ຫວຽດນາມ ຮຽກຮ້ອງຊຸກຍູ້ບັນດາຄຳໝັ້ນສັນຍາຂອງກອງປະຊຸມ Berlin ກ່ຽວກັບສະພາບການ ລີເບຍ

16:11 | 10/07/2020

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ຮຽກຮ້ອງບັນດາພາກສ່ວນທີ່ກ່ຽວຂ້ອງໃນປະເທດລີບີ ຕ້ອງການຢຸດຕິສົງຄາມໂດຍໄວ ແລະ ກັບຄືນການເຈລະຈາສັນຕິພາບໃນ 3 ທາງດ້ານການເມືອງ - ການທະຫານ - ເສດຖະກິດ.

ຫວຽດນາມ ຮຽກຮ ອງຊ ກຍ ບ ນດາຄຳໝ ນສ ນຍາຂອງກອງປະຊ ມ berlin ກ ຽວກ ບສະພາບການ ລ ເບຍ ນໍາສົ່ງພົນລະເມືອງຫວຽດນາມ 346 ຄົນ ຫວຽດນາມ ຈາກສະຫະລັດອາເມລິກາ ກັບຄືນປະເທດ
ຫວຽດນາມ ຮຽກຮ ອງຊ ກຍ ບ ນດາຄຳໝ ນສ ນຍາຂອງກອງປະຊ ມ berlin ກ ຽວກ ບສະພາບການ ລ ເບຍ Stimson Center: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງປະເທດອາເມລິກາ ໃນພາກພື້ນອາຊີ - ປາຊີຟິກ

ວັນທີ 9 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມອອນລາຍກ່ຽວກັບສະພາບການ ໃນປະເທດລີເບຍ ແລະ ບັນດາການເຄື່ອນໄຫວຂອງຄະນະຜູ້ແທນ ທີ່ໜູນຊ່ວຍສະຫະປະຊາຊາດຢູ່ລີເບຍ (UNSMIL). ປະຈຸບັນ, ເຢຍລະມັນ ກຳລັງດຳລົງຕຳແໜ່ງ ເປັນປະທານປ່ຽນຜຽນກັນຂອງສະພາຄວາມໝັ້ນຄົງໃນເດືອນກໍລະກົດ.

ນອກເໜືອບັນດາປະເທດສະມາຊິກຂອງສະພາຄວາມໝັ້ນຄົງ, ຍັງມີການເຂົ້າຮ່ວມຂອງຜູ້ຕາງໜ້າປະເທດລີເບຍ, ບັນດາປະເທດ ແລະ ອົງການຈັດຕັ້ງພາກພື້ນທີ່ໄດ້ເຂົ້າຮ່ວມກອງປະຊຸມ Berlin ກ່ຽວກັບລີເບຍໃນເດືອນມັງກອນ.

ຫວຽດນາມ ຮຽກຮ ອງຊ ກຍ ບ ນດາຄຳໝ ນສ ນຍາຂອງກອງປະຊ ມ berlin ກ ຽວກ ບສະພາບການ ລ ເບຍ
ກອງປະຊຸມອອນລາຍກ່ຽວກັບສະພາບການ ໃນປະເທດລີເບຍ. (ພາບ: TTXVN)

ລາຍງານຕໍ່ສະພາຄວາມໝັ້ນຄົງ, ທ່ານ Antonio Guterres - ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສະແດງຄວາມລຳບາກໃຈ ກ່ຽວກັບສະພາບການສົງຄາມທີ່ເພີ່ມຂື້ນໃນປະເທດລີເບຍຕະຫຼອດມາ; ກ່າວປະນາມກ່ຽວກັບການໂຈມຕີສາມັນຊົນ ແລະ ສະຖານທີ່ພົນລະເຮືອນ, ໃນນັ້ນມີການໂຈມຕີຈຳນວນ 21 ຄັ້ງຕັ້ງແຕ່ຕົ້ນປີ 2020 ຈົນເຖິງປະຈຸບັນ.

ທ່ານເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ກ່າວເຖິງຄຳໝັ້ນສັນຍາຂອງບັນດາປະເທດໃນກອງປະຊຸມ Berlin ກ່ຽວກັບລີເບຍເພື່ອຊຸກຍູ້ການແກ້ໄຂບັນຫາຂັດແຍ້ງໃນລີເບຍໂດຍສັນຕິວິທີ; ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຢູ່ໃນລີເບຍ ຕ້ອງການຢຸດຕິສົງຄາມໂດຍດ່ວນ, ເຈລະຈາ ແລະ ຮັບປະກັນການເຂົ້າເຖິງມະນຸດສະທຳຢ່າງເຕັມທີ່ ໃນສະພາບການລະບາດຂອງ COVID-19.

ກ່າວຄຳເຫັນທີ່ການປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການຊຸກຍູ້ຄຳໝັ້ນ ສັນຍາຂອງກອງປະຊຸມ Berlin ກ່ຽວກັບປະເທດລີເບຍ ເຊິ່ງໄດ້ສະພາຄວາມໝັ້ນຄົງ ຮັບຮອງເອົາມະຕິຕົກລົງ 2510.

ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ຮຽກຮ້ອງບັນດາພາກສ່ວນທີ່ກ່ຽວຂ້ອງໃນປະເທດລີບີ ຕ້ອງການຢຸດຕິສົງຄາມໂດຍໄວ ແລະ ກັບຄືນການເຈລະຈາສັນຕິພາບໃນ 3 ທາງດ້ານການເມືອງ - ການທະຫານ - ເສດຖະກິດ; ຮັບຮູ້ຄວາມມານະພະຍາຍາມຂອງສະຫະປະຊາຊາດ, UNSMIL, ບັນດາປະເທດບ້ານໃກ້ເຮືອນຄຽງປະເທດລີເບຍ ແລະ ບັນດາອົງການຈັດຕັ້ງພາກພື້ນ ໃນການຊຸກຍູ້ສັນຕິພາບຢູ່ປະເທດລີເບຍ. ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມຄຳສັ່ງຫ້າມຂາຍອາວຸດຂອງສະພາຄວາມໝັ້ນຄົງ ເຊິ່ງກ່ຽວຂ້ອງຕໍ່ປະເທດລີເບຍ.

ຫວຽດນາມ ຮຽກຮ ອງຊ ກຍ ບ ນດາຄຳໝ ນສ ນຍາຂອງກອງປະຊ ມ berlin ກ ຽວກ ບສະພາບການ ລ ເບຍ
ສະຖານະການສົງຄາມໃນລີເບຍມີຄວາມສັບສົນໃນ 6 ເດືອນຕົ້ນປີ 2020. (ພາບ: TTXVN)

ອີງຕາມ UNSMIL, ໃນ 6 ເດືອນຕົ້ນປີ 2020, ຈຳນວນປະຊາຊົນທີ່ເສຍຊີວິດ ໃນປະເທດລີເບຍ ຍ້ອນການປະທະກັນມີຫຼາຍກວ່າ 300 ຄົນ, ເພີ່ມຂຶ້ນ 172% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແລະ ປະຊາຊົນຫຼາຍກ່ວາ 400.000 ຄົນບໍ່ມີທີ່ຢູ່ອາໄສຕັ້ງແຕ່ເດືອນເມສາ 2019 ເປັນຕົ້ນມາ. ໃນຂະນະດຽວກັນ, ຮອດວັນທີ 8 ກໍລະກົດ, ປະເທດລີເບຍໄດ້ບັນທຶກຈຳນວນ​ກໍລະນີຕິດ​ເຊື້ອພະຍາດ COVID-19 ແມ່ນ 1,182 ຄົນ ແລະ 35 ຄົນເສຍຊີວິດ.

ຫວຽດນາມ ຮຽກຮ ອງຊ ກຍ ບ ນດາຄຳໝ ນສ ນຍາຂອງກອງປະຊ ມ berlin ກ ຽວກ ບສະພາບການ ລ ເບຍ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກວ້າງ

ຍສໝ - ໃນວັນທີ 7 ກໍລະກົດ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດເປີດກວ້າງ (ADSOM+).

ຫວຽດນາມ ຮຽກຮ ອງຊ ກຍ ບ ນດາຄຳໝ ນສ ນຍາຂອງກອງປະຊ ມ berlin ກ ຽວກ ບສະພາບການ ລ ເບຍ ຍີ່​ປຸ່ນ ແລະ ຫວຽດ​ນາມ ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13

ຍສໝ - ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຈະໄດ້ເປັນປະທານກອງປະຊຸມ.

ຫວຽດນາມ ຮຽກຮ ອງຊ ກຍ ບ ນດາຄຳໝ ນສ ນຍາຂອງກອງປະຊ ມ berlin ກ ຽວກ ບສະພາບການ ລ ເບຍ ຫວຽດນາມ ປາດຖະໜາວ່າອົງການ UNRCCA ສືບຕໍ່ສະໜັບສະໜູນບັນດາປະເທດອາຊີກາງ

ຍສໝ - ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອປຶກສາຫາລືກ່ຽວກັບສູນການທູດປ້ອງກັນສະຫະປະຊາຊາດຢູ່ອາຊີກາງ (UNRCCA).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.