ສະຖານທູດຫວຽດນາມປະຈຳອັງກິດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍອັງກິດ ເພື່ອສືບສວນເຫດ 39 ຄົນເສຍຊີວິດໃນຕູຄອນເທັນເນີ

14:54 | 28/10/2019

ຕຳຫຼວດເຂດ Essex ໃຫ້ຮູ້ວ່າ, ຍັງດຳເນີນການກວດສັນສູດຊາກສົບໃນເຫດການ, ຕ້ອງໃຊ້ເວລາປະມານ 1 ອາທິດເພື່ອຢັ້ງຢືນໄດ້ເຖິງຂໍ້ມູນຂອງຜູ້ເສຍຊີວິດ.

ປະຈຸບັນ, ສະຖານທູດຫວຽດນາມ ປະຈຳອັງກິດ ພວມສົມທົບກັບຕຳຫຼວດ ແລະ ອົງການອຳນາດການປົກຄອງທ້ອງຖິ່ນເຂດ Essex, ແຈ້ງຂໍ້ມູນຂອງບັນດາຄອບຄົວຊາວຫວຽດນາມ ທ່ີມີຍາດຕິພີ່ນ້ອງຫາຍສາບສູນໃນໄລຍະເກີດເຫດ 39 ຄົນເສຍຊີວິດໃນລົດຂົນສົ່ງຢູ່ເຂດອຸດສາຫະກຳ Waterglade ຂຶ້ນກັບເຂດ Essex, ທາງທິດຕາເວັນອອກສ່ຽງເໜືອລອນດອນ. ສະຖານທູດຫວຽດນາມ ປະຈຳອັງກິດ ພ້ອມແລ້ວທີ່ຈະປະຕິບັດບັນດາມາດຕະການປົກປ້ອງພົນລະເມືອງ ໃນກໍລະນີມີພົນລະເມືອງເຊິ່ງແມ່ນຊາວຫວຽດນາມ.

ສະຖານທູດຫວຽດນາມປະຈຳອັງກິດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍອັງກິດ ເພື່ອສືບສວນເຫດ 39 ຄົນເສຍຊີວິດໃນຕູຄອນເທັນເນີ

39 ຄົນເສຍຊີວິດໃນລົດຂົນສົ່ງຢູ່ເຂດອຸດສາຫະກຳ Waterglade ຂຶ້ນກັບເຂດ Essex. (ພາບ: Dailymail)

ໃນຂະນະນັ້ນ, ຕຳຫຼວດເຂດ Essex ໃຫ້ຮູ້ວ່າ, ຍັງດຳເນີນການກວດສັນລະສູດຊາກສົບໃນເຫດການ, ຕ້ອງໃຊ້ເວລາປະມານ 1 ອາທິດເພື່ອຢັ້ງຢືນໄດ້ເຖິງຂໍ້ມູນຂອງຜູ້ເສຍຊີວິດ. ມີຂໍ້ມູນຂ່າວອື່ນໆອີກເຊິ່ງໜັງສືພິມສະບັບຕ່າງໆຂອງອັງກິດ ລົງພິມນັ້ນແມ່ນ, ຕຳຫຼວດອັງກິດ ສົງໄສວ່າ ລົດຄອນແທັນເນີ ທີ່ພົບເຫັນດັ່ງກ່າວແມ່ນໜຶ່ງໃນຈຳນວນລົດຂົນສົ່ງຄອນເທັນເນີ 3 ຄັນທີ່ນຳຊາວອົບພະຍົບເຂົ້າເມືອງອັງກິດ ຢ່າງຜິດກົດໝາຍເທົ່ານັ້ນ. ຍ້ອນລັກສະນະຮ້າຍແຮງ ແລະ ສັບສົນຂອງເຫດການ, ສະນັ້ນ, ການສືບສວມພວມດຳເນີນຢູ່ລະດັບເອີລົບ, ໂດຍສູນສືບສວນ ຕ້ານອາດຊະຍາກຳກ່ຽວຂ້ອງເຖິງການເຂົ້າເມືອງຢູ່ ບຣຸກແຊນ, ສັງກັດຕຳຫຼວດເອີລົບ (Europol) ເປັນຜູ້ປະສານງານ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.