ຍສໝ - ວັນທີ 24 ຕຸລາ, ຢູ່ນະຄອນຫຼວງ Ulan Bator, ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງທີ່ຖືກເສຍຫາຍຍ້ອນພະຍຸນໍ້າຖ້ວມໃນໄລຍະຜ່ານມາ.
ຍສໝ - ໃນວັນທີ 22 ຕຸລາ, ສະຖານທຸດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ຈັດພິທີການປຸກລະດົມການຊ່ວຍເຫືອປະຊາຊົນພາກກາງ ສສ.ຫວຽດນາມ ຜູ້ທີ່ຖືກຮັບຜົນສະທ້ອນ ເນື່ອງຈາກ ໄພທໍາມະຊາດ.
ຍສໝ - ວັນທີ 27 ກັນຍາ, ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ໄດ້ດຳເນີນກອງປະຊຸມສຳມະນາທາງຖ່າຍທອດສົດດ້ວຍຫົວຂໍ້ວ່າ “ສົ່ງເສີມການຄ້າ, ການລົງທຶນ, ເຜີຍແພ່ຢ່າງທົ່ວເຖິງວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ເວເນຊູເອລາ”.
ຍສໝ - ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບການສ້າງຕັ້ງບັນດາກຸ່ມມິດຕະພາບ - ເຊິ່ງກາຍເປັນບັນດາຂົວຕໍ່ໃນການຮ່ວມມືໃນທຸກຂົງເຂດ. ຈາກນັ້ນ, ມຸ່ງໄປເຖິງການພັດທະນາບັນດາການເຄື່ອນໄຫວການພົບປະແລກປ່ຽນດ້ານປະຊາຊົນ, ມຸ່ງໄປເຖິງການສ້າງຕັ້ງສະມາຄົມມິດຕະພາບລະຫວ່າງສອງປະເທດ.
ຍສໝ - ສະຖານທູດສະຫະລັດອາເມລິກາ ຫາກໍ່ສົ່ງຈົດໝາຍຂອບໃຈບັນດາທ່ານໝໍຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ເອົາໃຈໃສ່ໃນການເບິ່ງແຍງ ແລະປິ່ນປົວຄົນເຈັບອາເມລິກາໃນໄລຍະການຮັກສາໄລຍະຍາວ.
ຍສໝ - ການເພີ່ມທະວີການແລກປ່ຽນດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະ ການສຶກສາ ລະຫວ່າງສອງປະເທດພ້ອມດ້ວຍການຮ່ວມມືນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນໃນບັນດາບັນຫາສາກົນ ແລະ ພາກພື້ນ ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດເຂົ້າສູ່ລວງເລິກ.
ຍສໝ - ຜູ້ຕາງໜ້າບໍລິສັດ AEON ຈຳກັດ ໄດ້ສະແດງຄວາມດີໃຈທີ່ໄດ້ສະໜັບສະໜູນ ໂຄງການສົ່ງເສີມການສຶກສາຂອງສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ.
ຍສໝ - ພະນັກງານຫຼາຍຄົນຂອງສະຖານທູດ, ບັນດາອົງການໃກ້ຄຽງ ແລະ ຜູ້ຕາງໜ້າສະມາຄົມຊາວຫວຽດນາມຢູ່ສະຫະພັນລັດເຊຍ ໄດ້ເຂົ້າຮ່ວມມິດຕິງສະເຫຼີມສະຫຼອງວັນຊາດທີ 2 ກັນຍາ.
ໃນໄລຍະຈະມາເຖິງ, ຫວຽດນາມ ຕັດສິນໃຈ ຈະເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ສິງກະໂປ, ບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາປະເທດອື່ນໆຫຼາຍກວ່າອີກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2020), ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳຫວຽດນາມ - ເວເນຊູເອລາ ທີ່ໂຮງລະຄອນ Principal de Caracas.
ຍສໝ - ສະຖານທູດຫວຽດນາມ ປະຈຳຝະລັ່ງ, ອີຕາລີ ແລະ ສ.ເກົາຫຼີ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂາຟຽວ ຂຶ້ນຢ່າງສົມກຽດ.
ຍສໝ - ການຢ້ຽມຢາມຊາວຫວຽດນາມທີ່ດຳລົງຊີວິດ ແລະ ດຳເນີນທຸລະກິດຢູ່ແຂວງ Skäne, ຄະນະປະຕິບັດງານໄດ້ມີການພົບປະ ແລະ ເຮັດວຽກກັບຄະນະບໍລິຫານງານສະມາຄົມວັດທະນະທຳ ຫວຽດນາມ ຢູ່ ປະເທດຊູແອດ, ຜູ້ຕາງໜ້າຊາວຫວຽດນາມຢູ່ ບາງແຂວງພາກໃຕ້ຂອງປະເທດຊູແອດ, ຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມຢູ່ບັນດານະຄອນ Malmo, Lund, Helsinborg, Göteborg...
ຍສໝ - ວັນທີ 8 ສິງຫາ, ຢູ່ສູນສຳນັກງານແຫ່ງລັດ Maryland - ສະຫະລັດອາເມລິກາ, ທ່ານ ຫ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ແລະ ທ່ານ John Wobensmith - ລັດຖະມົນຕີກະຊວງການຕ່າງປະເທດລັດ Maryland ໄດ້ມອບຜ້າບັງປາກ 10,000 ໃບໃຫ້ແກ່ລັດ Maryland ເພື່ອປ້ອງກັນການລະບາດຂອງ COVID-19.
ຍສໝ - ທີ່ກອງປະຊຸມຄະນະກຳມະການອາຊຽນຢູ່ Bern, ເອກອັກຄະລັດຖະທູດບັນດາປະເທດອາຊຽນໄດ້ອວຍພອນ ແລະ ຕີລາຄາສູງຜົນສຳເລັດຂອງຫວຽດນາມ ໃນການຄວບຄຸມໂລກລະບາດ Covid – 19, ຮັກສາການພັດທະນາເສດຖະກິດ, ພ້ອມທັງຜັນຂະຫຍາຍຢ່າງຕັ້ງໜ້າບົດບາດເປັນປະທານອາຊຽນ, ເພີ່ມທະວີການຮ່ວມມືອາຊຽນ ແລະ ກັບບັນຄູ່ຮ່ວມມືໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19.
ຍສໝ - ທ່ານເອກອັກຄະລັດຖະທູດ ຟ້າມເຟືອກຟອງ ໃຫ້ຮູ້ວ່າ, ໃນໄລຍະເບື້ອງຕົ້ນຂອງໂລກລະບາດ, ສະຖານທູດໄດ້ມອບວຽກໃຫ້ພະນັກງານ, ລັດຖະກອນຢ່າງ ເໝາະສົມ, ຕັ້ງໂທລະສັບສາຍດ່ວນ (3 ສາຍ) ແລະ ກ່ອງຈົດໝາຍເອເລັກໂຕນິກ 24/24 ຊົ່ວໂມງ ແລະ 7 ວັນ/ອາທິດເພື່ອຮັກສາການຕິດຕໍ່ພົວພັນໃນການສະໜັບສະໜູນ ພົນລະເມືອງໃຫ້ດີທີ່ສຸດໃນສະພາບການອຳນາດການປົກຄອງຂອງປະເທດປະຈຳຖິ່ນປະຕິບັດການແຍກຫ່າງໃນສັງຄົມ.
ຍສໝ - ຜູ້ຕາງໜ້າສະຖານທູດໄດ້ມອບອາຫານທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ; ພ້ອມດຽວກັນນັ້ນກໍ່ໄດ້ແຈ້ງການມາໃຫ້ແກ່ພໍ່ແມ່ປະຊາຊົນກ່ຽວກັບການຕິດຕໍ່ພົວພັນກັບສາຂາສະມາຄົມໃນທ້ອງຖິ່ນ ແລະ ສະຖານທູດ ເພື່ອຂໍຄວາມຊ່ວຍເຫລືອໃນການປ່ຽນອາຊີບ.
ຍສໝ - ສະຖານທູດຫວຽດນາມປະຈຳ ຢູແກຼນ ໃຫ້ຮູ້ວ່າລັດຖະບານຫວຽດນາມຈະຈັດຕັ້ງຖ້ຽວບິນເພື່ອນໍາສົ່ງພົນລະເມືອງຫວຽດນາມ ຢູ່ ຢູແກຼນ ຜູ້ທີ່ປາດຖະໜາຢາກກັບຄືນປະເທດ.
ຍສໝ - ທີ່ພິທີ, ທ່ານເຈົ້າຄອງນະຄອນ Mauro Tamayo ໄດ້ຂອບອົກຂອບໃຈການສະໜັບສະໜູນ ຢ່າງທັນການຂອງຫວຽດນາມ, ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງບັນດາເພື່ອນມິດຫວຽດນາມ ທີ່ສະຫງວນ ໃຫ້ແກ່ Cerro Navia.
ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການອາຊຽນ Bern (ACB) ໄດ້ພົບປະກັນ ທີ່ນະຄອນຫຼວງ Bern (ສະວິດເຊີແລນ) ພາຍໃຕ້ການເປັນປະທານຂອງ ຜູ້ພວມຮັກສາຕຳແໜ່ງປະທານ ACB - ທ່ານເອກອັກຄະລັດຖະທູດມາເລເຊຍ.
ຍສໝ - ສະຖານທູດຫວຽດນາມປະຈຳສະຫະລັດອາເມລິກາໄດ້ຈັດພິທີມອບຮັບຜ້າອັດປາກ 3.500 ອັນ ໃຫ້ຜູ້ຕາງໜ້າ ອໍານາດການປົກຄອງນະຄອນວໍຊິງຕັນເພື່ອປ້ອງກັນ ແລະ ຄວບຄຸມ COVID-19.