທູດລາວ ປະກອບມີ ຄະນະ ອຳນວຍການ ວິທະຍາໄລ ຊັ້ນສູງເຊີນລາ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດລາວ ໄດ້ນໍາໜ້າຄະນະພະນັກງານສະຖານທູດແຫ່ງ ສປປ ລາວ ປະຈຳ ອາເມລິກາ ມາສະຖານທູດຫວຽດນາມ ປະຈຳ ວໍຊິງຕັນ ເພື່ອອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ ຄົບຮອບ 74 ປີ (2/9/1945 - 2/9/2019).
ຍສໝ - ເນື່ອງໃນໂອກາດຄົບຮອບ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ວັນທີ 26 ກໍລະກົດ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບສູນກາງສະມາຄົມນັກຮົບເກົ່າລາວ ແລະ ບັນດາອົງການສຳນັກງານທີ່ກ່ຽວຂ້ອງໄປຖະຫວາຍດອກໄມ້ທູບທຽນ ສະແດງຄວາມຮູ້ບຸນຄຸນ ແລະ ອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດປູສະນີຍະສະຖານຮ່ວມສຳພັນທະມິດສູ້ຮົບລາວ-ຫວຽດນາມ ຢູ່ບ້ານເກີນ, ເມືອງທຸລະຄົມ ແຂວງວຽງຈັນ.
ໃນວັນທີ 12 ກໍລະກົດ, ທີ່ເຂດອະນຸສອນສະຖານປະທານ ສຸພານຸວົງ ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ (13-7-1909/13-7-2019) ອະດີດປະທານປະເທດແຫ່ງ ສປປ ລາວ ຕາມປະເພນີຂອງລາວ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໃຫ້ຮູ້ວ່າໃນຕະຫຼອດ 64 ປີ ຜ່ານມາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ແລະ ການຮ່ວມມືຢ່າງຮອບດ້ານ ຫວຽດນາມ - ລາວ ນັບມື້ນັບຂະຫຍາຍຕົວ.
ຕອນບ່າຍວັນທີ2 ກຸມພາ, ຄະນະການນຳຂອງສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ຄະນະທູດທະຫານຂອງ ຫວຽດນາມ ຢູ່ ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດ ການນຳ, ຜູ້ບັນຊາການ, ແລະ ພະນັກງານ ຂອງ ພົນລະພາກຫຼວງ11 ຂຶ້ນກັບ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ພວມກໍ່ສ້າງໂຄງການຫໍສະພາແຫ່ງຊາດໃໝ່ຂອງ ລາວ