ຍສໝ - ດ້ວຍຄວາມຮັກແພງຕໍ່ວັດທະນະທຳຫວຽດນາມ, ບັນດາໄວໜຸ່ມລາວ ຄືທ່ານນາງ ເມສາ ບົວວອນ ແລະ ທ່ານ ພູມພິທັດ ອຸປະເສີດ ພວມເຜີຍແຜ່ບັນດາຄຸນຄ່າອັນດີງາມກ່ຽວກັບວັດທະນະທຳຂອງສອງປະເທດ. ໂດຍຜ່ານແຕ່ລະວິດີໂອຢ່າງສັດຊື່ຈິງໃຈ, ພວກເຂົາບໍ່ພຽງແຕ່ສົ່ງແຮງບັນດານໃຈເທົ່ານັ້ນ ຫາກຍັງຕິດພັນນ້ຳໃຈມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.
ຍສໝ - ດ້ວຍການໜູນຊ່ວຍຈາກບັນດາຜູ້ຊ່ຽວຊານຢູ່ໂຮງໝໍການແພດທະຫານ 103 ຫວຽດນາມ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ເປັນເຈົ້າເຕັກນິກການປ່ຽນຖ່າຍໝາກໄຂ່ຫຼັງເທື່ອລະກ້າວ, ເປີດສັງກາດໃຫມ່ໃນຂະແໜງການສາທາລະນະສຸກຂອງລາວ. ບັນດາຄວາມມານະພະຍາຍາມດັ່ງກ່າວ ບໍ່ພຽງແຕ່ແມ່ນຂີດໝາຍຄວາມກ້າວໜ້າດ້ານວິຊາສະເພາະເທົ່ານັ້ນ ຫາກຍັງເປັນສັນຍາລັກໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.
ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ.
ຍສໝ - ບໍ່ພຽງແຕ່ອອກອາກາດບັນດາຜະລິດຕະພັນສື່ມວນຊົນກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ, ສື່ມວນຊົນຂອງສອງປະເທດຍັງໄດ້ເປີດຕົວບັນດາໜ້າເວັບ, ການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນເພື່ອພ້ອມກັນພັດທະນາ.
ຍສໝ - ຫວ່າງມໍ່ໆນີ້, ວິທະຍາຄານສັນຕິບານປະຊາຊົນ ໄດ້ຈັດພິທີປິດຊຸດອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.
ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສົມທົບກັບກອງບັນຊາການທະຫານແຂວງສາລະວັນ ດໍາເນີນການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ແຕ່ຫຼັກໝາຍຊາຍແດນແຫ່ງຊາດທີ 634 ເຖິງ 636.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ກ່ຽວກັບວິຊາສະເພາະວຽກງານກຳມະບານໃນກອງທັບ ປີ 2024.
ຍສໝ - ການຈັດງານຕະຫຼາດນັດການຄ້າລະຫວ່າງຫວຽດນາມ - ລາວ ເປັນປະຈຳ ບໍ່ພຽງແຕ່ມີບົດບາດເປັນຂົວຕໍ່ຢ່າງມີປະສິດທິຜົນໃຫ້ບັນດາວິສາຫະກິດ, ນັກລົງທຶນໄດ້ພົບປະ, ແລກປ່ຽນປະສົບການ, ຖ່າຍທອດເຕັກໂນໂລຢີ, ການຮ່ວມມືດ້ານການລົງທຶນ, ຮ່ວມທຸລະກິດເທົ່ານັ້ນ, ຫາກຍັງແມ່ນເຫດການການເມືອງ, ເສດຖະກິດ - ສັງຄົມທີ່ມີຄວາມໝາຍ ເພື່ອປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ - ລາວ.
ຍສໝ - ໃນວຽກງານປ້ອງກັນອັກຄີໄພ ແລະ ກູ້ຊີບກູ້ໄພ, 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ມີການຮ່ວມມືທີ່ລະອຽດ ແລະ ແທດຈິງໃນການຝຶກອົບຮົມ ແລະ ສົມທົບກັນ, ໜູນຊ່ວຍວຽກງານດັບເພີງ ແລະ ກູ້ຊີບກູ້ໄພຢູ່ເຂດຊາຍແດນ ເຮັດໃຫ້ການພົວພັນອັນດີງາມລະຫວ່າງກຳລັງປະຕິບັດໜ້າທີ່ຂອງ 3 ປະເທດເລິກເຊິ່ງກວ່າ.
ຍສໝ - ຫວ່າງແລ້ວນີ້, ຢູ່ໂຮງແຮມເມື່ອງແທັງ (ນະຄອນລາວກາຍ), ໄດ້ດຳເນີນການໂອ້ລົມສົນທະນາແລກປ່ຽນບົດຮຽນວຽກງານລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງລາວກາຍ ແລະຄະນະຜູ້ແທນແນວລາວສ້າງຊາດແຂວງບໍ່ແກ້ວ.
ຍສໝ - ໄລຍະ 2021-2025, ຫຼາຍໂຄງການໜູນຊ່ວຍ ຫວຽດນາມ ໄດ້ດຳເນີນການເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຢ່າງຕັ້ງໜ້າ, ສ້າງວຽກເຮັດງານທຳ ແລະ ຍົກສູງລາຍຮັບໃຫ້ຄົນງານນັບພັນຄົນ, ເພີ່ມເຕີມແຫຼ່ງລາຍຮັບໃຫ້ງົບປະມານແຫ່ງລັດ ລາວ...
ຍສໝ - ໃນຕະຫຼອດ 40 ປີຜ່ານມາ, ທຸກໆລະດູແລ້ງ, ພະນັກງານ, ນັກຮົບກອງທ້ອນໂຮມກອງບັນຊາການທະຫານແຂວງ ເງ້ອານ ໄດ້ເປ້ກະເປົ໋າເດີນທາງໄປຊອກຄົ້ນ, ເກັບກູ້ ແລະ ນຳອັດຖິຂອງນັກຮົບທີ່ສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວ ກັບຄືນເມືອບ້ານເກີດເມືອງນອນ. ນີ້ບໍ່ພຽງແຕ່ຄວາມຮູ້ບຸນຄຸນຜູ້ເສຍຊີວິດເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.
ຍສໝ - ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກຢູ່ກອງປະຊຸມເຮັດວຽກລະຫວ່າງຄະນະຜູ້ແທນແຂວງ ບິ່ງເຢືອງ ແລະ ແຂວງຈຳປາສັກ ເນື່ອງໃນການໄປປະຕິບັດງານຢູ່ ລາວ ໃນວັນທີ 6 ທັນວາ.
ຍສໝ - ວັນທີ 9 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ດ່າໜັງ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ.
ຍສໝ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ແກ່ພະນັກງານຍິງກອງທັບປະຊາຊົນລາວປີ 2024.
ຍສໝ - ການຮ່ວມມື ແລະ ພັດທະນາໃນຂົງເຂດພະລັງງານໃນໄລຍະທີ່ຜ່ານມານີ້ ບໍ່ພຽງແຕ່ແມ່ນກຳລັງໜູນຊຸກຍູ້ເສດຖະກິດ ຫວຽດນາມ - ລາວ ເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນຢ່າງແທດຈິງເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ.
ຍສໝ - ວັນທີ 9 ພະຈິກ, ຫໍພັກນັກສຶກສາລາວ ຢູ່ນະຄອນໂຮ່ຈີມິນ ໄດ້ສົມທົບກັບຄະນະຜູ້ແທນມະຫາວິທະຍາໄລແພດສາດ ຟ້າມຫງອກແທກ, ຄະນະຜູ້ແທນໂຮງຮຽນກຽມມະຫາວິທະຍາໄລ, ມະຫາວິທະນາໄລ ຫງວຽນເຕິດແທ່ງ ຈັດຕັ້ງໂຄງການໜູນຊ່ວຍວິທີການຮຽນຢູ່ມະຫາວິທະຍາໄລໃຫ້ແກ່ນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ ໃນປີ 2024.
ຍສໝ - ຕອນບ່າຍວັນທີ 9 ພະຈິກ, ຄູ່ບ້ານທີ່ຢູ່ສອງຝັ່ງຊາຍແດນລະຫວ່າງບ້ານກະຕັງ (ເທດສະບານລາວບາວ, ເມືອງເຮືອງຮ່ວາ, ແຂວງກວາງຈິ) ແລະບ້ານແດນສະຫວັນ (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ); ບ້ານກະຕູບ (ເທດສະບານລາວບາວ, ເມືອງເຮືອງຮ່ວາ, ແຂວງກວາງຈິ) ແລະບ້ານກະຕູບ 2 (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ) ໄດ້ຈັດຕັ້ງກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຂຶ້ນໃນໄຕມາດທີ 4 ປີ 2024.
ຍສໝ - ປ້ອງກັນ, ຕ້ານໄຟໄໝ້ປ່າ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ເຂົ້າຮ່ວມການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພ, ອະທິປະໄຕຄວາມໝັ້ນຄົງເຂດຊາຍແດນ, ຫຼັກໝາຍຂອງແຕ່ລະປະເທດ... ນີ້ແມ່ນບັນດາການເຄື່ອນໄຫວຮ່ວມແຮງຮ່ວມໃຈປົກປັກຮັກສາປ່າໄມ້, ອະນຸລັກຮັກສາຊັບພະຍາກອນທຳມະຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ.
ຍສໝ - ບັນດາງານແຂ່ງຂັນກິລາໄດ້ສ້າງສະໜາມທີ່ດີ, ຟົດຟື້ນເພື່ອໃຫ້ປະຊາຊົນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ມີການພົບປະແລກປ່ຽນ, ຮັດແໜ້ນນ້ຳໃຈຄວາມສາມັກຄີ.