ຮອງຜູ້ບັນຊາການ ກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດ ພາກພື້ນປາຊີຟິກ ເຂົ້າຢ້ຽມຂ່ຳນັບ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ

15:39 | 14/05/2018

ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ພົນໂທ Bryan P. Fenton ຮອງຜູ້ບັນຊາການ ກອງທັບ ສະຫະລັດ ອາເມລິກາ ປະຈຳຂົງເຂດ ພາກພື້ນປາຊີຟິກ ພ້ອມດ້ວຍຄະນະ

ຮອງຜູ້ບັນຊາການ ກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດ ພາກພື້ນປາຊີຟິກ ເຂົ້າຢ້ຽມຂ່ຳນັບ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ

ຮອງຜູ້ບັນຊາການ ກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດ ພາກພື້ນປາຊີຟິກ ເຂົ້າຢ້ຽມຂ່ຳນັບ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ,

ໃນທ້າຍ​ອາ​ທິດ​ທີ່​ຜ່ານ​ມາ, ຢູ່ກະຊວງການຕ່າງປະເທດ , ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ພົນໂທ Bryan P. Fenton ຮອງຜູ້ບັນຊາການ ກອງທັບ ສະຫະລັດ ອາເມລິກາ ປະຈຳຂົງເຂດ ພາກພື້ນປາຊີຟິກ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາ ເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 10-11 ພຶດສະພາ 2018.

ໃນໂອກາດດັ່ງກ່າວນີ້, ທ່ານ ຮອງລັດຖະມົນຕີ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມ ສປປ ລາວ, ຊຶ່ງເປັນໂອກາດທີ່ສຳຄັນ ໃນການປຶກສາຫາລື ເພື່ອຊອກຊ່ອງທາງ ເພີ້ມທະວີການພົວພັນ ແລະ ຮ່ວມມືສອງຝ່າຍ ໃນຕໍ່ໜ້າ ພາຍຫລັງທີ່ສອງປະເທດ ໄດ້ມີການຍົກລະດັບ ເປັນຄູ່ຮ່ວມມືແບບກວມລວມ, ໂດຍສະເພາະ ໃນວຽກງານຂຸດຄົ້ນຊອກຫາສິ່ງເສດເຫລືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ (MIA), ການຊ່ວຍເຫລືອ ດ້ານມະນຸດສະທຳ. ນອກນັ້ນ, ຍັງໄດ້ປຶກສາຫາລື ໃນບັນຫາທີ່ຕ່າງຝ່າຍ ມີຄວາມສົນໃຈຮ່ວມກັນຢ່າງກົງໄປກົງມາ ເພື່ອເປັນການເສີມຂະຫຍາຍ ການພົວພັນ-ຮ່ວມມື ລະຫວ່າງ ສອງປະເທດ. ໃນໂອກາດນີ້, ທ່ານຮອງ ລັດຖະມົນຕີ ໄດ້ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ສະຫະລັດ ອາເມລິກາ ທີ່ໄດ້ໃຫ້ການ ຮ່ວມມືຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ວຽກງານເກັບກູ້ລູກລະເບີດ ທີ່ຍັງບໍ່ທັນແຕກ, ການສຶກສາ, ສາທາລະນະສຸກ, ການຄວບຄຸມ ແລະ ປາບປາມຢາເສບຕິດ ກໍຄື ໃນດ້ານການບັງຄັບໃຊ້ກົດໝາຍ ແລະ ອື່ນໆ.

ໃນລະຫວ່າງ ການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານຮອງ ຜູ້ບັນຊາການກອງທັບ ສະຫະລັດອາເມລິກາ ປະຈຳ ຂົງເຂດພາກພື້ນປາຊີຟິກ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ພົນຕີ ອ່ອນສີ ແສນສຸກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສປປ ລາວ - ສະຫະລັດ ອາເມລິກາ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ທ່ານຮອງຜູ້ບັນຊາການ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມສະຖານທີ່ ທາງດ້ານ ວັດທະນະທຳ ຢູ່ນະຄອນຫລວງວຽງຈັນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.