ວັນທີ 24 ສິງຫາ, ທີ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນຮ່ວາຍຈຸງ ແລະ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງ ປະຈຳປີ ຄັ້ງທີ 3 ລະຫວ່າງ ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ.
ໃນວັນທີ 15 ສິງຫາ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ດາວ ວັນ ຮຽວ, ກົງສຸນໃຫຍ່ ແຫ່ງ ສສ.ຫວຽດນາມ ທີ່ ນະຄອນປາກເຊ ແຂວງຈໍາປາສັກ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໃນຕອນເຊົ້າວັນທີ 8 ສິງຫາ, ທີ່ນະຄອນຫຼວງຮ່າໂນ້ຍ ຢູ່ ກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີເຊີນທຸງ ອາຊຽນ ປີ 2018. ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 51 ປີ (8/8/1967-8/8/2018).
ຍສໝ - ຕອນເຊົ້າຂອງວັນທີ 2 ສິງຫານີ້ ຢູ່ ສະຖານທູດລາວປະຈຳສສ ຫວຽດນາມ ເລຂາລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ໂຕແອັງຢຸ໋ງ ໄດ້ມອບເງິນຊ່ວຍເຫຼືອຈຳນວນ 350ລ້ານດົ່ງ ທີ່ມາຈາກນຳ້ໃຈເຜຶອແຜ່ຂອງພະນັກງານ ກະຊວງການຕ່າງປະເທດ ລວບລວມເພື່ອແນໃສ່ແບ່ງປັນ ແລະ ບັນເທົາທຸກກັບລັດຖະບານ, ປະຊາຊົນລາວອ້າຍນ້ອງ ໃນພະລະກິດແກ້ໄຂຜົນກະທົບຈາກເຫດການຄັນຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນອ້ຍແຕກ.
ມື້ວານນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະເຮັດວຽກ ກັບ ທ່ານ ປຣາກ ໂຊຄົນ, ລັດຖະມົນຕີ ກະຊວງການ ຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ.
ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ພົນໂທ Bryan P. Fenton ຮອງຜູ້ບັນຊາການ ກອງທັບ ສະຫະລັດ ອາເມລິກາ ປະຈຳຂົງເຂດ ພາກພື້ນປາຊີຟິກ ພ້ອມດ້ວຍຄະນະ