ຍສໝ - ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດນັບມື້ນັບໄດ້ຮັບການຍູ້ແຮງຕາມທິດພັດທະນາຢ່າງເລິກເຊິ່ງກວ້າງຂວາງທາງດ້ານຂອບຂະໜາດ ແລະລະດັບການຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນນໍາການປ້ອງກັນຊາດຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາວ່າ ບັນດາການເຄື່ອນໄຫວຮັກສາສັນຕິພາບ ແມ່ນເຄື່ອງມືສຳຄັນຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.
ລັດຖະບານແຫ່ງລາຊະອານາຈັກກຳປູເຈຍ ຈະສົ່ງຊຸດແຜນທີ່ພູມສັນຖານເສັ້ນຊາຍແດນເຊິ່ງກຳປູເຈຍ ແລະ ຫວຽດນາມ ໄດ້ເປັນເອກະພາບໃຫ້ສະຫະປະຊາຊາດເກັບຮັກສາໄວ້ເພື່ອໃຫ້ປະຊາຄົມສາກົນຮອງຮັບ.
ຍສໝ - ວັນທີ 1 ມັງກອນ 2020, ຫວຽດນາມ ໄດ້ເຂົ້າດຳລົງຕຳແໜ່ງເປັນປະທານອາຊຽນ ເປັນຄັ້ງທີ 3 (ສອງຄັ້ງກ່ອນ, ໃນປີ 1998 ແລະ 2010); ພ້ອມທັງເລີ່ມຕົ້ນອາຍຸການກຳມະການບໍ່ປະຈຳການຂອງຂອງສະພາຄວາມໝັ້ນ ຄົງແຫ່ງສະຫະປະຊາຊາດ ອາຍຸການ 2020-2021 ຫຼັງຈາກໄດ້ຮັບການເລືອກຕັ້ງດ້ວຍ "ຄະແນນສຽງເກືອບສົມບູນ" (ຄັ້ງທຳອິດປີ2008 -2009).
ຍສໝ - ເປົ້າໝາຍຂອງກອງປະຊຸມເພື່ອແນໃສ່ແລກປ່ຽນບັນດາບຸລິມະສິດຂອງປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 75 ແລະ ບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະມັດຊາໃຫຍ່ ສປຊ ໃນໄລຍະຈະມາເຖິງ.
ຍສໝ - ວັນທີ 20 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບສະພາບການທີ່ສັບສົນ ຂອງປະເທດມາລີໃນໄລຍະບໍ່ດົນມານີ້.
ຍສໝ - ຕອນບ່າຍວັນທີ 19 ສິງຫາ (ຕາມເວລາ ເອີລົບ), ໄດ້ດຳເນີນກອງປະຊຸມຜ່ານທາງອອນລາຍບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ປີ 2020. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມຈາກສະຖານທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ “ການຕໍ່ສູ້ກັບ COVID-19 ແມ່ນສົງຄາມບໍ່ແມ່ນບັນຫາສ່ວນຕົວ”, ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ແລະ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ແລະ ຄວາມສາມັກຄີ ເພື່ອສະກັດກັ້ນໂລກລະບາດ.
ຍສໝ - ວັນທີ 7 ສິງຫາ, ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ (ສປຊ) - ໃນຖານະບົດບາດເປັນປະທານອາຊຽນ ຢູ່ ນິວຢອກ - ໄດ້ຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). (8 ສິງຫາ 1967 - 8 ສິງຫາ 2020).
ຍສໝ - ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ເນັ້ນໜັກວ່າ, ການປ່ຽນແປງຂອງດິນຟ້າອາກາດແມ່ນສິ່ງທ້າທາຍທົ່ວໂລກ ແລະ ຮຽກຮ້ອງໃຫ້ມີວິທີແກ້ໄຂທົ່ວໂລກຢ່າງທັນການ.
ຍສໝ - ເມື່ອບໍ່ດົນມານີ້, ອົດສະຕາລີ ໄດ້ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດ ໃນນັ້ນຄຳຖະແຫຼງຮຽກສິດຂອງຈີນ ຢູ່ທະເລຕາເວັນອອກ ແມ່ນບໍ່ມີພະຍານຫຼັກຖານດ້ານກົດໝາຍ.
ຍສໝ - ໃນວັນທີ 21 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະຖານະການຂອງເກາະ ໄຊປຣັດ ແລະ ການປະຕິບັດງານຂອງອົງການຮັກສາສັນຕິພາບສະຫະປະຊາຊາດທີ່ປະເທດໄຊປຣັດ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນວ່າ ຕ້ອງຊຸກຍູ້ແຮງການໜູນຊ່ວຍດ້ານເຕັກນິກ ແລະ ສ້າງຄວາມສາມາດໃຫ້ແກ່ບັນດາປະເທດໃນການຊອກຄົ້ນ, ສືບສວນ ແລະ ດຳເນີນຄະດີອາດຊະຍາກຳກໍ່ການຮ້າຍ ແລະ ອາດຊະຍາກຳຢ່າງຮ້າຍແຮງອື່ນໆ.
ຍສໝ - ວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ - ກຳມະການສູນກາງພັກ, ຜູ້ປະຈຳການຄະນະກຳມະການການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມສົນທະນາຖ່າຍທອດສົດ ກັບທ່ານ Atul Khare - ຮອງເລຂາທິການໃຫຍ່ສະຫະປະຊາຊາດ.
ຍສໝ - ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ ໄດ້ສະແດງຄວາມກັງວົນຕໍ່ບັນດາການແຈ້ງຂໍ້ຫາ ກ່ຽວກັບການລະເມີດສິດທິມະນຸດໂດຍຫລາຍໆກຸ່ມປະກອບອາວຸດ, ກໍ່ຄືກຳລັງປ້ອງກັນຄວາມສະຫງົບ ແລະ ກຳລັງທະຫານໃນຫລາຍປະເທດ ໃນພື້ນທີ່ອາຟຼິກາຕາເວັນຕົກ ແລະ ເຂດ Sahel.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ຮຽກຮ້ອງບັນດາພາກສ່ວນທີ່ກ່ຽວຂ້ອງໃນປະເທດລີບີ ຕ້ອງການຢຸດຕິສົງຄາມໂດຍໄວ ແລະ ກັບຄືນການເຈລະຈາສັນຕິພາບໃນ 3 ທາງດ້ານການເມືອງ - ການທະຫານ - ເສດຖະກິດ.
ຍສໝ - ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຊຸກຍູ້ບັນດາຂົງເຂດການຮ່ວມມືໃຫ້ສອດຄ່ອງ ສຳຫຼັບການພົວພັນຮ່ວມກັນ, ໃນນັ້ນມີບຸລິມະສິດໃຫ້ແກ່ຂົງເຂດຜ່ານຜ່າຜົນສະທ້ອນຈາກສົງຄາມ ແລະ ປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ.
ຍສໝ - ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ສົ່ງຜົນກະທົບເຖິງ ປະຊາກອນໂລກຕ້ອງຂາດແຄນອາຫານຢ່າງໜັກ ຄາດວ່າໃນທ້າຍປີນີ້ ຈະມີປະຊາກອນ 270 ລ້ານຄົນ ທົ່ວໂລກມີຄວາມສ່ຽງຕໍ່ການຂາດແຄນ ສະບຽງອາຫານ.
ຍສໝ - ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບສະພາບການຈັດຕັ້ງປະຕິບັດມະຕິເລກທີ 2231 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນ 6 ເດືອນ ວ່າດ້ວຍການສະໜັບສະໜູນຂໍ້ຕົກລົງກ່ຽວກັບແຜນການປະຕິບັດງານທົ່ວໄປຢ່າງຮອບດ້ານ ປີ 2015 (JCPOA).
ຍສໝ - ວັນທີ 18 ມິຖຸນານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມອອນລາຍເພື່ອຮັບຟັງການລາຍງານຂອງ ທ່ານ Filippo Grandi - ຫົວໜ້າກົມຮັບຜິດຊອບສຳຫຼັບຄົນລີ້ໄພ ຂອງ ສະຫະປະຊາຊາດ. ໃນກອງປະຊຸມ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງການສຸມໃສ່ບັນດາວິທີການແກ້ໄຂ ເພື່ອຖືປະຊາຊົນເປັນຈຸດໃຈກາງ ແລະ ມີຄວາມຮັບຜິດຊອບສຳຫຼັບຄົນລີ້ໄພ.