ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບ ການເຂົ້າຢ້ຽມອຳລາ ຜູ້ຕາງໜ້າ UNFPA ປະຈໍາ ລາວ

10:54 | 11/09/2018

ໃນວັນທີ 10 ກັນຍາ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ນາງ ຟຣີເດີຣິກາ ເມເຈີ (Frederika Meijer) ຜູ້ຕາງໜ້າ​ຂອງ​ອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ(UNFPA) ປະຈຳ ສປປ ລາວ.

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບ ການເຂົ້າຢ້ຽມອຳລາ ຜູ້ຕາງໜ້າ UNFPA ປະຈໍາ ລາວ

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ນາງ ຟຣີເດີຣິກາ ເມເຈີ (Frederika Meijer) ຜູ້ຕາງໜ້າ​ຂອງ​ອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ(UNFPA) ປະຈຳ ສປປ ລາວ.

ໃນໂອກາດນີີ້, ທ່ານ ສະເຫລີມໄຊ ກົມມະສິດ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍີນດີຕ້ອນຮັບອັນອົບອຸ່ນມາຍັງ ຜູ້ຕາງໜ້າຂອງອົງການ UNFPA ປະຈຳ ສປປ ລາວ. ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງອົງການ UNFPA ຕໍ່ສປປ ລາວ ໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນການປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານການ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄື ການສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະ ຕິບັດກິດຈະກຳທາງດ້ານ ສຸຂະພາບທາງເພດ ແລະ ສຸຂະອະນາໄມສຳລັບເດັກ ແລະ ໄວໜຸ່ມ,ວຽກງານປະຊາກອນ ແລະ ການພັດທະນາ, ການສົ່ງເສີມບົດບາດ ຍິງ-ຊາຍ ແລະ ການສົ່ງເສີມການສຶກສາ. ນອກຈາກນີ້, ທ່ານ ສະເຫລີມໄຊ ກົມມະສິດຍັງໄດ້ສະແດງຄວາມຫວັງວ່າ ພາຍຫລັງໝົດການນຳພາຂອງທ່ານແລ້ວ, ອົງການ UNFPA ຈະສືບຕໍ່ເພີ່ມທະວີການຮ່ວມມື ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ລວມທັງເປົ້າ ໝາຍການພັດທະນາແບບຍືນຍົງ (ປພຍ) ທີ່ກ່ຽວຂ້ອງກັບອົງການ UNFPA ໃຫ້ບັນລຸໄດ້ຕາມຄາດໝາຍ ແລະ ກໍໄດ້ອວຍ ພອນໃຫ້ ທ່ານ ນາງ Frederika Meijer ຈົ່ງປະສົບຜົນສຳເລັດ ໃນ ການປະຕິບັດໜ້າທີ່ອັນໃໝ່ ແລະ ເດີນທາງ ກັບໂດຍສະຫວັດດີພາບ.

ໃນໂອກາດດຽວກັນນີ້, ທ່ານ ນາງ Frederika Meijer ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ກໍຄື ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ສປປ ລາວ ແລະ ໃຫ້ຄຳໝັ້ນສັນຍາວ່າ ອົງການ UNFPA ຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຮ່ວມມືກັບລັດຖະບານ ສປປ ລາວ ຢ່າງເຕັມສ່ວນ ໃນການຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງ ອົງການ UNFPA ແລະ ສປປ ລາວ ໃຫ້ໄດ້ ຮັບໝາກຜົນຂຶ້ນໄປເລື້ອຍໆ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.